ວັດ​ສີສະ​ເກດ

ຈາກ Laopedia
ຮູບ:ວັດສີສະເກດ.jpg

ວັດ​ສີສະ​ເກດ ​ເປັນ​ວັດ​ທີ່​ມີ​ຄວາມ​ສຳຄັນ​ທາງ​ປະຫວັດສາດ ​ເພາະວ່າ​ເປັນ​ວັດ​ດຽວ ທີ່​ລອດ​ພົ້ນຈາກ​ການ​ຈູດ​ເຜົາ​ທຳລາຍ​ຂອງ​ສັກ​ດີນາ​ຕ່າງ​ດ້າວ ​ທີ່​ມາ​ຮຸກ​ຮານ​ລາວ ​ໃນ​ລະຫວ່າງ​ປີ ຄສ 1827-1828. ວັດ​ສີສະ​ເກດ​ໄດ້​ຖືກ​ສ້າງ​ຂຶ້ນ​ໃນ​ປີ ຄສ 1818​ ​ໂດຍ​ການ​ນຳພາ​ຂອງ​ເຈົ້າອານຸວົງ, ກະ​ສັດ​ອົງ​ສຸດ​ທ້າຍ​ ຂອງຣາຊະ​ວົງວຽງຈັນ ​ແລະ ມີ​ຄວາມ​ພິ​ເສດ​ທີ່​ສຸດ​ ​ເນື່ອງ​ຈາກ​ວ່າ ​ເປັນ​ວັດ​ທີ່ບັນຈຸ​ຫໍ​ໄຕ​ປີດົກ, ກຸດຕິ​ຂອງ​ເຈົ້າ​ເພັດຊະຣາຊ ​ແລະ ຢູ່​ຕາມ​ຝາ​ດ້ານ​ໃນ​ຂອງ​ສິມ ​ກໍ່​ມີ​ຮູ​ບ​ແຕ້ມ​ລວດລາຍງົດ​ງາມ. ບໍລິ​ເວນ​ວັດ ​ມີ​ກົມ​ມະລຽນອ້ອມ​ສີ່​ດ້ານ, ​ແຕ່​ລະ​ດ້ານ ​ມີ​ພຣະພຸດທະ​ຮູບ​ນ້ອຍ​ທີ່​ເຮັດດ້ວຍ​ປະທາຍ​ເພັດ ລວມມີ 120 ອົງ. ສ່ວນ​ຢູ່​ຂ້າງ​ອຸ​ໂບສົດ​ມີ​ພຣະພຸດທະ​ຮູບ​ປະທານ​ອົງ​ໃຫຍ່​ອັນ​ສັກສິດ, ຢູ່​ຂ້າງ​ກ້ຳຊ້າຍ ​ແລະ ຂວາ​ຂອງ​ພຣະປະທານ ກໍ​ມີ​ພຣະພຸດທະ​ຮູບ​ທອງ​ຫລໍ່ ປາງ​ຫ້າມ​ຍາດ 2 ອົງ ​ເຊິ່ງ​ເຈົ້າອານຸວົງ ​ໄດ້​ສ້າງ​ໄວ້​ເທົ່າ​ກັບ​ເລົ່າ​ຄີງ​ຂອງ​ເພິ່ນ​ເອງ. ນອກ​ນັ້ນ ຢູ່​ຕາມ​ຊ່ອງ​ຝາ​ດ້ານ​ໃນ​ສິມ ​ກໍ​ຍັງ​ມີ​ພຣະພຸດທະ​ຮູບອົງ​ນ້ອຍໆ ລວມທັງໝົດ 2052 ອົງ ​ເຊິ່ງ​ໃນ​ນັ້ນ​ເຮັດ​ດ້ວຍ​ເງິນ​ບຸ 276 ອົງ.

ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1