ສະຖາບັນການເມືອງການປົກຄອງແຫ່ງຊາດ: Difference between revisions

ຈາກ Laopedia
(ໜ້າໃໝ່: {{ອົງການຈັດຕັ້ງ|ຮູບ=ກາໝາຍສະຖາບັນການເມືອງ ແລະ ການປົກຄອງ ແຫ່ງຊາດ.png|ຊື່ຫຍໍ້ ພາສາລາວ=ສມປຊ|ເວັບໄຊ=https://www.nappa.gov.la|ສຳນັກງານໃຫຍ່=ບ້ານ ທ່າງ່ອນ, ເມືອງ ໄຊທານີ, ນະຄອນຫລວງວຽງຈັນ}} ສະຖາບັນການເມື...)
 
(Protected "ສະຖາບັນການເມືອງການປົກຄອງແຫ່ງຊາດ"([ດັດແກ້=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)[ຍ້າຍ=ສະເພາະຜູ້ໃຊ້ທີ່ລົງທະບຽນ] (ບໍ່ມີກຳນົດ)))
 

Latest revision as of 08:13, 18 ສິງຫາ 2024


ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຽນຫຍໍ້ເປັນຕົວອັກສອນ (ສມປຊ) ແມ່ນອົງການວິຊາການທີ່ຂຶ້ນກັບຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ; ຢູ່ໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ມີຖານະທຽບເທົ່າກັບບັນດາຄະນະຕ່າງໆ ຂອງພັກຂັ້ນສູນກາງ ແລະ ກະຊວງ-ອົງການຕ່າງໆ ຂອງລັດຖະບານ

ພາລະບົດບາດ

“ມີພາລະບົດບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນຳພາ-ຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍຂອງພັກ ແລະ ລັດ.

ມີພາລະບົດບາດ ໃນການບຳລຸງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດ ແລະ ການນຳຂັ້ນສູງ, ພະນັກງານນຳພາ-ຄຸ້ມຄອງ; ຍົກລະດັບທິດສະດີການເມືອງຂັ້ນກາງ, ຂັ້ນສູງ; ກໍ່ສ້າງພະນັກງານຄົ້ນຄວ້າວິທະຍາ ສາດທິດສະດີການເມືອງ-ການປົກຄອງ”.