ສະຖາບັນການເມືອງການປົກຄອງແຫ່ງຊາດ

ຈາກ Laopedia


ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຂຽນຫຍໍ້ເປັນຕົວອັກສອນ (ສມປຊ) ແມ່ນອົງການວິຊາການທີ່ຂຶ້ນກັບຄະນະບໍລິຫານງານສູນກາງພັກ ແລະ ລັດຖະບານ; ຢູ່ໃຕ້ການຊີ້ນຳ-ນຳພາໂດຍກົງ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ; ມີຖານະທຽບເທົ່າກັບບັນດາຄະນະຕ່າງໆ ຂອງພັກຂັ້ນສູນກາງ ແລະ ກະຊວງ-ອົງການຕ່າງໆ ຂອງລັດຖະບານ

ພາລະບົດບາດ

“ມີພາລະບົດບາດໃນການຄົ້ນຄວ້າທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ວິທະຍາສາດການເມືອງ-ການປົກຄອງ, ວິທະຍາສາດການນຳພາ-ຄຸ້ມຄອງ, ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນດ້ານວິທະຍາສາດໃຫ້ແກ່ການວາງແນວທາງ, ນະໂຍບາຍຂອງພັກ ແລະ ລັດ.

ມີພາລະບົດບາດ ໃນການບຳລຸງພະນັກງານນຳພາ-ຄຸ້ມຄອງຂັ້ນຍຸດທະສາດ ແລະ ການນຳຂັ້ນສູງ, ພະນັກງານນຳພາ-ຄຸ້ມຄອງ; ຍົກລະດັບທິດສະດີການເມືອງຂັ້ນກາງ, ຂັ້ນສູງ; ກໍ່ສ້າງພະນັກງານຄົ້ນຄວ້າວິທະຍາ ສາດທິດສະດີການເມືອງ-ການປົກຄອງ”.