ໂຮງໝໍແມ່ ແລະ ເດັກເກີດໃໝ່

ຈາກ Laopedia
Revision as of 23:42, 29 ກັນຍາ 2024 by Vilakone(ສົນທະນາ | ເລື່ອງທີ່ຂຽນ) (ໜ້າໃໝ່: {{ອົງການຈັດຕັ້ງ|ຊື່ອົງການ ພາສາອັງກິດ=Mother and Newbron Hospital( MNH )|ເວັບໄຊ=https://mnh.gov.la/|ສຳນັກງານໃຫຍ່=ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ}} == '''ປະຫວັດ''' == * ໂຮງໝໍແມ່ແລະເດັກສ້າງຕັ້ງຂື້ນໂດຍປະຕິບັດ...)
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ (ສ່ວນຕ່າງ)


ປະຫວັດ

  • ໂຮງໝໍແມ່ແລະເດັກສ້າງຕັ້ງຂື້ນໂດຍປະຕິບັດຕາມບົດບັນທຶກ ກອງປະຊຸມ 489/ກຊສ ລົງວັນທີ 30/08/1992 ແລະ ມະຕິຕົກລົງຂອງນາຍົກລັດທະມົນຕີ ເລກທີ 578/ກຊສ ລົງວັນທີ 15/06/1992 ແລະມະຕິຕົກລົງ 126/ກຊສ ຂອງລັດທະມົນຕີ ວ່າດ້ວຍການຕົກລົງເຫັນດີ ໃຫ້ເປີດໂຮງໝໍແມ່ ແລະ ເດັກ ເພື່ອເປັນບ່ອນສຶກສາຄົ້ນຄວ້າ ປີ່ນປົວ ແລະ ກັນພະຍາດທີ່ເປັນສາເຫດຕົ້ນສາເຫດການຕາຍຂອງແມ່ຍິງຖືພາ ແລະ ເດັກນ້ອຍ.
  • ປະຕິບັດຕາມມະຕິດັ່ງນັ້ນ ໂຮງໝໍແມ່ ແລະ ເດັກ ຕັ້ງຢູ່ ບ້ານເກົ້າຍອດ ເມື່ອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເລີ່ມເປີດຮັບການບໍລິການກວດເຂດນອກແຕ່ຕົ້ນເດືອນ 03/1993 ມາຮອດ 1994 ປີ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວເປັນທາງການເລີ່ມແຕ່ ເດືອນ 02/1994 ( ເລີ່ມຕົ້ນ 12 ຕຽງ ) ມາຮອດວັນທີ 29 ເດື່ອນ ມິຖຸນາ 2015 ໄດ້ມາເປີດໃຊ້ບໍລິການໂຮງໝໍແມ່ແລະເດັກແຫ່ງໃໝ່ ເຊີ່ງຕັ້ງຢູ່ບ້ານ ໜອງພະຍາ ເມື່ອງ ໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ປ່ຽນຊື່ຈາກ ໂຮງໝໍແມ່ແລະເດັກສູນກາງມາເປັນ ໂຮງໝໍແມ່ແລະ ເດັກເກີດໃໝ່