ໂຮງໝໍແມ່ ແລະ ເດັກເກີດໃໝ່

ຈາກ Laopedia


ປະຫວັດ

  • ໂຮງໝໍແມ່ແລະເດັກສ້າງຕັ້ງຂື້ນໂດຍປະຕິບັດຕາມບົດບັນທຶກ ກອງປະຊຸມ 489/ກຊສ ລົງວັນທີ 30/08/1992 ແລະ ມະຕິຕົກລົງຂອງນາຍົກລັດທະມົນຕີ ເລກທີ 578/ກຊສ ລົງວັນທີ 15/06/1992 ແລະມະຕິຕົກລົງ 126/ກຊສ ຂອງລັດທະມົນຕີ ວ່າດ້ວຍການຕົກລົງເຫັນດີ ໃຫ້ເປີດໂຮງໝໍແມ່ ແລະ ເດັກ ເພື່ອເປັນບ່ອນສຶກສາຄົ້ນຄວ້າ ປີ່ນປົວ ແລະ ກັນພະຍາດທີ່ເປັນສາເຫດຕົ້ນສາເຫດການຕາຍຂອງແມ່ຍິງຖືພາ ແລະ ເດັກນ້ອຍ.
  • ປະຕິບັດຕາມມະຕິດັ່ງນັ້ນ ໂຮງໝໍແມ່ ແລະ ເດັກ ຕັ້ງຢູ່ ບ້ານເກົ້າຍອດ ເມື່ອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ເລີ່ມເປີດຮັບການບໍລິການກວດເຂດນອກແຕ່ຕົ້ນເດືອນ 03/1993 ມາຮອດ 1994 ປີ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວເປັນທາງການເລີ່ມແຕ່ ເດືອນ 02/1994 ( ເລີ່ມຕົ້ນ 12 ຕຽງ ) ມາຮອດວັນທີ 29 ເດື່ອນ ມິຖຸນາ 2015 ໄດ້ມາເປີດໃຊ້ບໍລິການໂຮງໝໍແມ່ແລະເດັກແຫ່ງໃໝ່ ເຊີ່ງຕັ້ງຢູ່ບ້ານ ໜອງພະຍາ ເມື່ອງ ໄຊທານີ ນະຄອນຫຼວງວຽງຈັນ ແລະ ໄດ້ປ່ຽນຊື່ຈາກ ໂຮງໝໍແມ່ແລະເດັກສູນກາງມາເປັນ ໂຮງໝໍແມ່ແລະ ເດັກເກີດໃໝ່