ໂຮງ​ກາ​ຍະ​ສິນ

ຈາກ Laopedia
ຮູບ:ໂຮງ​ກາ​ຍະ​ສິນ.jpg

ໂຮງ​ກາ​ຍະ​ສິນ ຖືກ​ສ້າງ​ຂຶ້ນ​ໃນ​ປີ 1986 ຢູ່​ທີ່​ຖະໜົນ​ເຈົ້າອາ​ນຸວົງ, ບ້ານ​ສະຫວ່າງ, ​ເມືອງຈັນທະ​ບູລີ. ສະຖານ​ທີ​ແຫ່ງ​ນີ້ ມີ​ຊື່ສຽງຫລາຍ ​ແລະ ​ເປັນ​ທີ່​ນິຍົມ​ສຳ​ລັບ​ຈັດການ​ສະ​ແດງ ​ທາງ​ດ້ານ​ກາ​ຍະ​ສິນຍັງ​ຖືກ​​ໃຊ້​ເຂົ້າ​ໃນ​ການ​ສະ​ແດງ​ສິນ​ລະ​ປະ-ວັນນະ​ຄະນະ​ດີ​ຕ່າງໆ (ຮອງ​ເພັງ, ຂັບ-ລຳ ​ແລະ ຟ້ອນ), ລະຄອນ, ການ​ແຂ່ງຂັນ​ສົກ​ມວຍ ​ແລະ ກິດຈະກຳ​ອື່ນໆ ​ເນື່ອງ​ໃນ​ວັນ​ສຳຄັນຂອງ​ຊາດ, ​ເຊິ່ງຈະ​ມີ​ການ​ໂຄສະນາ-ປະຊາສຳພັນ​ໃຫ້​ທ່ານ​ຮັບ​ຊາບ​ລ່ວງໜ້າກ່ຽວກັບ​ວັນ, ​ເວລາ ​ແລະ ລາຍການ​ສະ​ແດງ​ຜ່ານ​ທາງ​ໂທລະພາບ, ວິທະຍຸ ຫລື ໜັງສື​ພິມ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1