ແຫຼ່ງທ່ອງທ່ຽວທໍາມະຊາດອ່າງເກັບນ້ຳເຂື່ອນໄຟຟ້ານໍ້າອູ 6

ຈາກ Laopedia

ອ່າງເກັບນ້ຳ ໄຟຟ້ານໍ້າອູ 6 ຕັ້ງຢູ່ທິດຕາເວັນອອກສ່ຽງເໜືອຂອງ ແຂວງຜົ້ງສາລີ ຫ່າງຈາກເທດສະບານແຂວງປະມານ 35 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດແຫ່ງໜຶ່ງທີ່ມີຄວາມສວຍງາມທາງທິວທັດທຳມະຊາດ, ຄວາມອຸດົມສົມບູນຂອງສັດນາໆພັນໃນພື້ນນໍ້າ ແລະ ມີໝູ່ບ້ານປະຊາຊົນບັນດາເຜົ່າທີ່ອາໄສຕາມໜ້າອ່າງ; ດັ່ງນັ້ນທາງພະແນກ ຖວທ ແຂວງ ແລະ ຫ້ອງການ ຖວທ ເມືອງຜົ້ງສາລີ ໄດ້ວາງແຜນເພື່ອພັດທະນາ ການທ່ອງທ່ຽວໃນຂົງເຂດນີ້ໂດຍອີງໃສ່ 6 ທາງອອກຂອງແຂວງຜົ້ງສາລີ ແລະ ໃນນັ້ນກໍ່ປະຕິບັດຕາມທາງອອກທີ່ 5 ຫັນການທ່ອງທ່ຽວເປັນອຸດສາຫະກຳ ໃນນີ້ກໍ່ເພື່ອສ້າງກິດຈະກໍາໃຫ້ພາກສ່ວນຜູ້ປະກອບການ ບໍລິການຮ້ານອາຫານ, ການປະມົງ, ການບໍລິການຂີ່ເຮືອຊົມພາບທິວທັດ ໜ້າເຂື່ອນ ແລະ ສ້າງບ້ານໃກ້ຄຽງໃຫ້ເປັນບ້ານໂຮມສະເຕ (Home stay) ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະໄປທ່ຽວຊົມ ແລະ ພັກແຮມ, ໃນນີ້ ກໍ່ເພື່ອສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ເສີມໃຫ້ແກ່ຊຸມຊົນໂດຍກົງ. ຂະນະດຽວກັນນີ້, ກໍໄດ້ກໍ່ສ້າງພື້ນຖານໂຄງລ່າງ ເພື່ອສ້າງສິ່ງອຳນວຍຄວາມສະດວກດ້ານການບໍລິການຕິດພັນກັບຄວາມອຸດົມສົມບຸນທາງດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳ ອັນດີງາມຂອງປະຊາຊົນບັນດາເຜົ່າ ອັນໄດ້ເຮັດໃຫ້ວຽກງານການທ່ອງທ່ຽວ ນັບມື້ມີທ່າຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ ເປັນທີ່ດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວອ່າງເກັບນ້ຳໄຟຟ້ານໍ້າອູ 6 ນັບມື້ນັບຫຼາຍຂຶ້ນ, ໃນນີ້ ໜ້າເຂື່ອນມີຮ້ານອາຫານ ແລະ ຮ້ານກິນດື່ມ 3 ແຫ່ງ ພ້ອມທັງມີເຮືອບໍລິການຂົນສົ່ງນຳພ້ອມ, ບັນດາທຸລະກິດເຫລົ່ານີ້ ແມ່ນທຸລະກິດແບບຄອບຄົວ ບໍລິການແບບປະຖົມປະຖານ ເຊິ່ງສາມາດຮັບຮອງນັກທ່ອງທ່ຽວໄດ້ໂດຍພື້ນຖານ. ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2