ແນວຄວາມຄິດການອອກແບບກາໝາຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຈາກ Laopedia
💡 ອີງໃສ່ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ 625/ນຍ ລົງວັນທີ 22 ຕຸລາ 2021

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຂຽນເປັນຕົວອັກສອນຫຍໍ້ວ່າ “ກຕສ” ຂຽນເປັນພາສາອັງກິດ “Ministry of Technology and Communications” ຫຼື “MTC” ແມ່ນ ກົງຈັກໜຶ່ງຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານໃນການຄຸ້ມຄອງມະຫາພາກກ່ຽວກັບວຽກງານເຕັກໂນໂລຊີ, ນະວັດຕະກໍາ, ໂທລະຄົມມະນາຄົມ, ອິນເຕີເນັດ, ໄປສະນີ ແລະ ຄວາມປອດໄພໄຊເບີ ໃນຂອບເຂດທົ່ວປະເທດ.

ຄວາມໝາຍ

ຄວາມໝາຍຂອງກາໝາຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ຮວງເຂົ້າ, ໃບເຂົ້າ ແລະຣິບບິນ (ໂບສີແດງ)

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແມ່ນກົງຈັກໜຶ່ງ ຂອງລັດຖະບານ ເຊິ່ງຢູ່ ໃນສັນຍາລັກຂອງເຄື່ອງໝາຍ ກາຊາດ ຂອງ ສປປ ລາວ

ພື້ນຂາວລາຍຈຸດສີຟ້າ

ໝາຍເຖິງ ເສັ້ນເຄືອຂ່າຍ ຂະໜາດໃຫຍ່ທີ່ ເຊື່ອມຈາກຈຸດໜຶ່ງໄປສູ່ອີກຈຸດໜຶ່ງ ປຽບດັ່ງ ອິນເຕີເນັດ, ເປັນຈຸດເລີ່ມຕົ້ນ ຂອງ ເຕັກໂນໂລຊີການຕິດຕໍ່ສື່ສານ; ແລະຮູບ ກ໋ອງ ກໍປຽບເໝືອນ ເຕັກໂນໂລຊີ ລະບົບກຸ່ມຂໍ້ມູນຜູກພັນ ບລ໋ອກເຊນ-Blockchain ທີ່ເປັນ ຂໍ້ກໍານົດຮູບແບບຂອງຂໍ້ມູນທີ່ໃຊ້ ສື່ສານລະຫວ່າງເຄື່ອງຄອມພິວເຕີ (Protocol) ຊະນິດໜຶ່ງ ທີ່ກໍາລັງ ເປັນເຕັກໂນໂລຊີ ໃນຍຸກ 4.0

ຊິບ

ໝາຍເຖິງ ຫົວໃຈຫຼັກທີ່ເປັນຕົວຂັບເຄື່ອນ ເຕັກໂນໂລຊີ, ນະວັດຕະກໍາ, ໂທລະຄົມມະນາຄົມ ແລະ ລະບົບປະຕິບັດການ ໃນທຸກອຸປະກອນ ທັນສະໄໝ, ອິນເຕີເນັດແຫ່ງສັບພະສິ່ງ, ລະບົບປັນຍາປະດິດ (Artificial Intelligent), ລະບົບສູນຂໍ້ມູນ ຂະໜາດ ໃຫຍ່ (Big Data), ລະບົບກຸ່ມຂໍ້ມູນຜູກພັນ (Blockchain) ແລະ ອີກຫຼາຍສິ່ງທີ່ສໍາຄັນ ຂອງລະບົບດິຈິຕ໋ອນ

ສັນຍານຄື້ນ

ໝາຍເຖິງ ການສື່ສານ

ກົງຈັກ

ໝາຍເຖິງ ຄວາມເຂັ້ມແຂງຂອງກົງຈັກການຈັດຕັ້ງ ແລະ ເປັນສັນຍາລັກຂອງລະບົບເຕັກໂນໂລຊີ

ຮູບແບບ

ຮູບແບບ ຂອງກາໝາຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັງໝົດ 16 ຮູບແບບ

ກາໝາຍ  ມີຫຼາກຫຼາຍຮູບແບບ ອີງໃສ່ການໃຊ້ງານທີ່ແຕກຕ່າງກັນ ລວມມີ ມາດຕະຖານເລີ່ມຕົ້ນ, ມິຕິ, ຫລຽນກາ ແລະຖັກແສ່ວ ຂັດຕິດເສື້ອ, ແລະ ສັນຍະລັກ ແລະກລິຟ.

ເວົ້າລວມ ແຕ່ລະຮູບແບບສາມາດນໍາໃຊ້ໄດ້ ໃນໂລກຄວາມເປັນຈິງ ແລະ ໂລກອອນລາຍ ແບບ 2 ມິຕິ ແລະ 3 ມິຕິ. ເວົ້າສະເພາະ ສາມາດນໍາໃຊ້ ເທິງໜ້າຈໍ, ການພິມ, ຜະລິດຕະພັນ ໂດຍເບິ່ງຄວາມເໝາະສົມທຸກຄັ້ງ.

ຖ້າເກີດຂໍ້ສົງໄສວ່າຄວນໃຊ້ຮູບແບບໃດ ໃຫ້ເລືອກໃຊ້ ຮູບແບບ ມາດຕະຖານເລີ່ມຕົ້ນ ທີ່ເໝາະແກ່ການນໍາໃຊ້ທົ່ວໄປທຸກປະເພດ.

ໝາຍເຫດ: ນອກຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທຸກພາກສ່ວນມີສິດນໍາໃຊ້ໄດ້ພຽງ ຮູບແບບ ມາດຕະຖານເລີ່ມຕົ້ນເທົ່ານັ້ນ


ຕິດຕໍ່ສອບຖາມ

ພະແນກ ປະຊາສໍາພັນ

ກະຊວງເຕັກໂນໂລຊີ ແລະ ການສື່ສານ

021 215 877 | info@mtc.gov.la

ດາວໂຫຼດ ກາໝາຍ

https://mega.nz/folder/EmARRZAa#x036-hAjIwb6zWopF0jj9w



ລິຂະສິດ © 2023 ກະຊວງເຕັກໂນໂລຊີ ແລະ ການສື່ສານ. ສະຫງວນລິຂະສິດທັງໝົດ.