ແຄນລາວ

ຈາກ Laopedia

ແຄນ ແມ່ນເຄື່ອງດົນຕີພື້ນເມືອງປະເພດເປົ່າຊະນິດໜຶ່ງໃນດົນຕີພື້ນເມືອງລາວສີ່ປະເພດຄື : ດີດ , ສີ , ຕີ ແລະ ເປົ່າ ເປັນເຄື່ອງດົນຕີທີ່ໄດ້ຮັບຄວາມນິຍົມ ແລະ ນໍາໃຊ້ຢ່າງກວ້າງຂວາງ ໃນກຸ່ມຄົນເຊື້ອຊາດລາວ ນັບເປັນເວລາຫລາຍພັນປີມາແລ້ວ ບັນດານັກປາດອາຈານໃນສະໄໝ ບູຮານ ເພິ່ນໄດ້ຂຽນເປັນບົດນິຍາມໄວ້ວ່າ: “ຄົນລາວ ຢູ່ເຮືອນຮ້ານ ປາກເປົ່າແຄນ ມືປັ້ນເຂົ້າໜຽວ”. ຕາມຫລັກວິທະຍາສາດ ຍັງບໍ່ທັນມີໃຜຄົ້ນຄວ້າພົບຈຸດເລີ່ມຕົ້ນຂອງແຄນ ວ່າແມ່ນໃຜເປັນຜູ້ສ້າງຂຶ້ນມາ. ແຕ່ແນ່ນອນວ່າ ແຄນລາວ ແມ່ນຄົນລາວສ້າງຂຶ້ນ ເພາະສຽງດົນຕີກົມກືນກັບສຽງຂັບ ລໍາ ຂອງສໍານຽງສຽງເວົ້າພາສາລາວແທ້ໆ, ເມື່ອເອົາໄປເປົ່າກັບສໍານຽງພາສາອື່ນກໍໄດ້ຢູ່ ແຕ່ມັນກໍຂາດໆເຂີນໆ ບໍ່ມ່ວນຊື່ນອອນຊອນ ຄືກັບສຽງຂັບລໍາພາສາລາວ.

ຕາມຂໍ້ມູນທີ່ສາມາດຢັ້ງຢືນໄດ້ວ່າ: ແຄນລາວ ມີຕົ້ນກໍາເນີດຢູ່ໃນກຸ່ມຄົນລາວ ( ໄຕລາວ ) ຢູ່ລຸ່ມແມ່ນໍ້າຂອງ ແພ່ກະຈາຍອອກໄປສູ່ທ້ອງຖິ່ນອື່ນໆທີ່ໃກ້ຄຽງ ໂດຍມີຂໍ້ມູນຫລັກຖານຈາກການຄົ້ນພົບຄ້ອງບັ້ງບູຮານ ທີ່ມີຮູບສະຫລັກຄົນເປົ່າແຄນ ຈຶ່ງສາມາດສັນນິຖານໄດ້ວ່າ ແຄນລາວ ອາດກໍາເກີດມາໄດ້ຫລາຍກວ່າ 2.500 ປີແລ້ວ. ແຄນລາວ ປະກອບມີຫລາຍຮູບແບບດັ່ງນີ້ : ແຄນລາວລຸ່ມ ມີ 4 ຊະນິດຄື : ແຄນ 5 ຄູ່, ແຄນ 6 ຄູ່, ແຄນ 7 ຄູ່, ແຄນ 8 ຄູ່. ແຄນລາວໃນສະໄໝກ່ອນ ແມ່ນມັກໃຊ້ເປົ່າຂັບລໍາຕ່າງໆ ສ່ວນຫລາຍແມ່ນແຄນ 5 ຄູ່ , 6 ຄູ່ ແລະ 7 ຄູ່ ເທົ່າ ນັ້ນ ແຕ່ຕໍ່ມາອີງໃສ່ສະພາບຄວາມຕ້ອງການ ຂອງຍຸກສະໄໝໃໝ່ ນັກປະດິດແຄນຈຶ່ງໄດ້ເພີ່ມສຽງແຄນຂຶ້ເປັນ 8 ຄູ່ ເພື່ອສາມາດຫລິ້ນກັບເຄື່ອງດົນຕີອື່ນໆໄດ້. ແຄນຂະມຸ ມີ 2 ຊະນິດຄື: ເຂດພາກເໜືອ, ກາງ ແລະ ໃຕ້ ນິຍົມໃຊ້ແຄນ 5 ຄູ່ ແລະ 6 ຄູ່ ຄືກັບລາວລຸ່ມ ໃຊ້ໃນການເປົ່າປະ ກອບ ສຽງຂັບລໍາ. ເຜົ່າຂະມຸ ເຂດສາລະວັນ, ເຊກອງ, ອັດຕະປື ເຂົາເຈົ້າປະດິດແຄນນໍ້າເຕົ້າຂຶ້ນ ເປັນເອກະລັກສະເພາະຂອງຕົນ ໃຊ້ເປົ່າສະແດງປະກອບກັບ ເຄື່ອງດົນຕີພື້ນເມືອງຊະນິດຕ່າງໆ ຫາກບໍ່ແມ່ນໃຊ້ເປົ່າໃນການຂັບລໍາ. ແຄນເຜົ່າມົ້ງ: ສ່ວນຫລາຍແມ່ນໃຊ້ເປົ່າສະແດງລວດລາຍ, ຄວາມສາ ມາດ ແລະ ພະລະກໍາລັງຄວາມກ້າຫານຂອງຜູ້ເປົ່າ, ບໍ່ໄດ້ປະກອບໃຫ້ກັບການຂັບລໍາພື້ນເມືອງແຕ່ຢ່າງໃດ.

ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=73889