ເມືອງ​ເກົ່າ​ສຸວັນນະ​ໂຄມ​ຄຳ

ຈາກ Laopedia
ຮູບ:ເມືອງ​ເກົ່າ​ສຸວັນນະ​ໂຄມ​ຄຳ.jpg

ເມືອງເກົ່າສຸວັນນະໂຄມຄຳຮ້າງຕັ້ງຢູ່ຈຸດຕາເວັນຕົກສຸດຂອງປະເທດລາວ ຄືຫ່າງຈາກເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ 40 ກິໂລແມັດ ທາງອາກາດ ຫຼື 60 ກິໂລແມັດ ທາງນ້ຳ ​ໃນ​ຂອບ​ເຂດບ້ານ​ດອນ​ທາດ ​ເມືອງຕົ້ນ​ເຜິ້ງ, ຫ່າງ​ຈາກ​ເທດສະບານ​ເມືອງ​ຕົ້ນ​ເຜິ້ງປະມານ 5 ກິ​​ໂລ​ແມັດ ​ແລະ ​ໄລຍະ​ທາງ​ຈາກ ​ບ້ານ​ດອນ​ທາດ​ ເຂົ້າສູ່​ເມືອງ​ເກົ່າ​ສຸວັນນະ​ໂຄມ​ຄຳ​ແມ່ນ 3 ກິ​ໂລ​ແມັດ, ​ເວົ້າ​ໄດ້​ວ່າ​ເປັນ​ສະຖານ​ທີ່​ທີ່​ມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ເດີນທາງ​ເຂົ້າ​ເຖິງ. ຕາມ​ຕຳນານ​ຂອງ​ ປະ​ເທ​ດສີ​ລັງກາ ທ່ານ ຝຣັ່ງຊິດ ກ​າ​ເຍ ​ໄດ້​ຂຽນ​ໄວ້​ໃນ​ປຶ້ມ “ການ​ສຳ​ຫຼວດ​ແມ່ນ້ຳຂອງ” ຂ​ອງທ່ານໃນ​ສະຕະວັດ​ທີ 19 ​ໄດ້​ເວົ້າ​ໄວ້​ວ່າ: ເມືອງ​ເກົ່າ​ສຸວັນນະ​ໂຄມ​ຄຳນັ້ນ​ ໄດ້​ປາກົດ​ຕົວ​ຂຶ້ນ​ໃນ​ສະຕະວັດ​ທີ 5 ຂອງຄຣິສຕະສັງກາດ ​ແລະ​ ຕາມ​ຕຳນານ​ນ້ຳຖ້ວ​ມ​ໂລກ ໄດ້​ເວົ້າ​​ເຖິງ​ພະຍາ​ສີ​ສັດຕະ​ນາກ ທີ່​ເກີດ​ເມຶືອງໜ​ອງກະ​ແສ​ແສນຍ່ານ ​ໄດ້​ນຳ​ລີ້​ພົນ 7 ​ໂກດ ທະລຸ​ລົງ​ຕາມ​ລຳ​ນ້ຳຂອງ, ອັນ​ໄດ້​ກາຍ​ເປັນ​ນາກ 15 ຕະກຸນ ຢູ່​ຫຼວງ​ພະ​ບາງ​ໃນ​ໄລຍະ​ຕໍ່​ມາ, ນ​ອກນັ້ນ ຍັງ​ຮູ້​ອີກ​ວ່າ​ຊາວ​ເມືອງ​ໂພທິ​ສານ​ຫຼວງ (ສີ​​ໂຄດ​ຕະບ​ອງ ຫຼື ​ໂຄຕະ​ປຸລະ) ນັ້ນ​ແມ່ນ​ເຊື້ອສາຍ​ຂອມ. ຕຳນານ​ຍັງ​ບອກ​ໃຫ້​ຮູ້​ອີກ​ວ່າ: ເມືອງ​ນີ້​ໄດ້​ມີ​ການ​ເຕີບ​ໃຫຍ່​ຂຶ້ນຢ່າງ​ໄວວາ ພຽງ​ແຕ່ 3 ປີ​ເທົ່າ​ນັ້ນກໍ່ມີ​ບ້ານ​ເຮືອນ​ຂອງ​ໄພ່​ພົນ​ເຖິງ​ໜຶ່ງ​ແສນ​ຫຼັງ, ຕໍ່​ມາ​ເມືອງ​ສຸວັນນະ​​ໂຄມ​ຄຳ​ໄດ້​ມີ​ການ​ປະ​ພຶດທີ່​ບໍ່​ຊື່ສັດ​ຕໍ່​ພໍ່ຄ້າ ເຊິ່ງ​​ເປັນ​ຊາວນາ​ກຫຼວງ​ພະ​ບາງ ອັນ​ເປັນສາ​ເຫ​ດກໍ່​ໃຫ້​ເກີດ​ຄວາມ​ຜິດຂ້ອງຕ້ອງຖຽງ​ກັນ ພວກ​ເຂົາ​ເຈົ້າຈຶ່ງ​ໄດ້​ຍົກ​ລີ້ພົນ​ຂຶ້ນ​ເມືອ​ທຳລາຍ​ເມືອງ​ສຸວັນນະ​​ໂຄມ​ຄຳ​ຈົນ​ຮາບ​ກ້ຽງ ​ເຮັດ​​ໃຫ້​ຊາວ​ເມືອງ​ແຕກ​ຕື່ນ​ໄປ​ທົ່ວທຸກສາລະ​ທິດ ​ເຊັ່ນ: ທິດ​ອຸ​ມຸງ​, ສີ​ຊັດ​ຊະນາ​ໄລ ​ແລະ ຫຼວງ​ພະ​ບາງເຫຼົ່າ​ນີ້​ເປັນຕົ້ນ.ເມືອງສຸວັນນະ​​ໂຄມ​ຄຳ​ແຫ່ງ​ນີ້​ນັບ​ໄດ້​ວ່າ​ໄດ້​ຜ່ານ​ຂະ​ບວນການ​ຖືກ​ທຳ​ລາຍ ​ແລະ ​ໄດ້​ຮັບ​ການ​ຟື້ນຟູ​ມາ​ຫຼາຍ​ຄັ້ງຫຼາຍ​ຫົນ​ ພາຍ​​ໃຕ້​ຊື່​ຕ່າງ​ໆ​ກວ່າ​ຈະ​ກາຍ​ມາ​ເປັນ​ສະພາບ​ນະຄອນ​ຮ້າງ​ທີ່​ເຫຼື​ອພຽງ​ຮ່ອງ ຮອຍ​ປະ​ໄວ້, ເຊິ່ງສາມາດ​ຈັດ​ເປັນ​ແຫຼ່ງທ່ອງ​ທ່ຽວ​ລະດັບ​ແຂວງ​ ທີ່​ພາກສ່ວນ​ແຂວງ​ຄຸ້ມຄອງ​ເອງ, ຕາມ​ການ​ສຳ​ຫຼວດ​ໃນ​ເບື້ອງ​ຕົ້ນພົບ​ວ່າ​ມີ 44 ບູຮານ​ສະຖານກໍ່ສ້າງ​ດ້ວຍ​ອິດ ​ແລະ ປະ​ທາຍ ອັນ​ເປັນ​ພຸດທະ​ສິມມາ, ພະທາດ, ພະພຸດທະ​ຮູບ, ນ້ຳສ້າງ ​ແລະ ອື່ນໆ ທີ່​ຍັງ​ຄົງ​ຫຼົງ​ເຫຼືອ​ຈາກ​​ໂຈນ​ປຸ້ນ​ສົມບັດ ທັງ​ໄທ ​ແລະ​ ລາວ, ​ແຕ່​ສິ່ງ​ທີ່​ຊົງ​ຄວາມ​ງົດ​ງາມສະຫງ່າ​ຕະການ ​​ໃນ​ສະ​ໄໝກ່ອນ​ນັ້ນ​ ໄດ້​ແກ່​ພະ​ພຸດທະອົງ​ປາງ​ສະມາ​ທິ ​ເປັນ​ພະພຸດທະ​ຮູບ​ອົງ​ໃຫຍ່​ ທີ່​ມີໜ້າ​ຕັກ​ກ້ວາງ 7,10 ​ແມັດ, ສູງ 7,22 ​ແມັດ (ບໍ່​ນັບ​ຍອດ​ເກດ), ບ່າ​ແຕ່​ລະ​ຂ້າງ 1,10 ​ແມັດ, ດ້ານ​ຂ້າງ​ແຕ່​ກະໂພ​ກຫາ​ເຂົ່າ 3,60 ​ແມັດ ​ເຊິ່ງນັບ​ວ່າ​ເປັນ​ພະພຸດທະ​ຮູບ​ອົງ​ໜຶ່ງ ​ທີ່​ໃຫຍ່​ທີ່​ສຸດ​ໃນ​ປະ​ເທດ​ລາວ ​ແລະ ​ໃນ​ຍ່ານ​ອາຊີ​ອາຄະ​ເນ, ນອກນັ້ນ ກໍ່ຍັງມີປູສະນີຍະສະຖານທີ່ຍັງຄົງຫຼົງເຫຼືອຢູ່ຈຳນວນໜຶ່ງ ສັນນິຖານໄດ້ວ່າແມ່ນມາຈາກຍຸກຂອງນະຄອນຊຽງແສນເປັນສ່ວນໃຫຍ່, ເປັນຕົ້ນແມ່ນ ໃນສະໄໝເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງໄດ້ໃຫ້ການສະຖາປະນາ, ບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມ ຕາມຝັ່ງແມ່ນ້ຳຂອງ ແລະ ຕໍ່ມາ ກໍ່ໄດ້ຖືກພັງທະລາຍລົງ ໂດຍການຮຸກຮານຂອງກອງທັບພະມ້າ ຫຼົງເຫຼືອໄວ້ພຽງແຕ່ຮ່ອງຮອຍປະຫວັດສາດໃຫ້ແກ່ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນຕໍ່ໄປ ທັງເປັນ​ສະຖານ​ທີ່​ອະນຸ​ລັກ ​ແລະ ຫວງ​ຫ້າມ, ​ເປັນ​ອຸທິ​ຍານ​ບ່ອນ​ສຶກສາ​ຫາ​ຄວາມ​ຮູ້ ບ່ອນທ່ອງ​ທ່ຽວ ​ແລະ ພັກຜ່ອນ​ຍ່ອນອາລົມ​ຂອງ​ນັກ​ຄົ້ນ​ຄວ້າ, ນັກ​ສຶກສາ, ນັກ​ນິຍົມ​ຂອງ​ເກົ່າ ​ແລະ ສະຫງວນ​ວັດທະນາທຳທີ່ຫຼາກຫຼາຍ ກໍ່ຄືທຳມະຊາດທີ່ສ່ວຍງາມປອດໂປ່ງ ​ແລະ ບໍ່ໄກຈາກປູຊະນີຍະສະຖານແຫ່ງນີ້ ກໍ່ມີສິງດຶງດູດໃຈທ່ານຜູ້ມາຢາມທີ່ນີ້ບໍ່ໜ້ອຍ ນັ້ນຄື: ບໍ່ນ້ຳຮ້ອນ, ຮ່ອງຮອຍອາດີດສາມຫຼ່ຽມທອງຄຳ, ຖ້ຳຄູຫາ, ວິຖີຊີວິດຂອງບັນດາຊົນເຜົ່າຕ່າງໆທີ່ຫຼາກຫຼາຍ. ນອກຈາກນັ້ນແລ້ວ ອັນພິເສດນັ້ນແມ່ນ ເມື່ອເຖິງປາງບຸນອອກພັນສາ ທ່ານກໍ່ຈະໄດ້ຊົມການໄຫຼເຮຶອໄຟບູຊາພະຍານາກ ບ່ອນທີ່ເປັນກົກເຄົ້າຂອງປະເພນີນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=4