ເມືອງແມດ

ຈາກ Laopedia

ປະຫວັດຄວາມເປັນມາຂອງ ເມືອງແມດ ນັບແຕ່ຕັ້ງເມືອງ 1995 ເຖິງປະຈຸບັນ

ວັນທີ 12 ເດືອນ ກັນຍາ ປີ 1995 ທາງສູນກາງ ໄດ້ເຫັນຕາມການສະເໜີຂອງ ແຂວງວຽງຈັນ. ໂດຍອິງໃສ່ຄວາມຮຽກຮ້ອງຕ້ອງການຂອງ ປະຊາຊົນລ້ອງແມດ ແລະ ເຫັນໄດ້ຄວາມຈຳເປັນສະພາບເງື່ອນໄຂ່ໂດຍລວມ ຈື່ງໄດ້ປະກາດສ້າງຕັ້ງເມືອງແມດຂຶ້ນ ແລະ ໄດ້ແຕ່ງຕັ້ງ ທ່ານ ອິນ ອ່ອນປະດິດ ວ່າການເລຂາພັກເມືອງ ເຈົ້າເມືອງ-ເມືອງແມດ, ທ່ານ ບຸນເດດ ອຸໄທທິບ ເປັນຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ທ່ານ ແສງເພັດ ພານຸເດດ ເປັນຮອງເຈົ້າເມືອງ ແລະ ທ່ານ ບຸນໄທ ສຸລິວົງ ເປັນຫົວໜ້າຫ້ອງວາການ. ໂດຍສະໄໝນັ້ນມີຄະນະພັກທັງໝົດ 09 ສະຫາຍ, ຍິງ 0 ສະຫາຍ. ເປັນຄະນະປະຈໍາພັກເມືອງ 03 ສະຫາຍ, ຍິງ 0 ສະຫາຍ.

ຮອດວັນທີ 15/11/1996 ໂດຍອີງຕາມຄຳສັງແນະນຳຂອງທ່ານ ເຈົ້າແຂວງວຽງຈັນ ສະບັບເລກທີ 54, ລົງວັນທີ 08/11/1996 ຈຶ່ງໄດ້ຈັດກອງປະຊຸມມອບ-ຮັບເຂດແດນ, ພົນລະເມືອງ ມີຈຳນວນຄອບຄົວ 542 ຄອບຄົວ ແລະ ຈຳນວນພົນ 3.497 ຄົນ. ໃນເມື່ອກ່ອນນັບແຕ່ບ້ານ ຫ້ວຍກົ່ວ ຂຶ້ນມາ ມີ 11 ບ້ານ ແລະ ແຕ່ແກ່ວກະດາດ (ນາດອກຄົນ) ລົມມາມີ 28 ບ້ານ ມີ 1.205 ຫຼັງຄາເຮືອນ ມີ ພົນລະເມືອງ 7.814 ຄົນ ມອບໃຫ້ຢູ່ໃນການປົກຄອງຂອງເມືອງແມດ ໂດຍມີ ທ່ານ ອິນ ອ່ອນປະດິດ ເຈົ້າເມືອງໆແມດ, ທ່ານ ທອງໃສ່ ທຳມະວົງ ເຈົ້າເມືອງກາສີ ແລະ ທ່ານ ສົມຈິມ ເຈົ້າເມືອງຊະນະຄາມ ຮ່ວມກັນລົງລາຍເຊັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງທັງ 3 ເມືອງ ຮ່ວມກັນເປັນສັກຂີພະຍານ.

ຮອດວັນທີ 11-13  ປີ 1997 ໄດ້ເປີດກອງປະຊຸມພະນັກງານຂຶ້ນ ແລະ ໄດ້ປະກາດຍົງຕົວຄະນະພັກເພິ່ມຕື່ມ 03 ສະຫາຍ ລວມເປັນ 09 ສະຫາຍ ແລະ ໄດ້ຖອນສະຫາຍ ອິນ ອ່ອນປະດິດ ເຈົ້າເມືອງ-ເມືອງແມດ ໄປຮັບໜ້າທີ່   ໃໝ່ຢູ່ແຂວງຈິ່ງແຕ່ງຕັ້ງສະຫາຍ ທອງໃສ່ ທຳມະວົງ ເປັນເຈົ້າເມືອງແທນ, ສະຫາຍ ຄຳເພົ້າ ພົມມະຈັກ ເປັນຮອງເຈົ້າເມືອງ ແລະ ສະຫາຍ ສົມພັນ ແກ້ວລືໃຊເປັນຫົວໜ້າຫ້ອງວາການ.

ຮອດປີ 1999 ທ່ານ ສົມພັນ ແກ້ວລືໃຊ ຍ້າຍໄປຮັບໜ້າທີ່ໃໝ່ຢູ່ແຂວງ ແລະ ໄດ້ແຕ່ງຕັ້ງ ສະຫາຍ ສົງຄຸດ ແສງດາຣາ ຮອງຫົວໜ້າຫ້ອງວ່າການ ເປັນວ່າການຫົວໜ້າຫ້ອງການວ່າການ, ມາຮອດປີ 2001 ສະຫາຍ ຄຳເພົ້າ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຈຶ່ງໄດ້ແຕ່ງຕັ້ງໃຫ້ສະຫາຍ ວຽງຍ່ອຍ ເຂັມພອນ ເປັນຮອງເຈົ້າເມືອງ.

ປີ 2002 ສະຫາຍ ທອງໃສ່ ທຳມະວົງ ກະສຽນບຳນານຈື່ງໄດ້ແຕ່ງຕັ້ງໃຫ້ ສະຫາຍ ວຽງຍ່ອຍ ເຂັມພອນ ວ່າການ ເລຂາພັກເມືອງ ເຈົ້າເມືອງ ສະຫາຍ ຄຳມ່ວນ ທຳມະວົງ ເປັນຮອງເຈົ້າເມືອງ, ທ່ານ ສົງຄຸດ ແສງດາຣາ ວ່າການ ຫົວໜ້າຫ້ອງວ່າການ ຕໍ່ມາ ສະຫາຍ ຄຳມ່ວນ ຮອງເຈົ້າເມືອງ ຍ້າຍໄປຮັບໜ້າທີ່ໃໝ່ຈື່ງໄດ້ແຕ່ງຕັ້ງໃຫ້ສະຫາຍ ຄຳມຸ່ງ ທັກຂິນ ເປັນຮອງເຈົ້າເມືອງ ແລະ ໄລຍະນັ້ນ ສະຫາຍ ສົງຄຸດເປັນຫົວໜ້າຫ້ອງວ່າການ ແລະ ມາຮອດ ປີ 2005 ສະຫາຍວຽງຍ່ອຍ ໄປຮັບໜ້າທີ່ໃໝ່ຢູ່ແຂວງ ແລະ ໃຫ້ສະຫາຍ ຄຳມຸ່ງ ທັກຂິນ ວ່າການເຈົ້າເມືອງເມືອງແມດ ແລະ ໄດ້ບົງຕົວສະຫາຍຄຳບົງ ຄອນສະຫວັນ ເປັນເຈົ້າເມືອງ ເຖິງວັນທີ 25-26/2005 ໄດ້ເປີດກອງປະຊຸມ ຄະນະພັກເມືອງຂຶ້ນ ແມ່ນໄດ້ເລືອກ ສະຫາຍ ຄຳບົງ ຄອນສະຫວັນ ເປັນຈົ້າເມືອງ ສະຫາຍ ຄຳມຸ່ງ ທັກຂິນ ເປັນຮອງເຈົ້າເມືອງ ແລະ ສະຫາຍສົງຄຸດ ແສງດາຣາ ເປັນຫົວໜ້າຫ້ອງວ່າການໃນເວລານັ້ນ ຄະນະພັກເມືອງມີ 15 ສະຫາຍ, ຍິງ 01 ສະຫາຍ ໄລຍະຕໍ່ມາສະຫາຍຄຳບົງ ຄອນສະຫວັນ ໄປຮັບໜ້າທີ່ໃໝ່ ແລະ ສະຫາຍ ວິໃສ ດານາວົງເປັນເຈົ້າ, ສະຫາຍຄຳມຸ່ງ ທັກຂິນ ເປັນຮອງ ແລະ ສະຫາຍຄຳສຸກ ວົງສະໃໝ ເປັນຫົວໜ້າຫ້ອງວ່າການສະໄໝນັ້ນ ມີຄະນະພັກ 15 ສະຫາຍ, ຍິງ 01 ສະຫາຍ ຄະນະປະຈຳພັກເມືອງມີ 05 ທ່ານ.

ຮອດປີ 2010 ສະຫາຍ ວິໃສ ດານາວົງ ໄປຮັບໜ້າທີ່ໃໝ່ ແລະ ແຕ່ງຕັ້ງບົ່ງຕົວ ສະຫາຍ ຄຳສົດ ເພັດລາວັນ ເປັນເຈົ້າເມືອງ ແລະ ຮັກສາການເລຂາພັກເມືອງ. ຮອດວັນທີ 16-17 ຂອງເດືອນ ພຶດສະພາ ໄດ້ເປີດກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງຂຶ້ນ ເປັນຄັ້ງທີ 2 ໄດ້ເລືອກເອົາ ສະຫາຍ ຄຳສົດ ເປັນເລຂາພັກເມືອງ ເຈົ້າເມືອງມາຮອດວັນທີ 30/2010 ໄດ້ແຕ່ງຕັ້ງບົ່ງຕົວສະຫາຍ ລໍຳໄມ ກຸດລາວົງ ເປັນຮອງເຈົ້າເມືອງ ແລະ ສະຫາຍຄໍາປ່ຽນ ຈັນທະມັງຄຸນ ເປັນຫົວໜ້າຫ້ອງວ່າການ ແລະ ມີ ຄະນະພັກ 15 ສະຫາຍ ຍິງ 1 ສະຫາຍ ຄະນະປະຈຳພັກເມືອງມີ 05 ສະຫາຍ ຕໍ່ມາປີ 2014 ສະຫາຍ ຄຳສົດ ໄດ້ຍ້າຍໄປຮັບໜ້າທີ່ໃໝ່ ຢູ່ເມືອງກາສີ ແລະ ໄດ້ແຕ່ງຕັ້ງ ສະຫາຍ ລໍຳໄມ ກຸດລາວົງ ເປັນຄະນະປະຈຳພັກເມືອງ ຮອງເຈົ້າເມືອງວ່າການເຈົ້າເມືອງ ເມືອງແມດ ແລະ ໄດ້ບົ່ງຕົວ ສະຫາຍ ຄຳປ່ຽນ ຈັນທະມັງຄຸນ ເປັນຮອງເຈົ້າເມືອງ ແລະ ສະຫາຍ ຜາສີ ຫຸມເພັງ ຮັກສາການຫົວໜ້າຫ້ອງການວ່າການ.

ຮອດວັນທີ 11-12 ພຶດສະພາ 2014 ໄດ້ເປີດກອງປະຊຸມໃຫຍ່ ຄະນະປະຈໍາໂດຍແມ່ນ ສະຫາຍ ລໍາໄມ ກຸດລາວົງ ເປັນເລຂາພັກເມືອງ ເຈົ້າເມືອງ, ສະຫາຍ ບຸນລ້ຽງ ນາມມະວົງ ເປັນຮອງເລຂາພັກເມືອງຮອງເຈົ້າເມືອງ ແລະ ສະຫາຍ ກິ່ງທອງ ພັນທະວົງ ເປັນຫົວໜ້າຫ້ອງວ່າການ ລວມຄະນະພັກມີ 17 ສະຫາຍ ຍິງ 1 ສະຫາຍ. ມາຮອດວັນທີ 07/05/2015 ໄດ້ປະກາດວິໃນ ສະຫາຍ ສົງຄຸດ ແສງດາຣາ ແລະ ມາຮອດວັນທີ 20/06/2015 ໄດ້ປະກາດຄະນະພັກເພິ່ມ 1 ສະຫາຍ ເປັນປະທານແນວລາວສ້າງຊາດ.