ເມືອງແກ້ວອຸດົມ

ຈາກ Laopedia

ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ ( 1978-2015 ).

ໃນເມື່ອກ່ອນເມືອງແກ້ວອຸດົມ ແມ່ນພາກສ່ວນໜຶ່ງທີ່ຂຶ້ນກັບເມືອງໂພນໂຮງ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ໃນປີ 1975 ແລ້ວມາຮອດຊຸມປີ 1977 ໄດ້ມີການກະກຽມແຍກຕົວອອກຈາກເມືອງໂພນໂຮງ ເພື່ອສ້າງຕັ້ງເປັນເມືອງໃໝ່. ໃນນັ້ນ ສຳລັບຊື່ເມືອງແກ້ວອຸດົມ ແມ່ນໄດ້ມາຈາກການຄົ້ນຄວ້າວິເຄາະວິໃຈ ຂອງບັນດານັກຮົບປະຕິວັດອາວຸໂສ ແລະ ຜູ້ຊົງຄຸນວຸດທິຂອງເມືອງ ພາຍໃຕ້ການຊີ້ນຳໆພາ ຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ຄຳວ່າແກ້ວອຸດົມ ແມ່ນໄດ້ມາຈາກຄວາມອຸດົມສົມບູນຂອງຊັບໃນດິນ ສິນໃນນ້ຳ ເຊິ່ງແມ່ນຊັບພະ ຍາກອນທຳມະຊາດ ອັນອຸດົມຮັ່ງມີ ພ້ອມທັງມີເຂື່ອນໄຟຟ້ານ້ຳງື່ມ 1 ທີ່ໃຫ້ພະລັງງານ ແລະ ແສງສະຫວ່າງ ອັນເປັນປະຫວັດສາດແກ່ຊາດລາວເຮົາ ເວົ້າລວມ, ເວົ້າສະເພາະ ແມ່ນເມືອງແກ້ວອຸດົມ. ດັ່ງນັ້ນ ມາຮອດວັນທີ 21 ກັນຍາ 1979 ເມືອງແກ້ວອຸດົມ ຈຶ່ງໄດ້ແຍກອອກຈາກເມືອງໂພນໂຮງ ມາເປັນເມືອງແກ້ວອຸດົມ ເຊິ່ງໃນເບື້ງຕົ້ນລວມມີ 2 ຕາແສງ ຄື: ຕາແສງຖິ່ນແກ້ວ ແລະ ຕາແສງລ້ອງລີກ. ຈຸດທີ່ຕັ້ງສຳນັກງານເມືອງແກ້ວອຸດົມ ໃນເມື່ອກ່ອນ ແມ່ນສຳນັກງານອົງການປົກຄອງເກົ່າ ເຊິ່ງມີຊື່ເອີ້ນວ່າ: ກິ່ງແຂວງຖິ່ນແກ້ວ.

ໃນໄລຍະປີ 1977 ການຈັດຕັ້ງຂັ້ນເທິງໄດ້ຕົກລົງແຕ່ງຕັ້ງບົ່ງໂຕ ທ່ານ ສີວອນ ມາຮັບໜ້າທີ່ເປັນປະ ທານ, ແຕ່ງຕັ້ງ ທ່ານ ບຸນແພງ ເປັນເລຂາພັກເມືອງ ແຕ່ບໍ່ພໍເທົ່າໃດເດືອນ ທ່ານ ບຸນແພງ ໄດ້ໄປຮັບໜ້າທີ່ໃໝ່ຂັ້ນເທິງຈຶ່ງໄດ້ຕົກລົງແຕ່ງຕັ້ງ ທ່ານ ສີທອນ ຫຼວງອາໄພ ເປັນປະທານເມືອງທັງເປັນເລຂາພັກເມືອງ.

ມາຮອດຊຸມປີ 1985-1990 ກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກເມືອງໄດ້ໄຂຂຶ້ນ ແລະ ໄດ້ຄັດເລືອກເອົາ ທ່ານ ຈານຈອມ ຈັນທະມາລາ ເປັນປະທານເມືອງ, ແຕ່ງຕັ້ງ ທ່ານ ຈັນສີ ຄູນຄຳຮຽນ ເປັນເລຂາພັກເມືອງ ໃນຊຸມປີ 1990-1995 ໄດ້ມີການແຕ່ງຕັ້ງບົ່ງໂຕ ທ່ານ ຈັນສີ ຄູນຄຳຮຽນ ເປັນເລຂາພັກເມືອງ ທັງເປັນປະທານເມືອງ ຈາກນັ້ນມາ 2 ປີ ໄດ້ມີການແຕ່ງຕັ້ງບົ່ງໂຕ ທ່ານ ບົວສາ ສັກດາວົງ ເປັນຜູ້ຮັກສາການເລຂາພັກ ແລະ ປະທານເມືອງ ໂດຍ ທ່ານ ຈັນສີ ຄູນຄຳຮຽນ ໄດ້ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ຢູ່ແຂວງວຽງຈັນ.

ມາຮອດຊຸມປີ 1995-2000 ກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກເມືອງ ໄດ້ໄຂຂຶ້ນ ແລະ ໄດ້ຄັດເລືອກເອົາ ທ່ານ ເຂັມພອນ ສອນທະວີ ເປັນເລຂາພັກເມືອງ ທັງເປັນເຈົ້າເມືອງ ໆ ແກ້ວອຸດົມ. ປີ 2000-2004 ກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກເມືອງໄດ້ໄຂຂຶ້ນ ໂດຍແມ່ນການມາກະກຽມເປີດກອງປະຊຸມ ຂອງ ທ່ານ ບົວເກດ ພັນສີ ທັງເປັນເລຂາພັກເມືອງ ແລະ ເຈົ້າເມືອງ ເຊິ່ງມາຮອດໄລຍະນີ້ ເມືອງແກ້ວອຸດົມ ໄດ້ລວມບ້ານນ້ອຍຈຳນວນໜຶ່ງເຂົ້າເປັນບ້ານໃຫຍ່ ປະກອບມີບ້ານໃນທົ່ວເມືອງທັງໝົດ 31 ບ້ານ, ມີ 3.478 ຄົວເຮືອນ, ມີພົນລະເມືອງທັງໝົດ 18.629 ຄົນ, ຍິງ 9.072 ຄົນ, ເຊິ່ງທ່າແຮງໃນການພັດທະນາເສດຖະກິດໃນໄລຍະນີ້ ແມ່ນການຜະລິດເຂົ້ານາປີ-ນາແຊງ, ປູກໄມ້ອຸດສາຫະກຳ, ການຄ້າຂາຍຍົກ-ຂາຍຍ່ອຍ ແລະ ການບໍລິການກໍ່ເລີ່ມເກີດມີໜໍ່ແໜງຂຶ້ນ. ນັບແຕ່ປີ 2005-2011 ກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກເມືອງແກ້ວອຸດົມ ໄດ້ໄຂຂຶ້ນ ໂດຍແມ່ນ ທ່ານ ວີນັດ ສີສຸວົງ ເປັນເລຂາພັກເມືອງ ທັງເປັນເຈົ້າເມືອງ ແຕ່ເຄື່ອນໄຫວຊີ້ນຳໆພາໄດ້ບໍ່ພໍທໍ່ໃດເດືອນກໍ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ ແລະ ໄດ້ຍົກຍ້າຍ ທ່ານ ບຸນລັບ ສີບຸນໂຮມ ມາແທນ ເພື່ອເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນພາຍໃນເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນການຊີ້ນຳໆພາ ໂດຍໄດ້ໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່ອີກເທື່ອໜຶ່ງ ແລະ ໄດ້ແບ່ງກຸ່ມຈຸດສຸມ ເພື່ອຄວາມສະດວກໃນການຊີ້ນຳໆພາອອກເປັນ 5 ກຸ່ມຄື:

- ກຸ່ມຈຸດສຸມວຽງຄຳ ມີ 6 ບ້ານຄື: ບ້ານກົກກ້ຽງ, ບ້ານວຽງແກ້ວ, ບ້ານວຽງຄຳ, ບ້ານຫາດທາ, ບ້ານຄອນກຸ່ມ ແລະ ບ້ານນາແຊະ.

- ກຸ່ມແກ້ວກູ່ ມີ 6 ບ້ານຄື: ບ້ານແກ້ວກູ່, ບ້ານໂພນຄຳ, ບ້ານຂ້າມຊ້າງ, ບ້ານສາມັກຄີໄຊ, ບ້ານໂພນສະ ຫວັນ ແລະ ບ້ານຫາດເດື່ອ.

- ກຸ່ມຈຸດສຸມໂພນແຍງ ມີ 4 ບ້ານຄື: ບ້ານນາປູນ, ບ້ານໂພນແຍງ, ບ້ານລ້ອງແຄນ ແລະ ບ້ານໂພນມ່ວງ.

- ກຸ່ມບ້ານໃຫຍ່ ( ເທດສະບານ )ມີ 7 ບ້ານຄື: ບ້ານທ່າຊັນ, ບ້ານທ່າລາດ, ບ້ານຖິ່ນແກ້ວ, ບ້ານພູເຂົາຄຳ, ບ້ານແສງສະຫວ່າງ, ບ້ານດານສະຫວັນ ແລະ ບ້ານຫ້ວຍໂຄ້ງ.

- ກຸ່ມໜ້ານ້ຳ ມີ 3 ບ້ານຄື: ບ້ານຫ້ວຍປຸ່ງ, ບ້ານໃໝ່-ນາແຍງ, ບ້ານດອນໄຊອຸດົມ.

ລວມມີທັງໝົດ 26 ບ້ານ, ມີ 3.679 ຄົວເຮືອນ ມີພົນລະເມືອງທັງໝົດ 19.084 ຄົນ, ຍິງ 9.435 ຄົນ. ທ່າແຮງດ້ານການພັດທະນາເສດຖະກິດໄລຍະນີ້ແມ່ນ ດ້ານການຜະລິດສະບຽງອາຫານ ( ການປູກເຂົ້ານາປີ-ນາແຊງ, ການປູກພືດຜັກຕ່າງໆ, ການລ້ຽງປາ, ການປູກໄມ້ອຸດສາຫະກຳ ແລະ ການຄ້າ-ການບໍລິການ ) ສະເລ່ຍລາຍຮັບຕໍ່ຫົວຄົນຕໍ່ປີ ໄດ້ຜູ້ລະ 312 ໂດລາສະຫະລັດ. ມາຮອດປີ 2011 ການຈັດຕັ້ງຂັ້ນເທີງໄດ້ແຕ່ງຕັ້ງ ທ່ານ ຄຳຜອງ ດວງວິໄລ ເປັນເລຂາພັກເມືອງ, ເຈົ້າເມືອງໆ ແລະ ໄດ້ດຳເນີນການເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງຜູ້ແທນອົງຄະນະພັກເມືອງແກ້ວອຸດົມ. ພາຍຫຼັງເປີດກອງປະຊຸມໃຫຍ່ສຳເລັດ ທ່ານ ຄຳຜ່ອງ ດວງວິໄລ ໄດ້ດຳລົງຕຳແໜງເລຂາພັກເມືອງ, ເຈົ້າເມືອງ ເປັນເວລາເຄີ່ງສະໄໝ ແລະ ໄດ້ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່. ຈາກນັ້ນຂັ້ນເທິງໄດ້ແຕ່ງຕັ້ງ ທ່ານ ກອງຄຳ ອິນໄພຍະລາດ ເປັນເລຂາພັກເມືອງ, ເຈົ້າເມືອງ ເພື່ອສືບຕໍ່ເຄື່ອນໄຫວຊີ້ນຳໆ ພາວຽກງານຂອງເມືອງແກ້ວອຸກົມ ແລະ ໄດ້ກະກຽມເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ ເຊີ່ງກອງປະຊຸມດັ່ງກ່າວໄດ້ເປີດຂື້ນໃນວັນທີ 27 – 28 ສິງຫາ 2014 ພ້ອມທັງໄດ້ຮັບການປ່ອນບັດຄັດເລືອກເປັນເລຂາພັກເມືອງ, ເຈົ້າເມືອງໆ ແກ້ວອຸດົມ. ຈາກນັ້ນໄດ້ມີການປັບປຸງບັນດາກຸ່ມຈຸດສຸມຕ່າງໆ ຢູ່ພາຍໃນເມືອງ ເພື່ອແບ່ງຄວາມຮັບຜິດ ຊອບໃນການຊີ້ນຳໆ ພາດັ່ງນີ້:

1 ປັບປຸງຈາກຈຸດສຸມວຽງຄຳໃນເມື່ອກ່ອນ ມາເປັນ 6 ບ້ານລ້ອງລີກເໜືອ,

2 ປັບປຸງຈາກກຸ່ມແກ້ວກູ່ໃນເມື່ອກ່ອນ ມາເປັນ 6 ບ້ານລ້ອງລີກໃຕ້,

3 ປັບປຸງຈາກກຸ່ມບ້ານໃຫຍ່ໃນເທດສະ ບານໃນເມື່ອກ່ອນ ມາເປັນ 7 ບ້ານເທດສະບານທ່າ,

4 ປັບປຸງຈາກກຸ່ມໂພນແຍງໃນເມື່ອກ່ອນ ມາເປັນ 4 ບ້ານເທດສະບານທົ່ງ

5 ປັບປຸງຈາກກຸ່ມໜ້ານ້ຳໃນເມື່ອກ່ອນ ມາເປັນ 3 ບ້ານໜ້ານ້ຳ-ນ້ຳງື່ມ 1.

ນັບແຕ່ໄລຍະສ້າງຕັ້ງ ຈົນເຖິງປັດຈຸບັນ ເມືອງແກ້ວອຸດົມ ໄດ້ມີການພັດທະນາ ທາງດ້ານຊັບພະຍາກອນມະນຸດ, ທາງດ້ານເສດຖະກິດ-ສັງຄົມ ໃຫ້ມີຄວາມຈະເລີນສີວິໄລ ເປັນກ້າວໆມາ. ປັດຈຸບັນມີປະຊາກອນທັງໝົດ 19.758 ຄົນ, ຍິງ 9.816 ຄົນ, ລວມມີ 26 ບ້ານ, ປະກອບມີ 241 ໜ່ວຍສາມັກຄີ, ມີ 3.813 ຄົວເຮືອນ, ປະກອບດ້ວຍເຜົ່າ ລາວ 19.297 ຄົນ, ຍິງ 9.590 ຄົນ, ເຜົ່າກຶມມຸ 390 ຄົນ, ຍິງ 202 ຄົນ, ເຜົ່າມົ້ງ 19 ຄົນ, ຍິງ 11 ຄົນ, ຄົນຕ່າງປະເທດ 52 ຄົນ, ຍິງ 13 ຄົນ, ມີພະນັກງານ-ລັດຖະກອນ 653 ຄົນ, ຍິງ 387 ຄົນ, ມີສະ ມາຊິກພັກ 731 ສະ ຫາຍ, ຍິງ 261 ສະຫາຍ, ມີເນື້ອທີ່ທັງໝົດ 838 ກມ2, ໃນນີ້; ເນື້ອທີ່ນ້ຳກວມ 530 ກມ2,  ມີເນື້ອທີ່ທຳການຜະລິດເຂົ້າທັງໝົດ 1.643 ຮຕ, ນາປີ 1.402 ຮຕ, ນາແຊງ 241 ຮຕ, ມີເນື້ອທີ່ການປູກຝັງລະດູແລ້ງ-ລະດູຝົນ ທັງໝົດ 484 ຮ, ມີແລວທາງເຂດເສດຖະກິດ ຫຼື ເຂດພັດທະນາ 2 ເຂດຄື: ເຂດ 1: ບັນດາບ້ານລຽບນ້ຳງື່ມ ແລະ ອ່າງນ້ຳງື່ມ ເປັນເຂດບໍລິການດ້ານການທ່ອງ ທ່ຽວ, ບ້ານພັກ, ຫ້ອງປະຊຸມ ແລະ ລ້ຽງປາກະຊັງ ແລະ ເຂດ 2: ບັນດາບ້ານລຽບສອງຝາກແມ່ນ້ຳລີກ(ຊ້າຍ-ຂວາ) ເປັນເຂດຜະລິດສະບຽບ ອາຫານ, ທັນຍາຫານ ຕິດພັນກັບອຸດສະຫະກຳປຸ່ງແຕ່ງ (ເປັນຂໍ້ມູນຕົວເລກຂອງບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງ).

ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ພາຍໃນເມືອງແກ້ວອຸດົມ ແມ່ນມີທີ່ຢູ່ອາໄສໝັ້ນຄົງຖາວອນລຽບຕາມທາງເລກທີ 10 ແລະ ເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ໄປຫາສຳນັກງານປົກຄອງເມືອງ ມີພື້ນຖານການຜະລິດກະສິກຳ, ຫັດຖະກຳ, ການຄ້າ ແລະ ການບໍລິການ.

ໃນໄລຍະແຫ່ງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫ່ຍ ຄັ້ງທີ V ຂອງອົງຄະນະພັກເມືອງແກ້ວອຸດົມ ແມ່ນຢູ່ໃນເງື່ອນໄນສະພາບແວດລ້ອມພາຍໃນແຂວງ, ເມືອງໄດ້ມີທັງກາລະໂອກາດ ແລະ ສິ່ງທ້າທາຍທົດສອບໃຫ້ແກ່ການສ້າງສາພັດທະນາເມືອງພວກເຮົາ ແຕ່ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງຄະນະປະຈໍາພັກແຂວງ, ຄວາມຮັບ ຜິດຊອບອັນສູງສົ່ງຂອງຄະນະບໍລິຫານງານພັກເມືອງພວກເຮົາສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານເຊິ່ງສະແດງອອກດັ່ງນີ້:

1. ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:

ໂດຍຍຶດໝັ້ນແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ປະຊາຊົນ, ກຳລັງປະກອບອາວຸດ, ພະນັກງານ ຕະຫຼອດຮອດປະຊາຊົນບັນດາເຜົ່າຈໍານວນຫຼວງຫຼາຍ ໄດ້ຮັບການສຶກສາອົບຮົມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ, ກໍາລັງກອງຫຼອນ, ກຳລັງປ້ອງກັນຄວາມສະຫງົບບ້ານ ໄດ້ຮັບການປັບປຸງທຸກດ້ານ, ເຮັດໜ້າທີ່ຕິດຕາມກວດກາພວກກຸ່ມຄົນບໍ່ດີ ທີ່ເຂົ້າມາເຄື່ອນໄຫວໃນຮູບການຕ່າງໆ, ເດັດ ດ່ຽວຕອບໂຕ້ສະກັດກັ້ນ, ທັບມ້າງກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ; ກາຍ ເປັນກຳລັງຫຼັກແຫຼ່ງ ແກ້ໄຂບັນຫາກັບທີ່ເກີດຂຶ້ນຢ່າງທັນການ, ເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບດີສົມຄວນ.

2. ການພົວພັນ ແລະ ຮ່ວມມືກັບຕ່າງປະເທດ:

ພວກເຮົາໄດ້ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການເສີມສ້າງສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ໃຫ້ຄວາມຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ອຳນວຍຄວາມສະດວກໃຫ້ແກ່ນັກ ທຸລະກິດ, ນັກທ່ອງທ່ຽວທີ່ເຂົ້າມາທ່ອງທ່ຽວຢູ່ພາຍໃນເມືອງໃຫ້ມີຄວາມສະຫງົບປອດໄພ.

3. ຂົງເຂດເສດຖະກິດ:

(ເສດຖະກິດມະຫາພາກ) ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 10 % ຕໍ່ປີ, ສະເລ່ຍລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນໄດ້ເພີ່ມຂຶ້ນຈາກ 515 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນປີ 2009 ມາເປັນ 1.110 ໂດລາສະຫະລັດຕໍ່ຄົນຕໍ່ປີ ໃນປີ 2014. ສະເລ່ຍເຂົ້າກິນຕໍ່ຫົວຄົນໄດ້ 415 ກິໂລເຂົ້າເປືອກຕໍ່ຄົນຕໍ່ປີ. ວຽກງານກະສິກໍາ-ປ່າໄມ້: ພວກເຮົາໄດ້ເອົາໃຈໃສ່ ຊຸກຍູ້ການຫັນການຜະລິດກະສິກໍາແບບທຳມະຊາດ ແລະ ເຄີ່ງທຳມະຊາດ ໄປສູ່ການຜະລິດເປັນສິນຄ້າຢ່າງກວ້າງຂວາງ ຕິດພັນກັບການນຳໃຊ້ເຕັກນິກເຂົ້າໃນການຜະລິດໃຫ້ຫຼາຍຂຶ້ນ, ຊຸກຍູ້ການຜະລິດນາແຊງ, ປູກພືດລະດູແລ້ງຢູ່ບັນດາບ້ານຕ່າງໆ ທີ່ມີເງື່ອນໄຂ, ປົກປັກຮັກສາສິ່ງແວດລ້ອມ, ການລ້ຽງສັດແບບເປັນຟາມ ມີການຂະຫຍາຍຕົວນັບມື້ນັບຫຼາຍຂຶ້ນ, ສົ່ງເສີມໃຫ້ປະຊາຊົນຜະລິດສິນຄ້າທີ່ເປັນເອກະລັກຂອງທ້ອງຖິ່ນເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວຄື: ສົ້ມປາໂດບ້ານດອນໄຊອຸດົມ; ລະບົບຊົນລະປະທານໄດ້ຮັບການປັບປຸງສາມາດຕອບສະໜອງນ້ຳ ໃຫ້ແກ່ການປູກຝັງຂອງຊາວກະສິກອນໄດ້ເປັນຢ່າງດີ. ວຽກງານໂຍທາທິການ ແລະ ຂົນສົ່ງ: ລັດ ແລະ ປະຊາຊົນໄດ້ສູມທຶນຮອນເຂົ້າໃນການທະລຸ, ປົວແປງ, ຍົກລະດັບ, ປູຢາງເສັ້ນທາງໃນເທດສະບານ, ລະຫວ່າງເມືອງຫາເມືອງໃກ້ຄຽງ, ເມືອງຫາບ້ານ, ເຮັດໃຫ້ການຄົມມະນາຄົມຂົນສົ່ງສິນຄ້າ-ໂດຍສານສະດວກຂຶ້ນກ່ວາເກົ່າ. ການກໍ່ສ້າງໂຮງງານນ້ຳປະປາ, ນໍ້າບາດານຢູ່ພາຍໃນເທດສະບານເມືອງ ແລະ ບ້ານເຂດຊານເມືອງໄດ້ຮັບການຈັດຕັ້ງປະຕິບັດສຳເລັດ ເຮັດໃຫ້ປະຊາຊົນໄດ້ຮັບການບໍລິ ໂພກນ້ຳທີ່ສະອາດເພີ່ມຂຶ້ນ. ວຽກງານໂທລະຄົມມະນາຄົມ ແລະ ສື່ສານ : ໄດ້ມີການຂະຫຍາຍຕົວເຮັດໃຫ້ລະບົບສື່ສານ, ການບໍລິການດ້ານຂໍ້ມູນຂ່າວ ສານວ່ອງໄວທັນສະໄໝຫຼາຍຂຶ້ນ. ດ້ານອຸດສາຫະກໍາ, ຫັດຖະກໍາ ແລະ ການຄ້າ : ພວກເຮົາໄດ້ເອົາໃຈໃສ່ພັດທະນາວຽກງານດັ່ງກ່າວ ດ້ວຍການຂົນຂວາຍການລົງທຶນຈາກພາຍໃນ ເຂົ້າໃສ່ການພັດທະນາໃຫ້ສຶບຕໍ່ຂະຫຍາຍຕົວຕາມທິດຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ ໂດຍເລີ່ມຈາກຄອບຄົວຊາວກະສິກອນ, ຊຸກຍູ້ປະຊາຊົນຜະລິດຫັດຖະກຳ ຕາມເງື່ອນໄຂທ່າແຮງຂອງແຕ່ລະບ້ານເປັນຕົ້ນ : ຫັດຖະກຳຈັກສານຢູ່ກຸ່ມບ້ານໂພນແຍງ, ຜະລິດຊວ້ານ, ສຽມຈາກໃບເລື່ອຍ ຢູ່ບ້ານໂພນຄຳ-ແກ້ວກູ່, ຫັດຖະກຳຕຳຫູກຢູ່ບ້ານພູເຂົາຄຳ-ບ້ານຫ້ວຍໂຄງ ແລະ ອື່ນໆ, ຂົງເຂດພະລັງງານແລະບໍ່ແຮ່ :ໄດ້ປະສານສົມທົບກັບອົງ ການກ່ຽວຂ້ອງຂັ້ນແຂວງດຳເນີນການສໍາຫຼວດ, ອະນຸຍາດຂຸດຄົ້ນຫີນ-ຊາຍຢູ່ສາຍນ້ຳລີກ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ,ໃຫ້ຄວາມຮ່ວມມືເກັບກໍາຂໍ້ມູນ, ສຳຫຼວດອອກແບບໃນການກໍ່ສ້າງຕິດຕັ້ງ ໝໍ້ປັ່ນໄຟເພີ່ມເຕີມໃສ່ເຂື່ອນໄຟຟ້ານ້ຳງື່ມ1. ປະຈຸບັນ ປະຊາຊົນໄດ້ຊົມໃຊ້ໄຟຟ້າເຖິງ 98 % ຂອງຈຳນວນຄົວເຮືອນໃນທົ່ວເມືອງ. ວຽກງານການເງິນ : ການເກັບລາຍຮັບ, ການຄຸ້ມຄອງລາຍຈ່າຍໄດ້ປະຕິບັດຕາມລະບຽບກົດໝາຍ ແລະ ວິໄນການເງິນຢ່າງເຂັ້ມງວດ, ເຮັດໃຫ້ລາຍຮັບງົບປະມານ ແຕ່ລະປີເພີ່ມຂື້ນສາມາດຕອບສະໜອງທາງດ້ານການເງິນ ໃຫ້ແກ່ການເຄື່ອນໄຫວວຽກງານຂອງເມືອງໄດ້ສ່ວນໃດສ່ວນໜື່ງ. ວຽກງານທະນະຄານ : ສາຂາທະນະຄານທີ່ຕັ້ງຢູ່ພາຍໃນເມືອງ, ແຂວງໄດ້ເອົາໃຈໃສ່ເຮັດໜ້າທີ່ບໍລິການເງິນຝາກ ແລະ ປ່ອຍສິນເຊື່ອຊຸກຍູ້ການຜະລິດທຸລະກິດມີຄວາມສະດວກວ່ອງໄວ, ເຮັດໃຫ້ນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນບັນດາ ເຜົ່າ ສາມາດເຂົ້າເຖິງແຫຼ່ງທຶນນັບມື້ນັບກວ້າງຂວາງ, ລວມຍອດເງິນຝາກໜ່ວຍບໍລິການຂອງທະນາຄານພັດທະນາລາວ ປະຈຳເມືອງແກ້ວອຸດົມໃນ 5 ປີ ບັນລຸໄດ້ 152,509 ຕື້ກີບທຽບໃສ່ປີ2010 ເພີ່ມຂຶ້ນ 170 %, ທະນາຄານສົ່ງເສີມກະສິກໍາ ໄດ້ປ່ອຍສິນເຊື່ອຈໍານວນ 2,73 ຕື້ກີບ. ວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ :ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມໄດ້ຖືເປັນບັນຫາສໍາຄັນດ້ວຍການກວດກາດິນທີ່ມອບໃຫ້ນັກລົງທຶນສຳປະທານ, ອອກໃບແຈ້ງໃຫ້ແກ່ປະຊາຊົນຊົມໃຊ້ໄດ້ 1.083 ຕອນ, ມີເນື້ອທີ່ 587,905 ເຮັກຕ່າ; ແກ້ໄຂຂໍ້ຄັດແຍ່ງທີ່ດິນ, ຫັນການຄູ້ມຄອງຊັບພະຍາກອນທຳມະຊາດເຂົ້າສູ່ລະບຽບກົດ  ໝາຍ, ປູກຈິດສຳນຶກກ່ຽວກັບສິ່ງແວດລ້ອມໃຫ້ຜູ້ປະກອບການ ແລະ ປະຊາຊົນຢ່າງກວ້າງຂວາງ. ວຽກງານວິ ທະຍາສາດແລະເຕັກໂນໂລຊີ່ : ໄດ້ສ້າງຕັ້ງ ແລະ ປັບປຸງກົງຈັກການຈັດຕັ້ງຢູ່ຂັ້ນເມືອງໃຫ້ເຂັ້ມແຂງ ສາມາດເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ, ເອົາໃຈໃສ່ຊຸກຍູ້, ສົ່ງເສີມການຄົ້ນຄວ້າ ແລະ ນຳໃຊ້ຜົນສຳເລັດ ທາງດ້ານວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າ,  ຂອງປະຊາຊົນຢ່າງກວ້າງຂວາງ. ຕິດຕາມ, ກວດກາຊັບສິນທາງປັນຍາ, ກວດ, ທຽບ, ຂຶ້ນທະບຽນພາຫະນະວັດແທກ, ແກ້ໄຂການລັກລອບຈຳໜ່າຍ-ຄ້າຂາຍສິນຄ້າລະ ເມີດລິຂະສິດ, ການລັກໂລບຕາຊັ່ງໄດ້ຫລຸດລົງເທື່ອລະກ້າວ. ການກໍ່ສ້າງຮາກຖານການເມືອງ ແລະ ພັດ ທະນາຊົນນະບົດ : ພວກເຮົາເອົາໃຈໃສ່ຊີ້ນຳໆພາ, ປຸກລະດົມກຳລັງແຮງສັງລວມເຂົ້າໃນການພັດທະນາຊົນນະ ບົດ, ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນ ໂດຍສຸມໃສ່ການສ້າງບ້ານ, ກຸ່ມບ້ານພັດທະນາ, ສຸມທຶນຮອນ, ພະ ນັກງານ, ວິຊາການເຂົ້າໃສ່, ກໍ່ສ້າງພື້ນຖານໂຄງລ່າງປັບປຸງລະບົບການເມືອງ ຢູ່ຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງ, ປຸກລະດົມທຶນ ຈາກນັກທຸລະກິດເຂົ້າໃນການຜະລິດສິນຄ້າ, ສ້າງລາຍຮັບໃຫ້ແກ່ຄອບຄົວ,ຈາກການເຄື່ອນໄຫວດັ່ງ ກ່າວພວກເຮົາສາມາດແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຈາກ 28 ຄອບຄົວ ໃນເມື່ອກ່ອນຍັງເຫຼືອ 06 ຄອບ ຄົວປະຈຸບັນ. ມີບ້ານພັດທະນາ 17 ບ້ານ, ມີຄອບຄົວພັດທະນາ 1.905 ຄອບຄົວ ທຽບໃສ່ ປີ2009 ເພີ່ມຂື້ນ 14 ບ້ານ.

4. ຂົງເຂດວັດທະນະທຳ-ສັງຄົມ:ວຽກງານສຶກສາທິການແລະກິລາ :

ພວກເຮົາໄດ້ມີຄວາມພະຍາຍາມສູງ ໃນການຊີ້ນໍາ-ນໍາພາ ການປັບປຸງຄຸນນະພາບການສຶກສາ, ຂະຫຍາຍໂອກາດເຂົ້າຮຽນຂອງເດັກຢ່າງກ້ວາງຂວາງ ເຮັດໃຫ້ອັດຕາເຂົ້າຮຽນສຸດທິເພີ່ມຂຶ້ນ, ອັດຕາປະລະການຮຽນ, ອັດຕາຄ້າງຫ້ອງຂອງເດັກຫຼຸດລົງ, ບຳລຸງລະດັບວັດທະນະທຳຊັ້ນມັດທະຍົມຕົ້ນໃຫ້ແກ່ປະຊາຊົນໃນເກນອາຍຸ, ຖັນແຖວຄູສອນໄດ້ຮັບການບຳລຸງຍົກລະດັບ, ນັກຮຽນຜູ້ທີ່ມີພອນສະຫວັນ, ຜູ້ຮຽນເກັ່ງມີຈໍານວນຫຼາຍຂຶ້ນ. ມະຫາຊົນຫັນມາຫຼິ້ນກິລາຢ່າງເປັນຂະບວນກວ້າງຂວາງ. ວຽກງານສາທາລະນະສຸກ :ພວກເຮົາໄດ້ຖືເປັນສໍາຄັນ ແລະ ຊີ້ນໍາໃນການຍົກລະດັບດ້ານຄຸນນະພາບການບໍລິການຂອງໂຮງໝໍເມືອງໃຫ້ດີຂຶ້ນກວ່າເກົ່າ, ປັບປູງສຸກສາລາຢູ່ແຕ່ລະກຸ່ມບ້ານ ເພື່ອເຮັດໜ້າທີ່ແກ້ໄຂສຸກເສີນໃຫ້ແກ່ປະຊາຊົນໄດ້ຢ່າງທົ່ວເຖິງ, ໂຄສະນາເຜີຍແຜ່ຄວາມຮູ້ສຸຂະສຶກສາ, ໂພສະນາການແລະ ການປ້ອງກັນພະຍາດ, ເຮັດໃຫ້ອັດຕາການຊົມໃຊ້ນ້ຳສະອາດ ບັນລຸໄດ້ 98% ອັດຕາການຊົມໃຊ້ວິດຖ່າຍທີ່ຖຶກສຸຂະລັກສະນະ 98% ຊຸກຍູ້ສົ່ງເສີມການປິ່ນປົວດ້ວຍຢາຫຼວງສົມທົບກັບຢາພື້ນເມືອງໃຫ້ແກ່ປະຊາ ຊົນຢ່າງກວ້າງຂວາງ. ແມ່ຍິງ ແລະ ເດັກນ້ອຍໃນເກນອາຍຸໄດ້ຮັບການສັກຢາ, ຢອດຢາກັນພະຍາດຢ່າງທົ່ວເຖິງ ເຮັດໃຫ້ອັດຕາການສັກຢາ ແລະ ຢອດຢາ ບັນລຸ 85%, ສ້າງບ້ານຕົວແບບດ້ານສາທາລະນະສຸກເພີ່ມຂຶ້ນ, ການນຳໃຊ້ບັດປະກັນສຸຂະພາບກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງກວ້າງຂວາງ. ວຽກງານຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ : ຊຸກຍູ້ສົ່ງເສີມການເຄື່ອນໄຫວກິດຈະກຳເທດສະການຕ່າງໆ ທາງດ້ານວັດທະນະທຳ, ສ້າງບ້ານວັດທະນະທໍາ, ຄອບຄົວວັດທະນະທຳຫຼາຍຂຶ້ນ; ມາຮອດປະຈຸບັນມີບ້ານວັດທະນະທຳ 19 ບ້ານ, ຄອບຄົວວັດ ທະນະທຳ 2.930 ຄອບຄົວ, ຕາໜ່າງຂ່າວສານໄດ້ຮັບການປັບປຸງຍົກລະດັບ ແລະ ບໍລິການວ່ອງໄວກວ່າເກົ່າ, ພວກເຮົາໄດ້ຖືສໍາຄັນ ແລະ ປຸກລະດົມທຸກພາກສ່ວນເສດຖະກິດປະກອບທຶນຮອນເພື່ອປັບປຸງກໍ່ສ້າງພື້ນຖານໂຄງລ່າງທາງດ້ານການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳອັນດີງາມຂອງຊາດ, ຂອງທ້ອງຖິ່ນ, ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວຫຼາຍຂຶ້ນ, ວຽກງານແຮງງານ ແລະ ສະຫັວດດີການ-ສັງຄົມ : ປະຕິບັດນະໂຍບາຍຕໍ່ພະນັກງານປະຕິວັດອາວຸໂສ, ຜູ້ມີຜົນງານ, ຜູ້ທີ່ມີຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະ ຊາທິປະໄຕ, ປະຕິບັດນະໂຍບາຍສັງຄົມສົງເຄາະ ຕໍ່ເປົ້າໝາຍຕ່າງໆໄດ້ຢ່າງທົ່ວເຖິງ. ການປົກປ້ອງຄຸ້ມຄອງນຳໃຊ້ແຮງງານໄດ້ມີຄວາມປອດໄພ ແລະ ຍຸຕິທຳຂຶ້ນກວ່າເກົ່າ, ຄຸ້ມຄອງແຮງງານໃຫ້ເຂົ້າສູ່ລະບຽບກົດໝາຍເທື່ອລະກ້າວ ຕິດຕາມ, ຊຸກຍູ້ການປະຕິບັດນະໂຍບາຍປະກັນສັງຄົມຕາມລະບຽບຢ່າງເຂັ້ມງວດ. ວຽກງານກວດກາ ແລະ ຄວບຄຸມຢາເສບຕິດ : ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດ,ຕິດຕາມ, ກວດກາກຸ່ມເປົ້າໝາຍຕ່າງໆ ຢ່າງເປັນປົກກະຕິ, ສ້າງບ້ານປອດຢາເສບຕິດຢ່າງຕໍ່ເນື່ອງ ເຮັດໃຫ້ການເຄື່ອນໄຫວຄ້າຂາຍ, ເສບຢາເສບຕິດໄດ້ຄ່ອຍໆຫຼຸດລົງ. ກວດກາຢ່າງເປັນປົກກະຕິເພື່ອຄວບຄຸມຢາເສບຕິດ, ຈຳກັດ ແລະ ແກ້ໄຂບັນຫາຢາເສບຕິດທີ່ເກີດຂຶ້ນ. ວຽກງານກາແດງ : ໄດ້ປັບປຸງອາສາສະໝັກກາແດງຂັ້ນບ້ານ, ປຸກລະດົມທົ່ວສັງຄົມປະກອບສ່ວນວັດຖຸປັດໃຈ ເພື່ອບັນເທົາທຸກຕໍ່ຜູ້ປະສົບເຄາະຮ້າຍຈາກອຸປະຕິໄພຕ່າງໆ, ສ້າງພື້ນຖານໂຄງລ່າງດ້ານສາ ທາລະນະປະໂຫຍດໃຫ້ແກ່ຊຸມຊົນໄດ້ຈຳນວນໜຶ່ງ. ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ: ໄດ້ສຳເລັດການແຕ່ງຕັ້ງຜູ້ປະສານງານ ຂອງວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ຕັ້ງໜ້າເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ໜ້າທີ່ ຕາມຄວາມຮັບຜິດຊອບຂອງຕົນ, ລົງເຜີຍແຜ່ເອກະສານສົນທິ ສັນຍາຊີດໍ, ສົນທິສັນຍາວ່າດ້ວຍສິດທິເດັກ, ບົດບາດ ຍິງ-ຊາຍ ຢູ່ບັນດາບ້ານໃນທົ່ວເມືອງ.

5. ຂົງເຂດອຳນາດລັດ-ອົງການປົກຄອງ:

ໃນໄລຍະຜ່ານມາໄດ້ເອົາໃຈໃສ່ປັບປຸງອົງການປົກຄອງແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງສາ ມາດບໍລິການ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນບັນດາເຜົ່າຢ່າງແທ້ຈິງ ເຊິ່ງກ່ອນອື່ນໝົດໄດ້ຝຶກອົບຮົມພາ ລະບົດບາດ, ສິດໜ້າທີ່ແລະແບບແຜນວິທີເຮັດວຽກ ໃຫ້ອົງການປົກຄອງບ້ານຮັບຮູ້ກົດໝາຍ ແລະ ນຳໃຊ້ກົດໝາຍເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ສ້າງທຸກເງື່ອນໄຂໃຫ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ໄດ້ໃກ້ຊິດຕິດແທດພົບປະກັບປະຊາຊົນບັນດາເຜົ່າທົ່ວເມືອງ, ທັງນຳເອົາຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ ແຕ່ລະຄັ້ງລົງເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນຮັບຮູ້ຢ່າງກວ້າງຂວາງ; ວຽກງານຍຸຕິທຳ: ໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ, ສິດ-ໜ້າທີ່ຂອງຕົນ ດ້ວຍການນຳເອົາບັນດານິຕິກຳ, ກົດໝາຍຕ່າງໆ ລົງໂຄສະນາເຜີຍແຜ່, ເຊື່ອມຊືມ, ສ້າງ-ປັບປຸງ ແລະ ບຳລຸງພາລະບົດບາດສິດໜ້າທີ່ ໃຫ້ແກ່ໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ເປີດການຮຽນ-ການສອນ ກົດໝາຍຊັ້ນຕົ້ນໃຫ້ແກ່ຄະນະພັກ, ອົງການປົກຄອງບ້ານ, ສ້າງບ້ານປອດຄະດີໄດ້ເພີມຂື້ນ.ວຽກງານພາຍໃນ: ໄດ້ສ້າງຕັ້ງຫ້ອງການ ແລະ ປັບປຸງກົງຈັກການຈັດຕັງຂັ້ນເມືອງຂຶ້ນໃໝ່ ເພື່ອປະຕິບັດພາລະບົດບາດສິດໜ້າທີ່ໃນການເຄື່ອນໄຫວວຽກງານ; ນຳເອົາເອກະສານ ແລະ ບັນດານິຕິກຳຕ່າງໆ ລົງເຜີຍແຜ່ຢູ່ຕາມສຳນັກງານ, ອົງ ການ, ບ້ານພາຍໃນເມືອງ. ກວດກາ, ຄຸ້ມຄອງການເຄື່ອນໄຫວພົນລະເມືອງ ແລະ ສາສະໜາໃຫ້ຖຶກຕ້ອງຕາມ ລັດຖະທໍາມະນູນ ແລະ ກົດໝາຍ; ປະຕິບັດການຍ້ອງຍໍໃຫ້ແກ່ກົມກອງ, ການຈັດຕັ້ງແຕ່ລະຂັ້ນຕະຫຼອດພະນັກ ງານ-ລັດຖະກອນ, ບັນດານັກທຸລະກິດທີ່ມີຜົນງານໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງເມືອງ.

6. ຂົງເຂດແນວໂຮມ ແລະ ອົງການຈັດຕັ້ງມະຫາຊົນ.

ອົງການແນວລາວສ້າງຊາດ : ໄດ້ເອົາໃສ່ປັບປຸງການຈັດຕັ້ງ ແລະ ແບບແຜນວີທີເຮັດວຽກຂອງອົງ ການແນວລາວສ້າງຊາດຂັ້ນບ້ານ ເພື່ອເຮັດໃຫ້ການເຄື່ອນໄຫວມີຄວາມຖືກຕ້ອງ-ສອດຄ່ອງຕາມພາລະບົດບາດ, ຕັ້ງໜ້າສຶກສາອົບຮົມປະຊາຊົນບັນດາເຜົ່າໃນສັງຄົມ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ສ້າງທັດສະນະຄະຕິຂອງທຸກຊັ້ນຄົນໃຫ້ມີນ້ຳໃຈຮັກຊາດ, ເຊື່ຶອໝັ້ນຕໍ່ການນຳພາຂອງພັກ ແລະ ເສີມຂະຫຍາຍສິດເປັນເຈົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຄຸ້ມຄອງການເຄື່ອນໄຫວສາສະໜາ ໃຫ້ຖືກຕ້ອງ-ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍ. ສະຫະພັນແມ່ຍິງ:ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ສຶກສາອົບຮົມການເມືອງ-ແນວຄິດຕິດພັນກັບການບຳລຸງແບບແຜນວິທີເຮັດວຽກ ໃຫ້ແກ່ຄະນະໜ່ວຍສະຫະພັນແມ່ຍິງ, ເຕົ້າໂຮມຄວາມສາມັກຄີແມ່ ຍິງບັນດາເຜົ່າ, ອານຸລັກຮັກສາ, ເສີມຂະຫຍາຍມູນເຊື້ອວັດທະນະທຳ ຮິດຄອງປະເພນີອັດດີງານຂອງຊາດ, ຂະ ຫຍາຍອົງການຈັດຕັ້ງແມ່ຍິງ, ປົກປ້ອງສິດຜົນປະໂຫຍອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ຊຸກຍູ້ຂະບວນການ ແຂ່ງຂັນ 3 ດີຢ່າງຕໍ່ເນື່ອງ. ມາຮອດປະຈຸບັນໄດ້ປະກາດຮັບຮອງເປັນບ້ານສະຫະພັນແມ່ຍິງ 3 ດີໄດ້ 23 ບ້ານ, 17 ໜ່ວຍ. ອັນພົ້ນເດັ່ນເມືອງພວກເຮົາ ໄດ້ຮັບນາມມະຍົດເປັນເມືອງສາຫະພັນແມ່ຍິງ 3 ດີແຫ່ງທີ III ຂອງແຂວງວຽງຈັນ. ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ: ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ແກ່ຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນຕິດພັນກັບການປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 4 ບຸກ, 3 ດີ 4 ຮູ້ ແລະ 6 ຮັກ ແລະ 3 ຊັງ ຢ່າງກວ້າງຂວາງ, ປັບປຸງການຈັກຕັ້ງແຕ່ລະຂັ້ນ, ບຳລຸງແບບແຜນວິທີເຮັດວຽກ, ປຸກລະດົມຖັນແຖວຊາວໜຸ່ມເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຊັ່ນ: ປະກອບສ່ວນເຂົ້າເປັນທະຫານພັນທະ, ເປັນກອງຫຼອນ, ໜ່ວຍປ້ອງກັນຄວາມສະຫງົບບ້ານເປັນຂະບວນຟົດຟື້ນ. ສະຫະພັນກຳມະບານ: ນຳເອົາມະ ຕິຄໍາສັ່ງ ແລະ ເອກະສານນິຕິກຳຕ່າງໆ ລົງຈັດຕັ້ງເຊື່ອມຊື່ມໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ, ປັບປຸງການຈັດຕັ້ງຮາກຖານກຳມະບານໃຫ້ມີຄວາມໜັກແໜ້ນ, ມີລະບຽບວິໃນ, ມີຄວາມຮັບຜິດຊອບໃນການຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງລັດໃຫ້ເກີດໝາກຜົນຕົວຈິງ, ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ: ປະຕິບັດຄຳຂວັນ 2 ດີ 5 ເປັນເຈົ້າຢ່າງເປັນຂະບວນ, ປະຕິບັດນະໂຍບາຍໃຫ້ແກ່ສະມາຊິກກອງທຶນຊວ່ຍເຫຼື່ອເຊີ່ງກັນ ແລະ ກັນ ແລະກອງທຶນທານຸເຄາະຢ່າງສົມເຫດສົມຜົນ. ສະຫະພັນນັກຮົບເກົ່າ: ໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເຂົ້າໃນການປັບປຸງໜ່ວຍສະຫະພັນນັກຮົບເກົ່າຢູ່ແຕ່ລະບ້ານ, ເກັບກຳສະຖິຕິພະນັກງານນັກຮົບເກົ່າທີ່ບໍ່ທັນໄດ້ຮັບນະໂຍບາຍຈາກພັກ-ລັດ ສະເໜີຕໍ່ອົງການທີ່ກ່ຽວຂ້ອງແກ້ໄຂໃຫ້ຖືກຕ້ອງ, ເສີມຂະຫຍາຍວິລະກຳແຫ່ງການຕໍ່ສູ້ອັນອົງອາດກ້າຫານ, ນ້ຳໃຈເສຍສະຫຼະຂອງນັກຮົບປະຕິວັດ, ເປັນແບບຢ່າງທີ່ດີ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລະບຽບກົດໝາຍຂອງລັດ.