ເມືອງຫີນເຫີບ

ຈາກ Laopedia

ປະຫວັດຂອງເມືອງຫີນເຫີບ

  1. ບົດສະເໜີຂອງເມືອງຫີນເຫີບພາຍຫຼັງໄດ້ຮັບການສ້າງຕັ້ງ.
    1. ທີ່ຕັ້ງແລະຈຸພິເສດ.

            ເມືອງຫີນເຫີບມີທີ່ຕັ້ງຢູ່ໃຈກາງຂອງແຂວງວຽງຈັນຈຸດຫຼັກ 94 ກິໂລແມັດຂອງເສັ້ນທາງເລກທີ 13      ເໜືອນັບແຕ່ນະຄອນຫຼວງວຽງຈັນ, ມີເຂດແດນຕິດຈອດກັບ 5 ຕົວເມືອງອ້ອມຂ້າງຄື: ເມືອງເຟືອງ, ເມືອງວັງວຽງ, ເມືອງແກ້ວອຸດົມ, ເມືອງໂພນໂຮງ, ເມືອງສັງທອງ (ນະຄອນຫຼວງວຽງຈັນ) ແລະກໍ່ແມ່ນຈຸດເລີມຕົ້ນຂອງເສັ້ນທາງສາຍຍຸທະສາດຂອງແຂວງເລກທີ 4501 ອອກສູ່ສາຍແດນປະເທດໄທໂດນຜ່ານເມືອງເຟືອງ, ເມືອງໜືນ, ເມືອງຊະນະຄາມແລະກໍ່ຍັງເປັນເມືອງປະຫວັດສາດການກໍ່າເນີດສັນຍາປອງດອງຊາດຂອງຜູ້ນໍາ 3 ຝ່າຍຄື: ຝ່າຍແນວລາວສ້າງຊາດ, ຝ່າຍເປັນກາງ, ແລະຝ່ານວຽງຈັນທີ່ໄດ້ເຊັນສັນຍາຢູ່ກາງຂົວເຫຼັກຍາວຫີນເຫີບໃນວັນທີ 6/10/1962.

      ເມືອງຫີນເຫີບແມ່ນໄດ້ແຍກເອົາພື້ນທີ່ການປົກຄອງແລະປະຊາກອນສ່ວນໜື່ງຈາກ 3 ຕົວເມືອງຂອງແຂວງວຽງຈັນຄື: ເມືອງເຟືອງ, ເມືອງວັງວຽງ, ເມືອງໂພນໂຮງ, ເຂົ້າກັນແລ້ວຈັດຕັ້ງເປັນເມືອງຫີນເຫີບຂື້ນເພີ່ມຈໍານວນຕົວເມືອງໃຫ້ແກ່ແຂວງວຽງຈັນພາຍຫຼັງແຍກອອກຈາກແຂວງ-ກໍາແພງນະຄອນອອກມາຕັ້ງຢູ່ຕາງຫາກໃນປີ1983 ເອີ້ນວ່າແຂວງວຽງຈັນໂດຍປະຕບັດຕາມດໍາລັດຂອງທ່ານນາຍຍົກລັດະມົນຕີແຫ່ງສປປລາວສະບັບເລກທີ 166/ນຍລົງວັນທີ 13/9/1996 ວ່າດ້ວຍການສ້າງຕັ້ງເມືອງຫີນເຫີບເພີ່ມຈໍານວນເມືອງໃຫ້ແຂວງວຽງຈັນແລະກໍ່ປະຕິບັດຕາມຄໍາແນະນໍາຂອງທ່ານເຈົ້າແຂວງວຽງຈັນສະບັບເລກທີ 14/ຈຂວຈ,ລົງວັນທີ 30/9/1996 ວ່າດ້ວຍການມອບ-ຮັບຈໍານວນປະຊາກອນແລະຂອບເຂດການປົກຄອງທີ່ຖືກແບ່ງໃຫ້ເມືອງຫີນເຫີບຄຸ້ມຄອງຊີ້ນໍາພ້ອງທັງໄດ້ຮັບການຈັດພິທີປະການສ້າງຕັ້ງເປັນທາງການຂື້ນໃນວັນທີ 4/2/1997 ເຊີ່ງຂັ້ນເທີງໄດ້ແຕ່ງຕັ້ງເອົາທ່ານບົວພາສັກດາວົງເປັນເລຂາພັກເມືອງເຈົ້າເມືອງໆຫີນເຫີບຜູ້ທໍາອິດຂອງປະຫວັດສາດທ້ອງຖີ່ນຫີນເຫີບໄດ້ຮັບການສະຖາປະນາຂື້ນເປັນເມືອງໜື່ງຂອງແຂວງວຽງຈັນຕໍ່ເນື້ອທີ່ການປະເມຮນໃນເວລານັ້ນມີ 770 ກິໂລແມັດຕາມບົດບັນທືກການມອບ-ຮັບໃນເບື້ອງຕົ້ນແລ້ວກໍ່ໄດ້ມີການກວດແກ້ໃນປີ 2005-2006  ມີ 113.602 ເຮັກຕາ .

      ການເຊັນມອບ - ຮັບປະຊາກອນແລະຂອບເຂດການປົກຄອງໃຫ້ເມືອງຫີນເຫີບເປັນຜູ້ຄຸ້ມຄອງບໍລິຫານຈາກ  3 ຕົວເມືອງດັ່ງນີ້:

       * ເຈົ້າເມືອງໆເຟືອງເຊີ່ງນໍາໂດຍທ່ານບຸນໂຕພິມມະສານໄດ້ເຊັນມອບ 2 ເຂດຄື: ເຂດຜ່າບ່ອງແລະເຂດຫີນເຫີບລວມມຮ 22 ບ້ານມີປະຊາກອນທັງໝົດ 70291 ຄົນໄດ້ເຊັນມອບຮັບໃນຄັ້ງວັນທີ 16/11/1996

       * ເຈົ້າເມືອງໆວັງວຽງນໍາໂດຍທ່ານອຸ່ນຄໍາບຸນຍະແສງໄດ້ເຊັນມອບຈໍນວນ 6 ບ້ານຕາມເສັ້ນທາງເລກທີ 13 ເໜືອນັບແຕ່ສົ້ນຂົວຫ້ວຍປາມ້ອມລົງມາມີ 9 ບ້ານປະຊາກອນທັງໝົດ 2986 ຄົນມອບ-ຮັບໃນຄັ້ງວັນທີ 4/5/1996

         * ເຈົ້າເມືອງໆໂພນໂຮງນໍາໂດຍທ່ານເຂົາແກ້ວສົມຈັນມະວົງໄດ້ເຊັນມອບປະຊາກອນ 2 ເຂດຟາກພູພະຄື: ເຂດຄອນແກ້ວແລະເຂດຄອນຊໍາລວມມີ 20 ບ້ານມີປະຊາກອນທັງໝົດ 10.483 ຄົນໄດ້ເຊັນມອບ-ຮັບໃນຄັ້ງວັນທີ 19/10/1996.

        2. ໄລຍະເຂດການຄຸ້ມຄອງມີເຂດແດນຕິດກັບບັນດາເມືອງອ້ອມຂ້າງແລະທີ່ຕັ້ງຂອງສໍານັກປົກຄອງເມືອງ.

       ສໍານັກງານປົກຄອງເມືອງຫີນເຫີບຕັ້ງຢູ່ຈຸດໂຮງເລື່ອຍເກົ່າຕິດກັບເສັ້ນທາງເລກທີ 13 ເໜືອຫ່າງຈາກຂົວຫີນເຫີບແຫ່ງທີ່ 2 ຂື້ນທິດເໜືອປະມານ 100 ແມັດທາງທິດເໜືອຂອງເມືອງຕິດກັບເຂດແດນຂອງເມືອງວັງວຽງຊື່ງເລີມແຕ່ສົ້ນຂົວຫ້ວຍປາມ້ອມເຍື້ອງໃຕ້ເລັງໄປໃສ່ຈອມພູມືດທາງທິດຕາເວັນອອກຮອດຈຸດສູງ 918 ໄປຕາມສັນພູມືດທາງທິດຕາເວັນອອກຮອດຈຸດສູງ 819 ລົງໄປໃສ່ໝູ່ເກາະດອນເຂດຜ່າກຸບແຕ່ການຊີ້ນໍາຄຸ້ມຄອງປະຊາກອນໃນເຂດນີ້ເຫັນວ່າມີຄວາມຫຍຸ້ງຍາກຫລາຍຈື່ງມອບໃຫ້ເມືອງວັງວຽງຄືເກົ່າທີ່ຈະມີຄວາມສະດວກກ່ວາສໍາລັບທາງຕາເວັນຕົກນັບແຕ່ສົ້ນຂົວຫ້ວຍປາມ້ອມເຍື້ອງໃຕ້ເລັງໄປຕາມຄູຄອງນໍ້າໄປຮອດເຄື່ອນນໍ້າຊອງລັດໃສ່ນໍ້າແກນລຽບຕາມສາຍນໍ້າແກ່ນຂື້ນສຸດຍອດຕໍ່ແດນເມືອງເຟືອງທາງທິດຕາເວັນອອກສຽງເໜືອນທາງທິດໃຕ້ຕິດກັບເມືອງໂພນໂຮງຊື່ງກໍານົດເອົາຕາມສາຍພູພະນັງໄປທາງທິດໃຕ້ຮອດເມືອງສັງທອງທາງທິດຕາເວັນອອກຕິດກັບເມືອງແກ້ວອຸດົມຊື່ງກໍານົດຕາມສັນພູໄກ່ຄອນລົງໃສ່ແກ້ງກະຈາງຂື້ນໃສ່ພູມືດເລັງໃສ່ຕໍ່ແດນເມືອງວັງວຽງທາງທິດຕາເວັນອອກສຽງໃຕ້ທາງທິດຕາເວັນຕົກສຽງໃຕ້ຕິດກັບແດນເມືອງສັງທອງ(ນະຄອນຫຼວງວຽງຈັນ) ຊື່ງເລີມແຕ່ແດນເມືອງໂພນໂຮງຢູ່ຈຸດພູພະນັງລັດລົງໄປທາງທິດຕາເວັນຕົກລົງໄປຈຸດຕາດກົ້ວ (ນໍ້າຕອນ) ເລັງໄປໃສ່ນໍ້າສົມພູຢູ່ຈຸດປາກຫ້ວຍປາສູດລຽບຕາມຫ້ວຍປາສູດຂື້ນຮອດຍອດກວມເອົາເຂດປຸງບອນໄປໃສ່ຍອດນໍ້າງາລົງໄປໃສ່ຫ້ວຍກົກກອກໄປຕາສາຍຫ້ວຍກົກກອກລົງຮອດນໍ້າຕີນຖັນໄປໃສນໍ້າມອນຕອນລຸ່ມຈົນໄປຮອດຈຸດປາກນໍ້າໄພຕໍ່ໃສ່ອດນເມືອງເຟືອງທາງທິດຕາເວັນຕົກຕິດກັບເຂດເມືອງເຟືອງ  ນັບແຕ່ຈຸດປາກນໍ້າໄພຂື້ນໄປຕາມສາຍນໍ້າໄພຂື້ນໄປຮອດຈອມພູອິນຖີ່ນແລ້ວລັດມາໃສ່ທາງໄປເມືອງເຟືອງຢູ່ຈຸດຫຼັກ 18 (ຫ້ວຍເສືອໂດດ) ລັດໄປໃສ່ແກ້ງປືນນໍ້າລີກລຽບນໍ້າປືນຂື້ນຫາຈຸດຜານົກກົກລັດໃສ່ນໍ້າງົວຕອນກາງລຽບນໍ້າງົວຮອດຍອດໄປກວມເອົາພູ 1.800 ຕໍ່ໃສ່ແດນເມືອງວັງວຽງ.

        3.ຈໍານວນບ້ານແລະປະຊາກອນທີ່ຂື້ນກັບເມືອງຫີນເຫີບ

- ອີງຕາມ: ຄໍາແນະນໍາຂອງທ່ານເຈົ້າແຂວງໆວຽງຈັນສະບັບເລກທີ 14/ຈຂວຈ, ລົງວັນທ 30 ກັນຍາ 1996 ວ່າດ້ວຍການໃຫ້ 3 ຕົວເມືອງຄື: ເມືອງໂພນໂຮງ, ເມືອງເຟືອງແລະເມືອງວັງວຽງມອບເຂດການຄຸ້ມຄອງແລະປະຊາກອນສ່ວນໜື່ງໃຫ້ແກ່ເມືອງຫີນເຫີບ.

- ອີງຕາມ: ບົດບັນທືກການມອບ-ຮັບເຂດແດນການຄຸ້ມຄອງແລະປະຊາກອນລະຫວ່າງເມືອງຫີນເຫີບແລະການນໍາຂອງ 3 ຕົວເມືອງຕາມທີ່ໄດ້ກ່າວມາໃນໂລແມັງ I ແລະຂໍ້ 1 ຜ່ານມາ.

        ຈໍານວນບ້ານແລະປະຊາກອນທີ່ 3 ຕົວເມືອງໄດ້ເຊັນມອບໃຫ້ເມືອງຫີນເຫີບໃນທ້າຍປີ 1996 ກ່ອນການປະກາດສ້າງຕັ້ງເມືອງມີຈໍານວນ 48 ບ້ານ, ມີປະຊາກອນທັງໝົດ 20.670 ຄົນໃນນີ້ຊົນເຜົ່າລາວມີ 9.116 ຄົນເທົ່ສກັບ44,10%, ຊົນເຜົ່າຂະມຸມີ 10.439 ຄົນເທົ່າກັບ 50,510% ແລະຊົນເຜົ່າມົ້ງມີ 1.115 ຄົນເທົ່າກັບ 5.4% ຂອງຈໍານວນປະຊາກອນທັງໝົດທີ່ໄດມອບໃຫ້ຄະນະນໍາຂອງເມືອງຫີນເຫີບເປັນຜູ້ຄຸ້ມຄອງນັບແຕ່ມືລົງລາຍເຊັນການມອບ-ຮັບ.

        ມາຮອດປີ 2004 ໄດ້ປະກາດສ້າງຕັ້ງບ້ານໜອງຫຼວງເພີ່ມຕື່ມ 1 ບ້ານຊື່ງເປັນຊົນເຜົ່າມົ້ງທີ່ຍົກຍ້າຍອອກຈາກເຂດ 516 ທີ່ໜ້າເຂື່ອນນໍ້າງື່ມ 1 ເຂົ້າມາຕັ້ງຖີ່ນຖານໃໝ່ແລ້ວເມືອງຫີນເຫີບກໍ່ໄດ້ຈໍານວນບ້ານເພີ່ມຂື້ນຕື່ມເປັນ 49 ບ້ານມາຮອດປີ 2007 ໄດ້ໂຮງບ້ານນ້ອຍໃຫ້ເປັນບ້ານໃຫຍ່ຈື່ງເຫຼືອພຽງ 43 ບ້ານມີປະຊາກອນ 27.618 ຄົນມາຮອດປີ 2013 ປະຊາກອນເພີ່ມຂື້ນເປັນ 30.579 ຄົນມີ 5.334 ຫຼັງຄາມີ 6.322 ຄອບຄົວຊົນເຜົ່າລາວກວມເອົາ 42.23% ເຜົ່າກືມໝຸກວມເອົາ 50.63% ແລະຊົນເຜົ່າມົ້ງກວມເອົາ 7.12% ຂອງປະຊາກອນທົ່ວເມືອງ.