ເມືອງຊະນະຄາມ

ຈາກ Laopedia

ປະຫວັດຄວາມເປັນມາຂອງເມືອງຊະນະຄາມ

           ຕາມການກ່າວຂານຂອງຄົນເຖົ້າແກ່ ແລະຕາມຕຳນານຈາລຶກໄວ້ສືບຕໍ່ກັນມາ ເມືອງຊະນະຄາມແຫ່ງນີ້ ເປັນດິນແດນສະຫງ່ງາມແຫ່ງໜຶ່ງມາແຕ່ບູຮານນະການຂອງອານາຈັກລ້ານຊ້າງມີອານາເຂດກ້ວາງໃຫຍ່ພໍສົມຄວນກວມສອງຝັ່ງແມ່ນ້ຳຂອງ, ອຳເພີຊຽງຄານຈັງຫວັດເລີຍ ( ລາຊະອານາຈັກໄທ ) ກໍ່ແມ່ນດິນແດນ ເມືອງຊະນະຄາມໃນເມື່ອກ່ອນ, ເຄີຍມີຄວາມຈະເລີນຮຸ່ງເຮືອງຍາວນານ ແລະ ເຄີຍຖືກພວກສັກດີນາຕ່າງຊາດຮຸກຮານທຳລາຍຈູດເຜົາເປັນເຖົ່າຖ່ານລົ້ມລຸກຄຸກຄານມາກໍ່ຫຼາຍຄັ້ງຫຼາຍຄາວ.

ທີ່ຕັ້ງຂອງເມືອງຊະນະຄາມ

           ເມືອງຊະນະຄາມຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອຂອງແຂວງວຽງຈັນກົງກັນຂ້າມກັບອຳເພີຊຽງຄານ ແລະອຳເພີປາກຊົມຈັງຫວັດເລີຍລາຊະອານາຈັກໄທ, ມີທິວທັດທຳມະຊາດສະຫວາດງາມຕະການຕາຫໍ່ຫຸ້ມໄປດ້ວຍພູຜາປ່ໄມ້ຂຽວສະອຸ່ມ, ມີທົ່ງນາໃຫຍ່ກ້ວາງມີແກ້ງຂົດຄູ່, ແກ້ງຟ້າ, ແກ້ງຈັນພູຜາທ້າຍຜາຫ້ອຍແຫຼ້ງ, ຜາຫາດ ແລະອື່ນໆເປັນທີ່ໜ້າຊົມບໍ່ທຳມະດາ, ແມ່ນ້ຳຂອງໄຫຼຜ່ານປະມານ 97 ກິໂລແມັດມີຊົນລະປະທານສາຍລ້ອງນ້ຳມີ້ 13 ແຫ່ງ  ທົດນ້ຳຂຶ້ນໃສ່ທົ່ງນາເຂົ້າພັນອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດຫຼາຍຢ່າງເຊັ່ນ: ຄຳ, ຫີນບາລິດ, ຫີນປູນຖ່ານຫີນ ແຮ່ເຫຼັກ ແລະອື່ນໆ.

  • ມີເນື້ອທີ່ທັງໝົດ 268.000 ເຮັກຕາ ໃນນັ້ນເນື້ອທີ່ນາ 6.460 ເຮັກຕາ.ມີ 50 ບ້ານ, ມີ 6.939 ຫຼັງຄາເຮືອນ, ມີ 7.838 ຄອບຄົວ.
  • ມີພົນລະເມືອງທັງໝົດ 38.461 ຄົນ, ຍິງ 18.987 ຄົນ.
  •  ມີສາມຊົນເຜົ່າໃຫຍ່ຄື: ຊົນເຜົ່າລາວລຸ່ມມີ 34.212 ຄົນ, ຍິງ 16.875 ຄົນ, ຊົນເຜົ່າລາວເທິງມີ 3.117 ຄົນ, ຍິງ 1.555 ຄົນ, ຊົນເຜົ່າລາວສູງ 1.132 ຄົນ, ຍິງ 555 ຄົນ.

                 ( ສະຖິຕິ ປີຄສ 2005-2006 )

  • ທິດຕາເວັນອອກຕິດກັບເມືອງສັງທອງນະຄອນຫຼວງວຽງຈັນ ແລະ ເມືອງເຟືອງ ແຂວງວຽງຈັນ.
  • ທິດຕາເວັນຕົກຕິດກັບເມືອງປາກລາຍ, ເມືອງແກ່ນທ້າວ ແຂວງໄຊຍະບູລີ ( ຂັ້ນດ້ວຍແມ່ນ້ຳຂອງ ).
  • ທິດເໜືອຕິດກັບເມືອງແມດ ແລະ ເມືອງກາສີ ແຂວງວຽງຈັນ.
  •  ທິດໃຕ້ຕິດກັບອຳເພີຊຽງຄານອຳເພີປາກຊົມຈັງຫວັດເລີຍລາຊະອານາຈັກໄທ ( ຂັ້ນດ້ວຍແມ່ນ້ຳຂອງ ).
  • ຫ່າງຈາກເທດສະບານແຂວງວຽງຈັນປະມານ 206 ກິໂລແມັດ.
  • ຫ່າງຈາກນະຄອນຫຼວງວຽງຈັນປະມານ 145 ກິໂລແມັດ.
  • ເສັ້ນທາງຄົມມະນາຄົມໃຊ້ທາງບົກ ແລະທາງນ້ຳ.