ອ່າງ​ຫຼວງ

ຈາກ Laopedia
ຮູບ:ອ່າງ​ຫຼວງ.jpg

ຄວາມເປັນມາຂອງຖໍ້າອ່າງຫລວງ: ໃນສະໄຫມສົງຄາມ ປະຊາຊົນໃນເຂດນີ້ ໄດ້ອາໃສຖໍ້າດັ່ງກ່າວ ໄວ້​ເປັນ​ບ່ອນລີ້ຊ່ອນສັດຕູ ແລະ ເກັບຮັກສາເຄື່ອງຂອງທີ່ມີຄ່າ, ຢູ່​ບໍລິ​ເວນ​ດ້ານ​ລຸ່ມ​ຂອງ​ຖ້ຳ ມີ​ປ່າ​ໄມ້​ດົກໜາ, ມີອ່າງນ້ຳ​​ໃສ​ເຢັນຂະໜາດທີ່ໃຫ່ຍ ແລະ ມີຄວາມເລິກ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຊື່ ຖ້ຳ​ອ່າງ​ຫລວງ (ອ່າງ​ໃຫຍ່)ສະຖານທີ່ຕັ້ງແມ່ນຢູ່ ບ້ານນາມ່ວງ ​ເມືອງ​ວັງ​ວຽງຫ່າງຈາກຕົວເມືອງເຂົ້າໄປຫາສະຖານທີ່ທ່ອງທ່ຽວຖໍ້າອ່າງຫລວງແມ່ນມີໄລຍະທາງປະມານ 8 ກິໂລແມັດ ຄົ້ນພົບໃນປີ 1985, ເລີ່ມພັດທະນາໃນປີ 2014 ແລະ ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນປີ 2017 ເຊີ່ງແມ່ນການລົງມືສຳປະທານ ແລະ ພັດທະນາຂອງເອກະຊົນລາວ ປັດຈຸບັນກຳລັງເປັນທີ່ນິຍົມຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ນັກທ່ອງທ່ຽວ ລາວ, ​ໄທ, ເກົາຫລີ,​ຈີນ ແລະ ນັກທ່ອງທ່ຽວເອີຣົບ ທີ່ເຂົ້າມາພັກຜ່ອນ ແລະ ສຳພັດກັບກິດຈະກຳຕ່າງໆພາຍໃນສະຖານທີ່ທ່ອງທ່ຽວເປັນຕົ້ນແມ່ນກິດຈະກຳໂດດນໍ້າ, ຂີ່ສະລີງ ປີນຜາຊົມທຳມະຊາດພາຍໃນຖໍ້າ
ແຫຼ່ງຂໍ້ມູນ: https://mict.gov.la/tourism-in-laos?province_id=10