ອ່າງນ້ຳຫີນ

ຈາກ Laopedia
ຮູບ:ອ່າງນ້ຳຫີນ.jpg

ອ່າງນ້ຳຫີນ ຕັ້ງຢູ່ບ້ານຫ້ວຍອຸ່ນ ເມືອງໄຊ, ແຂວງອຸດົມໄຊ, ຫ່າງຈາກເທດສະບານເມືອງ​ໄຊ ປະມານ 8 ກິໂລແມັດ, ອ່າງ​ນີ້ປະກອບ​ມີຫຼາຍຫ້ວຍ ​ທີ່ໄຫຼໂຮມ​ເຂົ້າກັນ. ສະພາບ​ເສັ້ນທາງ​ເຂົ້າ​ເຖິງສະດວກ​ສະບາຍ ​ແຂວງພວມ​ພັດທະນາປັບປຸງ​ເປັນ​ສະຖານທີ່ທ່ອງທ່ຽວ.ອ່າງ​ນ້ຳ​ຫີນ ​​ສາມາດ​ພັດທະນາ​ທ່ອງທ່ຽວ​ທຳ​ມະ​ຊາດຕຶກປາ, ອາບ​ນ້ຳ​, ຂີ່ເຮືອເລາະຊົມທຳມະຊາດ , ຮ້ານ​ອາຫານ ແລະ ເປັນບ່ອນຕາກ​ອາກາດ​ສຳລັບ​ນັກ​ທ່ອງ​ທ່ຽວ​ທີ່​ມັກຄວາມ​ສະຫງົບ ​ແລະ ອາກາດ​ສົດ​ຊື່ນ.

ປີຄສ 2007. ແຂວງໄດ້​​ໃຊ້ງົບປະມານ​ຈຳນວນ​ມະຫາສານ​ເພື່ອຕັນ​ນ້ຳ​ຫີນສ້າງເຂື່ອນຊົນລະປະທານຂະໜາດ​ໃຫຍ່ ເພື່ອສົ່ງເສີມການຜະລິດທາງ​ດ້ານກະສິກຳເປັນເຂດທີ່ອຸດົມສົມບູນ ອ່າງເກັບນ້ຳທີ່ໃຫຍ່ທີ່ສຸດຂອງແຂວງ ເປັນສະຖານທີ່ບໍລິການ, ສະຖານ​ທີ່ທ່ອງທ່ຽວ ຊ່ວງ​ເຮືອ ເນື້ອທີ່ອ່າງທັງໝົດ ມີປະມານ 121,7 ກິໂລຕາແມັດໄດ້ກວມເອົາ 7 ໝູ່ບ້ານ.

ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=5