ອ່າງນ້ຳຕຽນ

ຈາກ Laopedia
ຮູບ:ອ່າງນ້ຳຕຽນ.jpg

ອ່າງນໍ້າຕຽນ ມີ​ເນື້ອ​ທີ່​ອ້ອມ​ຮອບ​ອ່າງ​ທັງ​ໝົດ 9.500 ​ເຮັກຕາ,​​ ໃນ​ນີ້​ມີ​​ເນື້ອ​ທີ່​ອ່າງ​ນ້ຳ​ 565 ​ເຮັກຕາ, ຄວາມ​ສາມາດ​ບັນຈຸ​ນ້ຳສູງ​ສຸດ 43,60 ລ້ານ​ແມັດ​ກ້ອນ, ລະດັບ​ນ້ຳປົກກະຕິ 27,70 ລ້ານ​ແມັດ​ກ້ອນ ​ແລະ ປະລິມານ​ນ້ຳ​ທີ່​ໃຊ້​ໄດ້ 13,70 ລ້ານ​ແມັດ​ກ້ອນ, ຊຶ່ງ​ປະຊາຊົນ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ຊົມ​ໃຊ້​ນໍ້າ​ຈາກ​ອ່າງ​ນໍ້າ​ຕຽນ​ມີ 20 ບ້ານ​ໃນ​ເທດສະບານ​ເມືອງ​ໄຊ​ຍະ​ບູລີ, 827ຄອບຄົວ, ມີ​ປະຊາກອນ 4,135 ຄົນ ​ໂດຍ​ທົ່ວ​ໄປ​ອ່າງ​ນໍ້າ​ຕຽນ ​ຍັງ​ສະໜອງ​ນ້ຳ​ໃຫ້​ແກ່​ການ​ຜະລິດ ​ຊຶ່ງ​ມີ​ເນື້ອ​ທີ່​ນາ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍກົງ​ຈຳນວນ 543,13 ​ເຮັກຕາ,​​ ເນື້ອ​ທີ່​ນາ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດທາງ​ອ້ອມຈຳນວນ 6,46 ​ເຮັກຕາ,​ ເນື້ອ​ທີ່​ໜອງ​ປາ 18,00 ​ເຮັກຕາ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=8