ຫໍ​ຫລັກ​ເມືອງ

ຈາກ Laopedia
ຮູບ:ຫໍຫຼັກເມືອງ.jpg

ຫໍ​ຫລັກ​ເມືອງ ກົງກັນ​ຂ້າມກັບ​ວັດ​ສີ​ເມືອງ ​ແມ່ນ​ຫໍ​ຫລັກ​ເມືອງ ​ເຊິ່ງ​ເປັນ​ບ່ອນ​ປົກ​ປັກ​ຮັກສາ​ຮ່ອງຮອຍ​ມໍຣະດົກ​ທາງ​ປະຫວັດສາດ​ທີ່​ຖືກ​ຄົ້ນພົບ​ຢູ່​ສະຖານ​ທີ່​ແຫ່ງ​ນີ້ ​ໂດຍ​ນັກ​ບູຮາ​ນະ​ຄະດີ​ໄດ້​ທຳ​ການຄົ້ນຄວ້າ​ວິ​ໃຈ​ແລ້ວ​ພົບ​ວ່າ ວັດຖຸ​ບູຮານ​ນີ້​ແມ່ນ​ເປັນ​ວັດຖຸ​ທີ່​ປະກອບ​ເຂົ້າ​ໃນ​ພິທີການ​ກໍ່ສ້າງ​ເສົາ​ຫລັກ​ເມືອງ​ວຽງຈັນ​ໃນ​ສະ​ໄໝກ່ອນ​ ໂດຍ​ໄດ້​ພົບ​ຫີນ​ຫລັກ​ເມືອງ​ຈຳນວນ473 ຫລັກ ສ່ວນ​ໃຫຍ່​ຟອກ​ດ້ວຍ​ຄຳປິວ ​ແລະ ​ແກະສະຫລັກ​ເປັນ​ລວດ​ລາຍ​ງົດ​ງາມ. ສິ່ງ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ເພິ່ນ​ໄດ້​ຄົ້ນ​ພົບ​ສີ​ລາ​ຈາລຶກ ໜຶ່ງ​ແຜ່ນ​ທີ່​ໄດ້​ລະບຸ​ເລີກ​ຍາມ​ກົງ​ກັບ​ມື້​ວັນ​ຈັນ, ​ແຮມ 10 ຄ່ຳເດືອນ 3, ຈສ 901 ປີ​ກຸນ​ ປີ​ກັດ​ໃຄ້​ ເຊິ່ງກົງ​ກັບ​ວັນ​ທີ 16 ກຸມພາ ຄສ 1540 ຣາຊະ​ການ​ຂອງ​ພະ​ເຈົ້າ​ໂພທິ​ຊະຣາຊ ​ເຊິ່ງ​ເປັນ​ບິດາ​ຂອງ​ເຈົ້າ​ໄຊ​ຍະ​ເຊ​ດຖາ​ທິຣາຊ. ກຸ່ມ​ຫີນ​ຫລັກ​ເມືອງ​ດັ່ງກ່າວ​ຖືກ​ຈັດ​ວາ​ງ​ໄວ້​ເປັນ 3 ກຸ່ມ​ຫ່າງ​ກັນ​ປະມານ 1,5 ​ແມັດ​ ​ແລະ ຫໍ​ຫລັກ​ເມືອງ​ທີ່​ຫາ​ກໍ່ສ້າງ​ຂຶ້ນມາ​ໃໝ່ນີ້​ແມ່ນ​ກວມ​ເອົາ​ຫິນ​ເສມາ​ທັງ 3 ກຸ່ມ ​ແລະ ຕັ້ງຢູ່​ບ່ອນ​ເກົ່າ​ແຕ່​ເດີມ​ເພື່ອ​ເປັນ​ການ​ຮັກສາ​ຄວາມໝາຍອັນ​ສັກສິດ​ທີ່​ບັນພະ​ບູລຸດ​ໄດ້​ກຳນົດ​ໄວ້ ​ແລະ ປະຕິບັດ​ຕາມ​ຮີດ​ເກົ່າ​ຄອງ​ເດີມ​ທີ່​ມີ​ມາ​ແຕ່​ບູຮານ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=1