ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ[1]

ຫ້ອງການ ອັກສອນຫຍໍ້ “ ຫກ ” ຂຽນເປັນພາສາສາກົນ “ Cabinet ’’​ ຂຽນຫຍໍ້ “ CBN ” ແມ່ນໂຄງປະກອບກົງຈັກ​ການ​ຈັດ​ຕັ້ງຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມີພາລະບົດບາດເປັນເສນາທິການໃຫ້ແກ່ຄະ​ນະ​ນຳ​ກະ​ຊວງກ່ຽວກັບວຽກງານ ບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກຳ ແລະ ວຽກງານຮ່ວມມືທັງພາຍໃນ ແລະ ຕ່າງປະເທດ  ໃນ​ການອຳ​ນວຍຄວາມສະດວກ ແລະ ເປັນ​ໃຈ​ກາງໃນການປະສານງານພົວພັນກັບພາກສ່ວນທີ່ກ່ຽວຂ້ອງ.

ໜ້າທີ່

  1. ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  2. ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກຳ ແລະ ວຽກງານຮ່ວມມືທັງພາຍໃນ ແລະ ຕ່າງປະເທດ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ​ນະ​ໂຍບາຍ​ ກ່ຽວກັບວຽກງານບໍລິຫານ-ສັງລວມ, ວຽກງານເລຂານຸການ-ພິທີການ, ວຽກງານນິຕິກຳ ແລະ ວຽກງານຮ່ວມມືທັງພາຍໃນ ແລະ ຕ່າງປະເທດ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆ  ເພື່ອສະເໜີລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
  4. ຄົ້ນຄວ້າ ແລະ ກະກຽມບົດປະກອບຄຳເຫັນ, ບົດໂອ້ລົມ, ບົດຖະແຫຼງການ ແລະ ເອກະສານທາງລັດຖະການ,ກະກຽມບົດລາຍງານ ​ແລະ ບົດສະຫຼຸບຕ່າງໆ ໃຫ້ຄະນະນໍາກະຊວງ ແລະ ລາຍງານ ຫ້ອງວ່າການລັດຖະບານ, ຫ້ອງ​ວ່າການ​ປະທານປະເທດ ແລະ ພາກສ່ວນກ່ຽວຂ້ອງ;
  5. ຊຸກຍູ້, ຕິດຕາມ ແລະ ສັງລວມ ການຈັດຕັ້ງປະຕິບັດວຽກງານແຕ່ລະໄລຍະໃນທົ່ວຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເພື່ອລາຍງານໃຫ້ຄະນະນຳກະຊວງ;
  6. ຄຸ້ມຄອງເອກະສານ​ຂາ​ເຂົ້າ-ຂາ​ອອກ ແລະ ການຈໍລະຈອນເອກະສານດ້ວຍ​ລະ​ບົບ​ເອ​ເລັກ​ໂຕ​ຣນິກຢູ່ພາຍໃນກະຊວງ ໃຫ້ເປັນລະບົບລະບຽບ, ວ່ອງໄວ ແລະ ຖືກຕ້ອງຊັດເຈນໃນດ້ານຮູບແບບ, ດ້ານນິຕິໄນ ແລະ ຮັກສາໄດ້ອັນເປັນຄວາມລັບ; ຮັບ ແລະ ສົ່ງເອກະສານ​ທາງ​ລັດ​ຖະ​ການໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ແກ້ໄຂ; ເຂົ້າເລກທີ, ປະທັບກາ,ສຳ​ເນົາ ແລະ ສົ່ງ​ຄືນ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງນຳສົ່ງເອກະສານທາງລັດຖະການຂອງກະຊວງ;
  7. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ແລະ ວາລະຂອງກອງປະຊຸມ ໃຫ້ຄະນະນຳກະຊວງ; ບັນທຶກ ແລະ ແຈ້ງການກ່ຽວກັບຜົນຂອງກອງປະຊຸມໃຫ້ພາກສ່ວນກ່ຽວຂ້ອງທັງພາຍໃນກະຊວງ ແລະ ພາຍນອກ;
  8. ຮຽບຮຽງ, ກວດຜ່ານຄວາມຖືກຕ້ອງຂອງເອກະສານຕ່າງໆ ທີ່ຈະເອົາເຂົ້າສະເໜີ, ລາຍງານ, ຂໍຄໍາເຫັນຊີ້ນໍາ, ຂໍການຕົກລົງ ແລະ ຂໍລາຍເຊັນ ຈາກຄະນະນໍາກະຊວງ;
  9. ຮັບຜິດຊອບວຽກງານພິທີການ, ກະກຽມການເຄື່ອນໄຫວຂອງຄະນະນໍາກະຊວງ ແລະ ຮັບຕ້ອນແຂກທັງພາຍໃນ ແລະ ຕ່າງປະເທດຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ;
  10. ເປັນໃຈກາງໃນການພົວພັນປະສານງານວຽກງານປີ່ນອ້ອມ ກັບພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນກ່ຽວກັບວຽກງານຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  11. ຄຸ້ມຄອງວຽກງານຂໍ້ມູນຂ່າວສານ, ປະຊາສໍາພັນ ແລະ ສັງລວມຂໍ້ມູນເພື່ອສະໜອງເຂົ້າໃນວາລະສານໄອຊີທີ,   ສື່ພິມຕ່າງໆ, ເວັບໄຊ ແລະ ສື່ສັງຄົມອອນລາຍຂອງ ກະຊວງ;
  12. ຄົ້ນຄວ້າ, ຕິດຕາມ, ກວດກາ ແລະ ບໍາລຸງຮັກສາ ເຄື່ອງອຸປະກອນໄອຊີທີ, ເຄື່ອຂ່າຍອິນເຕີເນັດ ແລະ ຄຸ້ມຄອງອຸປະກອນຮັບໃຊ້ລະບົບຫ້ອງການທັນສະໄໝ ພາຍໃນກະຊວງ;
  13. ຂຶ້ນແຜນງົບປະມານໃນການຈັດຊື້, ກໍ່ສ້າງ, ສ້ອມແປງອາຄານ, ພາຫະນະ, ວັດຖຸອຸປະກອນຕ່າງໆ ພາຍໃນກະຊວງ;
  14. ຄົ້ນຄວ້າ, ປັບປຸງການໂຄງ​ປະ​ກອບ​ການ​ຈັດ​ຕັ້ງ, ​ສັບ​ຊ້ອນ​ບຸກ​ຄະ​ລາ​ກອນ ແລະ ກຳນົດຕໍາແໜ່ງງານຂອງຫ້ອງການ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
  15. ປະສານສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນເວນຍາມສຳນັກງານ, ຮັກສາຄວາມສະຫງົບ ແລະ ຄວາມປອດໄພພາຍໃນກະຊວງ;
  16. ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ພາຍໃນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  17. ຈັດກອງປະຊຸມປະຈໍາປີ, ກອງປະຊຸມປີ່ນອ້ອມ ຂອງກະຊວງ ຕາມການຕົກລົງເຫັນດີຂອງ ຄະນະນໍາກະຊວງ;
  18. ເປັນໃຈກາງ ໃນການປະສານງານ ພົວພັນ​ຮ່ວມ​ມື ​ທັງພາຍໃນ-ຕ່າງປະ​ເທດ ໃນ​ຂອບ​ສອງ​ຝ່າຍ, ອະ​ນຸ​ພາກ​ພື້ນ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ ເພື່ອຂົນຂວາຍ ຍາດແຍ່ງການຊ່ວຍເຫລືອ​ທາງດ້ານທຶນຮອນ, ​ເຕັກ​ນິກ ແລະ ວິຊາການ ເຂົ້າໃສ່ການພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ;
  19. ປະສານງານກັບບັນດາກົມ ແລະ ທຽບເທົ່າ ໃນການກະກຽມຮ່າງບົດບັນທຶກຄວາມເຂົ້າໃຈ ສັນຍາ ແລະເອກະສານການຮ່ວມມື ທັງພາຍໃນ ແລະ ສາກົນ ພ້ອມທັງເກັບກຳ ​ຕິດຕາມ ແລະ ຊຸກຍູ້ ການຈັດ​ຕັ້ງປະຕິບັດ​ບັນດາໂຄງການ ​ແລະ ແຜນການຕ່າງໆ ທີ່ໄດ້ຮັບຮອງ;
  20. ເປັນ​ເສ​ນາ​ທິ​ການ​ໃຫ້​ແກ່​ຄະ​ນະ​ນຳກະ​ຊວງ ໃນ​ການ​ຄົ້ນ​ຄວ້າ ແລະ ປະ​ກອບ​ຄຳ​ເຫັນ​ທາງ​ດ້ານ​ເນື້ອ​ໃນ​ຕໍ່​ການ​ພົບ​ປະ​, ການ​ປະ​ຊຸມ, ການ​ເຈ​ລະ​ຈາ, ການ​ເຊັນ​ສັນ​ຍາ ແລະ ເອ​ກະ​ສານ​ຕ່າງໆ​ໃນ​ຂົງ​ເຂດ​ວຽກ​ງານ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ; ເຂົ້າຮ່ວມກອງ​ປະຊຸມ​ທັງ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ແຜນການ, ສະ​ຖິ​ຕິ ​ແລະ ການ​ຮ່ວມ​ມື​ ​ໃນ​ຂະ​ແໜງ​ການ ​ເຕັກໂນໂລຊີ ​ແລະ ການ​ສື່ສານ   ຕາມ​ການ​ມອບ​ໝາຍ​ຂອງ​ຄະນະ​ນຳ​ກະຊວງ;
  21. ເປັນເຈົ້າການໃນການປະສານສົມທົບກັບພາກສວ່ນກ່ຽວຂ້ອງ ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານສົ່ງເສີມການລົງທຶນ ທີ່ຕິດພັນກັບຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ;
  22. ເປັນໃຈກາງປະສານງານກັບພາກສວ່ນຕ່າງໆໃນວຽກງານຮ່ວມມືລົງທຶນ ໃນການເຈລະຈາຍາດແຍ່ງທຶນການຊ່ວຍເຫຼືອ ທັງພາຍໃນແລະຕ່າງປະເທດ ເພື່ອມາພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ;
  23. ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການລົງທຶນ ບັນຊີກິດຈະການຄອບຄຸມ ແລະ ສຳປະທານ ທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳແລະການຄ້າ ຈັດຂື້ນຕາມພາລະບົດບາດໜ້າທີ່ ແລະ ກອງປະຊຸມຕ່າງໆທີ່ໄດ້ກຳນົດອອກ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ;
  24. ເປັນຈຸດໃຈກາງໃນປະສານງານປະຕູດຽວ ໃຫ້ແກ່ວຽກງານອານອອກອະນຸຍາດ ດຳເນີນທຸລະກິດພາກລັດ ແລະ ເອກະຊົນ ຂອງຂະແໜງການເຕັກໂນໂລຊີ ແລະການສື່ສານ;
  25. ຊຸກຍູ້, ຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນ ໃນການດຳເນີນກິດຈະການລົງທຶນ ແລະ ທຸລະກິດ ຂອງບັນດາວິສະຫະກິດ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ;
  26. ເປັນໃຈກາງ ໃນການຄົ້ນຄວ້າ, ສ້າງ, ປັບປຸງ ນະໂຍບາຍ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຂະແໜງ ການ ເຕັກໂນໂລຊີ ແລະ ການສື່ສານ; ປະກອບຄຳເຫັນໃສ່ ບັນດານິຕິກຳ ຂອງຂະແໜງການອື່ນ;
  27. ຝຶກອົບຮົມ ແລະ ແນະນໍາ ວຽກງານຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາກົມ/ທຽບເທົ່າ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ນະຄອນຫຼວງ ໃນການສ້າງ ແລະ ປັບປຸງນິຕິກໍາ;
  28. ເປັນໃຈກາງ ໃນການຕິດຕາມ,  ກວດກາ, ການໂຄສະນາ ເຜີຍແຜ່ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
  29. ເປັນໃຈກາງປະສານສົມທົບກັບ ບັນດາກົມ/ທຽບເທົ່າ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງນະຄອນຫຼວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ສາມສ້າງ ແລະ ວຽກງານພັດທະນາຊົນນະບົດ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
  30. ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ຂອບເຂດສິດ

  1. ຈັດຕັ້ງຜັນຂະຫຍາຍ​ແນວ​ທາງແຜນ​ນະ​ໂຍບາຍ​ຂອງ​ພັກ, ລະບຽ​ບການ​ຂອງລັດ​, ແຜນຍຸດທະສາດ, ແຜນພັດທະນາຂອງກະຊວງ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດແຕ່ລະໄລຍະ ເພື່ອຈັດຕັ້ງປະຕິບັດ;
  2. ອອກຂໍ້ຕົກລົງ, ອອກແຈ້ງການ ແລະ ເຊັນເອກະສານຕ່າງໆ ຕາມພາລະບົດບາດຂອງຫ້ອງການທີ່ໄດ້ກໍານົດໄວ້;
  3. ປະສານງານກັບພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ, ພາຍໃນກະຊວງ ແລະ ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ, ບັນດາກະຊວງ ແລະ ອົງການ/ທຽບເທົ່າ ຕ່າງໆ;
  4. ປະສານງານດ້ານວຽກງານພິທີການກັບພາກສ່ວນທີ່ກ່ຽວຂ້ອງ ໃນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  5. ປະສານສົມທົບກັບເຈົ້າໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງກະຊວງ;
  6. ປະສານສົມທົບກັບພາກສວ່ນຕ່າງໆ ແລະ ບັນດາກົມ/ທຽບເທົ່າ ໃນວຽກງານຈັດຕັ້ງມະຫາຊົນ ເພື່ອສ້າງຂະບວນການຕ່າງໆ ໃນວັນສໍາຄັນຂອງຊາດ ແລະ ສາກົນ;
  7. ຄຸ້ມຄອງ, ກວດກາເນື້ອໃນ, ສັງລວມຂໍ້ມູນ ແລະ ສະໜອງຂໍ້ມູນຂ່າວສານເຂົ້າໃນເວັບໄຊກະຊວງ, ວາລະສານໄອຊີທີ, ສື່ພິມຕ່າງໆ ແລະ ສື່ສັງຄົມອອນລາຍ;
  8. ຄົ້ນຄວ້າ, ຄຸ້ມຄອງ, ຕິດຕາມກວດກາ  ແລະ ປະສານງານສົມທົບພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການນຳໃຊ້ເຄື່ອງອຸປະກອນ ໄອຊີທີ ແລະ ລະບົບຫ້ອງການທັນສະໄໝ ພາຍໃນກະຊວງ;
  9. ສະເໜີຍ້ອງຍໍ, ແຕ່ງຕັ້ງ, ສັບຊ້ອນ ພະນັກງານພາຍໃນຫ້ອງການ;
  10. ຄຸ້ມຄອງເອກະສານຂາເຂົ້າ-ຂາອອກ ແລະ ການຈໍລະຈອນເອກະສານແບບເຈ້ຍ ແລະ ແບບເອເລັກໂຕຣນິກ;
  11. ຂຶ້ນແຜນນໍາໃຊ້ງົບປະມານບໍລິຫານຂອງຫ້ອງການ ແລະ ກະຊວງ;
  12. ຄຸ້ມຄອງພາຫະນະ, ບຳລຸງຮັກສາ-ສ້ອມແປງ ແລະ ອຸປະກອນ ພ້ອມທັງແຕ່ງຕັ້ງຄະນະຈັດຊື້-ຈັດຈ້າງ;
  13. ປະສານງານກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ວຽກງານການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່-ເດັກ;
  14. ສະເໜີເຂົ້າຮ່ວມພົບປະ, ເຈລະຈາ ແລະ ເຊັນສັນຍາ, ອະນຸສັນຍາ, ບົດບັນທຶກ ແລະ ເອກະສານຮ່ວມມືກັບບັນດາອົງການຈັດຕັ້ງສາກົນທັງພາຍໃນ ແລະ ຕ່າງປະເທດ;
  15. ສະເໜີເປັນເຈົ້າພາບ ຫລື ເປັນເຈົ້າພາບຮ່ວມກັບສາກົນ ຈັດກອງປະຊຸມ ສຳມະນາ  ຝຶກອົບຮົມ ກ່ຽວກັບວຽກງານ ແຜນການ ສະຖິຕິ ແລະ ການຮ່ວມມື  ຢູ່ ສປປ ລາວ;
  16. ຄົ້ນຄວ້າສ້າງ ແລະ ປັບປຸງລະບຽບການຄຸ້ມຄອງ, ສ້າງບັນຊີກິດຈະການວຽກງານສົ່ງເສີມການລົງທຶນ ທີ່ຕິດພັນກັບຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ;
  17. ເຈລະຈາຍາດແຍ່ງທຶນການຊ່ວຍເຫຼືອ ທັງພາຍໃນແລະຕ່າງປະເທດ ເພື່ອມາພັດທະນາຂະແໜງ ເຕັກໂນໂລຊີ ແລະການສື່ສານ;
  18. ປະຊຸມປຶກສາຫາລືກ່ຽວກັບການສົ່ງເສີມການລົງທຶນ ບັນຊີກິດຈະການຄອບຄຸມ ແລະ ສຳປະທານ ທີ່ຕິດພັນກັບຂະແໜງແຜນການ ແລະ ການລົງທຶນ, ຂະແໜງອຸດສາຫະກຳແລະການຄ້າ ຈັດຂື້ນຕາມພາລະບົດບາດໜ້າທີ່ ແລະ ກອງປະຊຸມຕ່າງໆທີ່ໄດ້ກຳນົດອອກ ຕາມການຕົກລົງ ແລະ ມອບໝາຍຂອງຂັ້ນເທິງ;
  19. ປະສານງານປະຕູດຽວ ໃຫ້ແກ່ວຽກງານການອອກອະນຸຍາດ ດຳເນີນທຸລະກິດພາກລັດ ແລະ ເອກະຊົນ ຂອງຂະແໜງການເຕັກໂນໂລຊີ ແລະການສື່ສານ;
  20. ຊຸກຍູ້, ຕິດຕາມຄວາມຄືບໜ້າ ແລະ ປະເມີນຜົນ ໃນການດຳເນີນກິດຈະການລົງທຶນ ແລະ ທຸລະກິດ ຂອງບັນດາວິສະຫະກິດ ແລະ ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໃຫ້ຂັ້ນເທິງເປັນແຕ່ລະໄລຍະ;
  21. ຈັດພິມ ແລະ ໂຄສະນາເຜີຍແຜ່ ບັນດານິຕິກຳ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  22. ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມການຕົກລົງເຫັນດີ ຂອງຄະນະນຳກະຊວງ;
  23. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງ ລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ໂຄງ​ປະ​ກອບ​ການຈັດຕັ້ງ

  • ພະ​ແນ​ກ ບໍລິຫານ-​ຈັດ​ຕັ້ງ;
  • ພະ​ແນ​ກ​ ເລຂານຸການ ແລະ ພິທີການ;
  • ພະ​ແນ​ກ ສັງ​ລວມ;
  • ພະ​ແນ​ກ ຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່​-ເດັກ;
  • ພະ​ແນ​ກ ປະຊາສຳພັນ;
  • ພະ​ແນ​ກ ເຕັກນິກ ສື່ສານພາຍໃນ;
  • ພະ​ແນ​ກ ຮ່ວມມືລົງທຶນ;
  • ພະ​ແນ​ກ ຮ່ວມມືອານຸພາກພື້ນ;
  • ພະ​ແນ​ກ ຮ່ວມມືອາຊຽນ;
  • ພະ​ແນ​ກ ຮ່ວມມືທະວິພາຄີ;
  • ພະ​ແນ​ກ ຮ່ວມມືອົງການ​ຈັດ​ຕັ້ງ​ສາກົນ;
  • ພະ​ແນ​ກ ນິຕິກໍາ.


ອ້າງອີງ

  1. ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຫ້ອງການ. (2022). ຂໍ້ຕົກລົງ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຫ້ອງການ, ເລກທີ 183/ກຕສ, ລົງວັນທີ 02 ກຸມພາ 2022. ເວັບໄຊທ໌ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ. https://mtccabinet.gov.la/gweb/backend/web/index.php?r=site/detail&id=551