ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກະຊວງ ຕສ

ຈາກ Laopedia

    ທີ່ຕັ້ງ ແລະ ພາລະບົດບາດ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ອັກສອນຫຍໍ້ “ສຖຕ“ ເປັນພາສາສາກົນ “Technology Promotion and Transfer Center” ຂຽນຫຍໍ້ “TPTC” ແມ່ນໂຄງປະກອບການຈັດຕັ້ງ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ  ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນຳກະຊວງ ສ້າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບການ ຈັດຕັ້ງຜັນຂະຫຍາຍ ວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໃຫ້ລວມສູນ, ສົ່ງເສີມການນຳໃຊ້ເຕັກໂນໂລຊີ, ຖ່າຍທອດເຕັກໂນໂລຊີໃໝ່ທີ່ກ້າວໜ້າ, ສົ່ງເສີມການສ້າງທຸລະກິດລິເລີ່ມ (start up), ຊຸກຍູ້ ສົ່ງເສີມການຫັນເປັນດິຈິຕອນ, ດຶງດູດສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃນການສ້າງເຂດເຕັກໂນໂລຊີ ເພື່ອກ້າວເຂົ້າສູ່ເສດຖະກິດດິຈິຕອນ ແລະ ສົ່ງເສີມ, ໂຄສະນາ, ເຜີຍແຜ່, ຝຶກອົບຮົມ, ສຳມະນາທຸກວຽກງານ, ບັນດາຜະລິດຕະພັນ, ການບໍລິການ ທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຜິດຊອບ.

 ໜ້າທີ່

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນໆຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໃຫ້ລວມສູນ, ວຽກງານສົ່ງເສີມການນຳໃຊ້ເຕັກໂນໂລຊີ, ວຽກງານຖ່າຍທອດເຕັກໂນໂລຊີໃໝ່ທີ່ກ້າວໜ້າ, ວຽກງານສົ່ງເສີມການສ້າງທຸລະກິດລິເລີ່ມ (start-up), ວຽກງານຊຸກຍູ້ ສົ່ງເສີມການຫັນເປັນດິຈິຕອນ ແລະ ວຽກງານດຶງດູດສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃນການສ້າງເຂດເຕັກໂນໂລຊີ.

3.   ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີໃຫ້ລວມສູນ ວຽກງານສົ່ງເສີມການນຳໃຊ້ເຕັກໂນໂລຊີ, ວຽກງານຖ່າຍທອດເຕັກໂນໂລຊີໃໝ່ທີ່ກ້າວໜ້າ, ວຽກງານສົ່ງເສີມການສ້າງທຸລະກິດລິເລີ່ມ (start-up), ວຽກງານຊຸກຍູ້ ສົ່ງເສີມການຫັນເປັນດິຈິຕອນ ແລະ ວຽກງານດຶງດູດສົ່ງເສີມການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໃນການສ້າງເຂດເຕັກໂນໂລຊີ, ສ້າງແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

4.   ສົ່ງເສີມການນຳໃຊ້ເຕັກໂນໂລຊີ ໃຫ້ທຸກຂະແໜງການ ທັງພາກລັດ ແລະ ເອກະຊົນ ເພື່ອພັດທະນາວິທີການເຮັດວຽກ, ການຜະລິດ, ການຄ້າ, ການບໍລິການ ແລະ ການດຳລົງຊີວິດໃນວິຖີຊີວິດແບບໃໝ່.

5.   ສົ່ງເສີມຜູ້ປະກອບການດ້ານເຕັກໂນໂລຊີ ພາຍໃນປະເທດ ພັດທະນາຄວາມອາດສາມາດຂອງ ຂະແໜງເຕັກໂນໂລຊີ ໃຫ້ມີປະສິດທິພາບສູງເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ.

6.   ສົ່ງເສີມໃນການສ້າງເງື່ອນໄຂ ໃຫ້ຜູ້ປະກອບການດ້ານເຕັກໂນໂລຊີ ຈາກຕ່າງປະເທດເຂົ້າມາລົງທຶນໃນຂະແໜງເຕັກໂນໂລຊີໃຫ້ຫຼາຍຂຶ້ນ.

7.   ສ້າງແຜນກິດຈະກຳ ໃນການຈັດງານແຂ່ງຂັນ, ການປະກວດ, ງານວາງສະແດງ ແລະ ງານຕະຫຼາດນັດ ເປັນຕົ້ນ ງານ Lao ICT Expo, Lao Tech Mart, Lao ICT Awards ແລະ ອື່ນໆ ເພື່ອສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

8.   ຊຸກຍູ້ສົ່ງເສີມການຜະລິດ ແລະ ການນຳໃຊ້ ຜົນງານການປະດິດສ້າງ, ຜະລິດຕະພັນ ແລະ ການບໍລິການເປັນຕົ້ນ ແອັບພລິເຄຊັນ (Application), ແພລັດຟອມ (Platform), ການບໍລິການແບບເອເລັກໂຕຣນິກ (e-Service) ແລະ ອື່ນໆ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອອກສູ່ສັງຄົມ ຢ່າງກວ້າງຂວາງ ແລະ ໃຫ້ກາຍເປັນມາດຕະຖານ.

9.   ຈັດຝຶກອົບຮົມ ແລະ ຈັດສຳມະນາເຜີຍແຜ່ ແລະ ຖ່າຍທອດການນຳໃຊ້ເຕັກໂນໂລຊີ ໃຫ້ທຸກຂະແໜງການ ເພື່ອຍົກສູງຄຸນນະພາບຂອງວຽກງານ, ການຜະລິດ, ການຄ້າ, ການບໍລິການ ແລະ ການດຳລົງຊີວິດ ເພື່ອປັບປຸງຍົກລະດັບຊີວິດການເປັນຢູ່ ແລະ ລົບລ້າງຄວາມທຸກຍາກ.

10. ສົ່ງເສີມການຖ່າຍທອດເຕັກໂນໂລຊີ ທີ່ສອດຄ່ອງຕາມແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍທີ່ວາງອອກ.

11.  ສົ່ງເສີມ ການສ້າງສູນຖ່າຍທອດ ດ້ວຍການຮ່ວມມືກັບ ບັນດາບໍລິສັດ, ສະມາຄົມ, ສະຖາບັນການສຶກສາ ເປັນຕົ້ນ ໂຮງຮຽນວິຊາຊີບ, ມະຫາວິທະຍາໄລ, ສູນຄົ້ນຄວ້າ, ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການດ້ານເຕັກໂນໂລຊີ.

12.  ສ້າງຖານຂໍ້ມູນ ເພື່ອນຳໃຊ້ເຂົ້າໃນການປະເມີນບັນດາເຕັກໂນໂລຊີ ທີ່ຈຳເປັນທີ່ຈະຖືກນຳໃຊ້ເຂົ້າໃນວຽກງານສົ່ງເສີມການຖ່າຍທອດເຕັກໂນໂລຊີ.

13. ຈັດການແຂ່ງຂັນ, ການປະກວດ ແລະ ການນຳສະເໜີ ແນວຄິດຂອງນັກຮຽນ, ນັກສຶກສາ ແລະ ໄວໜຸ່ມ ເພື່ອເປັນພື້ນຖານ ການນຳໃຊ້ເຕັກໂນໂລຊີ ໃນການແກ້ໄຂບັນຫາເພື່ອສ້າງທຸລະກິດລິເລີ່ມ (Startup).

14.  ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຄົ້ນຄວ້າ ສ້າງສູນບົ່ເພາະ ແລະ ໃຫ້ຄຳປຶກສາ ເພື່ອສົ່ງເສີມການເລີ່ມຕົ້ນ ທຸລະກິດລິເລີ່ມ.

15. ຊຸກຍູ້ ສົ່ງເສີມ ການຊອກຫາແຫຼ່ງທຶນ ໃຫ້ກັບຜູ້ປະກອບການທຸລະກິດລິເລີ່ມ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

16.  ສົ່ງເສີມ ການສ້າງກົນໄກ ແລະ ອຳນວຍຄວາມສະດວກ ໃຫ້ກັບຜູ້ປະກອບການທຸລະກິດລິເລີ່ມ ໄດ້ນຳໃຊ້ຜະລິດຕະພັນ ຂອງຕົນໃນການທົດລອງ (Sandbox) ເພື່ອບໍລິການ ແກ້ໄຂບັນຫາໃດໜຶ່ງ.

17.  ເກັບກຳ, ສັງລວມບັນຫາ, ຄວາມຕ້ອງການ ແລະ ສິ່ງທ້າທາຍຂອງຜູ້ປະກອບການ ທຸລະກິດລິເລີ່ມ ເພື່ອສ້າງກົນໄກ, ນະໂຍບາຍໃນການສົ່ງເສີມ.

18.  ສົ່ງເສີມ ການເຂົ້າເຖິງ ແລະ ການນຳໃຊ້ ໂຄງລ່າງພື້ນຖານບໍລິການ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເຂດຊາຍແດນ ແລະ ເຂດສາມສ້າງ ຮອງຮັບການຫັນເປັນດິຈິຕອນ ໃນທົ່ວສັງຄົມ.

19.  ສົ່ງເສີມ ການຫັນການບໍລິການຂອງພາກລັດ ແລະ ເອກະຊົນ ໃຫ້ເປັນແບບອນລາຍ, ປະຊາຊົນ ສາມາດເຂົ້າເຖິງທຸກບໍລິການ ໂດຍຜ່ານຊ່ອງທາງໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກ .

20.  ສົ່ງເສີມ ການສ້າງ ແລະ ພັດທະນາທັກສະດ້ານດິຈິຕອນ ໃຫ້ບັນດານັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ ແລະ ປະຊາຊົນ ເພື່ອມີຄວາມຮູ້ຄວາມສາມດ ແລະ ທັກສະ ໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ໄດ້ຢ່າງມີປະາິດທິພາບ, ປະສິດທິຜົນ ແລະ ຮັບປະກັນຄວາມປອດໄພ.

21.  ສົ່ງເສີມ ແລະ ດຶງດູດການລົງທຶນ ເພື່ອສ້າງເຂດເຕັກໂນໂລຊີລະດັບສູງ ສ່ວນເຕັກໂນໂລຊີ (Technology Park), ສວນດິຈິຕອນ (Digital Park), ສວນເຕັກໂນໂລຊີຂໍ້ມູນຂ່າວສານ (IT Park) ແລະ ບ່ອນເຮັດວຽກຮ່ວມ (Co-Working Space).

22.  ຊຸກຍູ້ ສົ່ງເສີມ ການສ້າງເຂດທົດລອງເຕັກໂນໂລຊີໃໝ່ ແລະ ເຕັກໂນໂລຊີກ້າວໜ້າ ເປັນຕົ້ນ ປັນຍາປະດິດ (AI), ຂໍ້ມູນຜູກພັນ (Blockchain), ເພື່ອປະເມີນຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆ ກ່ອນໃຫ້ບໍລິການອອກສູ່ສັງຄົມຢ່າງກວ້າງຂວາງ.

23.  ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ເປັນຕົ້ນ ຫຸ່ນຍົນ, ລະບົບໂອໂຕເມຊັນ, ລະບົບສື່ສານຄວາມໄວສູງ 5G ເຂົ້າໃນການຜະລິດ ເພື່ອສ້າງເປັນໂຮງງານອັດສະລິຍະ (Smart Factory).

24.  ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນສັງຄົມ ໂດຍສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເລືອກເຟັ້ນ ແລະ ສ້າງ ຕົວເມືອງ ອັດສະລິຍະ, ຕົວເມືອງທັນສະໄໝ (Smart City).

25.  ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນດ້ານວິຊາການ ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມຂອບເຂດຄວາມຮັບຜິດຊອບຂອງສູນ.

26.  ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍ ວິຊາການເພື່ອຮັບປະກັນການເຄື່ອນໄຫວວຽກງານ ບໍລິຫານໃຫ້ມີປະສິດທິພາບ ປະສິດທິຜົນສູງ.

27.  ສ້າງແຜນບຳລຸງ, ກໍ່ສ້າງ, ຍົກລະດັບ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນພາຍໃນສູນ ຕາມນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

28.  ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບ, ສັງລວມ ແລະ ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ.

29.  ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ຂອບເຂດສິດ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ສະເໜີ ແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການ ກ່ຽວກັບວຽກງານ ສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ແລະ ວຽກງານອື່ນໆຂອງສູນ.

2.   ສົ່ງເສີມ ການນຳໃຊເຕັກໂນໂລຊີ ໃຫ້ທົ່ວສັງຄົມ ເພື່ອສ້າງປະຖົມປັດໄຈ ການຫັນເປັນດິຈິຕອນ.

3.   ຈັດກອງປະຊຸມ, ສຳມະນາ ແລະ ຝຶກອົບຮົມ ເພື່ອຖ່າຍທອດເຕັກໂນໂລຊີ ໃຫ່ທົ່ວສັງຄົມ.

4.   ຈັດກິດຈະກຳ, ງານແຂ່ງຂັນ, ງານວາງສະແດງ ແລະ ງານຕະຫຼາດນັດ ເພື່ອສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

5.   ສົ່ງເສີມ ແລະ ສ້າງກົນໄກການພັດທະນາ ນັກຮຽນ, ນັກສຶກສາ ແລະ ໄວໜຸ່ມ ໃຫ້ກາຍເປັນຜູ້ປະກອບການ ທຸລະກິດລິເລີ່ມ.

6.   ເຄື່ອນໄຫວຊຸກຍູ້ ສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ເຂົ້າໃນການປັບປຸງແກ້ໄຂ ຊີວິດການເປັນຢູ່ຂອງປະຊາຊົນ ໃນທົ່ວປະເທດ ຕາມການຕົກລົງເຫັນດີຂອງຂັ້ນເທິງ.

7.   ສົ່ງເສີມ ແລະ ດຶງດູດການລົງທຶນ ເພື່ອສ້າງເຂດເຕັກໂນໂລຊີ ໃຫ້ກາຍເປັນຂະແໜງການສຳຄັນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ.

8.   ພົວພັນຮ່ວມມື, ເຈລະຈາ, ເຊັນສັນຍາ, ອະນຸສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບວຽກງານສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ກັບທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງຄະນະນຳກະຊວງ.

9.   ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມການຕົກລົງເຫັນດີຈາກຄະນະນຳກະຊວງ.

10. ຊອກຫາແຫຼ່ງທຶນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ ສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຕາມການຕົກລົງເຫັນດີ ຂອງຄະນະນຳກະຊວງ.

11. ຈັດກອງປະຊຸມສະຫຼຸບ, ຖອດຖອນບົດຮຽນ ປະຈຳເດືອນ, ງວດ ແລະ ປີ.

12. ຄຸ້ມຄອງ, ນຳໃຊ້ຊັບສິນ ແລະ ງົບປະມານ ຕາມການອະນຸມັດ ຂອງຄະນະນຳກະຊວງ

13. ສະເໜີປັບປຸງໂຄງປະກອບກົງຈັກການຈັດຕັ້ງຂອງສູນ ໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງວຽກງານແຕ່ລະໄລຍະ.

14. ປະຕິບັດສິດອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ໂຄງປະກອບກົງຈັກ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ພະແນກ ສັງລວມ

2.   ພະແນກ ສົ່ງເສີມ ເຕັກໂນໂລຊີ

3.   ພະແນກ ຖ່າຍທອດ ເຕັກໂນໂລຊີ

4.   ພະແນກ ສົ່ງເສີມ ທຸລະກິດລິເລີ່ມ

5.   ພະແນກ ສົ່ງເສີມ ຫັນເປັນດິຈິຕອນ

6.   ພະແນກ ສົ່ງເສີມ ເຂດເຕັກໂນໂລຊີ

 ໂຄງປະກອບບຸກຄະລາກອນ

ພະແນກ ສັງລວມ ມີໜ້າທີ່ ດັ່ງນີ້:

1.   ຄຸ້ມຄອງ ແລະ ບໍລິຫານ ເອກະສານ ຂາເຂົ້າ-ຂາອອກ ຂອງສູນ.

2.   ປະສານສົມທົບ ກັບພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານລວມຂອງສູນ.

3.   ຂຶ້ນແຜນຈັດປະຊຸມສ່ອງແສງປະຈຳອາທິດ ແລະ ບັນທຶກ, ສະຫຼຸບລາຍງານປະຈຳອາທິດ ສະພາບການຈັດຕັ້ງປະຕິບັດວຽກງານຂອງສູນ.

4.   ຂຶ້ນແນນຳໃຊ້, ຈັດສັນ, ສະໜອງ, ຕິດຕາມກວດກາ ແລະ ສະຫຼຸບ ງົບປະມານ ບໍລິຫານ-ວິຊາການ ປະຈຳເດືອນ, ງວດ ແລະ ປີ.

5.   ສ້າງແຜນການ, ໂຄງການ, ແຜນວຽກ ແລະ ສະຫຼຸບສັງລວມຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການ, ໂຄງການ, ແຜນວຽກຈັດສຸມ ປະຈຳເດືອນ, ງວດ ແລະ ປີ.

6.   ຄຸ້ມຄອງຊັບສິນ, ພາຫະນະ, ອຸປະກອນ-ເຄື່ອງມືຮັບໃຊ້ ພາຍໃນສູນ.

7.   ຄົ້ນຄວ້າ ຂຶ້ນແຜນບຳລຸງ, ກໍ່ສ້າງ ແລະ ຍົກລະດັບ ພະນັກງານຂອງສູນ.

8.   ຂຶ້ນແຜນກຳນົດພະນັກງານ, ສັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານຂອງສູນ.

9.   ຕິດຕາມສະພາບ, ປະເມີນຜົນ ແລະ ຕີລາຄາ ການຈັດຕັ້ງປະຕິບັດວຽກງານຂອງພະນັກງານ ພາຍໃນສູນ ຕາມໄຕມາດ.

10.  ຄົ້ນຄວ້າ, ຕິດຕາມ, ເກັບກຳສະຖິຕິ ແລະ ສະເໜີດັດແກ້ການເລື່ອນຊັ້ນ-ຂັ້ນ ເງິນເດືອນຂອງພະນັກງານ.

11.  ພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນດ້ານວິຊາການ ທັງພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມຂອບເຂດຄວາມຮັບຜິດຊອບຂອງສູນ.

12.  ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະສູນ.

ໜ້າທີ່ຂອງ ພະແນກ ສົ່ງເສີມເຕັກໂນໂລຊີ

ພະແນກ ສົ່ງເສີມເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂອງສູນ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງພະແນກ ໃຫ້ກາຍເປັນຈຸດໃຈກາງໃນການຈັດຕັ້ງປະຕິບັດວຽກງານ ຊຸກຍູ້ສົ່ງເສີມເຕັກໂນໂລຊີ.

2.   ສົ່ງເສີມການນຳໃຊ້ເຕັກໂນໂລຊີ ໃຫ້ທຸກຂະແໜງການທັງພາກລັດ ແລະ ເອກະຊົນ ເພື່ອພັດທະນາ ວິທີການເຮັດວຽກ, ການຜະລິດ, ການຄ້າ, ການບໍລິການ ແລະ ການດຳລົງຊີວິດ ໃນການນຳໃຊ້ເຕັກໂນໂລຊີໃໝ່ໆເຂົ້າໃນວຽກງານ ໃຫ້ທັນກັບສະພາບ ຂອງການປ່ຽແປງໄວທາງດ້ານເຕັກໂນໂລຊີ.

3.   ຊຸກຍູ້ສົ່ງເສີມ ການນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕອນ ເຂົ້າໃນວຽກງານ ສາທາລະນະສຸກ, ສຶກສາ, ວັດທະນະທຳສັງຄົມ ແລະ ອື່ນໆ.

4.   ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ທີ່ສອດຄ່ອງຕາມແນວທາງ, ນະໂຍບາຍ ແລະ ລະບຽບກົດໝາຍທີ່ວາງອອກ.

5.   ສົ່ງເສີມ ໃນການສ້າງເງື່ອນໄຂໃຫ້ຜູ້ປະກອບການດ້ານເຕັກໂນໂລຊີ ຈາກຕ່າງປະເທດເຂົ້າມາລົງທຶນໃນຂະແໜງເຕັກໂນໂລຊີໃຫ້ຫຼາຍຂຶ້ນ.

6.   ສ້າງແຜນກິດຈະກຳ ເພື່ອຈັດຕັ້ງປະຕິບັດ ການຈັດງານແຂ່ງຂັນ, ການປະກວດ, ງານວາງສະແດງ ແລະ ງານຕະຫຼາດນັດ ເປັນຕົ້ນ ງານ Lao ICT Expo, Lao Tech Mart, Lao ICT Awards, ຈັດກອງປະຊຸມແລກປ່ຽນບົດຮຽນ, ຈັບຄູ່ຮ່ວມທຸລະກິດ ດ້ວຍຮູບການຕ່າງໆເພື່ອສົ່ງເສີມ ເຕັກໂນໂລຊີ.

7.   ຊຸກຍູ້ສົ່ງເສີມການຜະລິດ ແລະ ການນຳໃຊ້ ຜົນງານການປະດິດສ້າງ, ຜະລິດຕະພັນ ແລະ ການບໍລິການ ເປັນຕົ້ນ ແອັບພລິເຄຊັນ (Application), ແພລັດຟອມ (Platform), ການບໍລິການແບບເອເລັກໂຕຣນິກ (e-Service) ແລະ ອື່ນໆ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອອກສູ່ສັງຄົມ ຢ່າງກວ້າງຂວາງ ແລະ ໃຫ້ກາຍເປັນມາດຕະຖານ.

8.   ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊຸກຍູ້ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ໃຫ້ກາຍເປັນເຄື່ອງມືທີ່ຈຳເປັນ ແລະ ສຳຄັນ ໃນການຂັບເຄື່ອນວຽກງານ ໃຫ້ມີຄວາມວ່ອງໄວ ແລະ ເປັນຕົວຊີ້ວັດຜົນສຳເລັດຂອງທຸກຂະແໜງການ.

9.   ສັງລວມ, ເກັບກຳຄວາມຕ້ອງການ, ບັນຫາ, ສິ່ງທ້າທາຍ ແລະ ອື່ນໆ ກ່ຽວກັບວຽກງານການສົ່ງເສີມເຕັກໂນໂລຊີ ທັງພາກລັດ ແລະ ເອກະຊົນ ເພື່ອເປັນຂໍ້ມູນໃນການສ້າງກົນໄກ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ການສົ່ງເສີມເຕັກໂນໂລຊີ.

10.  ສ້າງຖານຂໍ້ມູນ ເພື່ອເກັບກຳບັນຫາຕ່າງ ກ່ຽວກັບວຽກງານສົ່ງເສີມການນຳໃຊ້ເຕັກໂນໂລຊີ ເຂົ້າໃນທຸກຂະແໜງການ ທັງພາກລັດ ແລະ ເອກະຊົນ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາແບບແຜນ, ວິທີ ແລະ ຮູບແບບຂອງວຽກງານສົ່ງເສີມເຕັກໂນໂລຊີ ໃຫ້ມີປະສິດທິພາບສູງ.

11.  ເປັນຈຸດໃຈກາງປະສານງານ ໃນການຂັບເຄື່ອນວຽກງານສົ່ງເສີມເຕັກໂນໂລຊີ ດ້ວຍການສົມທົບກັບບັນດາພາກສ່ວນຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ໃຫ້ມີປະສິດທິຜົນສູງ.

12.  ປະຕິບັດໜ້າທີ່ອື່ນ ຕາມກາມອບໝາຍ ຂອງຄະນະສູນ.

ໜ້າທີ່ຂອງ ພະແນກ ຖ່າຍທອດເຕັກໂນໂລຊີ

ພະແນກ ຖ່າຍທອດເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂອງສູນ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງພະແນກ ໃຫ້ກາຍເປັນຈຸດໃຈກາງໃນການຈັດຕັ້ງປະຕິບັດວຽກງານຖ່າຍທອດເຕັກໂນໂລຊີ.

2.   ຈັດຝຶກອົບຮົມ, ຈັດສຳມະນາ, ເຜີຍແຜ່ ແລະ ຖ່າຍທອດການນຳໃຊ້ເຕັກໂນໂລຊີ ໃຫ້ທຸກຂະແໜງການ ເພື່ອຍົກສູງຄຸນນະພາບຂອງວຽກງານ, ການຜະລິດ, ການຄ້າ, ການບໍລິຫານ ແລະ ການດຳລົງຊີວິດເພື່ອ ປັບປຸງຍົກລະດັບຊີວິດການເປັນຢູ່ ແລະ ລຶບລ້າງຄວາມທຸກຍາກ.

3.   ສ້າງລະບຽບການ ແລະ ປຶ້ມຄູ່ມື ເພື່ອຮັບໃຊ້ວຽກງານການບໍລິການທາງດ້ານ ການຖ່າຍທອດເຕັກໂນໂລຊີ.

4.   ສົ່ງເສີມ ຜູ້ປະກອບການດ້ານເຕັກໂນໂລຊີ ໃນການສ້າງລະບຽບເພື່ອຄວບຄຸມ ແລະ ການຫ້າມ ການຖ່າຍທອດເຕັກໂນໂລຊີ ທີ່ບໍ່ສອດຄ່ອງຕາມແນວທາງນະໂຍບາຍ ຂອງກະຊວງ ກໍຄືຂອງລັດຖະບານວາງອອກ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ.

5.   ຊຸກຍູ້ສົ່ງເສີມ ໃຫ້ທຸກຂະແໜງການທັງພາກລັດ ແລະ ເອກະຊົນ ຜັນຂະຫຍາຍວຽກງານຖ່າຍທອດເຕັກໂນໂລຊີ ໃຫ້ກັບບຸກຄະລາກອນຂອງຕົນ ເພື່ອຍົກສູງຄວາມຮູ້ຄວາມສາມາດໃນການນຳໃຊ້ເຕັກໂນໂລຊີໃຫ້ຖືກຕ້ອງ ແລະ ເໝາະສົມໃນຂະແໜງການຂອງຕົນ.

6.   ສົ່ງເສີມ ການສ້າງສູນຖ່າຍທອດ ດ້ວຍການຮ່ວມມືກັບ ບັນດາບໍລິສັດ, ສະມາຄົມ, ສະຖາບັນການສຶກສາ ເປັນຕົ້ນ ໂຮງຮຽນວິຊາຊີບ, ວິທະຍາໄລ, ມະຫາວິທະຍາໄລ, ສູນຄົ້ນຄວ້າ, ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຖ່າຍທອດຄວາມຮູ້, ບົດຮຽນ ແລະ ປະສົບການດ້ານເຕັກໂນໂລຊີ.

7.   ຖ່າຍ ແລະ ຝຶກອົບຮົມ ໃຫ້ແກ່ພະນັກງານ ລັດຖະກອນ ໃນການນຳໃຊ້ ອຸປະກອນ ແລະ ລະບົບເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕອນ ເຂົ້າຊ່ວຍການເຮັດວຽກ, ການບໍລິຫານ ແລະ ການບໍລິການ ຂອງພາກລັດ.

8.   ຜັນຂະຫຍາຍ ແລະ ຖ່າຍທອດເຕັກໂນໂລຊີ ຈາກພາກພື້ນ ແລະ ສາກົນ ເຂົ້າກັບເງື່ອນໄຂ ແລະ ສະພາບຕົວຈິງ ຂອງການພັດທະນາ ໃນ ສປປ ລາວ.

9.   ສັງລວມ, ເກັບກຳຄວາມຕ້ອງການ, ບັນຫາ, ສິ່ງທ້າທາຍ ແລະ ອື່ນໆ ກ່ຽວກັບວຽກງານ ສົ່ງເສີມການຖ່າຍທອດເຕັກໂນໂລຊີ ທັງພາກລັດ ແລະ ເອກະຊົນ ເພື່ເປັນຂໍ້ມູນໃນການສ້າງກົນໄກ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ສົ່ງເສີມການຖ່າຍທອດເຕັກໂນໂລຊີ.

10.  ສ້າງຖານຂໍ້ມູນ ເພື່ອເກັບກຳບັນຫາຕ່າງໆ ກ່ຽວກັບວຽກງານການຖ່າຍທອດເຕັກໂນໂລຊີ ເຂົ້າໃນທຸກຂະແໜງການ ທັງພາກລັດ ແລະ ເອກະຊົນ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາແບບແຜນ, ວິທີ ແລະ ຮູບແບບຂອງວຽກງານສົ່ງເສີມການຖ່າຍທອດເຕັກໂນໂລຊີ ໃຫ້ມີປະສິດທິພາບສູງ.

11.  ເປັນຈຸດໃຈກາງປະສານງານ ໃນການຂັບເຄື່ອນວຽກງານສົ່ງເສີມຖ່າຍທອດເຕັກໂນໂລຊີ ດ້ວຍການສົມທົບກັບບັນດາພາກສ່ວນຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ໃຫ້ມີປະສິດທິຜົນສູງ.

12.  ສ້າງຄວາມເຂັ້ມແຂງກົນໄກການປະສານງານ ດ້ານການຖ່າຍທອດເຕັກໂນໂລຊີ ລະຫວ່າງຂະແໜງການ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຜູ້ປະກອບການທຸລະກິດ ເພື່ອສ້າງເປັນລະບົບການປະສານງານທີ່ມີປະສິດທິພາບ.

13.  ບໍລິການໃຫ້ຄຳປຶກສາ ແລະ ສະໜອງຂໍ້ມູນ ກ່ຽວກັບວຽກງານການຖ່າຍທອດເຕັກໂນໂລຊີ.

14.  ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມຖ່າຍທອດເຕັກໂນໂລຊີ ໃໝ່ທີ່ກ້າວໜ້າ ແລະ ສີຂຽວ.

15.  ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະສູນ.

ໜ້າທີ່ຂອງ ພະແນກ ທຸລະກິດລິເລີ່ມ

ພະແນກ ທຸລະກິດລິເລີ່ມ ມີໜ້າທີ່ດັ່ງນີ້:

1.   ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂອງສູນ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງພະແນກ ໃຫ້ກາຍເປັນຈຸດໃຈກາງ ໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມທຸລະກິດລິເລີ່ມ.

2.   ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທຸລະກິດລິເລີ່ມນຳໃຊ້ເຕັກໂນໂລຊີ ໃໝ່ທັນສະໄໝ ເປັນເຄື່ອງມືຂັບເຄື່ອນໃນການຜະລິດສິນຄ້າ ແລະ ການບໍລິການໂດຍສະເພາະການສົ່ງເສີມທຸລະກິດລິເລີ່ມທີ່ນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕອນ.

3.   ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນໃນການຊຸກຍູ້ສົ່ງເສີມ ຜູ້ປະກອບການ ທຸລະກິດລິເລີ່ມ ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງ ໃນການແຂ່ງຂັນກັບຕະຫຼາດທຸລະກິດ ພາຍໃນພາກພື້ນ ແລະ ສາກົນ.

4.   ເປັນຈຸດໃຈກາງປະສານງານ ໃນການຂັບເຄື່ອນວຽກງານສົ່ງເສີມທຸລະກິດລິເລີ່ມ ດ້ວຍການສົມທົບກັບບັນດາພາກສ່ວນຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ໃຫ້ມີປະສິດທິຜົນສູງ.

5.   ສົ່ງເສີມທຸລະກິດລິເລີ່ມ ທີ່ມີການນຳໃຊ້ ຫຼື ພັດທະນາ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕອນ ເພື່ອສ້າງ ທຸລະກິດລິເລີ່ມ ດິິຕອນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແບບກ້າວກະໂດດ ເພື່ອເປັນທ່າແຮງ ໃນການສ້າງເສດຖະກິດດິຈິຕອນ ຂອງ ສປປ ລາວ, ກາຍເປັນທຸລະກິດໃຫຍ່ ແລະ ສາມາດອອກໄປແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້.

6.   ສົ່ງເສີມ ແລະ ເຜີຍແຜ່ບັນດານະໂຍບາຍ, ນິຕິກຳ, ລະບຽບ, ຂໍ້ກຳນົດ ແລະ ມາດຕະຖານເຕັກນິກກ່ຽວກັບວຽກງານທຸລະກິດລິເລີ່ມໃຫ້ທັງພາກລັດ ແລະ ເອກະຊົນ, ໃຫ້ຄຳປຶກສາ ແລະ ສະໜອງຂໍ້ມູນ ກ່ຽວກັບວຽກງານທຸລະກິດລິເລີ່ມ.

7.   ສົ່ງເສີມການປູກຈິດສຳນຶກ ໃຫ້ແກ່ໄວໜຸ່ມ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ເຂົ້າໃຈກ່ຽວກັບວຽກງານທຸລະກິດລິເລີ່ມດ້ານເຕັກໂນໂລຊີດິຈິຕອນ ເພື່ອກຽມຄວາມພ້ອມຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຊັບພະຍາກອນໃຫ້ກັບສັງຄົມໄດ້.

8.   ສົ່ງເສີມການຄົ້ນຄວ້າ ນຳໃຊ້ຫົວຄິດປະດິດສ້າງ ແລະ ຜົນສຳເລັດ ທາງດ້ານເຕັກໂນໂລຊີ ເພື່ອຕໍ່ຍອດສ້າງທຸລະກິດລິເລີ່ມ ແລະ ສະເໜີການຍ້ອງຍໍ ຜູ້ທີ່ມີຜົນສຳເລັດໃນວຽກງານທຸລະກິດລິເລີ່ມ.

9.   ຈັດການແຂ່ງຂັນ, ການປະກວດ ແລະ ການນຳສະເໜີ ແນວຄິດຂອງນັກຮຽນ, ນັກສຶກສາ ແລະ ຊາວໜຸ່ມ ອພື່ເປັນພື້ນຖານການນຳໃຊ້ເຕັກໂນໂລຊີ ໃນການແກ້ໄຂບັນຫາເພື່ອສ້າງທຸລະກິດລິເລີ່ມ.

10. ເຜີຍແຜ່ ແລະ ສ້າງຄວາມຮູ້ ກ່ຽວກັບທຸລະກິດລິເລີ່ມ ໃຫ້ບັນດາໂຮງຮຽນ ແລະ ສະຖາບັນສຶກສາ ເພື່ອສ້າງທັດສະນະຄະຕິ ຂອງຊາວໜຸ່ມ, ນັກຮຽນ, ນັກສຶກສາ ໃນການສ້າງທຸລະກິດລິເລີ່ມ ຂອງຕົນເອງ.

11. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດງານ Lao Start-up ປະຈຳປີ ແລະ ຊອກຫາ ບໍລິສັດທີ່ດີເດັ່ນ ໃນການໃຫ້ລາງວັນ Lao Start-up Award.

12. ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ສ້າງສູນບົ່ມເພາະ ແລະ ໃຫ້ຄຳປຶກສາ ເພື່ອສົ່ງເສີມການເລີ່ມຕົ້ນ ທຸລະກິດລິເລີ່ມ.

13. ຊຸກຍູ້ສົ່ງເສີມ ການຊອກຫາແຫຼ່ງທຶນ ໃຫ້ກັບຜູ້ປະກອບການທຸລະກິດລິເລີ່ມ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

14. ສົ່ງເສີມການສ້າງກົນໄກ ແລະ ອຳນວຍຄວາມສະດວກ ໃຫ້ກັບຜູ້ປະກອບການທຸລະກິດລິເລີ່ມ ໄດ້ນຳໃຊ້ຜະລິດຕະພັນ ຂອງຕົນໃນການທົດລອງ (Sandbox) ເພື່ອບໍລິການ ແກ້ໄຂບັນຫາໃດໜຶ່ງ.

15. ເກັບກຳ, ສັງລວມ, ບັນຫາ, ຄວາມຕ້ອງການ ແລະ ສິ່ງທ້າທາຍຂອງຜູ້ປະກອບການ ທຸລະກິດລິເລີ່ມ ເພື່ອສ້າງກົນໄກ, ນະໂຍບາຍໃນການສົ່ງເສີມ.

16.  ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະສູນ.

ໜ້າທີ່ຂອງ ພະແນກ ສົ່ງເສີມຫັນເປັນດິຈິຕອນ

ພະແນກ ສົ່ງເສີມຫັນເປັນດິຈິຕອນ ມີໜ້າທີ່ດັ່ງນີ້:

1.   ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂອງສູນ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງພະແນກ ໃຫ້ກາຍເປັນຈຸດໃຈກາງ ໃນການຈັດຕັ້ງປະຕິບັດວຽກງານການສົ່ງເສີມຫັນເປັນດິຈິຕອນ.

2.   ຊຸກຍູ້ສົ່ງເສີມ ແລະ ເຜີຍແຜ່ຄວາມຮູ້ທາງດ້ານເຕັກໂນໂລຊີດິຈິຕອນ ໃຫ້ກັບທຸກຂະແໜງການທັງພາກລັດ ແລະ ເອກະຊົນ ເພື່ອກຽມຄວາມພ້ອມໃຫ້ທຸກພາກສ່ວນໃນການຫັນເປັນທັນສະໄໝ.

3.   ສັງລວມ, ເກັບກຳຄວາມຕ້ອງການ, ບັນຫາ, ສິ່ງທ້າທາຍ ແລະ ອື່ນໆ ກ່ຽວກັບວຽກງານການສົ່ງເສີມການຫັນເປັນດິຈິຕອນ ທັງພາກລັດ ແລະ ເອກະຊົນ ເພື່ອເປັນຂໍ້ມູນໃນການສ້າງກົນໄກ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ສົ່ງເສີມຫັນການເປັນດິຈິຕອນ.

4.   ສ້າງຖານຂໍ້ມູນ ເພື່ອເກັບກຳບັນຫາຕ່າງໆກ່ຽວກັບວຽກງານສົ່ງເສີມຫັນເປັນດິຈິຕອນ ເຂົ້າໃນທຸກຂະແໜງການ ທັງພາກລັດ ແລະ ເອກະຊົນ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາແບບແຜນ, ວິທີ ແລະ ຮູບແບບຂອງວຽກງານສົ່ງເສີມການຫັນເປັນດິຈິຕອນ ໃຫ້ມີປະສິດທິພາບສູງ.

5.   ເປັນຈຸດໃຈກາງປະສານງານ ໃນການຂັບເຄື່ອນວຽກງານສົ່ງເສີມຫັນເປັນດິຈິຕອນ ດ້ວຍການສົມທົບກັບບັນດາພາກສ່ວນຕ່າງໆ ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ  ຕ່າງປະເທດ ໃຫ້ມີປະສິດທິຜົນສູງ.

6.   ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການສົ່ງເສີມ, ການຈັດສຳມະນາ ແລະ ໂຄສະນາເຜີຍແຜ່ ວຽກງານການຫັນເປັນດິຈິຕອນ ແລະ ການສ້າງເສດຖະກິດດິຈິຕອນ ທີ່ມີສ່ວນຮ່ວມຂອງທຸກພາກສ່ວນ.

7.   ສົ່ງເາີມການເຂົ້າເຖິງ ແລະ ການນຳໃຊ້ ໂຄງລ່າງພື້ນຖານການບໍລິການ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ເຂດຊາຍແດນ ແລະ ເຂດສາມສ້າງ ຮອງຮັບການຫັນເປັນດິຈິຕອນ ໃນທົ່ວສັງຄົມ.

8.   ສົ່ງເສີມການຫັນການບໍລິການຂອງພາກລັດ ແລະ ເອກະຊົນ ໃຫ້ເປັນແບບອອນລາຍ, ປະຊາຊົນສາມາດ ເຂົ້າເຖິງທຸກການບໍລິການ ໂດຍຜ່ານຊ່ອງທາງໂທລະສັບມືຖື ແລະ ອຸປະກອນເອເລັກໂຕຣນິກ.

9.   ສົ່ງເສີມ ການພັດທະນາທັກສະດ້ານດິຈິຕອນ ໃຫ້ບັນດານັກຮຽນ, ນັກສຶກສາ, ພະນັກງານ-ລັດຖະກອນ ແລະ ປະຊາຊົນ ເພື່ອມີຄວາມຮູ້ຄວາມສາມາດ ແລະ ທັກສະໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ໄດ້ຢ່າງມີປະສິດທິພາບ, ປະສິດທິຜົນ, ຮັບປະກັນຄວາມປອດໄພ, ມີຄວາມທັນສະໄໝ, ມີຄວາມໂປ່ງໃສ ແລະ ຫັນເປັນລັດຖະບານດິຈິຕອນ ເທື່ອລະກ້າວ.

10.  ສົ່ງເສີມການຫັນເປັນດິຈິຕອນ ທາງດ້ານການສຶກສາ, ສາທາລະນະສຸກ, ວັດທະນະທຳ ແລະ ສັງຄົມ ເພື່ອສ້າງຄວາມສະດວກ ໃນການເຂົ້າເຖິງຂໍ້ມູນ ແລະ ການບໍລິການຕ່າງໆ ຂອງແຕ່ລະຂະແໜງການ.

11.  ຊຸກຍູ້ສົ່ງເສີມການສ້າງກົນໄກ ໃນການພັດທະນາທັກສະ, ຄວາມຮູ້ແລະ ຄວາມສາມາດ ໃນການນຳໃຊ້ ເຕັກໂນໂລຊີດິຈິຕອນ ໃຫ້ກັບສັງຄົມ ໂດຍສະເພາະ ແມ່ນເພື່ອຫຼຸດຜ່ອນຄວາມແຕກໂຕນ ທາງດ້ານຄວາມຮັບຮູ້ ລະຫວ່າງປະຊາຊົນໃນຕົວເມືອງ ແລະ ເຂດຊົນນະບົດ.

12.  ຊຸກຍູ້ສົ່ງເສີມ ໃຫ້ທຸກພາກສ່ວນ ປະກອບສ່ວນທາງດ້ານງົບປະມານ ເຂົ້າໃນກອງທຶນຫັນເປັນດິຈິຕອນ ແລະ ໂຄສະນາເຜີຍແຜ່ ໃຫ້ແຕ່ລະພາກສ່ວນ ຂຶ້ນແຜນໂຄງການ ເພື່ອນຳໃຊ້ກອງທຶນດັ່ງກ່າວ ໃນການຫັນເປັນດິຈິຕອນ ໃນຂະແໜງການຂອງຕົນ.

13.  ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະສູນ.

ໜ້າທີ່ຂອງ ພະແນກ ສົ່ງເສີມເຂດເຕັກໂນໂລຊີ

ພະແນກ ສົ່ງເສີມເຂດເຕັກໂນໂລຊີ ມີໜ້າທີ່ ດັ່ງນີ້:

1.   ຈັດຕັ້ງຜັນຂະຫຍາຍແຜນພັດທະນາ ຂອງສູນ ເພື່ອສ້າງເປັນແຜນການ, ແຜນງານ, ໂຄງການ ລະອຽດຂອງພະແນກ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຕົວຈິງ ໃນແຕ່ລະໄລຍະ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໄວ້ ໃຫ້ກາຍເປັນຈຸດໃຈກາງ ໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມເຂດເຕັກໂນໂລຊີ.

2.   ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ທຸກຂະແໜງການດ້ວຍການຈັດຝຶກອົບຮົມສຳມະນາຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບວຽກງານ ສົ່ງເສີມເຂດເຕັກໂນໂລຊີ.

3.   ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງກຳນົດລະບຽບການ ແລະ ນະໂຍບາຍ ໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຂອງຂະແໜງການ ເພື່ອສົ່ງເສີມສ້າງເຂດເຕັກໂນໂລຊີ ທີ່ທັນສະໄໝ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ.

4.   ສົ່ງເສີມໃຫ້ມີການພັດທະນາ ແລະ ນຳໃຊ້ເຂດເຕັກໂນໂລຊີ ແບບຍືນົຍງ ແລະ ຕໍ່ເນືອງ ເພື່ອພັດທະນາເຂດເຕັກໂນໂລຊີ ໃຫ້ເປັນຈຸດສູນລວມຂອງການນຳໃຊ້ເຕັກໂນໂລຊີໃໝ່ໆ ທີ່ທັນສະໄໝ.

5.   ປະເມີນ ແລະ ຖອດຖອນບົດຮຽນກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງໃນການຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມການສ້າງເຂດເຕັກໂນໂລຊີ ໃນຮູບແບບຕ່າງໆເພື່ອເປັນຂໍ້ມູນໃນການປັບປຸງ, ພັດທະນາ ແລະ ນຳໃຊ້ ຕົວຈິງໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍືນຍົງ.

6.   ສັງລວມ, ເກັບກຳຄວາມຕ້ອງການ, ບັນຫາ, ສິ່ງທ້າທາຍ ແລະ ອື່ນໆ ກ່ຽວກັບວຽກງານການສົ່ງເສີມເຂດເຕັກໂນໂລຊີ ທັງພາກລັດ ແລະ ເອກະຊົນ ເພື່ເປັນຂໍ້ມູນໃນການສ້າງກົນໄກ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບວຽກງານ ສົ່ງເສີມເຂດເຕັກໂນໂລຊີ.

7.   ສ້າງຖານຂໍ້ມູນ ເພື່ອເກັບກຳບັນຫາຕ່າງໆ ກ່ຽວກັບວຽກງານສົ່ງເສີມເຂດເຕັກໂນໂລຊີ ເຂົ້າໃນທຸກຂະແໜງການທັງພາກລັດ ແລະ ເອກະຊົນ ເພື່ອເປັນບ່ອນອີງໃນການປັບປຸງ ແລະ ພັດທະນາແບບແຜນ, ວິທີ ແລະ ຮູບແບບຂອງວຽກງານ ສົ່ງເສີມເຂດເຕັກໂນໂລຊີ ໃຫ້ມີປະສິດທິພາບສູງ.

8.   ເປັນຈຸດໃຈກາງປະສານງານ ໃນການຂັບເຄື່ອນວຽກງານສົ່ງເສີມເຂດເຕັກໂນໂລຊີ ດ້ວຍການສົມທົບກັບບັນດາພາກສ່ວນຕ່າງໆ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ໃຫ້ມີປະສິດທິຜົນສູງ.

9.   ສົ່ງເສີມ ແລະ ດຶງດູດການລົງທຶນ ເພື່ອສ້າງ ແລະ ພັດທະນາ ເຂດເຕັກໂນໂລຊີ ລະດັບສູງ ເປັນຕົ້ນ ສວນເຕັກໂນໂລຊີ (Technology Park/Hi-Tech Park), ສວນດິຈິຕອນ (Digital Park), ສວນເຕັກໂນໂລຊີຂໍ້ມູນຂ່າວສານ (IT Park).

10.  ສົ່ງເສີມ ແລະ ສ້າງກົນໄກ ເພື່ອດຶງດູດ ບັນດາບໍລິສັດ ເຕັກໂນໂລຊີການສທ່ສານຂໍ້ມູນຂ່າວສານ ແລະ ບໍລິສັດ ເຕັກໂນໂລຊີດິຈິຕອນ ຂອງພາກພື້ນ ແລະ ສາກົນ ເຂົ້າມາເປີດຫ້ອງການ, ສາຂາ ແລະ ຕົວແທນ ຢູ່ ສປປ ລາວ.

11.  ສົ່ງເສີມໃນການສ້າງ ບ່ອນເຮັດວຽກຮ່ວມກັນ (Co-Working Space) ແລະ ຫ້ອງການທີ່ຈຳເປັນ ທີ່ມີເຄື່ອງມື, ລະບົບ ແລະ ອິນເຕີເນັດຄວາມໄວສູງ ເພື່ອໃຫ້ຊາວໜຸ່ມ, ນັກຮຽນ, ນັກສຶກສາ ສາມາດເຂົ້າມາ ນຳໃຊ້ໃນການສ້າງ ແລະ ພັດທະນາ ຄວາມຄິດຂອງຕົນ ໃຫ້ອອກມາເປັນຜະລິດຕະພັນ.

12.  ຊຸກຍູ້ສົ່ງເສີມ ການສ້າງເຂດທົດລອງ ເຕັກໂນໂລຊີໃໝ່ ແລະ ເຕັກໂນໂລຊີກ້າວໜ້າ ເປັນຕົ້ນ ປັນຍາປະດິດ (AI), ໂລກຈຳລອງ (Metaverse), ຂໍ້ມູນຜູກພັນ (Blockchain), ເພື່ອປະເມີນຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆ ກ່ອນໃຫ້ການບໍລິການອອກສູ່ສັງຄົມຢ່າງກວ້າງຂວາງ.

13.  ສົ່ງເສີມການນຳໃຊ້ເຕັກໂນໂລຊີ ເປັນຕົ້ນ ຫຸ່ນຍົນ, ລະບົບໂອໂຕເມຊັນ, ລະບົບສື່ສານຄວາມໄວສູງ 5G ເຂົ້າໃນການຜະລິດ ເພື່ອສ້າງເປັນໂຮງງານອັດສະລິຍະ (Smart Factory).

14.  ສົ່ງເສີມ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນສັງຄົມ ໂດຍສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເລືອກເຟັ້ນ ແລະ ສ້າງ ຕົວເມືອງອັດສະລິຍະ, ຕົວເມືອງທັນສະໄໝ (Smart City).

15.  ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍ ຂອງຄະນະສູນ.