ສູນກາງສະຫະພັນກຳມະບານລາວ

ຈາກ Laopedia


ຫ້ອງການສະຫະພັນກຳ​ມະ​ບານ​ລາວ​ແມ່ນ​ອົງການ​ຈັດ​ຕັ້ງ​ມະຫາຊົນໜຶ່ງທີ່​ກວ້າ​ງຂວາງໃນ​ລະບົບ​ການເມືອງ ຂອງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ທີ່​ມີ​ພັກ​ປະ​ຊາ​ຊົນລາວ ປະຕິວັດ ​ເປັນ​ແກນ​ນຳ.​ເປັນ​ອົງການ​ສຶບ​ທອດ ພາລະ​ກຳ ປະຫວັດສາດ ​ແລ​ະ ມູນ​ເຊື້ອຂອງ​ຊົນ​ຊັ້ນ​ກໍາມະກອນ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ລາວ ບັນ​ດາ​ເຜົ່າ​ໃນ​ພາລະກິດ​ປະຕິວັດ​ຊາດ ປະຊາທິປະ​ໄຕ ກໍ່​ຄື​ການ​ປະຕິບັດ ສອງໜ້າທີ່​ຍຸດ​ທະ​ສາດ ​ໃນ​ພາລະກິດ​ປ່ຽນ​ແປງ​ໃໝ່,​ເຊິ່ງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂື້ນ ​ໃນ​ວັນ​ທີ 1 ກຸມພາ ປີ 1956, ດຳ​ເນີນ​ການ​ເຄື່ອນ​ໄຫວຕາມ​ລັດຖະທຳ​ມະນູນ, ກົດໝາຍ​ແຫ່ງ ສ ປປ ລາວ ​ແລະ ກົດໝາຍວ່າ​ດ້ວຍ​ກຳມະ​ບານ

ສະຫະພັນກຳມະບານລາວ ແມ່ນລະບົບການຈັດຕັ້ງຂອງກຳມະບານລາວ, ເປັນການຈັດຕັ້ງການເມືອງ-ສັງຄົມ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວຊຶ່ງໄດ້ຮັບການສ້າງຕັ້ງ, ນຳພາ ແລະ ສຶກສາອົບຮົມ ໂດຍ ພັກປະຊາຊົນປະຕິວັດລາວ.ໂດຍຂຶ້ນຢູ່ບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງ ມະຫາຊົນ ແລະ ຫົວໜ່ວຍແຮງງານ ມີຖານະທຽບເທົ່າອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນອື່ນໃນຂັ້ນດຽວກັນ.

ສະຫະພັນກຳມະບານລາວ ແມ່ນອົງການເລືອກຕັ້ງຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ໄດ້ມາຈາກການເລືອກຕັ້ງໂດຍກົງຂອງຜູ້ແທນກອງປະຊຸມໃຫຍ່ ແລະ ເຄື່ອນໄຫວວຽກງານຢູ່ພາຍໃຕ້ ການນຳພາ ໂດຍກົງ ແລະ ຮອບດ້ານຂອງຄະນະພັກ ຂັ້ນຂອງຕົນ. ສະຫະພັນກຳມະບານລາວເຄື່ອນໄຫວວຽກງານປົກປ້ອງ ສິດ ແລະ ຜົນປະໂຫຍດຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານອຶ່ນ ດ້ວຍຮູບເເບບ ບໍລິການສາທາລະນະ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນຫມູ່ຄະນະ, ບຸກຄົນ ຮັບຜິດຊອບຂັ້ນລຸ່ມປະຕິບັດຕາມ ຂັ້ນເທິງ, ບຸກຄົນປະຕິບັດຕາມການຈັດຕັ້ງ ແລະ ທົ່ວສະຫະພັນກຳມະບານ ລາວ ປະຕິບັດຕາມມະຕິກອງປະຊຸມ.

ສະຫະພັນກຳມະບານລາວ ມີພາລະບົດບາດ ດັ່ງນີ້:

  1. ໂຄສະນາ, ສຶກສາອົບຮົມ, ປຸກລະດົມ, ເຕົ້າໂຮມຄວາມສາມັກຄີ ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນ ມີຄວາມຕື່ນຕົວທາງການເມືອງ, ຮູ້ສິດ, ພັນທະ ແລະ ຜົປະໂຫຍດຂອງຕົນ, ມີ ຄວາມຮູ້ຄວາມສາມາດທາງດ້ານວິທະຍາສາດເຕັກໂນໂລຊີ, ມີອະລິຍະທຳທາງດ້ານຈິດໃຈ ແລະ ມີວິໄນໃນ ການອອກແຮງງານ.
  2. ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະ ກອນ ແລະ ຊາວຜູ້ອອກແຮງງານອື່ນໆ;
  3. ຕິດຕາມ, ກວດກາ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນະທຳ-ສັງຄົມ ຂອງອົງ ການລັດແຕ່ລະ ຂັ້ນ ແລະ ຫົວໜ່ວຍແຮງງານ;
  4. ເຂົ້າຮ່ວມຕິດຕາມ, ກວດກາການເຄື່ອນໄຫວ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກຂອງສະພາດັ່ງກ່າວ.

ສູນກາງສະຫະພັນກຳມະບານລາວມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ ຫັນເອົາແນວທາງ, ນະໂຍບາຍ ແລະ ມະຕິກອງປະຊຸມໃຫຍ່ ຜູ້ແທນກຳມະບານທົ່ວປະເທດໃຫ້ ເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກຳລະອຽດໃນແຕ່ລະໄລຍະ.
  2. ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ, ມະຕິກອງປະຊຸມໃຫຍ່ ຂອງກຳມະ ບານລາວໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນຮັບຮູ້ເຊື່ອມຊຶມຢ່າງທົ່ວ ເຖິງ:
  3. ເຕົ້າໂຮມຄວາມສາມັກຄີ, ປຸກລະດົມ ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກ ແຮງງານອື່ນ ເຂົ້າຮ່ວມຂະບວນການແຂ່ງຂັນ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຝຶກຝົນ ຫຼໍ່ຫຼອມຕົນເອງຢ່າງຮອບດ້ານ;
  4. ສະເຫນີສ້າງ ແລະ ປັບປຸງກົດຫມາຍທີ່ກ່ຽວຂ້ອງ, ພິຈາລະນາຮັບຮອງເອົາ ແລະ ປະກາດໃຊ້ນິຕິກຳໃຕ້ ກົດໝາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ; ປະກາດລົບລ້າງ ຫຼື ໂຈະການປະຕິບັດມະຕິ, ຄຳແນະ ນຳ, ແຈ້ງການ, ລະບຽບການ ຂອງສະຫະພັນກຳມະບານຂັ້ນລຸ່ມ ທີ່ບໍ່ສອດຄ່ອງກັບກົດໝາຍ, ກົດລະບຽບ ຫຼື ມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ;
  5. ພິຈາລະນາສ້າງຕັ້ງ ຫຼື ຍຸບເລີກ ກົງຈັກຊ່ວຍວຽກຂັ້ນຂອງຕົນ; ອະນຸຍາດສ້າງຕັ້ງ ຫຼື ຍຸບເລີກ ການຈັດຕັ້ງ ກຳມະບານຂັ້ນລຸ່ມຂອງຕົນ; ກໍ່ສ້າງ, ບຳລຸງ, ຍົກລະດັບທິດສະດີ, ວິຊາສະເພາະວຽກງານກຳມະບານ ໃຫ້ພະນັກ ງານກຳມະບານແຕ່ລະຂັ້ນ;
  6. ຮັບຮອງເອົາ ການແຕ່ງຕັ້ງຜູ້ຕາງໜ້າຜູ້ອອກແຮງງານຢູ່ຫົວຫນ່ວຍແຮງງານ ໃນຂອບເຂດຄວາມ ຮັບຜິດຊອບ ຂອງຕົນ;
  7. ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ແກ້ໄຂບັນຫາທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນ ຕາມກົນໄກການປະສານງານ ສາມ ຝ່າຍ
  8. ເກັບກຳສະຖິຕິ, ອອກບັດໃຫ້ສະມາຊິກກຳມະບານ ທັງຢູ່ພາຍໃນ, ຢູ່ຕ່າງປະເທດເພື່ອຕິດຕາມ ການ ເຄື່ອນໄຫວ ແລະ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ;
  9. ຕິດຕາມ ສະພາບແວດລ້ອມການອອກແຮງງານ, ຮັບຟັງຄຳຄິດ ຄຳເຫັນ, ຄວາມມຸ່ງມາດປາຖະ ຫນາ ແລະ ຕາງຫນ້າກຳມະກອນ, ຊາວຜູ້ອອກແຮງງານອື່ນ ສ້າງສັນຍາແຮງງານລວມຫມູ່ ຢູ່ຫົວຫນ່ວຍແຮງງານຂັ້ນ ຂອງຕົ້ນ;
  10. ຂົນຂວາຍ ແລະ ຊຸກຍູ້ ຈັດຕັ້ງກຳມະບານຮາກຖານ ຢູ່ກຸ່ມການຜະລິດ, ກຸ່ມວິຊາຊີບ ໃຫ້ແກ່ ແຮງງານນອກ ລະບົບ;
  11. ປະກອບສ່ວນຊຸກຍູ້, ສົ່ງເສີມການຝຶກອົບຮົມ ພັດທະນາສີມືແຮງງານ, ສະຫນອງຂໍ້ມູນຂ່າວສານ ແລະ ຝຶກ ອົບຮົມໃຫ້ຄວາມຮູ້ກ່ຽວກັບຄວາມປອດໄພແຮງງານແກ່ກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນໆ;
  12. ສ້າງແຫຼ່ງລາຍຮັບທີ່ຖືກຕ້ອງຕາມກົດຫມາຍ, ຄຸ້ມຄອງ ແລະ ນຳໃຊ້ລາຍຮັບນັ້ນ ເພື່ອສ້າງຄວາມ ເຂັ້ມແຂງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກຳມະບານ;
  13. ເຂົ້າຮ່ວມໃນການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ, ສະພາ ປະຊາຊົນຂັ້ນ ແຂວງ ແລະ ສະມາຊິກສະພາດັ່ງກ່າວ;
  14. ພົວພັນ ແລະ ຮ່ວມມື ກັບອົງການຈັດຕັ້ງກຳມະບານປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການບໍ່ ສັງກັດລັດຖະບານ ທັງພາຍໃນ ແລະ ຕ່າງປະເທດ;
  15. ສະຫຼຸບ, ລາຍງານການເຄື່ອນໄຫວວຽກງານກໍາມະບານໃນຂອບເຂດທົ່ວປະເທດໃຫ້ຂັ້ນເທິງທີ່ກ່ຽວຂ້ອງ ຢ່າງເປັນປົກກະຕິ;
  16. ນຳໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ແຫຼ່ງທີ່ມາ: https://lftu.gov.la/