ສະເດັດເຈົ້າ ສຸພານຸວົງ

ຈາກ Laopedia

ສະຫາຍ ສຸພານຸວົງ ເກີດເມື່ອວັນທີ 13 ເດືອນ ກໍລະກົດ ປີ 1909 ທີ່ບ້ານໃໜ່, ຕາແສງສີຖານ, ເມືອງຫຼວງພະບາງ ແຂວງຫຼວງພະບາ ເປັນບຸດຂອງມະຫາອຸປະຮາດບຸນຄົງ ແລະ ຫມ່ອມນາງ ຄໍາອ້ວນ.

  • ໃນໄວໜຸ່ມ,ພາຍຫຼັງຮຽນຈົບຊັ້ນປະຖົມສຶກສາ ຫຼວງພະບາງ,ສະຫາຍໄດ້ໄປຮຽນ ວິທະຍາໄລທີ່ຮ່າໂນ້ຍ ແລະ ຫຼັງຈາກນັ້ນກໍໄດ້ໄປຮຽນຕໍ່ທີ່ມະຫາວິທະຍາໄລຂົວ-ທາງແຫ່ງຊາດ ທີ່ນະຄອນຫຼວງປາລີ ຂອງປະເທດຝຮັ່ງ. ໃນປີ 1937 ສະຫາຍ ໄດ້ສໍາເລັດການສຶກສາທີ່ໂຮງຮຽນແຫ່ງດັ່ງກ່າວ ແລະ ເປັນວິສາວະກອນດ້ານຂົວ-ທາງ.
  • ປີ 1937 ສະຫາຍ ໄດ້ກັບຄືນມາອິນດູຈີນ ແລະ ໄດ້ຮັບລາຊະການດ້ານໂຍທາ ສະຫາຍໄດ້ປະຕິບັດໜ້າທີ່ວິຊາສະເພາະຢູ່ຫຼາຍບ່ອນ,ໄດ້ເຂົ້າຮ່ວມໃນການກໍ່ສ້າງກິດຈະການຕ່າງໆຢູ່ລາວ, ຢູ່ຫວຽດນາມ ແລະ ຢູ່ກໍາປູເຈຍ.
  • ໃນຕົ້ນປີ 1940 ສະຫາຍ ໄດ້ເຂົ້າຮ່ວມຂະບວນການຮັກຊາດ ແລະ ໃນເດືອນຕຸລາ 1945 ໄດ້ກັບຄືນປະເທດເພື່ອສ້າງກໍາລັງ ແລະ ປັບປຸງຂະບວນການປະຕິວັດຢູ່ລາວ.
  • ວັນທີ 12 ຕຸລາ ປີ1945 ລັດຖະບານລາວອິດສະຫຼະໄດ້ຖືກແຕ່ງຕັ້ງສະຫາຍ ໄດ້ຖືກແຕ່ງຕັ້ງເປັນລັດຖະມົນຕີກະຊວງໂຍທາທິການ ແລະ ຕໍ່ມາບໍດົນກໍໄດ້ຖືກແຕ່ງຕັ້ງ ເປັນລັດຖະມົນຕີກະຊວງປ້ອງກັນຊາດ ທັງເປັນຜູ້ບັນຊາການທະຫານສູງສຸດ.
  • ເດືອນ ມີນາ 1946 ເປັນຜູ້ບັນຊາການສູ້ຮົບປ້ອງກັນເມືອງທ່າແຂກ ແລະ ໄດ້ຮັບບາດເຈັບສາຫັດ ດ້ວຍຈິດໃຈຮັກຊາດອັນເດັດດ່ຽວໜຽວແໜ້ນ, ເດືອນ ຕຸລາ ປີ 1947 ສະຫາຍ ສຸພານຸວົງ ພ້ອມດ້ວຍໜູ່ຄະນະໄດ້ກໍ່ສ້າງກໍາລັງປະກອບອາວຸດໃນບາງເຂດແຂວງພາກຕາເວັນຕົກຂອງປະເທດ.
  • ໃນປີ 1950 ສະຫາຍ ໄດ້ເຂົ້າຮວມກອງະຊຸມແນວລາວອິດສະຫຼະ ຈັດຕັ້ງລັດຖະບານຕໍ່ຕ້ານ ແລະ ໄດ້ຖືກເລືອກຕັ້ງເປັນລັດຖະມະຫາເສນາຂອງລັດຖະບານລາວຕໍ່ຕ້ານ ທັງເປັນປະທານແນວລາວອິດສະຫຼະ.
  • ປີ 1954 ເປັນຫົວໜ້າຂະນະຜູ້ແທນຝ່າຍແທນຝ່າຍປະເທດລາວເຂົ້າຮ່ວມເຈລະຈາ ກັບລັດຖະບານວຽງຈັນທີ່ຄັງໄຂ (ແຂວງຊຽງຂວາງ).
  • ປີ 1955 ສະຫາຍ ສຸພານຸວົງ ໄດ້ຮັບເຂົ້າເປັນສະມາຊິກພັກປະຊາຊົນລາວ ໃນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງປະຖົມມະລຶກ ສະຫາຍ ໄດ້ຖືກແຕ່ງຕັ້ງເປັນກໍາມະການສູນກາງພັກ,ໃນດຽວກັນນີ້ ສະຫາຍ ໄດ້ຮັບມອບໜາຍໃຫ້ເປັນຫົວໜ້າຄະນະຜູ້ແທນຝ່າຍປະເທດລາວເຂົ້າເຈລະຈາກັບລັດຖະບານວຽງຈັນຢູ່ທີ່ຢ້າງກຸ້ງ ປະເທດ ມຽນມາ.
  • ປີ 1956 ກອງປະຊຸມໃຫຍ່ແນວລາວຮັກຊາດໄດ້ເລືອກຕັ້ງສະຫາຍເປັນປະທານແນວລາວຮັກຊາດ.
  • ປີ 1957-1959 ໃນເວລາລວມລາວເທືອທໍາອິດ ສະຫາຍ ສຸພານຸວົງ ໄດ້ເປັນລັດຖະມົນຕີແຜນຜັງຂອງລັດຖະບານປະສົມຄັ້ງທີ1, ຖືກເລືອກຕັ້ງເປັນຜູ້ແທນລາຊະດອນ ສະຫາຍພ້ອມດ້ວຍບັນດາຜູ້ນຳພັກ ແລະ ແນວລາວຮັກຊາດອື່ນໆໄດ້ຖືກສັດຕູຈັບຄັງຄຸກທີໂພນເຄັງ.
  • ປີ 1960-1962ເປັນຫົວໜ້າຄະນະຜູ້ແທນຂອງແນວລາວຮັກຊາດໃນການເຈລະຈາກັບລັດຖະບານວຽງຈັນທີ່ສຳເໜືອ,ທີຊູລິກ,ທີຫີນເຫີບ,ນາມອນ, ທົ່ງໄຫຫີນຊຽງຂວາງ.
  • ປີ1962 ໄດ້ເປັນຮອງນາຍຍົກລັດຖະມົນຕີຂອງລັດຖະບານປະສົມຄັ້ງທີ 2
  • ປີ1964 ເປັນຫົວໜ້າຄະນະຜູ້ແທນແນວລາວຮັກຊາດໃນການເຈລະຈາ 3 ຝ່າຍຢູ່ປະເທດຝຣັ່ງ.
  • ປີ1972 ໃນກອງປະຊຸມໃຫ່ຍຄັ້ງທີ 2 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ທັງເປັນປະທານສູນກາງແນວລາວຮັກຊາດ.
  • ປີ 1973-1975 ໃນເວລາເຂົ້າປະສົມກັບຝ່າຍວຽງຈັນ ສະຫາຍໄດ້ຖືກແຕ່ງຕັ້ງເປັນປະທານຄະນະມົນຕີປະສົມການເມືອງແຫ່ງຊາດ.
  • ປີ 1975 ກອງປະຊຸມໃຫ່ຍຜູ້ແທນປະຊາຊົນທົ່ວປະເທດໄດ້ເລືອກຕັ້ງສະຫາຍ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທັງເປັນປະທານສະພາປະຊາຊົນສູງສຸດ. (ເປັນປະທານປະເທດຄົນທໍາອິດ)
  • ປີ 1979 ກອງປະຊຸມໃຫ່ຍແນວລາວສ້າງຊາດ ໄດ້ເລືອກຕັ້ງສະຫາຍເປັນປະທານສູນກາງແນວລາວສ້ງຊາດ.
  • ປີ 1982 ໃນກອງປະຊຸມໃຫ່ຍຄັ້ງທີ 3 ຂອງພັກປະຊາຊົນປະຕິວັດລາວ ສະຫາຍ ໄດ້ຖືກເລືອກຕັ້ງເປັນກຳມະການເມືອງສູນກາງພັກ ທັງເປັນປະທານປະເທດແຫ່ງ ສ.ປ.ປ.ລາວ.
  • ປີ 1986 ໃນກອງປະຊຸມໃຫຍ່ຄັ້ງທີ 4 ຂອງພັກປະຊາຊົນປະຕິວັດລາວ ສະຫາຍໄດ້ຖືກເລືອກເປັນກຳມະການກົມການເມືອງສູນກາງພັກ.
  • ປີ 1991 ອີງໃສ່ສຸຂະພາບ ແລະ ຄວາມມຸ່ງມາດປາຖະໜາຂອງສະຫາຍເອງ ໃນກອງປະຊຸມໃຫຍ່ຄັ້ງ 5 ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນທີ່ປຶກສາຄະນະບໍລິຫານງານສູນກາງພັກ.


ສະຫາຍ ສຸພານຸວົງ ແມ່ນຜູ້ນຳຮຸ່ນອາວຸດໂສຄົນສຳຄັນຂອງພັກ ແລະ ລັດເຮົາ ທົ່ວພັກທົ່ວປວງຊົນເຮົາຮັບຮູ້ວ່າສະຫາຍ ເປັນປັນຍາຊົນທີ່ສະຫຼຽວສະຫຼາດ ແລະ ຜູ້ທີ່ມີຊື່ສຽງໃນເວທີສາກົນ, ເປັນເຊື້້ອເຈົ້າທີ່ມີນໍ້າໃຈຮັກຊາດຢ່າງດູດດື່ມ ແລະ ໄດ້ເອົາຊີວິດຕິດພັນກັບການປະຕິວັດຕັ້ງແຕ່ຫົວທີ ຕິດພັນກັບການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດ ສະຫາຍແມ່ນນັກຮົບປະຕິວັດທີ່ກ້າແກ່ນ ທີ່ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ຈົ່ງຮັກພັກດີ, ຊື່ສັດບໍລິສຸດ, ສຸກຂຸມຮອບຄອບ ແລະ ໄດ້ອຸທິດໝົດສະຕິປັນຍາ ກຳລັງວັງຊາ ເພື່ອຄວາມເປັນເອກະລາດ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ, ເພື່ອອິດສະຫຼະພາບ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນຈົນເຖິງວິນາທີສຸດທ້າຍຂອງຊີວິດ, ສະຫາຍເປັນຜູ້ໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນເປັນທີ່ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ.


ດ້ວຍຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງດັ່ງກ່າວ ພັກ ແລະ ລັດເຮົາ ຈື່ງໄດ້ສັນສະເສີນກຽດຕິຄຸນຂອງສະຫາຍດ້ວຍການມອບຫຼຽນໄຊຊັ້ນສູງຕ່າງໆໃຫ້ແກ່ສະຫາຍເຊັ່ນ: ຫຼຽນຄຳແຫ່ງຊາດ 1 ໜ່ວຍ; ຫຼຽນໄຊອິດສະຫຼະຊັ້ນໜຶ່ງ 1 ໜ່ວຍ; ຫຼຽນໄຊປະຕິວັດຊະນະເລີດຊັ້ນໜຶ່ງ 1 ໜ່ວຍ ແລະ ຫຼຽນກາອື່ນໆອີກ. ນອກນັ້ນ ສະຫາຍຍັງໄດ້ຮັບຫຼຽນໄຊເປັນຈຳນວນຫຼວງຫຼາຍຈາກປະເທດອ້ານນ້ອງເພື່ອນມິດ.


ແຫຼ່ງທີ່ມາ: http://www.laogov.gov.la/pages/IncumbentGovernment.aspx?ItemID=18&CateID=12
https://kaysonemuseum.gov.la/