ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຕົວອັກສອນຫຍໍ້  “ສຕສ” ຂຽນເປັນພາສາສາກົນ “Institute of Information and Communication Technology”  ຂຽນຫຍໍ້ “IICT” ແມ່ນ​ໂຄງປະກອບກົງຈັກ ຂອງ ກະຊວງເຕັກໂນໂລຊີ ​ແລະ ການ​ສື່ສານ, ມີພາລະບົດບາດເປັນເສນາທິການໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດ, ກໍ່ສ້າງພັດທະນາບຸກຄະລາກອນ ແລະ ຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິຊາການ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ສັງຄົມ.

ໜ້າທີ່

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີໜ້າທີ່ດັ່ງນີ້:

  1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  2. ຄົ້ນຄວ້າ, ເຊື່ອມຊຶ່ມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດ, ກໍ່ສ້າງພັດທະນາບຸກຄະລາກອນ ແລະ ຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິຊາການ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ;
  3. ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານຄົ້ນຄວ້າສ້າງ ແລະ ພັດທະນາຫຼັກສູດ, ກໍ່ສ້າງພັດທະນາບຸກຄະລາກອນ ແລະ ຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິຊາການ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບວຽກງານຕ່າງໆເພື່ອສະເໜີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
  4. ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄູ-ອາຈານ, ພະນັກງານ, ລັດຖະກອນ ແລະ ນັກສຶກສາຂອງ  ສຕສ;
  5. ພັດທະນາ ແລະ ກໍ່ສ້າງບຸກຄະລາກອນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ສັງຄົມໂດຍອີງໃສ່ ແຜນຍຸດທະສາດ ແລະ ແຜນການ 5 ປີ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  6. ສ້າງ ແລະ ພັດທະນາຫຼັກສູດ ການຮຽນ-ການສອນ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ສອດຄ່ອງກັບມາດຕະຖານການສຶກສາຊັ້ນສູງ ຂອງ ກະຊວງສຶກສາທິການ ແລະ ກິລາ;
  7. ຄົ້ນຄວ້າວິຊາການ ແລະ ການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການຮຽນ-ການສອນ ແລະ ການຝຶກອົບຮົມ ໃຫ້ພະນັກງານຄູ-ອາຈານ ແລະ ພະນັກງານ-ລັດຖະກອນ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ;
  8. ປັບປຸງຄຸນນະພາບ ການສຶກສາພາຍໃນ ສຕສ ເພື່ອໃຫ້ໄດ້ຕາມມາດຕະຖານຄຸນນະພາບການສຶກສາຊັ້ນສູງ ທີ່ ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃນແຕ່ລະໄລຍະ;
  9. ສ້າງແຜນວຽກ ແລະ ແຜນລາຍຮັບ-ລາຍຈ່າຍ ດ້ານວິຊາການ ພາຍໃນ ສຕສ ເພື່ອນໍາສະເໜີຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  10. ຄຸ້ມຄອງ ແລະ ນໍາໃຊ້ລາຍຮັບ ວິຊາການ ຕາມການອະນຸມັດ ຂອງ ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  11. ຄຸ້ມຄອງການນໍາໃຊ້ຊັບສົມບັດ ແລະ ງົບປະມານ ທີ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ອະນຸມັດ;
  12. ຈັດຕັ້ງປະຕິບັດລະບອບກວດກາ-ກວດການປະຕິບັດໜ້າທີ່ວຽກງານ ຂອງ ສຕສ ໃຫ້ເປັນປົກກະຕິ;
  13. ຂຶ້ນແຜນບໍາລຸງ, ກໍ່ສ້າງ, ຄຸ້ມຄອງ ພະນັກງານ-ລັດຖະກອນ, ຄູ-ອາຈານ ແລະ ນັກສຶກສາ ພາຍໃນ ສຕສ;
  14. ພົວພັນຮ່ວມມືທັງພາຍໃນ ແລະ ຕ່າງປະເທດ ໃນການຄົ້ນຄວ້າ, ແລກປ່ຽນບົດຮຽນ, ຈັດຝຶກອົບຮົມ ໃຫ້ແກ່ພະນັກງານ, ຄູ-ອາຈານ, ນັກສຶກສາ ພາຍໃນ ສຕສ ແລະ ພະນັກງານ-ລັດຖະກອນ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມຍາດແຍ່ງການຊ່ວຍເຫຼືອ ຕາມການເຫັນດີ ຂອງຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  15. ຂຶ້ນແຜນເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ ພະນັກງານຄູອາຈານ ແລະ ນັກສຶກສາ ພາຍໃນ ສຕສ ຈັດຕັ້ງປະຕິບັດວຽກງານຄົ້ນຄວ້າວິຊາການ ແລະ ສາມາດເຜີຍແຜ່ຜົນງານອອກສູ່ສັງຄົມ;
  16. ສະຫຼຸບ, ລາຍງານ ວຽກງານຂອງຕົນ ໃຫ້ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ ຊາບ ແລະ ເພື່ອຊີ້ນໍາ;
  17. ປະຕິບັດໜ້າທີ່ອື່ນ ຕາມທີ່ກໍານົດໄວ້ໃນນິຕິກໍາອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນໍາ.

ຂອບເຂດສິດ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີສິດ ດັ່ງນີ້:

  1. ສະເໜີປັບປຸງ, ສ້າງຕັ້ງ, ລົບລ້າງ ກົງຈັກການຈັດຕັ້ງ ທີ່ຂຶ້ນກັບສິດຄຸ້ມຄອງ ຂອງ ສຕສ ໃນເມື່ອເຫັນວ່າບໍ່ສອດຄ່ອງ;
  2. ສະເໜີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງ, ປັບປຸງຫຼັກສູດ ການຮຽນ-ການສອນ ແລະ ແຜນພັດທະນາບຸກຄະລາກອນ ທາງດ້ານ ເຕັກໂນໂລຊີ ແລະ ການສື່ສານ;
  3. ອອກປະກາສະນິຍະບັດ, ໃບຄະແແນນ ແລະ ໃບຢັ້ງຢືນການສຶກສາ ໃນລະດັບຕ່າງໆ ພາຍໃນ ສຕສ;
  4. ສະເໜີນໍາໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານ ການຮຽນ-ການສອນ ແລະ ການຝຶກອົບຮົມ;
  5. ເປີດກອງປະຊຸມສະພາສະຖາບັນ, ສະພາບໍລິຫານ, ສະພາວິຊາການ ແລະ ກອງປະຊຸມປະຈໍາງວດ, ປີ ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ວາງແຜນ ການຈັດຕັ້ງປະຕິບັດວຽກງານ ໃນແຕ່ລະໄລຍະ;
  6. ພົວພັນຮ່ວມມື ແລະ ບັນທຶກການຮ່ວມມື ກັບຂະແໜງການທີ່ກ່ຽວຂ້ອງ ທາງດ້ານວິຊາການ ເພື່ອພັດທະນາບຸກຄະລາກອນ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ທັງພາຍໃນ ແລະ ຕ່າງປະເທດ ຕາມການເຫັນດີຂອງຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  7. ນໍາໃຊ້ຊັບສົມບັດ, ງົບປະມານ ແລະ ລາຍຮັບວິຊາການຕາມລະບຽບການຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  8. ປັບປຸງລະບຽບພາຍໃນ, ນິຕິກໍາ ທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງພະນັກງານ, ນັກສຶກສາ ແລະ ລາຍຮັບ-ລາຍຈ່າຍ ພາຍໃນ ສຕສ;  
  9. ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຊັບຊ້ອນ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ປະຕິບັດວິໄນ  ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ ພະນັກງານ-ລັດຖະກອນ, ຄູ-ອາຈານ ແລະ ນັກສຶກສາພາຍໃນ ສຕສ;
  10. ຄຸ້ມຄອງ ຕິດຕາມກວດກາການເຄື່ອນໄຫວ ຂອງພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ພາຍໃນ ສຕສ;
  11. ປະຕິບັດສິດອື່ນໆ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

ໂຄງປະກອບກົງຈັກ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ມີໂຄງປະກອບກົງຈັກ ດັ່ງລຸ່ມນີ້:

  1. ພະແນກ ສັງລວມ;
  2. ພະແນກ ແຜນການ, ການຮ່ວມມື ແລະ ການເງິນ;
  3. ພະແນກ ຄຸ້ມຄອງ ແລະ ກິດຈະກຳນັກສຶກສາ;
  4. ພະແນກ ພັດທະນາຫຼັກສູດ ແລະ ປະກັນຄຸນນະພາບ;
  5. ພະແນກ ຄຸ້ມຄອງ ແລະ ພັດທະນາ ໄອຊີທີ;
  6. ພະແນກ ຝຶກອົບຮົມ ໄອຊີທີ;
  7. ພາກວິຊາ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ;
  8. ພາກວິຊາ ບໍລິຫານ ແລະ ເຕັກໂນໂລຊີລະດັບສູງ.

ນອກນີ້, ຍັງມີສະພາສະຖາບັນ, ສະພາບໍລິຫານ, ສະພາວິຊາການ ທີ່ຂຶ້ນກັບ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ໂຄງປະກອບບຸກຄະລາກອນ

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ​ມີໂຄງປະກອບບຸກຄະລາກອນ ດັ່ງລຸ່ມນີ້:

  1. ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈໍານວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີກະຊວງ ແລະ ຮອງລັດຖະມົນຕີກະຊວງຜູ້ຊີ້ນໍາຂົງເຂດວຽກງານ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານ ຂອງຕົນ. ໃນເວລາຫົວໜ້າສະຖາບັນ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າສະຖາບັນທ່ານໃດໜຶ່ງ ຮັກສາການແທນ.
  2. ຮອງຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຈຳນວນໜຶ່ງ ຊ່ວຍຫົວໜ້າສະຖາບັນຊີ້ນໍາວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ; ຮັບຜິດຊອບຕໍ່ຫົວໜ້າສະຖາບັນ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນໍາ. ຮອງຫົວໜ້າສະຖາບັນ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າສະຖາບັນ ພາຍຫຼັງກັບມາປະຈໍາການ.
  3. ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການຈໍານວນໜຶ່ງ ຕາມການກໍານົດຕໍາແໜ່ງງານ.

ສໍາລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ໜ້າທີ່ຂອງ ແຕ່ລະ ພະແນກ

ໜ້າທີ່ຂອງພະແນກ ສັງລວມ

ພະແນກ ສັງລວມ ມີໜ້າທີ່ ດັ່ງນີ້:

  1. ເປັນໃຈກາງ ປະສານງານ ກັບ ບັນດາຫ້ອງການ ແລະ ພາກສ່ວນຕ່າງໆ ກ່ຽວກັບ ວຽກງານການບໍລິຫານ ແລະ ຈັດຕັ້ງ ພາຍໃນ ສຕສ;
  2. ຈັດຕັ້ງເຜີຍແຜ່ແນວທາງນະໂຍບາຍ ແລະ ຂໍ້ກໍານົດກົດລະບຽບຕ່າງໆ ສຕສ ວາງອອກ;
  3. ເລຂານຸການ, ສັງລວມ, ສໍາເນົາ ແລະ ຄຸ້ມຄອງເອກະສານ ແບບເຈ້ຍ ແລະ ແບບເອເລັກໂຕຣນິກຂອງ ສຕສ;
  4. ສະຫຼຸບສັງລວມ ແຜນການປະຈໍາອາທິດ, ເດືອນ, ງວດ ແລະ ປີ ຂອງ ສຕສ ເພື່ອລາຍງານຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ;
  5. ຕິດຕາມສະຫຼຸບຕີລາຄາ ການປະເມີນຜົນການຈັດຕັ້ງປະຕິບັດ ສິດ, ໜ້າທີ່ ແລະ ພາລະບົດບາດ ຂອງບັນດາພະແນກການ ແລະ ພະນັກງານ ພາຍໃນ ສຕສ ແລະ ຄົ້ນຄວ້າສັງລວມຂໍ້ມູນກ່ຽວກັບການ ສະເໜີປັບປຸງ ກົງຈັກການຈັດຕັ້ງ ຂອງ ສຕສ ໃຫ້ສອດຄ່ອງກັບວຽກງານຕົວຈິງ;
  6. ຂຶ້ນແຜນຄວາມຕ້ອງການບຸກຄະລາກອນ ແຕ່ລະຕຳແໜ່ງງານ ແລະ ແຜນບຳລຸງກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງ ແລະ ຍົກລະດັບພະນັກງານ ແຕ່ລະໄລຍະ;
  7. ຄຸ້ມຄອງຊີວະປະຫວັດ ແລະ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ພະນັກງານ ສຕສ;
  8. ຄົ້ນຄວ້າ ແລະ ຄັດເລືອກພະນັກງານຜູ້ທີ່ມີເງື່ອນໄຂຄົບຖ້ວນ ເຂົ້າຮ່ວມຄະນະຮັບຜິດຊອບໃດໜຶ່ງ, ກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມທັງພາຍໃນ ແລະ ຕ່າງປະເທດ ພ້ອມຮ່າງເອກະສານຕິດພັນ ທີ່ກ່ຽວຂ້ອງ;
  9. ຕິດຕາມນໍາໃຊ້ລະບົບປະກັນສັງຄົມ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນ ສຕສ ແລະ ສະເໜີ ຂໍນະໂຍບາຍ ຈາກຂັ້ນເທິງ ເພື່ອຢ້ຽມຢາມພະນັກງານເຈັບເປັນ, ເສຍຊີວິດ ແລະ ພະນັກງານບໍານານ;
  10. ຄົ້ນຄວ້າ ແລະ ສະເໜີຍ້ອງຍໍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນ, ຄູ-ອາຈານ ພາຍໃນ ສຕສ;
  11. ສະເໜີດັດແກ້ການເລື່ອນ ຊັ້ນ-ຂັ້ນ ປົກກະຕິ,  ເລື່ອນ 95% ຂຶ້ນເປັນ 100%, ພົ້ນຊັ້ນ ແລະ ດັດແກ້ໃບປະກາສະນິຍະບັດ;ສັງລວມ ຂຶ້ນແຜນ ຂໍເຄື່ອງໃຊ້ຫ້ອງການ ປະຈໍາເດືອນ, ງວດ ແລະ ປີ ພາຍໃນ ສຕສ;
  12. ຂຶ້ນແຜນ ແລະ ຈັດພິທີ ເພື່ອຕ້ອນຮັບວັນສໍາຄັນຕ່າງໆ ແລະ ຮັບແຂກທັງພາຍໃນ ແລະ ຕ່າງປະເທດ;
  13. ຂຶ້ນແຜນ ແລະ ຈັດກອງປະຊຸມ ສະພາສະຖາບັນ ແລະ ສະພາບໍລິຫານ ແຕ່ລະໄລຍະ;
  14. ຄຸ້ມຄອງ ແລະ ບໍາລຸງຮັກສາ ອາຄານສະຖານທີ່, ພາຫະນະ, ວັດຖຸ, ອຸປະກອນພາຍໃນຫ້ອງຮຽນ, ອຸປະກອນສິດສອນ, ຫ້ອງຮຽນ, ຫ້ອງທົດລອງ ແລະ ອື່ນໆ;
  15. ກວດກາຊັບສິນ, ອຸປະກອນເຄື່ອງຮັບໃຊ້ຫ້ອງການທັງໝົດ ພາຍໃນ ສຕສ ໃນແຕ່ລະເດືອນ, ງວດ ແລະ ປະຈໍາປີ;
  16. ຕິດຕາມກວດກາ ການຮັກສາຄວາມສະອາດ ແລະ ຄວາມປອດໄພ ພາຍໃນ ສຕສ;
  17. ກວດກາການສະຫຼຸບຊົ່ວໂມງສິດສອນ ຂອງ ຄູ-ອາຈານ ແຕ່ລະເດືອນ;
  18. ຂຶ້ນແຜນ ແລະ ຈັດຕັ້ງປະຕິບັດການໂຄສະນາປະຊາສໍາພັນ ຂໍ້ມູນ ສຕສ ຜ່ານສື່ຕ່າງໆ (ແຜ່ນພັບ, ສື່ສິ່ງພິມ, ເວັບໄຊທ໌, ສື່ສັງຄົມອອນລາຍ ເປັນຕົ້ນ) ໃຫ້ກັບສັງຄົມ;
  19. ຂຶ້ນແຜນ ແລະ ເປັນເຈົ້າການໃນການຈັດຕັ້ງຮັບນັກສຶກສາເຂົ້າຮຽນ ແຕ່ລະສົກຮຽນ ພາຍໃນ ສຕສ;
  20. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການພັດທະນາ ບຸກຄະລາກອນ ພາຍໃນ ສຕສ;
  21. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  22. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງເປັນປົກກະຕິ;
  23. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງ ຄະນະນໍາ ສຕສ.

ໜ້າທີ່ຂອງພະແນກ ແຜນການ, ການຮ່ວມມື ແລະ ການເງິນ

ພະແນກ ແຜນການ, ການຮ່ວມມື ແລະ ການເງິນ ມີໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າ, ສັງລວມ, ນຳສະເໜີ, ຜັນຂະຫຍາຍ, ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບ, ລາຍງານວຽກງານການສ້າງແຜນ ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດ,ແຜນການ ແລະໂຄງການ ເພື່ອພັດທະນາ ສຕສ ໄລຍະ 10 ປີ, 5 ປີ ແລະ ປະຈໍາປີ, ປະຈໍາ 6 ເດືອນຕົ້ນປີ, 6 ເດືອນທ້າຍປີ;
  2. ຄົ້ນຄວ້າ, ສັງລວມບົດສະເໜີໂຄງການ ແລະ ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດວຽກໂຄງການ ຂອງ ສຕສ ເປັນແຕ່ລະໄລຍະ;
  3. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການພັດທະນາ ວຽກງານແຜນການ, ການຮ່ວມມື ແລະ ການເງິນ ພາຍໃນ ສຕສ;
  4. ຄົ້ນຄວ້າໂຄງຮ່າງການເກັບກຳຂໍ້ມູນສະຖິຕິຕ່າງໆຂອງສະຖາບັນ ແລະ ຕິດຕາມ, ຜັນຂະຫຍາຍ ໃຫ້ແຕ່ລະພະແນກ ປະກອບຂໍ້ມູນເຂົ້າຕາມຮ່າງທີ່ກຳນົດໄວ້;
  5. ຂຶ້ນແຜນ, ສະຫລຸບ ແລະ ສັງລວມ ລາຍຮັບຄ່າທໍານຽມ ແລະ ຄ່າບໍລິການວິຊາການ ຂອງ ສຕສ ປະຈໍາເດືອນ, ປະຈໍາງວດ, ປະຈໍາ 6 ເດືອນຕົ້ນປີ ແລະ ປະຈໍາປີ;
  6. ຕິດຕາມ ແລະ ຈັດຕັ້ງປະຕິບັດເກັບລາຍຮັບຄ່າບໍລິການ-ຄ່າທຳນຽມຂອງ ສຕສ ມອບເຂົ້າກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ໄດ້ຄົບຖ້ວນ ແລະ ທັນເວລາ ຕາມແຜນລາຍຮັບປະຈຳປີທີ່ວາງໄວ້;
  7. ສະຫຼຸບ ສະຖິຕິໃບສັ່ງມອບ ຄ່າທໍານຽມ ແລະ ຄ່າບໍລິການວິຊາການ ຂອງ ສຕສ ປະຈໍາເດືອນ, ປະຈໍາງວດ ແລະ ປະຈໍາປີ;
  8. ຕິດຕາມ, ສັງລວມບັນຊີໜີ້ສິນ ແລະ ລາຍງານບັນດາໜີ້ສິນທັງໝົດຂອງສະຖາບັນປະຈຳເດືອນ,  ງວດ, 6 ເດືອນຕົ້ນປີ, 6 ເດືອນທ້າຍປີ ແລະ ປະຈໍາປີ;
  9. ຂຶ້ນແຜນ, ຕິດຕາມ, ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດເງິນງົບປະມານທີ່ໄດ້ຮັບອະນຸມັດຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ປະຈຳວັນ, ປະຈຳເດືອນ, ງວດ, ປີ;
  10. ຄຸ້ມຄອງເງິນສົດ ແລະ ເບີກຈ່າຍເງິນຕ່າງໆ ທີ່ໄດ້ຮັບອະນຸມັດ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ;
  11. ຄິດໄລ່, ປະກອບເອກະສານສະເໜີຂໍເງິນຮ່ວງຊົ່ວໂມງສອນ, ຈັດກອງປະຊຸມ, ສໍາມະນາ, ຝຶກອົບ ຮົມ, ໄປເຄື່ອນໄຫວວຽກທາງການພາຍໃນ-ຕ່າງປະເທດ ແລະ ຮ່ວງອື່ນໆ ຕາມຂໍ້ຕົກລົງຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ອະນຸມັດໃຫ້ສະຖາບັນ ຕສ ຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ;
  12. ຄົ້ນຄວ້າ, ສະເໜີຂໍອະນຸມັດຮັບເອົາຊ່ຽວຊານ ແລະ ອາສາສະໝັກເພື່ອປະຈຳການຢູ່ສະຖາບັນ ສຕສ;
  13. ຄົ້ນຄວ້າ ແລະ ສ້າງຮ່າງບົດບັນທຶກຄວາມເຂົ້າໃຈ ກ່ຽວກັບ ຂອບການຮ່ວມມືຂອງສະຖາບັນ ຮ່ວມກັບຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ ຕາມທິດຊີ້ນຳຂອງຂັ້ນເທິງ;
  14. ເປັນຈຸດໃຈກາງໃນການປະສານງານ ແລະ ພົວພັນວຽກງານການຮ່ວມມືທັງພາຍໃນ ແລະ ຕ່າງປະເທດ
  15. ສະຫລຸບ, ລາຍງານຄວາມຄືບໜ້າ ກ່ຽວກັບ ວຽກງານການຮ່ວມມື ແຕ່ລະໄລຍະ;
  16. ຄົ້ນຄວ້າ, ສັງລວມ ແລະ ປະກອບຄຳເຫັນໃສ່ຮ່າງເອກະສານຕ່າງໆ ທີ່ມາຈາກກົມແຜນການ ແລະ ການເງິນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
  17. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  18. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  19. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງ ຄະນະນຳ ສຕສ.

ໜ້າທີ່ຂອງພະແນກ ຄຸ້ມຄອງ ແລະ ກິດຈະກຳນັກສຶກສາ

ພະແນກ ຄຸ້ມຄອງ ແລະ ກິດຈະກຳ ນັກສຶກສາ ມີໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງປະຫວັດ ແລະ ເກັບກຳສະຖິຕິຂອງ ນັກສຶກສາແຕ່ລະຮຸ່ນ;
  2. ຂຶ້ນແຜນ ແລະ ເຮັດບັດນັກສຶກສາແຕ່ລະຮຸ່ນ;
  3. ສະເໜີແຕ່ງຕັ້ງຄູປະຈໍາຫ້ອງ ແລະ ຊີ້ນໍາການປະຕິບັດວຽກງານ;
  4. ພິມໃບປະກາສະນີຍະບັດ, ໃບຄະແນນ, ໃບຢັ້ງຢືນການສຶກສາຕ່າງໆ ຂອງນັກສຶກສາ ພ້ອມທັງແຈກຢາຍ ແລະ ສຳເນົາ;
  5. ເກັບກໍາ ແລະ ກວດກາສະຖິຕິນັກສຶກສາຂາດຮຽນ ເພື່ອເປັນບ່ອນອີງໃນການປະຕິບັດຕາມລະບຽບຂອງ ສຕສ;
  6. ຄົ້ນຄວ້າ, ສະເໜີຍ້ອງຍໍ ນັກສຶກສາທີ່ມີຜົນງານດີເດັ່ນ ແລະ ປະຕິບັດວິໄນ ຕໍ່ນັກສຶກສາ ທີ່ຜິດລະບຽບ ສຕສ ແລະ ກົດໝາຍບ້ານເມືອງ;
  7. ຂຶ້ນແຜນ ແລະ ເຜີຍແຜ່ ບັນດາລະບຽບການ, ຂໍ້ກຳນົດ, ກົດລະບຽບ ສຕສ ແລະ ບ້ານເມືອງວາງອອກ ໃຫ້ນັກສຶກສາ;
  8. ຂຶ້ນແຜນ ແລະ ນໍາພາການເຄື່ອນໄຫວການຈັດຕັ້ງປະຕິບັດກິດຈະກໍານອກຫຼັກສູດ ທີ່ຕິດພັນກັບ ສາມ ລັກສະນະ ຫ້າ ຫຼັກມູນການສຶກສາ ແລະ ວິຊາສະເພາະ
  9. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບວຽກງານຄຸ້ມຄອງ ນັກສຶກສາ ແລະ ຫ້ອງສະໝຸດ ພາຍໃນ ສຕສ;
  10. ເປັນເຈົ້າການໃຫ້ຄໍາປຶກສາແກ່ນັກສຶກສາ ຕໍ່ກັບວຽກງານວິຊາສະເພາະ, ສາຍຮຽນ, ສາຍອາຊີບ ເປັນຕົ້ນ;
  11. ປະສານສົມທົບກັບເຄືອຂ່າຍຜູ້ປະກອບການ ແລະ ອາດີດນັກສຶກສາ ເພື່ອເກັບກຳສະຖິຕິ ການມີວຽກເຮັດງານທຳ, ຂໍການອຸປະຖຳ ແລະ ສ້າງກິດຈະກໍາຕ່າງໆ;
  12. ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວຂອງ 3 ອົງການຈັດຕັ້ງມະຫາຊົນ ຂອງນັກສຶກສາ ສຕສ;
  13. ຄຸ້ມຄອງ ແລະ ປັບປຸງວຽກງານຫ້ອງສະໝຸດ ພ້ອມແນະນໍາ ກ່ຽວກັບວິທີການນໍາໃຊ້ປື້ມ ແລະ ລະບຽບການຕ່າງໆ;
  14. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ.
  15. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  16. ປະຕິບັດວຽກງານອື່ນໆ ຕາມການມອບໝາຍຂອງ ຄະນະນໍາ ສຕສ.

ໜ້າທີ່ຂອງພະແນກ ພັດທະນາຫຼັກສູດ ແລະ ປະກັນຄຸນນະພາບ

ພະແນກ ພັດທະນາຫຼັກສູດ ແລະ ປະກັນຄຸນນະພາບ ມີໜ້າທີ່ ດັ່ງນີ້:

  1. ວິເຄາະຄວາມຕ້ອງການຂອງຕະຫຼາດແຮງງານຕາມແຜນພັດທະນາເສດຖະກິດສັງຄົມເປັນແຕ່ລະໄລຍະ;
  2. ຂຶ້ນແຜນ, ຄົ້ນຄວ້າສ້າງ, ປັບປຸງ ແລະ ພັດທະນາຫຼັກສູດໄລຍະສັ້ນ-ຍາວ, ຫຼັກສູດການຮຽນທາງໄກ ແຕ່ລະໄລຍະ;
  3. ຂຶ້ນແຜນຮັບນັກສຶກສາ ໃນແຕ່ລະສົກປີ ອີງໃສ່ຫຼັກສູດທີ່ຮັບການອະນຸມັດນຳໃຊ້ ແລະ ຈໍານວນຄູ-ອາຈານ ເພື່ອຂໍອະນຸມັດຈາກ ຄະນະນໍາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງສຶກສາທິການ ແລະ ກິລາ;
  4. ກວດກາ, ປະເມີນເນື້ອຫາປຶ້ມຕໍາລາແບບຮຽນ-ແບບສອນ ແລະ ແຜນການຮຽນ-ການສອນ;
  5. ພົວພັນກັບບັນດາພາກສ່ວນກ່ຽວຂ້ອງເພື່ອຖອດຖອນບົດຮຽນໃນການສ້າງ ແລະ ພັດທະນາຫຼັກສູດໄລຍະສັ້ນ-ຍາວ, ຫຼັກສູດການຮຽນທາງໄກ;
  6. ຕິດຕາມ, ກວດກາ ແລະ ປະເມີນຜົນໃນການຈັດຕັ້ງ ການຮຽນ-ການສອນ ເຊັ່ນ: ເນື້ອຫາການສິດສອນຂອງຄູແຕ່ລະວິຊາ, ຈຳນວນໜ່ວຍກິດ, ການຈັດຊົ່ວໂມງສອນ ພາກທິດສະດີ ແລະ ພາກປະຕິບັດ, ຜົນການຮັບຮູ້ຂອງແຕ່ລະວິຊາຂອງນັກສຶກສາ;
  7. ຄຸ້ມຄອງ, ວາງມາດຕະເກນ, ຕິດຕາມກວດກາ ແລະ ປະເມີນຜົນໃນການຈັດຕັ້ງປະຕິບັດຫຼັກສູດໄລຍະສັ້ນ-ຍາວ, ຫຼັກສູດການຮຽນທາງໄກ;
  8. ປະເມີນຄວາມເພິ່ງພໍໃຈໃນການຮັບນັກສຶກສາເຂົ້້າເຮັດວຽກຂອງຜູ້ຈ້າງງານ;
  9. ຂຶ້ນແຜນ ໃນການຈັດຕັ້ງປະຕິບັດ ວຽກປະກັນຄຸນນະພາບການສຶກສາ ເພື່ອໃຫ້ສອດຄ່ອງກັບມາດຕະຖານຄຸນນະພາບການສຶກສາຊັ້ນສູງ;
  10. ຊີ້ນໍາ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ການຈັດຕັ້ງປະຕິບັດວຽກງານປະກັນຄຸນນະພາບການສຶກສາພາຍໃນ ໂດຍອີງຕາມມາດຕະຖານຄຸນນະພາບການສຶກສາຊັ້ນສູງ ແລະ ຈັດຕັ້ງປະຕິບັດການປະ ເມີນຄຸນນະພາບການສຶກສາ ພາຍໃນ ສຕສ;
  11. ສັງລວມຂໍ້ມູນ, ເອກະສານ, ຫຼັກຖານອ້າງອີງຕ່າງໆ ກ່ຽວກັບ ການປະກັນຄຸນນະພາບ;
  12. ຂຽນບົດລາຍງານປະເມີນຕົນເອງ ( ບົດລາຍງານປະເມີນສະຖາບັນ) ເພື່ອເປັນຂໍ້ມູນສົ່ງໃຫ້ ກະຊວງ ສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງ;
  13. ພົວພັນກັບກົມນິຕິກໍາ ແລະ ປະກັນຄຸນນະພາບການສຶກສາ, ກະຊວງ ສຶກສາທິການ ແລະ ກິລາ;
  14. ຝຶກອົບຮົມ ແລະ ເຜີຍແຜ່ ໃນຫົວຂໍ້ຕ່າງໆ ທີ່ຕິດພັນກັບວຽກງານພັດທະນາຫຼັກສູດ ແລະ ວຽກປະກັນຄຸນນະພາບການສຶກສາ;
  15. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການພັດທະນາຫຼັກສູດ ແລະ ປະກັນຄຸນນະພາບການສຶກສາ;
  16. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  17. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  18. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຄະນະນໍາ ສຕສ.

ໜ້າທີ່ຂອງພະແນກ ຄຸ້ມຄອງ ແລະ ພັດທະນາ ໄອຊີທີ

ພະແນກ ຄຸ້ມຄອງ ແລະ ພັດທະນາ ໄອຊີທີ ມີໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ບໍາລຸງຮັກສາ ອຸປະກອນ ແລະ ລະບົບ ເຕັກໂນໂລຊີ ແລະ ການສື່ສານ ທີ່ ສຕສ ນຳໃຊ້;
  2. ຂຶ້ນແຜນ ແລະ ພັດທະນາລະບົບ ຊອບແວ, ແອັບພິເຄຊັນ ຕ່າງໆ ເພື່ອຮັບໃຊ້ວຽກງານ ພາຍໃນ ສຕສ;
  3. ຂຶ້ນແຜນ, ປັບປຸງ ແລະ ບຳລຸງຮັກສາລະບົບເຄືອຂ່າຍ ແລະ ອຸປະກອນ ເພື່ອຮັບໃຊ້ລະບົບເຄືອຂ່າຍ ພາຍໃນ ສຕສ;
  4. ກຳນົດ ແລະ ຄຸ້ມຄອງ ມາດຕະຖານ, ກົດລະບຽບ ການນຳໃຊ້ລະບົບ ໄອຊີທີ ພາຍໃນ ສຕສ;
  5. ຂຶ້ນແຜນປັບປຸງ ແລະ ຄົ້ນຄວ້າຊອກຫາເຄື່ອງທົດລອງ ແລະ ເຕັກໂນໂລຊີ ໄອຊີທີ ທີີ່ທັນສະໄໝ ເພື່ອສະເໜີປະກອບເຂົ້າໃນການສິດສອນ ໃນແຕ່ລະໄລຍະ;
  6. ຄຸ້ມຄອງ ແລະ ບຳລຸງຮັກສາລະບົບຖານຂໍ້ມູນ ແລະ ລະບົບຄວາມປອດໄພເຄືອຂ່າຍ ຂອງ ສຕສ;
  7. ຄຸ້ມຄອງ ແລະ ຂຶ້ນແຜນ ປັບປຸງຫ້ອງສະຕູດິໂອ, ຫ້ອງ Co-Working Space, ຫ້ອງທົດລອງດ້ານ ໄອຊີທີ ແລະ ຫ້ອງຕ່າງໆ ທີ່ນຳໃຊ້ ອຸປະກອນ ແລະ ລະບົບເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ສຕສ;
  8. ໃຫ້ບໍລິການດ້ານວິຊາການເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງ ແລະ ພັດທະນາ ສື່ໂຄສະນາປະເພດຕ່າງໆ (ແຜ່ນພັບ, ສິ່ງພິມ, ຮູບພາບ, ສຽງ, ວິດິໂອ, ເວັບໄຊທ໌ ແລະ ອື່ນໆ) ເພື່ອຮັບໃຊ້ວຽກງານພາຍໃນ ຂອງ ສຕສ ໃນແຕ່ລະໄລຍະ;
  9. ໃຫ້ບໍລິການດ້ານວິຊາການເຕັກໂນໂລຊີ ແລະ ການສື່ສານ ໃນການສ້າງ ແລະ ພັດທະນາ ລະບົບ ແລະ ແອັບພິເຄຊັນຕ່າງໆ ເພື່ອຮັບໃຊ້ ວຽກງານພາຍໃນ ຂອງ ສຕສ ໃນແຕ່ລະໄລຍະ;
  10. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການພັດທະນາລະບົບ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ສຕສ;
  11. ຄົ້ນຄິດນະວັດຕະກຳ ແລະ ໝູນໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເພື່ອຊຸກຍູ້ ການລິເລີ່ມທຸລະກິດສະຕາດອັບ ພາຍໃນ ສຕສ;
  12. ເຜີຍແຜ່ ແລະ ວາງສະແດງຜົນງານຂອງວຽກພາຍໃນ ສຕສ ທີ່ຕິດພັນກັບວິຊາການໄອຊີທີ ໃນແຕ່ລະໄລຍະ;
  13. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  14. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  15. ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຄະນະນຳ ສຕສ.

ໜ້າທີ່ຂອງ ພະແນກຝຶກອົບຮົມ ໄອຊີທີ 

ພະແນກ ຝຶກອົບຮົມ ໄອຊີທີ ມີໜ້າທີ່ ດັ່ງນີ້:

  1. ຂຶ້ນແຜນ ແລະ ຈັດຕັ້ງປະຕິບັດການຝຶກອົບຮົມ ໄອຊີທີ ໃຫ້ແກ່ ພະນັກງານ ພາຍໃນ ສຕສ ແລະ ຂະ            ແໜງການ ເຕັກໂນໂລຊີ ແລະ ການສື່ສານ;
  2. ຂຶ້ນແຜນ ແລະ ຈັດສຳມະນາວິຊາການດ້ານ ເຕັກໂນໂລຊີ ແລະ ການສື່ສານ;
  3. ປະສານ ແລະ ຈັດຕັ້ງປະຕິບັດ ການສອບເສັງວັດລະດັບ ເອົາໃບຢັ້ງຢືນວິຊາການ ຂອງສະຖາບັນກ່ຽວຂ້ອງ ທີ່ໄດ້ຮັບການອະນຸມັດ ຈາກ ຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ;
  4. ຈັດການຝຶກອົບຮົມ ດ້ານໄອຊີທີ ຕາມຄວາມຮຽກຮ້ອງຕ້ອງການ ຂອງພາກສ່ວນກ່ຽວຂ້ອງ ພາຍໃນ ສຕສ ແລະ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ
  5. ຕິດຕາມ ແລະ ສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດການຝຶກອົບຮົມ, ງານສຳມະນາ ແລະ ການສອບເສັງວັດລະດັບ;
  6. ເກັບກຳສະຖິຕິການຝຶກ ແລະ ຂໍ້ມູນນັກຝຶກ ໃນບັນດາຫຼັກສູດທີ່ໄດ້ຈັດຕັ້ງປະຕິບັດ, ລວມເຖິງຂໍ້ມູນສະຖິຕິໃນການຈັດສຳມະນາ ແລະ ການສອບເສັງວັດລະດັບ;
  7. ພິມໃບຢັ້ງຢືນການຝຶກອົບຮົມ ແລະ ໃບຄະແນນຂອງນັກຝຶກ ພ້ອມທັງແຈກຢາຍ ແລະ ສຳເນົາ;
  8. ວາງແຜນ ແລະ ບໍລິຫານການນຳໃຊ້ອຸປະກອນ ແລະ ໂຄງລ່າງພື້ນຖານຂອງສູນຝຶກ ໃຫ້ມີປະສິດທິພາບ ແລະ ໄດ້ຮັບປະສິດທິຜົນສູງສຸດ;
  9. ຄົ້ນຄວ້າ ແລະ ສະເໜີປັບປຸງຫຼັກສູດການຝຶກອົບຮົມ ໃຫ້ເໝາະສົມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ;
  10. ຄົ້ນຄວ້າ ແລະ ປັບປຸງຄູ່ມືການຝຶກອົບຮົມ ໃຫ້ເໝາະສົມ ແລະ ແທດເໝາະກັບສະພາບການ ໃນແຕ່ລະໄລຍະ;
  11. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບ ການຝຶກອົບຮົມໄອຊີທີ;
  12. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  13. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  14. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຄະນະນຳ ສຕສ.

ໜ້າທີ່ຂອງ ພາກວິຊາ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ

ພາກວິຊາ ເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ ມີໜ້າທີ່ ດັ່ງນີ້:

  1. ຂຶ້ນແຜນຈັດຕັ້ງ ການຮຽນ-ການສອນ ຕາມຫຼັກສູດການສຶກສາ ໃນແຕ່ລະລະດັບ;
  2. ສ້າງຕາຕະລາງ ແລະ ເຮັດປຶ້ມຕິດຕາມ ການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ;
  3. ຂຶ້ນແຜນບໍາລຸງ ແລະ ຍົກລະດັບ ຄູ-ອາຈານ ທາງດ້ານເຕັກນິກການສອນ ແລະ ວິຊາສະເພາະ ໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ;
  4. ຕິດຕາມ ແລະ ປະເມີນ ການສິດສອນ ຂອງ ຄູ-ອາຈານ ສົມທົບກັບຜົນຄະແນນການສອບເສັງຂອງນັກສຶກສາ ໃນແຕ່ລະພາກຮຽນ ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ສະເໜີວິທີການແກ້ໄຂປັບປຸງ;
  5. ສະຫຼຸບ ສັງລວມຊົ່ວໂມງສອນ ຂອງຄູ-ອາຈານ ແຕ່ລະເດືອນ;
  6. ຄົ້ນຄວ້າ ແລະ ສະເໜີ ຄູ-ອາຈານ ເພື່ອມາສິດສອນ ໃນແຕ່ລະວິຊາ ຈາກທັງພາຍໃນ ແລະ ພາຍນອກ;
  7. ສະເໜີ ຂຶ້ນແຜນອຸປະກອນຮັບໃຊ້ ການຮຽນ-ການສອນ ໃນແຕ່ລະເດືອນ ພ້ອມທັງກວດກາຈໍານວນອຸປະກອນທີ່ເປ່ເພ ແລະ ໃຊ້ການບໍ່ໄດ້ ເພື່ອສະເໜີຂໍການສ້ອມແປງ;
  8. ຂຶ້ນແຜນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນ ການຄົ້ນຄວ້າວິຊາການຂອງ ຄູ-ອາຈານ ແລະ ເຜີຍແຜ່ຜົນງານການຄົ້ນຄວ້າ ໃຫ້ສັງຄົມ;
  9. ຂຶ້ນແຜນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນໃນການຈັດນັກສຶກສາລົງຝຶກງານ;
  10. ຂຶ້ນແຜນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນການຂຽນ ບົດລາຍງານຈົບຊັ້ນ/ບົດວິທະຍານິພົນ ແລະ ປ້ອງກັນບົດ;
  11. ປະສານສົມທົບກັບພາກວິຊາອື່ນໆ ໃນການຂຶ້ນແຜນ ແລະ ຈດກອງປະຊຸມ ສະພາວິຊາການ ພາຍໃນ ສຕສ ແຕ່ລະໄລຍະ;
  12. ຂຶ້ນແຜນ ແລະ ຈັດກອງປະຊຸມຖອດຖອນບົດຮຽນທາງດ້ານການຈັດຕັ້ງການຮຽນການສອນ ຮ່ວມກັບ ບັນດາສະຖາບັນການສຶກສາອື່ນ ທີ່ກ່ຽວຂ້ອງ;
  13. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການຍົກລະດັບວິຊາສະເພາະໃຫ້ຄູ ແລະ ການພັດທະນາການຮຽນການສອນ ພາຍໃນ ສຕສ;
  14. ຈັດການສອບເສັງ, ບັນທຶກຄະແນນເພື່ອຕິດຕາມເກຣດ, ຄຸ້ມຄອງເກຣດ ແລະ ຄຸ້ມຄອງຄະແນນສອບເສັງ ຂອງນັກສຶກສາທຸກພາກຮຽນ ແລະ ສະຫຼຸບຄະແນນສະເລ່ຍຂອງນັກສຶກສາ;
  15. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  16. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈໍາອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  17. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຄະນະນຳ ສຕສ.

ໜ້າທີ່ຂອງ ພາກວິຊາ ບໍລິຫານ ແລະ ເຕັກໂນໂລຊີລະດັບສູງ

           ພາກວິຊາ ບໍລິຫານ ແລະ ເຕັກໂນໂລຊີລະດັບສູງ ມີໜ້າທີ່ ດັ່ງນີ້:

  1. ຂຶ້ນແຜນຈັດຕັ້ງ ການຮຽນ-ການສອນ ຕາມຫຼັກສູດການສຶກສາ ໃນແຕ່ລະລະດັບ;
  2. ສ້າງຕາຕະລາງ ແລະ ເຮັດປຶ້ມຕິດຕາມ ການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ;
  3. ຂຶ້ນແຜນບຳລຸງ ແລະ ຍົກລະດັບ ຄູ-ອາຈານ ທາງດ້ານເຕັກນິກການສອນ ແລະ ວິຊາສະເພາະ ໃຫ້ແທດເໝາະກັບສະພາບການໃນແຕ່ລະໄລຍະ;
  4. ຕິດຕາມ ແລະ ປະເມີນ ການສິດສອນ ຂອງ ຄູ-ອາຈານ ສົມທົບກັບຜົນຄະແນນການສອບເສັງຂອງນັກສຶກສາ ໃນແຕ່ລະພາກຮຽນ ເພື່ອສະຫຼຸບຖອດຖອນບົດຮຽນ ແລະ ສະເໜີວິທີການແກ້ໄຂປັບປຸງ;
  5. ສະຫຼຸບ ສັງລວມຊົ່ວໂມງສອນ ຂອງຄູ-ອາຈານ ແຕ່ລະເດືອນ;
  6. ຄົ້ນຄວ້າ ແລະ ສະເໜີ ຄູ-ອາຈານ ເພື່ອມາສິດສອນ ໃນແຕ່ລະວິຊາ ຈາກທັງພາຍໃນ ແລະ ພາຍນອກ;
  7. ສະເໜີ ຂຶ້ນແຜນອຸປະກອນຮັບໃຊ້ ການຮຽນ-ການສອນ ໃນແຕ່ລະເດືອນ ພ້ອມທັງກວດກາຈຳນວນອຸປະກອນທີ່ເປ່ເພ່ ແລະ ໃຊ້ການບໍ່ໄດ້ ເພື່ອສະເໜີຂໍການສ້ອມແປງ;
  8. ຂຶ້ນແຜນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນ ການຄົ້ນຄວ້າວິຊາການຂອງ ຄູ-ອາຈານ ແລະ ເຜີຍແຜ່ງານການຄົ້ນຄວ້າ ໃຫ້ສັງຄົມ;
  9. ຂຶ້ນແຜນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນໃນການຈັດນັກສຶກສາລົງຝຶກງານ;
  10. ຂຶ້ນ, ປະສານງານ, ຕິດຕາມ ແລະ ສະຫຼຸບລາຍງານຜົນການຂຽນ ບົດລາຍງານຈົບຊັ້ນ/ບົດວິທະຍານິພົນ ແລະ ປ້ອງກັນບົດ;
  11. ປະສານສົມທົບກັບພາກວິຊາອື່ນໆ ໃນການຂຶ້ນແຜນ ແລະ ຈັດກອງປະຊຸມ ສະພາວິຊາການ ພາຍໃນ ສຕສ ແຕ່ລະໄລຍະ;
  12. ຂຶ້ນແຜນ ແລະ ຈັດກອງປະຊຸມຖອດຖອນບົດຮຽນທາງດ້ານການຈັດຕັ້ງການຮຽນການສອນ ຮ່ວມກັບສະຖາບັນການສຶກສາອື່ນ ທີ່ກ່ຽວຂ້ອງ;
  13. ຂຽນບົດສະເໜີໂຄງການ ເພື່ອຍາດແຍ່ງທຶນຊ່ວຍເຫຼືອໃນວຽກງານທີ່ຕິດພັນກັບການຍົກລະດັບວິຊາສະເພາະໃຫ້ຄູ ແລະ ການພັດທະນາການຮຽນການສອນ ພາຍໃນ ສຕສ;
  14. ຈັດການສອບເສັງ, ບັນທຶກຄະແນນເພື່ອຕິດຕາມເກຮດ, ຄຸ້ມຄອງເກຮດ ແລະ ຄຸ້ມຄອງຄະແນນສອບເສັງຂອງນັກສຶກສາທຸກພາກຮຽນ ແລະ ສະຫຼຸບຄະແນນສະເລ່ຍຂອງນັກສຶກສາ;
  15. ຂຶ້ນຫ້ອງສິດສອນ ຕາມວິຊາສະເພາະ ໃນແຕ່ລະພາກຮຽນ;
  16. ສະຫຼຸບ ການຈັດຕັ້ງປະຕິບັດວຽກງານຂອງພະແນກ ປະຈຳອາທິດ, ເດືອນ, ງວດ ແລະ ປີ ລາຍງານຂັ້ນເທິງ ເປັນປົກກະຕິ;
  17. ປະຕິບັດວຽກງານອື່ນໆຕາມການມອບໝາຍ ຂອງຄະນະນຳ ສຕສ.