ສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ກະຊວງ ຕສ

ຈາກ Laopedia

ທີ່ຕັ້ງ ແລະ ພາລະບົດບາດ

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ

       ສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ຕົວອັກສອນຫຍໍ້ “ສຕອ” ເປັນພາສາສາກົນ “Applied Research Institute of Smart Technology ຂຽນຫຍໍ້ “ARIST” ແມ່ນໂຄງປະກອບກົງຈັກຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະນຳກະຊວງ ໃນການຄົ້ນຄວ້າ, ພັດທະນາ, ຕໍ່ຍອດ, ນຳໃຊ້, ຢັ້ງຢືນເຕັກນິກ, ຝຶກອົບຮົມ ແລະ ຖ່າຍທອດ ກ່ຽວກັບ ເຕັກໂນໂລຊີ ອັດສະລິຍະ ເປັນຕົ້ນ ລະບົບອັດຕະໂນມັດ, ເອເລັກໂຕຣນິກ, ຊອບແວ ແລະ ແອັບພລິເຄຊັນ, ອິນເຕີເນັດແຫ່ງສັບພະສິ່ງ (IOT), ປັນຍາປະດິດ (AI), ເຕັກໂນໂລຊີສະເໝືອນຈິງ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມ ການບໍລິຫານ, ອຸດສາຫະກຳ ການຜະລິດ, ການບໍລິການ, ສາທາລະນະສຸກ, ການພັດທະນາຕົວເມືອງ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ລວມເຖິງ ການເຝົ້າລະວັງ ການແຈ້ງເຕືອນໄພພິບັດທາງທຳມະຊາດ ແບບທັນສະໄໝ ແລະ ອື່ນໆ ໃນຂອບເຂດທົ່ວປະເທດ ທີ່ກ່ຽວກັບວຽກງານ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຜິດຊອບ.

ໜ້າທີ່

1.    ປະຕິບັດຄຳສັ່ງ, ກົດໝາຍ, ດຳລັດ, ນິຕິກຳອື່ນໆຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານເຕັກໂນໂລຊີ ອັດສະລິຍະ ເປັນຕົ້ນ ລະບົບອັດຕະໂນມັດ, ເອເລັກໂຕຣນິກ, ຊອບແວ ແລະ ແອັບພລິເຄຊັນ, ອິນເຕີເນັດແຫ່ງສັບພະສິ່ງ (IOT), ປັນຍາປະດິດ (AI), ເຕັກໂນໂລຊີສະເໝືອນຈິງ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມ ການບໍລິຫານ, ອຸດສາຫະກຳ ການຜະລິດ, ການບໍລິການ, ສາທາລະນະສຸກ, ການພັດທະນາຕົວເມືອງ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ລວມເຖິງ ການເຝົ້າລະວັງ ການແຈ້ງເຕືອນໄພພິບັດທາງທຳມະຊາດ ແບບທັນສະໄໝ ແລະ ອື່ນໆ.

3.   ສ້າງຮ່າງ ແຜນຍຸດທະສາດ ແລະ ນະໂຍບາຍກ່ຽວກັບ ວຽກງານເຕັກໂນໂລຊີ ອັດສະລິຍະ ເປັນຕົ້ນ ລະບົບອັດຕະໂນມັດ, ເອເລັກໂຕຣນິກ, ຊອບແວ ແລະ ແອັບພລິເຄຊັນ, ອິນເຕີເນັດແຫ່ງສັບພະສິ່ງ (IOT), ປັນຍາປະດິດ (AI), ເຕັກໂນໂລຊີສະເໝືອນຈິງ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມ ການບໍລິຫານ, ອຸດສາຫະກຳ ການຜະລິດ, ການບໍລິການ, ສາທາລະນະສຸກ, ການພັດທະນາຕົວເມືອງ ແລະ ສະພາບການປ່ຽນແປງຂອງດິນຟ້າອາກາດ ລວມເຖິງ ການເຝົ້າລະວັງ ການແຈ້ງເຕືອນໄພພິບັດທາງທຳມະຊາດ ແບບທັນສະໄໝ ແລະ ອື່ນໆ, ສ້າງແຜນງານ, ແຜນການ ແລະ ໂຄງການກ່ຽວກັບວຽກງານຕ່າງໆ ເພື່ອສະເໜີລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາຮັບຮອງ ແລະ ອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

4.   ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກຳ ກ່ຽວກັບ ການຄຸ້ມຄອງ ແລະ ສົ່ງເສີມ ການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ອັດສະລິຍະ ສະເໜີຕໍ່ຄະນະນຳກະຊວງ ເພື່ອພິຈາລະນາ.

5.   ຄຸ້ມຄອງ, ຕິດຕາມ ແລະ ກວດກາກິດຈະການ ກ່ຽວກັບ ການຄົ້ນຄວ້າ, ການພັດທະນາ, ການບໍລິການ ແລະ ການນຳໃຊ້ເຕັກໂນໂລຊີ ອັດສະລິຍະ.

6.   ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ ຮັບໃຊ້ໃນການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ອັດສະລິຍະ.

7.   ຄົ້ນຄວ້າ, ພັດທະນາ, ທົດລອງ, ກວດສອບ ແລະ ຢັ້ງຢືນ ຊອບແວ, ໂປຣແກຣມ, ຮາດແວ ແລະ ເຄື່ອງອຸປະກອນ ເອເລັກໂຕຣນິກ.

8.   ຄົ້ນຄວ້າ, ທົດລອງ, ວິໄຈ ປະເມີນຜົນ ແລະ ຜັນຂະຫຍາຍ ການນຳໃຊ້ ເຕັກໂນໂລຊີ ອັດສະລິຍະ.

9.   ຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ການສື່ສານ ແລະ Multimedia.

10.   ຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາ ມາດຕະຖານ, ຄຸນນະພາບ ຂອງເຕັກໂນໂລຊີ ອັດສະລິຍະ ຢູ່ ສປປ ລາວ.

11.   ໃຫ້ການປຶກສາ, ສົ່ງເສີມ ແລະ ປະຍຸກນຳໃຊ້ ຜົນໄດ້ຮັບຂອງການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ອັດສະລິຍະ ໃນພາກລັດ, ສະຖາບັນການສຶກສາ, ອຸດສາຫະກຳ, ກະສິກຳ, ການບໍລິການ ແລະ ສັງຄົມ.

12.   ຜັນຂະຫຍາຍ ຜົນຂອງການຄົ້ນຄວ້າ ໃຫ້ເປັນສິນຄ້າ ດພື່ອສ້າງ ແລະ ຂະຫຍາຍລາຍຮັບ ຈາກການບໍລິການ ນຳໃຊ້ ຜະລິດຕະພັນ ເຕັກໂນໂລຊີ ອັດສະລິຍະ.

13.   ພັດທະນາຄວາມຮູ້ ແລະ ຄວາມສາມາດ ໃຫ້ກັບນັກຄົ້ນຄວ້າ, ນັກພັດທະນາ, ສະຖາບັນ ແລະ ອົງການ ຄົ້ນຄວ້າ ເຕັກໂນໂລຊີ ອັດສະລິຍະ ຢູ່ ສປປ ລາວ.

14.   ພົວພັນ ແລະ ຮ່ວມມື ພາຍໃນ, ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃນການຂົນຂວາຍ, ຍາດແຍ່ງເອົາບົດຮຽນວິຊາການ, ປະສົບການ, ການຊ່ວຍເຫຼືອ ແລະ ແຫຼ່ງທຶນ ເຂົ້າໃນການພັດທະນາ ການຄົ້ນຄວ້າ ແລະ ການນຳໃຊ້ເຕັກໂນໂລຊີ ອັດສະລິຍະ ຢູ່ ສປປ ລາວ.

15.   ສ້າງແຜນງົບປະມານ ແລະ ແຜນລາຍຮັບ-ລາຍຈ່າຍ ວິຊາການເພື່ອຮັບປະກັນ ບໍລິການວິຊາການ ໃນການຄົ້ນຄວ້າ ແລະ ພັດທະນາ ການນຳໃຊ້ເຕັກໂນໂລຊີ ອັດສະລິຍະ.

16.   ສ້າງແຜນບຳລຸງ, ກໍ່ສ້າງ, ຍົກລະດັບ, ຊັບຊ້ອນ, ຄຸ້ມຄອງ ແລະ ປະຕິບັດ ນະໂຍບາຍ ຕໍ່ພະນັງານລັດຖະກອນ ພາຍໃນສະຖາບັນ ຕາມນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ.

17.   ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ຂອບເຂດສິດ

1.    ຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະບານ, ແຜນການ, ແຜນງານ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

2.   ອອກລະບຽບການ, ບົດແນະນຳ, ໃບແຈ້ງການ, ໃບຢັ້ງຢືນ ແລະ ຮຽກໂຮມປະຊຸມ ກ່ຽວກັບວຽກງານທາງດ້ານເຕັກໂນໂລຊີ ອັດສະລິຍະ.

3.   ສະເໜີ ປັບປຸງກົງຈັກການຈັດຕັ້ງຂອງຕົນ, ກຳນົດຕຳແໜ່ງງານ, ເລື່ອນຊັ້ນ-ຂັ້ນ, ຍ້ອງຍໍ, ການບັນຈຸ, ສັບຊ້ອນ, ຍົກຍ້າຍ ແລະ ຈັດວາງບຸກຄະລາກອນ ຕາມການແບ່ງຂັ້ນຄຸ້ມຄອງ, ປະຕິບັດນະໂຍບາຍ ແລະ ລະບຽບວິໄນຕໍ່ພະນັກງານ ທີ່ຂຶ້ນກັບສະຖາບັນ ຕໍ່ການນຳກະຊວງ.

4.   ກວດກາ, ຕີລາຄາ ແລະ ນຳສະເໜີ ຂໍທິດຊີ້ນຳ ຈາກຄະນະນຳກະຊວງ ກ່ຽວກັບບັນດາກິດຈະການທີ່ສົ່ງຜົນສະທ້ອນອັນບໍ່ດີຕໍ່ສັງຄົມທີ່ຕິດພັນກັບວຽກງານເຕັກໂນໂລຊີ ອັດສະລິຍະ.

5.   ເຂົ້າຮ່ວມກອງປະຊຸມ ທັງພາຍໃນ ແລະ ຕ່າງປະເທດ ທີ່ຕິດພັນກັບພາລະບົດບາດ ຂອງສະຖາບັນ ຕາມການຕົກລົງເຫັນດີ ຂອງຄະນະນຳກະຊວງ.

6.   ໃຫ້ບໍລິການທາງດ້ານວິຊາການ ກ່ຽວກັບວຽກງານດ້ານເຕັກໂນໂລຊີ ອັດສະລິຍະ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.

7.   ນຳສະເໜີຕໍ່ກະຊວງ ໃຫ້ບຳເນັດລາງວັນ ແກ່ຜູ້ທີ່ມີຫົວຄິດປະດິດສ້າງ, ນັກຄົ້ນຄວ້າທາງດ້ານເຕັກໂນໂລຊີ ອັດສະລິຍະ ທີ່ດີເດັ່ນ.

8.   ຄຸ້ມຄອງພະນັກງານ-ລັດດຖະກອນ, ຄຸ້ມຄອງນຳໃຊ້ຊັບສົມບັດ, ຊັບສິນ ແລະ ງົບປະມານພາຍໃນສະຖາບັນຕາມນະໂຍບາຍ ແລະ ລະບຽບການ.

9.   ເກັບ, ຄຸ້ມຄອງ, ລາຍງານ ແລະ ນຳໃຊ້ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ທີ່ກ່ຽວກັບວຽກເຕັກໂນໂລຊີ ອັດສະລິຍະ ຕາມການເຫັນດີອະຍຸມັດຂອງກະຊວງ.

10.  ພົວພັນຮ່ວມມື, ພົບປະເຈລະຈາ, ເຊັນບົດບັນທຶກຄວາມເຂົ້າໃຈ, ອະນຸສັນຍາ, ສັນຍາ ກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ຕາມການມອບໝາຍ ຂອງກະຊວງ.

11.   ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ.

ໂຄງປະກອບກົງຈັກ

1.    ພະແນກ ສັງລວມ

2.   ພະແນກບໍລິການເຕັກໂນໂລຊີ ອັດສະລິຍະ

3.   ພະແນກ ວິສະວະກຳຊອບແວ

4.   ພະແນກ ພັດທະນາ ອຸປະກອນເອເລັກໂຕຣນິກ

5.   ພະແນກ ເຕັກໂນໂລຊີ ອັດສະລິຍະ ເພື່ອການຜະລິດ

6.   ພະແນກ ເຕັກໂນໂລຊີ ອັດສະລິຍະສັງຄົມ

7.   ພະແນກ ຄົ້ນຄວ້າ ເຕັກໂນໂລຊີການສື່ສານ

 ໂຄງປະກອບບຸກຄະລາກອນ

1.    ຫົວໜ້າສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ຈຳນວນ 01 ທ່ານ, ຮັບຜິດຊອບຕໍ່ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ ຜູ້ຊີ້ນຳຂົງເຂດວຽກງານກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດວຽກງານຂອງຕົນ.

         ໃນເວລາ ຫົວໜ້າສະຖາບັນ ຕິດຂັດ ຕ້ອງມອບສິດໃຫ້ຮອງຫົວໜ້າສະຖາບັນ ທ່ານໃດໜຶ່ງ ເປັນຜູ້ຮັກສາການແທນ.

2.   ຮອງຫົວໜ້າສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ຈຳນວນໜຶ່ງຊ່ວຍຫົວໜ້າສະຖາບັນ ຊີ້ນຳວຽກງານໃດໜຶ່ງ ຕາມການແບ່ງງານ ແລະ ການມອບໝາຍ, ຮັບຜິດຊອບຕໍ່ຫົວໜ້າສະຖາບັນກ່ຽວກັບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຂອງວຽກງານທີ່ຕົນຊີ້ນຳ.

      ຮອງຫົວໜ້າສະຖາບັນ ຜູ້ຮັກສາການແທນ ຕ້ອງລາຍງານວຽກງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຮັກສາການແທນນັ້ນ ໃຫ້ຫົວໜ້າສະຖາບັນ ພາຍຫຼັງກັບມາປະຈຳການ.

3.   ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ລັດຖະກອນວິຊາການຈຳນວນໜຶ່ງ ຕາມການກຳນົດຕຳແໜ່ງງານ.

     ສຳລັບການບັນຈຸ, ສັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ແມ່ນປະຕິບັດຕາມກົດໝາຍ ແລະ ລະບຽບການ.

ໜ້າທີ່ຂອງ ແຕ່ລະ ພະແນກ

ໜ້າທີ່ຂອງ ພະແນກ ສັງລວມ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍ ມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ຮັບຜິດຊອບ ສຳເນົາ, ບັນທຶກ, ກວດກາ ວຽກງານບໍລິຫານ, ການເງິນ, ອຸປະກອນ ແລະ ພາຫະນະ ຊັບສິນ ພາຍໃຕ້ຄວາມຮັບຜິດຊອບຂອງສະຖາບັນ.

3.   ຄຸ້ມຄອງ ແລະ ອຳນວຍຄວາມສະດວກ ກ່ຽວກັບວຽກງານບໍລິຫານ, ການເງິນ, ອຸປະກອນ ແລະ ພາຫະນະຊັບສິນ ພາບໃຕ້ຄວາມຮັບຜິດຊອບຂອງສະຖາບັນ.

4.   ຮັບຜິດຊອບ ວຽກງານພິທີການ ແລະ ເລຂານຸການ ຂອງສະຖາບັນ.

5.   ຮັບຜະດຊອບວຽກງານຈັດຕັ້ງ ແລະ ພະນັກງານຂອງສະຖາບັນ.

6.   ເປັນໃຈກາງປະສານງານຕິດຕໍ່ພົວພັນ ແລະ ຕິດຕາມການເຄື່ອນໄຫວວຽກງານ ພາຍໃນສະຖາບັນ ແລະ ພົວພັນຮ່ວມມື, ພົບປະເຈລະຈາ ປະສານງານກັບອົງການຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

7.   ປະສານງານຍາດແຍ່ງການຊ່ວຍເຫຼືອ, ການລົງທຶນ, ຊອກຫາແຫຼ່ງທຶນ ເພື່ອການຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລຊີ ອັດສະລິຍະ ຢູ່ ສປປ ລາວ.

8.   ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ, ສັງລວມ, ຂຶ້ນແຜນ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານ ປະຈຳອາທິດ, ເດືອນ, ງວດ ແລະ ປີ ຂອງສະຖາບັນ.

9.   ສັງລວມ, ຂຶ້ນແຜນການ ແລະ ສະຫຼຸບການນຳໃຊ້ງົບປະມານ ປະຈຳເດືອນ, ງວດ ແລະ ປີ ຂອງສະຖາບັນ.

10.  ຮ່າງ ແລະ ສະຫຼຸບ ແຜນພັດທະນາ ເສດຖະກິດສັງຄົມ ກ່ຽວກັບ ວຽກງານເຕັກໂນໂລຊີ ອັດສະລິຍະ ປະຈຳໄຕມາດ ແລະ ສົກປີ.

11.   ຮ່າງບັນດາເອກະສານ ຄົ້ນຄວ້ານຳສະເໜີ, ສັງລວມແຜນງານ ນະໂຍບາຍ, ແຜນຍຸດທະສາດ ຕິດຕາມບົົດກວດກາປະເມີນຜົນ ບັນດາໂຄງການຄົ້ນຄວ້າ ຂອງສະຖາບັນ.

12.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

 ໜ້າທີ່ຂອງ ພະແນກບໍລິການເຕັກໂນໂລຊີ ອັດສະລິຍະ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງສູນ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ສົ່ງເສີມ ແລະ ບໍລິການ, ໃຫ້ຄຳປຶກສາ ແລະ ບໍລິການທາງດ້ານວິຊາການກ່ຽວກັບ ວຽກງານ ເຕັກໂນໂລຊີ ອັດສະລິຍະ.

3.   ເຮັດການບໍລິການ, ວາງແຜນ, ວິເຄາະ, ເກັບກຳຂໍ້ມູນ, ອອກແບບການຕະຫຼາດ ດ້ານເຕັກໂນໂລຊີ ອັດສະລິຍະ, ເພື່ອຍົກລະດັບຄວາມພ້ອມ ທາງດ້ານເຕັກໂນໂລຊີ ໃນການພັດທະນາເສດຖະກິດສັງຄົມ.

4.   ສະໜັບສະໜຸນ ແລະ ຊຸກຍູ້ການນຳໃຊ້ ເຕັກໂນໂລຊີ ເຂົ້າໃນການພັດທະນາເສດຖະກິດສັງຄົມ.

5.   ບໍລິການວຽກງານກວດສອບຢັ້ງຢືນ ດ້ານວິສາວະກຳຊອບແວ ແລະ ທົດສອບຜະລິດຕະພັນ, ການພັດທະນາດ້ານເອເລັກໂຕຣນິກ ອັດຊະລິຍະ.

6.   ບໍລິການ ແລະ ຖ່າຍທອດ ເຕັກໂນໂລຊີ, ຈັດຝຶກອົບຮົມການນຳໃຊ້ເຕັກໂນໂລຊີ ອັດສະລິຍະ ໃຫ້ພາກສ່ວນຕ່າງໆ.

7.   ສົ່ງເສີມ ແລະ ບໍລິການດ້ານການສ້າງ ແລະ ພັດທະນາ ເຕັກໂນໂລຊີໃໝ່ໆ ຜ່ານທາງລະບົບສື່ສັງຄົມອອນລາຍ, ລະບົບສື່ມວນຊົນຕ່າງໆ.

8.   ສຶກສາຄົ້ນຄວ້າ, ສ້າງ ແລະ ພັດທະນາໂຄງການ ເພື່ອຮັບໃຊ້ວຽກງານດ້ານເຕັກໂນໂລຊີ ອັດສະລິຍະ.

9.   ພົວພັນຮ່ວມມື, ພົບປະເຈລະຈາ ແລະ ປະສານງານກັບອົງການຈັດຕັ້ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ.

10.   ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

 ໜ້າທີ່ ຂອງ ພະແນກ ວິສະວະກຳຊອບແວ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ຄົ້ນຄວ້າ, ພັດທະນາ ແລະ ດັດປັບ ລະບົບຊອບແວ ໃຫ້ເປັນລະບົບພາສາລາວ ເພື່ອສອດຄ່ອງກັບການນຳໃຊ້ ຢູ່ ສປປ ລາວ.

3.   ຄົ້ນຄວ້າ ແລະ ພັດທະນາ ລະບົບເຊື່ອມໂຍງ (API) ແລະ ໂປຣແກຣມເທິງລະບົບຄອມພິວເຕີ (Desktop), ອຸປະກອນພົກພາ (Mobile Devices) ແລະ ເວັບໄຊ.

4.   ສຶກສາ ແລະ ປະຍຸກໃຊ້ ເຕັກໂນໂລຊີປັນຍາປະດິດ (AI) ແລະ ເຕັກໂນໂລຊີຂໍ້ມູນຜູກພັນ (Blockchain) ໃຫ້ແກ່ຂະແໜງການຕ່າງໆ.

5.   ຄົ້ນຄວ້າ, ອອກແບບ, ປະມວນຜົນ ແລະ ວິເຄາະຂໍ້ມູນມະຫາສານ (Big Data)

6.   ທົດລອງ, ກວດສອບ ແລະ ຢັ້ງຢືນຄຸນນະພາບຂອງຊອບແວ.

7.   ຖ່າຍທອດຄວາມຮູ້ໃນການສ້າງ ແລະ ພັດທະນາ ໂປຣແກຣມ, ໃຫ້ຄຳປຶກສາ ແລະ ບໍລິການ ທາງດ້ານ ເຕັກໂນໂລຊີປັນຍາປະດິດ ແລະ ຂໍ້ມູນມະຫາສານ.

8.   ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

ໜ້າທີ່ ຂອງ ພະແນກ ພັດທະນາ ອຸປະກອນເອເລັກໂຕຣນິກ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງສູນ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ເກັບກຳ ແລະ ສັງລວມ ຄວາມຮູ້ ແລະ ບົດຮຽນ ກ່ຽວກັບເຄື່ອງອຸປະກອນ ເອເລັກໂຕຣນິກ ແລະ ເຊັນເຊີ.

3.   ຕິດຕາມ ແລະ ຮຽນຮູ້ແນວໂນ້ມຂອງສາກົນ.

4.   ຄົ້ນຄວ້າ ແລະ ພັດທະນາ ເຄື່ອງອຸປະກອນ ເອເລັກໂຕຣນິກ ແລະ ແຜງວົງຈອນ.

5.   ຄົ້ນຄວ້າ ແລະ ພັດທະນາ ອຸປະກອນເຊັນເຊີ.

6.   ຄົ້ນຄວ້າ ແລະ ພັດທະນາ ເຄື່ອງພິມແບບຫຼາຍມິຕິ.

7.   ຄົ້ນຄວ້າ ແລະ ພັດທະນາ ລະບົບກົນຈັກອັດຕະໂນມັດ.

8.   ປະຍຸກນຳໃຊ້ ເຄື່ອງອຸປະກອນ ເອເລັກໂຕຣນິກ ແລະ ເຊັນເຊີ ເຂົ້າໃນວຽກງານຕ່າງໆ ໃນຕົວຈິງ.

9.   ທົດລອງ, ທົດສອບ ແລະ ຢັ້ງຢືນ ຄວາມຖືກຕ້ອງຂອງ ເຄື່ອງອຸປະກອນ ເອເລັກໂຕຣ ແລະ ເຊັນເຊີ.

10.  ຖ່າຍທອດຄວາມຮູ້ ໃນການພັດທະນາ ເຄື່ອງອຸປະກອນ ເອເລັກໂຕຣນິກ ແລະ ເຊັນເຊີ.

11.   ຄົ້ນຄວ້າ, ປະເມີນ, ເຄື່ອງອຸປະກອນ ເອເລັກໂຕຣນິກ ແລະ ເຊັນເຊີ ເພື່ອພັດທະນາ ຕໍ່ຍອດການນຳໃຊ້.

12.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

ໜ້າທີ່ ຂອງ ພະແນກ ເຕັກໂນໂລຊີ ອັດສະລິຍະ ເພື່ອການຜະລິດ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ອຸດສາຫະກຳ ແລະ ໂຮງງານ.

3.   ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ກະສິກຳ ແບບທັນສະໄໝ.

4.   ສ້າງຈິດສຳນຶກ ແລະ ເຜີຍແຜ່ຜົນຂອງການຄົ້ນຄວ້າອອກສູ່ສັງຄົມ.

5.   ສ້າງໂຄງການຕົວແບບ ທົດລອງນຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ອຸດສາຫະກຳ ແລະ ກະສິກຳ ແບບທັນສະໄໝ.

6.   ຜັນຂະຫຍາຍຜົນການຄົ້ນຄວ້າ ໄປສູ່ການນຳໃຊ້ຕົວຈິງ.

7.   ປະເມີນບົດຄົ້ນຄວ້າ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ອຸດສາຫະກຳ ແລະ ກະສິກຳ ແບບທັນສະໄໝ ເພື່ອພັດທະນາ ຕໍ່ຍອດການນຳໃຊ້.

8.   ຮ່ວມມື ແລະ ບໍລິການໃຫ້ຄຳປຶກສາ, ອອກແບບ ແລະ ຕິດຕັ້ງ ເຕັກໂນໂລຊີ ເພື່ອການຜະລິດ ອຸດສາຫະກຳ ແລະ ກະສິກຳ ແບບທັນສະໄໝ.

9.   ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

ໜ້າທີ່ ຂອງ ພະແນກ ເຕັກໂນໂລຊີ ອັດສະລິຍະສັງຄົມ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ສຶກສາຄົ້ນຄວ້າ ພັດທະນາເຕັກໂນໂລຊີ ທີ່ກ່ຽວພັນກັບການດຳລົງຊີວິດແບບທັນສະໄໝ.

3.   ເຜີຍແຜ່ສ້າງຈິດສຳນຶກ ໝາກຜົນຂອງການນຳໃຊ້ເຕັກໂນໂລຊີ ເພື່ອການຍົກລະດັບ ຊີວິດການເປັນຢູ່ ໃນສັງຄົມ.

4.   ຈັດຕັ້ງໂຄງການທົດລອງສເາງໂຕແບບ ຂອງການດຳລົງຊີວິດແບບທັນສະໄໝ.

5.   ຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີ ແກ່ການດຳລົງຊີວິດ ແລະ ສັງຄົມຢ່າງກວ້າງຂວາງ.

6.   ຮ່ວມມື ແລະ ບໍລິການໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການດຳລົງຊີວິດ ແລະ ສັງຄົມ.

7.   ປະເມີນບົດຄົ້ນຄວ້າກ່ຽວກັບ ການນຳໃຊ້ເຕັກໂນໂລຊີອັດສະລິຍະເພື່ອຊີວິດ ແລະ ສັງຄົມ ເພື່ອພັດທະນາຕໍ່ຍອດການນຳໃຊ້.

8.   ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.

ໜ້າທີ່ ຂອງ ພະແນກ ຄົ້ນຄວ້າ ເຕັກໂນໂລຊີການສື່ສານ

1.    ສຶກສາ, ຄົ້ນຄວ້າ, ຜັນຂະຫຍາຍມະຕິ, ຄຳສັ່ງ, ຄຳແນະນຳຂອງຂັ້ນເທິງ ແລະ ແຜນວຽກ, ໂຄງການສະເພາະ ຂອງ ສະຖາບັນ ໃຫ້ເປັນໜ້າວຽກລະອຽດຂອງພະແນກ ແລະ ຮັບຜິດຊອບຈັດຕັ້ງປະຕິບັດ.

2.   ເກັບກຳ ແລະ ສັງລວມຄວາມຮູ້ ແລະ ບົດຮຽນ ກ່ຽວກັບເຕັກໂນໂລຊີ.

3.   ຕິດຕາມ ແລະ ຮຽນຮູ້ແນວໂນ້ມຂອງສາກົນ.

4.   ຄົ້ນຄວ້າ ແລະ ພັດທະນາ ພື້ນຖານໂຄງລ່າງ, ການເຊື່ອມຕໍ່, ອຸປະກອນ ຂອງເຕັກໂນໂລຊີ ການສື່ສານ.

5.   ຄົ້ນຄວ້າ ແລະ ພັດທະນາ ຄວາມປອດໄພການສື່ສານ.

6.   ທົດລອງ, ທົດສອບ ແລະ ຢັ້ງຢຶນ ຄວາມຖືກຕ້ອງຂອງເຕັກໂນໂລຊີ ການສື່ສານ.

7.   ຖ່າຍທອດຄວາມຮູ້ໃນການສ້າງ ແລະ ພັດທະນາ ເຕັກໂນໂລຊີ ການສື່ສານ.

8.   ປະຍຸກນຳໃຊ້ເຕັກໂນໂລຊີ ການສື່ສານ. ທີ່ມີຢູ່ ເຂົ້າໃນວຽກງານຕ່າງໆໃນຕົວຈິງ.

9.   ປະເມີນບົດຄົ້ນຄວ້າ ກ່ຽວກັບການນຳໃຊ້ເຕັກໂນໂລຊີ ການສື່ສານ ເພື່ອພັດທະນາ ຕໍ່ຍອດການນຳໃຊ້.

10.  ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍ ຂອງຄະນະນຳສະຖາບັນ.