ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ

ຈາກ Laopedia


ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ສ້າງຕັ້ງຂຶ້ນໃນວັນທີ 08 ກັນຍາ 2022, ຕັ້ງຢູ່ບ້ານດອນຕິ້ວ (ຫຼັກກິໂລແມັດທີ 14) ເມືອງໄຊທານີ ນະຄອນຫຼວງວຽງຈັນ. ເມືອກ່ອນມີຊື່ວ່າ ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ສ້າງຕັ້ງຂຶ້ນໃນປີ 2018 ເຊິ່ງຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມາຮອດ ວັນທີ 08 ກັນຍາ 2022 ໄດ້ປ່ຽນຊື່ມາເປັນ ສະຖາບັນຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກຳ ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ຈົນມາຮອດປັດຈຸບັນ.