ສວນຊາຫຼັກ 4 ບ້ານ ສາຍລົມ

ຈາກ Laopedia
ຮູບ:ສວນຊາຫຼັກ 4 ບ້ານ ສາຍລົມ.jpg

ສວນ​ຊາ​ສາຍລົມ (ຫຼັກ 4) ມີທີ່ຕັ້ງຢູ່ທິດເໜືອຂອງເທດສະບານເມືອງຜົ້ງສາລີ ຕັ້ງຢູ່ບ້ານສາຍລົມ ຫ່າງຈາກເທດສະບານປະມານ 4 ກິໂລແມັດ ເປັນສວນຊາສະນິດນ້ອຍ, ເຊິ່ງ​ເປັນ​ສວນ​ຊາ​ທີ​ມີ​ຄວາມ​ສວຍ​ງາມດ້ວຍການຕັດ​ຕົກ​ແຕ່ງເປັນຖັນແຖວສວຍງາມເປັນໜ້າທ່ຽວຊົມ, ສວນຊາມີເນື້ອທີ່ທັງໝົດ 22 ເຮັກຕາ, ມີຕົ້ນຊາປະມານ 8,800 ຕົ້ນ, ມີອາຍຸ 15-16 ປີ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=2