ວັນໄປສະນີໂລກ

ຈາກ Laopedia

ວັນໄປສະນີໂລກ 09 ຕຸລາ 1874.

ການບໍລິການໄປສະນີ ໄດ້ຢູ່ຄຽງຄູ່ກັບສັງຄົມເຮົາມາໄດ້ຫຼາຍພັນປີ, ຖ້າຫວນຄືນ 2400 ປີ ກ່ອນ ຄສ ເມື່ອຄັ້ງພະລາຊາພາໂຣ ແຫ່ງ ເອຢິບ ໄດ້ຈັດຕັ້ງຫນ່ວຍງານຈັດສົ່ງເອກະສານເຜີນແຜ່ຂໍ້ມູນຂ່າວສານ ຂອງພະລາຊາເອງ ໄປຍັງບັນດາເມື່ອງຕ່າງໆ, ມາໃນສະໄຫມໂຣມັນ 500 ປີ ກ່ອນ ຄສ ພະລາຊາເຊຊ່າໄດ້ຈັດຕັ້ງຫນ່ວຍງານຈັດສົ່ງເອກະສານ ໂດຍນຳໃຊ້ມ້າ ເປັນພາຫະນະ, ມາໃນຍຸກລາດຊະວົງຫັນ ໃນ 200 ປີ ກ່ອນ ຄສ ກໍ່ໄດ້ສ້າງຕັ້ງປ່ອງບໍລິການໄປສະນີ 1,600 ກ່ວາແຫ່ງ ແລະ ຈ້າງແຮງງານເຖິງ 2 ຫມື່ນກ່ວາຄົນ ເພື່ອເຮັດຫນ້າທີ່ ບໍລິການຈັດສົ່ງ ຈົດຫມາຍ ແລະ ເອກະສານ.

ໃນຊຸມປີ 1654 ໄດ້ມີການນໍາໃຊ້ຄໍາວ່າ “ ໄປສະນີ ” (POST) ຊຶ່ງໄດ້ມາຈາກຄໍາສັບພາສາລາແຕັງທີ່ວ່າ “ ໂປເນ ” ທີ່ມີຄວາມຫມາຍໃນພາສາອັງກິດທີ່ວ່າ “ MAIL ” ມາໃນປີ 1840 ກໍ່ໄດ້ມີການປະຕິຮູບການບໍລິການໄປສະນີ ຈາກຜູ້ດຽວເປັນຜູ້ຈັດສົ່ງ ເລີ່ມຕັ້ງແຕ່ຂັ້ນຕອນຮັບຝາກຢູ່ຕົ້ນທາງ ຈົນໄປເຖິງຂັ້ນຕອນແຈກຢາຍຢູ່ປາຍທາງ ມາເປັນການບໍລິການສົ່ງຕໍ່ (ໝາຍຄວາມວ່າຜູ້ທໍາອິດ ຈັດສົ່ງມາຮອດເຂດໃດຫນຶ່ງ ແລ້ວຜູ້ທີ່ສອງ ຮັບສົ່ງຕໍ່ໄປຍັງປາຍທາງ) ຈຶ່ງມີການຄິດຄົ້ນນໍາໃຊ້ສະແຕມໄປສະນີ ເພື່ອເປັນສັນຍາລັກບົ່ງບອກ ກ່ຽວກັບຄຸນລັກສະນະ, ຄວາມຕ້ອງການ ແລະ ລາຄາທີ່ຈະໄດ້ຮັບຈາກການບໍລິການແຈກຢາຍນັ້ນ ຈຶ່ງເຮັດໃຫ້ເກີດມີການບໍລິການ ຈັດສົ່ງເຄື່ອງຝາກໄປສະນີລະຫວ່າງປະເທດໄດ້. ມາຮອດປີ 1874 ກໍ່ໄດ້ມີການສ້າງຕັ້ງ ສະຫະພາບໄປສະນີລະຫວ່າງປະເທດ (international postal union) ຊຶ່ງມີ 22 ປະເທດສະມາຊິກ, ຕໍ່ມາ ໃນປີ 1878 ຈຶ່ງໄດ້ປ່ຽນຊື່ມາເປັນສະຫະພາບໄປສະນີສາກົນ (Universal Postal Union). ມາໃນປີ 1969 ກອງປະຊຸມໃຫຍ່ຂອງສະຫະພາບໄປສະນີສາກົນ ໄດ້ຈັດຂຶ້ນທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ ຊຶ່ງໄດ້ກໍານົດເອົາວັນທີ 9 ຕຸລາ ເປັນວັນໄປສະນີໂລກ ( World Post Day ) ໂດຍມີວັດຖຸປະສົງ ເພື່ອຍົກໃຫ້ເຫັນບົດບາດຄວາມສໍາຄັນຂອງວຽກງານໄປສະນີ ຊຶ່ງການເຂົ້າເຖິງຕາຫນ່າງໄປສະນີ ແມ່ນສິດທິພື້ນຖານຂອງປະຊາຊົນບັນດາເຜົ່າ ແລະ ເຮັດໃຫ້ຜູ້ຄົນ ທີ່ອາໄສຢູ່ຄົນລະປະເທດ, ຕ່າງສາດສະໜາ, ຕ່າງລະບອບການເມືອງ ກໍ່ສາມາດສົ່ງຈົດໝາຍ ຕິດຕໍ່ສື່ສານຫາກັນໄດ້ ພ້ອມນັ້ນ ກໍ່ໃຫ້ຮັບຮູ້ວ່າບຸລຸດໄປສະນີ ແມ່ນບຸກຄົນທີ່ເສຍສະຫຼະຮັບໃຊ້ບໍລິການແກ່ສັງຄົມ ຊຶ່ງຈະຕ້ອງໄດ້ຮັບການປົກປ້ອງ ເປັນພິເສດ, ແມ່ນແຕ່ໃນໄລຍະສົງຄາມ ກໍ່ຫ້າມທໍາຮ້າຍບູລຸດໄປສະນີ ຊຶ່ງເປັນຫຼັກການປະຕິບັດຂອງສົງຄາມທີ່ວ່າ ຫ້າມຂ້າບຸກຄົນທີ່ນໍາສົ່ງຈົດໝາຍ.

https://www.facebook.com/profile.php?id=100077930181136&mibextid=ZbWKwL