ວັນແມ່ຍິງສາກົນ

ຈາກ Laopedia

ວັນແມ່ຍິງສາກົນ ເກີດຂຶ້ນຈາກກໍາມະກອນຍິງ ໃນໂຮງງານຕໍ່ແຜ່ນ ຢູ່ເມືອງນິວຢອກ, ປະເທດສະຫະລັດອາເມລິກາ ລຸກຮືຂື້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ. ແຕ່ສຸດທ້າຍ ແມ່ຍິງເຖິງ 119 ຄົນ ໄດ້ເສຍຊີວິດຈາກເຫດການນີ້ ຍ້ອນມີການລອບວາງ ເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງຢູ່ຮ່ວມກັນ. ເຫດການທັງຫມົດເກີດຂຶ້ນໃນວັນທີ 8 ມີນາ 1857. ຫລັງຈາກນັ້ນ, ໃນປີ 1907, ກໍາມະກອນຍິງ ໃນໂຮງງນຕໍ່າແຜນ ທີ່ເມືອງຊິກາໂກ ສະຫະລັດອາເມລິກາ ບໍ່ສາມາດທົນ ຕໍ່ການຂົ່ມ ເຫັງ, ການກົດຂິ່, ການລ່ວງລະເມີດ ຂອງນາຍ ຈ້າງທີ່ໃຊ້ພວກເຂົາຄືທາດ ເນື່ອງຈາກວ່າແມ່ຍິງເຫລົ່ານີ້ ເຮັດວຽກຫນັກເຖິງມື້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີວັນຢຸດ. ບໍ່ມີການປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບເປັນ ແລະ ລົ້ມຕາຍ ແຕ່ກັບໄດ້ຮັບ ຄ່າແຮງງານ ພຽງເລັກນ້ອຍ ແລະ ຖ້າຖືພາກໍ່ຖືກໄລ່ອອກ. ດ້ວຍເຫດນັ້ນໃນວັນທີ 8 ມີນາ 1907 ໄດ້ມີຂະບວນຮຽກຮ້ອງ ໃຫ້ນາຍຈ້າງຫລຸດຜ່ອນ ເວລາເຮັດວຽກ ຂອງເຂົາເຈົ້າລົງເຫລືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການ ຂອງເຂົາເຈົ້າທຸກຢ່າງ ແລະ ໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ ຈະບໍ່ສໍາເລັດແຮງງານ ຍິງຫລາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງໃນທົ່ວໂລກ ສະໜັບສະໜູນການກະທໍາດັ່ງກ່າວ ແລະ ເຮັດໃຫ້ແມ່ຍິງທົ່ວ ໂລກຮູ້ເຖິງສິດທິຂອງເຂົາ ເຈົ້າຫລາຍຂຶ້ນ.

ໃນວັນທີ 8 ມີນາ 1908, ແຮງງານຍິງຫລາຍກວ່າ 15.000 ຄົນ ໄດ້ຮ່ວມເດີນຂະບວນທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເຊົາໃຊ້ແຮງງານເດັກ ໂດຍມີຄໍາຂວັນວ່າ “ເຂົ້າຈີ່ ແລະ ດອກກຸຫລາບ” ໝາຍເຖິງ ການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຊີວິດທີ່ດີຂຶ້ນ ນັ້ນເອງ. ຈົນມາຮອດ ວັນທີ 8 ມີນາ 1910, ຄວາມພະຍາຍາມຂອງກໍາມະກອນຍິງກຸ່ມນີ້ ກໍ່ໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕາງໜ້າແມ່ຍິງຈາກ 17 ບັນດາປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ເມືອງໂກເປນຮາກ ປະເທດດານມາກ, ໂດຍໃນທີ່ປະຊຸມໄດ້ປະກາດຮັບ ຮອງ ຂໍ້ຮຽກ ຮ້ອງຂອງບັນດາກໍາມະກອນຍິງ ຄື: ຕ້ອງອະນຸຍາດໃຫ້ພວກເຂົາລົດເວລາເຮັດວຽກເຫລືອ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຫາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນເອງອີກ 8 ຊົ່ວໂມງ ແລະ ອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນ. ພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານ ຂອງ ແມ່ຍິງໃຫ້ເທົ່າກັບແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີແມ່ຍິງ ແລະ ແຮງງານເດັກ. ທັງນີ້ ຍັງໄດ້ຮັບຮອງຂໍ້ສະເໜີຂອງ Clara Setkin ດ້ວຍການກໍານົດໃຫ້ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.

ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=71838