ວັດ​ຫຼວງ​ຂອນ

ຈາກ Laopedia
ຮູບ:ວັດ​ຫຼວງ​ຂອນ.jpg

ວັດຫຼວງຂອນ ແມ່ນຕັ້ງຢູ່ໃນບ້ານຫຼວງ, ເມືອງນ້ຳທາ, ແຂວງ ຫຼວງນ້ຳທາ. ຕັ້ງຢູ່ຕິດກັບເສັ້ນທາງຫຼວງ ຈາກເທດສະບານແຂວງ 6 ກິໂລແມັດ. ວັດຫຼວງຂອນ ແມ່ນວັດເກົ່າແກ່ວັດໜຶ່ງ ຢູ່ເມືອງຫຼວງນ້ຳທາ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ ຄສ 1892 ໂດຍເຈົ້າ ຫຼວງກົມມະຈ້າງ ແຫ່ງເມືອງກຸສາວະດີ (ເມືອງເງິນໃຕ້).
ອີງຕາມເອກະສານ ປະຫວັດເມືອງຫຼວງຫົວທາ ຫຼື ເມືອງຫຼວງນ້ຳທາ ເວົ້າວ່າ: ພາຍຫຼັງເມືອງຫຼວງຫົວທາ ກາຍເປັນເມືອງຮ້າງ ໃນສະໄໝການປົກຄອງຂອງ ເຈົ້າໝ່ອມຫຼວງ ໂດຍ ເຈົ້າໝ່ອມນ້ອຍ ຜູ້ເປັນຫຼານຊາຍເຈົ້າໝ່ອມຫຼວງ ເຮັດສົງຄາມຍາດຊິງເອົາ ບັນລັງ ຂອງເຈົ້າໝ່ອມຫຼວງ ໃນປີ ຄສ 1733. ເຮັດໃຫ້ເມືອງຫຼວງຫົວທາ ກາຍເປັນເມືອງຮ້າງ ແລະ ເຈົ້າໝ່ອມຫຼວງ ກໍ່ໄດ້ຍ້າຍໄປຕັ້ງເມືອງໃໝ່ ຊື່ວ່າ "ເມືອງກຸສາວະດີ" (ເມືອງເງິນໃຕ້).

ພາຍຫຼັງເມືອງຫຼວງຫົວທາ ກາຍເປັນເມືອງຮ້າງໄດ້ 158 ປີ. ຈົນຮອດປີ ຄສ 1891 ກໍ່ໄດ້ມີເຈົ້າ ຫຼວງກົມມະຈ້າງ ເຈົ້າຫຼວງເມືອງກຸສາວະດີ (ເມືອງເງິນໃຕ້) ກໍໄດ້ພາຂຸນເສນາອາມາດຈໍານວນໜຶ່ງ ອອກຈາກເມືອງກຸສາວະດີ ມາເຖິງເມືອງຫຼວງຫົວທາ ໄດ້ພັກເຊົາຢູ່ແຄມນ້ຳແງ້ນ (ບໍ່ລິເວນຂົວນ້ຳແງ້ນປະຈຸບັນ) ແລະ ໄດ້ຈັດແຈງບ່ອນທີ່ຈະຕັ້ງເມືອງໃໝ່ ແລ້ວເຈົ້າຫຼວງກົມມະຈ້າງ ກໍ່ໄດ້ກັບຄືນສູ່ເມືອງກຸສາວະດີ ເພື່ອເຕົ້າໂຮມເອົາ​ເຈົ້າຂຸນມູນນາຍ, ບ່າວໄພ່ລາດຊະດອນຈຳນວນ 500 ຄົນ ແລະ ເສນາອາມາດ ຕິດຕາມອາລັກຂາຈຳນວນ 16 ຄົນ ແລະ ເຈົ້ານະຄອນນານ ເດີນທາງມາເມືອງຫຼວງຫົວທາ, ເຈົ້ານະຄອນນານ ຈຶ່ງຈັດເອົາສະກັນ ສົ່ງຫາບສົ່ງຫາມຕາມບ້ານຕໍ່ບ້ານ ຈົນຮອດບ້ານພ້າວກຸດຊຽງຂອງ ແລ້ວມີເຜົ່າລື້ຕິດຕາມມານຳອີກ ແລະ ໄດ້ຂ້າມແມ່ນ້ຳຂອງ ມາຫາບ້ານຫ້ວຍຊາຍ ແລະ ຜ່ານເມືອງຫຼວງພູຄາ ມາຮອດເມືອງຫຼວງຫົວທາ ໃນປີ ຄສ 1892. ຈາກນັ້ນ ຈຶ່ງໄດ້ຕັ້ງອາຮາມ ເຊິ່ງແມ່ນວັດຫຼວງຂອນ; ປະຈຸບັນ ມີສາທຸພໍ່ເຈົ້າຈັນຕະ ເປັນເຈົ້າອະທິການວັດ ແລະ ມີສາມະເນນ 2 ຕົນຄື: ເນນຈັນຍາ ແລະ ເນນນັນຕະ ພ້ອມດ້ວຍມັດສະທາຍົກສອງທ່ານ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3