ວັດປ່າພະບາດພູເຂົາຄວາຍ

ຈາກ Laopedia

ວັດປ່າພະບາດພູເຂົາຄວາຍ ເປັນແຫລ່ງທ່ອງທ່ຽວທາງຈິດໃຈອີກແຫ່ງໜຶ່ງທີ່ລໍ້າຄ່າເປັນຕົ້ນແມ່ນຮອຍພະບາດ ທີ່ຕັ້ງຢູ່ໃນເຂດ “ທ່າຊ້າງ ວັງຫລວງດານໂພ, ດານໄຮ, ດອຍພະພັກ, ຖໍ້າພະບູຮານ, ຫີນຊ້າງສີ, ວັງຄ້ອງ ແລະ ວັງກ້ອງ”, ຕາມການ ບອກເລົ່າ​ຂອງ ບັນພະບຸລຸດສືບທອດກັນມາ ຫລາຍເຊັ່ນຄົນວ່າ  ສະຖານທີ່ດັ່ງກ່າວລຶກລັບຊັບຊ້ອນເປັນທີ່ເຄົາລົບ ແລະ ຢໍາເກງຂອງຜູ້ຄົນຕະຫລອດມາ. ບາງເທື່ອ ສິນດັບ ສິນເພັງ ໄດ້ຍິນສຽງຄ້ອງ ສຽງກອງດັງຂຶ້ນ, ມີແຜ່ນສີລາດານຫີນກວ້າງໃຫຍ່ ເປັນຣາຊະສີ, ມີຕົ້ນໄມ້ໃຫຍ່ນ້ອຍເກີດຕາມດານຫີນ, ບາງບ່ອນເປັນດົງໜາປ່າຕຶບ, ພູສູງຊັນເຫວເລິກ ມີໂງ່ນຫີນນ້ອຍໃຫຍ່, ຖໍ້າຮູຄູຫາມີພະພຸດທະຮູບບູຮານ ປະດິດສະຖານ​ໄວ້, ຫ້ວຍນໍ້າລໍາທານມາຈາກອ່າງ ຢູ່ເນີນພູເຂົາຄວາຍໄຫລຜ່ານ ອ້ອມສະຖານ ທີ່ດັ່ງກ່າວ, ສອງສ່ວນສີ່ ມີນາມວ່າ: “ລໍານໍ້າທົນ”, ບໍລິເວນດັ່ງກ່າວ ເປັນເຂດແດນກວ້າງຂວາງ, ມີເງື່ອນໄຂສະດວກຂອງ ພະສົງອົງສະແຫວງຫາ ຄວາມສຸກທາງດ້ານຈິດໃຈ ແລະ ຍັງເປັນສະຖານທີ່ທ່ອງທ່ຽວທາງຈິດຂອງຄົນທົ່ວໄປອີກດ້ວຍ.  

ວັດປ່າພະບາດພູເຂົາຄວາຍຕັ້ງຢູ່ບ້ານນາຍາງ, ເມືອງທຸລະຄົມ, ແຂວງວຽງຈັນໄປຕາມທາງເລກ 10 ປະມານ 25 ກິໂລແມັດ,​ ລ້ຽວຂວາ ເຂົ້າໄປຜ່ານບ້ານນານົກຂຸ້ມ ແລະ ບ້ານນາຍາງ ຕື່ມປະມານ 3 ກິໂລແມັດເຫັນປະຕູ​ໂຂງໃຫຍ່ ຕັ້ງເຈິ້ນເຖິ້ນ ຢູ່ເບື້ອງຊ້າຍມືເຂົ້າໄປອີກບໍ່ໄກ ກໍເຖິງວັດປ່າພະບາດພູເຂົາຄວາຍແດນແຫ່ງອະຣິຍະທໍາທາງຈິດໃຈແຫ່ງໃໝ່ວ່າຊັ້ນ​ໄດ້. ວັດດັ່ງກ່າວ, ເຖິງວ່າຫາ ກໍຄົ້ນພົບຮອຍພະບາດ ປີ 1991 ຈາກນັ້ນຕໍ່ມາໃນປີ 1997 ໄດ້ຮັບ ການສ້າງຕັ້ງຂຶ້ນ ແລະ ພັດທະນາຕະຫລອດມາ ຮອດປັດຈຸບັນນີ້.

ເມື່ອຜ່ານປະຕູ​ໂຂງວັດລ້ຽວຊ້າຍເຂົ້າໄປທາງໃນ ຈະເຫັນອົງພະທາດ ກວມຮອຍພະບາດ, ພະທາດໜ່ວຍນີ້ ເປັນ ຮູບຈຳລອງບ່ອນພະພຸດທະອົງ ຊົງຕັດສະຣູ້, ຕໍ່ດ້ວຍທາດນ້ອຍສີ່ໜ່ວຍຢູ່ແຈ ສູງ 7 ແມັດ ທີ່​ມີຮູບຊົງລວດລາຍ ແບບປານີດ ວິຈິດບັນຈົງ ແລະ ງົດງາມ, ມີສາລາໂຮງທຳຕັ້ງຢູ່ເທິງແຜ່ນຫີນດານໃຫຍ່, ມີສະຖານທີ່ຈຳລອງທີ່ພະພຸດທະອົງ ຊົງປະຣິນິບພານ, ມີພະພຸດທະຮູບໃຫຍ່ປາງໃສຍາດ, ມີສະຖານ ທີ່ຈຳລອງທີ່ພະພຸດທະອົງ ຊົງປະຖົມມະເທດສະໜາໂຜດປັນຈະວັກຄີທັງ 5 ຢູ່ເທິງດອຍພະພັກ, ພະພຸດທະຮູບຂະໜາດໜ້າຕັກ 9 ແມັດ, ປາງປະຖົມມະເທສະໜາ, ມີສວນລຸມພິນີ ຈຳລອງວັນທີ່ພະພຸດທະອົງຊົງປະສູດ. ສະຖານທີ່ສັກສິດ ທັງສີ່ນີ້ມີຈິງ ຢູ່ປະເທດເນປານ ແລະ ອິນເດຍ, ຖືວ່າຢູ່ລາວເປັນແຫ່ງທຳອິດ ແລະ ແຫ່ງທີສອງຂອງໂລກກໍວ່າໄດ້. ນອກຈາກຄວາມໜ້າ ອັດສະຈັນຂອງສະຖານທີ່ຈຳລອງ ແລະ ພະພຸດທະຮູບແຕ່ລະອົງແລ້ວ, ວັດດັ່ງກ່າວ ຍັງອ້ອມຮອບດ້ວຍທຳມະຊາດ, ປ່າຕຶບດົງໜາ, ແມ່ນໍ້າລຳທານ, ຖໍ້າ, ສັດປ່ານາໆພັນ ແລະ ເປັນເຂດຮັກສາຕົ້ນໄມ້ເຄືອເຂົາທີ່ເປັນຢາອີກດ້ວຍ.

ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=8826