ວັດຊຽງຄວນ

ຈາກ Laopedia

ວັດຊຽງຄວນ ຕັ້ງຢູ່ເທິງຝັ່ງແມ່ນ້ຳຂອງ ໃກ້ກັບຂົວມິດຕະພາບລາວ -ໄທ 1, ທາງໃຕ້ ຂອງເມືອງວຽງຈັນ 24 ກິໂລແມັດ. ​ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ ຄສ 1958 ໂດຍ ປູ່ບຸນເຫຼື່ອມ ສຸຣິຣັດ ເພື່ອເປັນອຸທະຍານອັນຢັ່ງຢາຍ ໄຮ້ລະບຽບຂອງຮູບປັ້ນກ່ວາ 200 ແບບ ທີ່ມີທັງຄົນ, ຜີ, ເທວະດາ, ພະສັດເດລະສານ… ໃນອະລິຍະບົດຕ່າງໆທັງໃນພິພົບແຫ່ງສະຫັວນ, ໂລກມະນຸດ ແລະ ນະລົກອະເວຈີ. ອັນປະສົມປະສານລະຫ່ວາງ ຄະຕິພຸດ ແລະ ຮີນດູ ເຊິ່ງບາງຢ່າງກໍ່ ແປກປະຫຼາດພິກົນ ພິການອະວິໄສ ຊວນເກີດຄວາມຮູ້ສຶກພິດສະວົງສົງໄສ, ທັງຊື່ນຊົມ, ເບື່ອໜ່າຍໜ້າສົມເພດເວທະນາ ປະປົນກັນ ຍາມເມື່ອໄດ້ຊົມ.

ວັດຊຽງຄວນ ເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ແຫ່ງທີ 1 ຂອງນະຄອນຫຼວງວຽງຈັນ

ຄ່າເຂົ້າຊົມ: ຄົນລາວ 15 000ກີບ, ຄົນຕ່າງປະເທດ 40 000ກີບ. (ລາຄາເມື່ອປີ 2024)


http://www.laogov.gov.la/province/Pages/Provincetourism.aspx?CateID=1&ItemID=359&MenuID=6