ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບ ປີ 2003)
ຫົວຂໍ້: ລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ປະເພດ ນິຕິກໍາ: ລັດຖະທໍາມະນູນ
ອອກໂດຍ: ສະພາແຫ່ງຊາດ
ພາກສ່ວນຮັບຜິດຊອບ: ສະພາແຫ່ງຊາດ
ວັນທີ່ ນິຕິກໍາ : 06-05-2003
ເຜີຍແຜ່ລົງ ຈົດໝາຍເຫດ ວັນທີ່ : 04-02-2014
ຄຳນຳ
ນັບເປັນເວລາຫລາຍພັນປີມາແລ້ວ ທີ່ບັນດາບັນພະບູລຸດຂອງຊາດລາວໄດ້ພ້ອມກັບປະຊາ ຊົນລາວບັນດາເຜົ່າ ດຳເນີນການຕໍ່ສູ້ເພື່ອການດຳລົງຄົງຕົວ ແລະຂະຫຍາຍຕົວຢູ່ຄົນດິນແດນນັ້ນ ແສນຮັກແຫ່ງນີ້. ເລີ່ມແຕ່ກາງສະຕະວັດທີ່ສິບສີ່ເປັນຕົ້ນມາ, ບັນພະບູລຸດຂອງພວກເຮົາ ໂດຍສຸະເພາະເຈົ້າຟ້າງຸ່ມ ໄດ້ພາປະຊາຊົນເຮົາກໍ່ຕັ້ງ ແລະສ້າງປະເທດລ້ານຊ້າງໃຫ້ເປັນເອກະພາບ ແມ່ນຈະເລີນຮຸ່ງເຮືອງ
ຕັ້ງແຕ່ສະຕະວັດທີ່ສິບແປດເປັນຕົ້ນມາ, ແຜ່ນດິນລາວໄດ້ຖືກບັນດາອິດທິກຳລັງພາຍນອກ ຈ້ອງມອງ ແລະຮຸກຮານຢູ່ສະເໝີ. ປະຊາຊົນເຮົາໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອອັນພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດ ແລະໄດ້ຕໍ່ສູ້ຢ່າງຕໍ່ເນື່ອງ, ທຽວແໜ້ນ ເພິ່ນການບກູ້ເອກະລາດ, ອິດສະລະພາບ
ນັບແຕ່ປີ 1930 ເປັນຕົ້ນມາ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກກອມມູນິດອິນດູຈີນ ໃນເມື່ອກ່ອນ ແລະພັກປະຊາຊົນປະຕິວັດລາວໃນປັດຈຸບັນ, ປະຊາຊົນລາວບັນດາເຜົ່າໄດ້ດຳເນີນ ການຕໍ່ສູ້ອັນຫຍຸ້ງຍາກລຳບາກ, ພິລະອາດຫານທີ່ເຕັມໄປດ້ວຍຄວາມເສຍສະລະ ຈົນສາມາດທັບ ມ້າງແອກຄອບຄອງ, ການກົດຂີ່ຂອງພວກລ່າເມືອງຂຶ້ນ ແລະລະບອບສັກດິນາ, ປົດປ່ອຍປະເທດຊາດຢ່າງສົມບູນ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ເດືອນ ທັນວາ ປີ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດທີ່ປະເທດຊາດມີເອກະລາດ ແລະປະຊາຊົນໄດ້ມີອິດສະລະພາບຢ່າງແທ້ຈິງ
ພາຍຫລັງທີ່ປະເທດຊາດໄດ້ຮັບການປົດປ່ອຍມານີ້ ປະຊາຊົນເຮົາໄດ້ພ້ອມກັນປະຕິບັດສອງ ໜ້າທີ່ຍຸດທະສາດຄິ. ປົກປັກຮັກສາ ແລະສ້າງສາປະເທດຊາດ ໂດຍສະເພາະແມ່ນການດຳເນີນພາ ລະກິດປ່ຽນແປງໃໝ່ ເພື່ອຂຸດຄົ້ນ ແລະເສີມຂະຫຍາຍກຳລັງແຮງສັງລວມຂອງຊາດ ເຂົ້າໃນການ ສ້າງ ແລະບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງປະຖົມປັດໃຈກ້າວຂຶ້ນສູ່ລະບອບສັງຄົມນິຍົມ.
ມາໃນໄລຍະໃຫມ່ນີ້ ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງມີລັດຖະທຳມະນູນ. ລັດຖະທຳມະນູນນີ້ ແມ່ນລັດຖະທຳມະນູນຂອງລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາ ຊຶ່ງໄດ້ ຮັບຮູ້ຜົນງານອັນຍິ່ງໃຫຍ່ທີ່ປະຊາຊົນເຮົາຍາດມາໄດ້ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະສ້າງສາປະເທດຊາດ; ກ ຳນົດລະບອບການເມືອງ, ເສດຖະກິດ-ສັງຄົມ, ການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ກຳນົດສິດ ແລະພັນທະພື້ນຖານຂອງພົນລະເມືອງ, ລະບົບການຈັດຕັ້ງ ກົງຈັກລັດໃນໄລຍະໃໝ່, ໃນປະຫວັດສາດຂອງຊາດເຮົາ ເທື່ອນີ້ເປັນເທື່ອທຳອິດ ທີ່ໄດ້ກຳນົດສິດເປັນເຈົ້າຂອງປະຊາຊົນຢູ່ໃນກົດໝາຍພື້ນຖານຂອງຊາດ.
ລັດຖະທຳມະນູນສະບັບນີ້ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ ແລະການປະກອບ ຄວາມເຫັນຂອງປະຊາຊົນໃນທົ່ວປະເທດ ທີ່ສ່ອງແສງເຖິງເຈດຈຳນົງອັນຍາວນານ ແລະຄວາມຕັດ ສິນໃຈຢ່າງແຮງກ້າຂອງວົງຄະນະຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນຈົນບັນລຸຈຸດໝາຍ ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນະຖາວອນ
ໝວດທີ 1 ລະບອບການເມືອງ
ມາດຕາ 1
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດເອກະລາດ, ມີອຳມາດ ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນານນຳ້ ແລະນານຟ້າ: ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້
ມາດຕາ 2
ລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕປະຊາຊົນ, ອຳນາດທັງໝົດ ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ຊຶ່ງປະກອບດ້ວຍບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນເປັນຫລັກແຫລ່ງ
ມາດຕາ 3
ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປະຕິບັດ ແລະຮັບປະກັນດ້ວຍການເຄື່ອນໄຫວຂອງລະບົບການເມືອງ ຊຶ່ງມີພັກປະຊາຊົນປະຕິວັດລາວເປັນແກນນຳ
ມາດຕາ 4(ໃໝ່)
ປະຊາຊົນເປັນຜູ້ສ້າງຕັ້ງອົງການຕົວແທນແຫ່ງສິດອຳນາດ ແລະຜົນປະໂຫຍດ ຂອງຕົນ ຊຶ່ງມີຊື່ວ່າສະພາແຫ່ງຊາດ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແມ່ນປະຕິບັດຕາມຫລັກການທົ່ວໄປ, ສະເໝີພາບ. ໂດຍກົງ ແລະລົງຄະແນນສຽງປິດລັບ
ຜູ້ປ່ອນບັດເລືອກຕັ້ງມີສິດສະເໜີປົດຜູ້ແທນຂອງຕົນໄດ້ ຖ້າຫາກເຫັນວ່າມີການປະພິດຕົນ ບໍ່ສົມກຽດສັກສີ ແລະຂາດຄວາມໄວ້ວາງໃຈຈາກປະຊາຊົນ.
ມາດຕາ 5
ສະພາແຫ່ງຊາດ ແລະທຸກອົງການຂອງລັດໄດ້ຮັບການຈັດຕັ້ງ ແລະເຄື່ອນໄຫວຕາມ ຫລັກການລວມສູນປະຊາທິປະໄຕ.
ມາດຕາ 6
ລັດປົກປ້ອງສິດອິດສະລະພາບ ແລະສິດປະຊາທິປະໄຕຂອງປະຊາຊົນ ທີ່ບໍ່ມີໃຜຈະ ລ່ວງລະເມີດໄດ້, ທຸກອົງການ ແລະພະນັກງານຂອງລັດ ຕ້ອງໂຄສະນາອົບຮົມບັນດານະໂຍບາຍ ແລະລະບຽບກົດໝາຍໃຫ້ປະຊາຊົນ ແລະພ້ອມກັນຈັດຕັ້ງປະຕິບັດ ເພື່ອຮັບປະກັນສິດ ແລະຜົນປະ ໂຫຍດອັນຊອບທຳຂອງປະຊາຊົນ. ທ້າມທຸກການກະທຳແບບອາດຍາສິດ, ຂົ່ມຂູ່ ອັນຈະກໍ່ຄວາມ ເສຍຫາຍ ເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະຊັບສົມບັດຂອງປະຊາຊົນ.
ມາດຕາ 7
ແນວລາວສ້າງຊາດ, ສະຫະພັນກຳມະບານລາວ, ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ, ສະຫະພັນແມ່ຍິງລາວ ແລະບັນດາອົງການຈັດຕັ້ງສັງຄົມ ເປັນບ່ອນເຕົ້າໂຮມຄວາມສາ ມັກຄີ ແລະປຸກລະດົມບັນດາຊັ້ນຄົນຂອງທຸກຊົນເຜົ່າເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະສ້າງ ສາປະເທດຊາດ, ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປັກຮັກສາສິດ ແລະຜົນປະໂຫຍດ ອັນຊອບທຳຂອງສະມາຊິກໃນອົງການຈັດຕັ້ງຂອງຕົນ.
ມາດຕາ 8
ລັດປະຕິບັດນະໂຍບາຍສາມັກຄີ ແລະສະເໝີພາບລະຫວ່າງຊົນເຜົ່າຕ່າງໆ. ທຸກຊົນເຜົ່າລ້ວນແຕ່ມີສິດປົກປັກຮັກສາ, ເສີມຂະຫຍາຍສິດຄອງປະເພນີ ແລະວັດທະນະທຳອັນດີງາມຂອງຕົນ ແລະຂອງຊາດ. ຫ້າມທຸກການກະທຳແບ່ງແຍກ ແລະການປະພິດຈຳແນກລະຫວ່າງຊົນເຜົ່າ ລັດປະຕິບັດທຸກມາດຕະການເພື່ອຂະຫຍາຍ ແລະຍົກລະດັບເສດຖະກິດ-ສັງຄົມຂອງທຸກ ຊົນເຜົ່າໃຫ້ສູງຂຶ້ນ.
ມາດຕາ 9 (ໃໝ່)
ລັດເຄົາລົບ ແລະປົກປ້ອງການເຄື່ອນໄຫວອັນຖືກກົດໝາຍຂອງພຸດທະສາສະນິກະຊົນ ແລະສາສະນິກະຊົນອື່ນ, ປຸກລະດົມສົ່ງເສີມພະພິກຂຸສາມະເນນ ແລະນັກບວດຂອງສາສະໜາໃຫ້ເຂົ້າຮ່ວມ ໃນການເຄື່ອນໄຫວທີ່ເປັນປະໂຫຍດແກ່ປະເທດຊາດ ແລະປະຊາຊົນ, ຫ້າມທຸກ ການກະທຳ ທີ່ເປັນການແບ່ງແຍກສາສະໜາ, ແບ່ງແຍກປະຊາຊົນ
ມາດຕາ 10 (ໃໝ່)
ລັດຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະກົດໝາຍ, ອົງການຈັດຕັ້ງ ຂອງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນຕ້ອງເຄົາລົບ ແລະປະຕິບັດລັດຖະທຳມະນູນ ແລະກົດໝາຍຢ່າງເຂັ້ມງວດ.
ມາດຕາ 11 (ໃໝ່)
ລັດປະຕິບັດແນວທາງ, ນະໂຍບາຍປ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ ແລະຮອບດ້ານ; ປັບປຸງ ແລະກໍ່ສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະຕໍ່ປະຊາຊົນ, ມີຄວາມສາມາດປະຕິບັດໜ້າທີ່ປົກປັກຮັກສາໝາກຜົນຂອງການປະຕິວັດ, ຊີວິດ, ຊັບສິນ ແລະການອອກແຮງງານຂອງປະຊາຊົນ, ປະ ກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.
ມາດຕາ 12
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍການຕ່າງປະ ເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະການຮ່ວມມື; ຂະຫຍາຍສາຍພົວພັນ ແລະການ ຮ່ວມມືກັບທຸກປະເທດ ບົນຫລັກການຢູ່ຮ່ວມກັນໂດຍສັນຕິ, ເຄົາລົບເອກະລາດ, ອະທິປະໄຕ, ຜົນ ແຜ່ນດິນອັນຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ສະເໝີພາບ ແລະຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນ ໃນໂລກ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະຄວາມກ້າວໜ້າທາງສັງຄົມ.
ໝວດທີ II ລະບອບເສດຖະກິດ ແລະສັງຄົມ
ມາດຕາ 13 (ໃໝ່)
ເສດຖະກິດແຫ່ງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເສດຖະກິດຫລາຍພາກສ່ວນ ທີ່ຄົງຕົວຢ່າງຍາວນານ ຊຶ່ງລ້ວນແຕ່ໄດ້ຮັບການສົ່ງເສີມ ເພື່ອຂະ ຫຍາຍກຳລັງການຜະລິດ, ເປີດກວ້າງການຜະລິດ, ທຸລະກິດ ແລະການບໍລິການ, ທັນເສດຖະກິດ ທຳມະຊາດໄປສູ່ເສດຖະກິດສິນຄ້າ, ປະຕິບັດການທັນເປັນອຸດສາຫະກຳ ແລະການທັນເປັນທັນສະໄໝ, ເຊື່ອມໂຍງກັບເສດຖະກິດຂອງພາກພື້ນ ແລະຂອງໂລກ, ເຮັດໃຫ້ເສດຖະກິດແຫ່ງຊາດມີສະຖຽນລະພາບ ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນໃຫ້ສູງຂຶ້ນ.
ທຸກພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະເຄື່ອນໄຫວ ຕາມກົນໄກເສດຖະກິດຕະຫລາດ, ທັງແຂ່ງຂັນແລະຮ່ວມມືກັນ ຂະຫຍາຍການຜະລິດ, ທຸລະກິດ ພາຍໃຕ້ການດັດສົມຂອງລັດຕາມທິດສັງຄົມນິຍົມ
ມາດຕາ 14 (ໃໝ່)
ລັດ ສົ່ງເສີມທຸກພາກສ່ວນເສດຖະກິດພາຍໃນປະເທດ ລົງທຶນເຂົ້າໃນການ ຜະລິດ, ທຸລະກິດ ແລະການບໍລິການ, ປະກອບສ່ວນເຂົ້າໃນການທັນເປັນອຸດສາຫະກຳ ແລະການ ທັນເປັນທັນສະໄໝ, ເຮັດໃຫ້ເສດຖະກິດແຫ່ງຊາດເຕີບໃຫຍ່ເຂັ້ມແຂງ.
ມາດຕາ 15 (ໃໝ່)
ລັດ ສົ່ງເສີມການລົງທຶນຂອງຕ່າງປະເທດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສ້າງສິ່ງແວດລ້ອມອ ຳນວຍຄວາມສະດວກໃຫ້ແກ່ການນຳເອົາທຶນ, ເຕັກໂນໂລຢີ ແລະ ການຄຸ້ມຄອງທີ່ກ້າວໜ້າ ເຂົ້າສູ່ຂະບວນການຜະລິດ, ທຸລະກິດ ແລະການບໍລິການ.
ຊັບສົມບັດ ແລະທຶນທີ່ຖືກຕ້ອງຕາມກົດໝາຍຂອງຜູ້ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະບໍ່ຖືກເກັບເກນ, ບໍ່ຖືກຍົດ ຫລືໂອນເປັນຂອງລັດ.
ມາດຕາ 16
ລັດປົກປ້ອງ ແລະເສີມຂະຫຍາຍບັນດາຮູບການກຳມະສິດຂອງລັດ, ຂອງລວມໝູ່, ເອກະເທດ, ເອກະຊົນພາຍໃນ ແລະຕ່າງປະເທດທີ່ລົງທຶນຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 17 (ໃໝ່)
ລັດປົກປ້ອງສິດກ່ຽວກັບກຳມະສິດ (ສິດຄອບຄອງ, ສິດນຳໃຊ້, ສິດໄດ້ຮັບ ຫມາກຜົນ, ສິດຊີ້ຂາດ) ແລະສິດສືບທອດຊັບສົມບັດຂອງການຈັດຕັ້ງ ແລະຂອງບຸກຄົນ. ສຳລັບທີ່ດິນແມ່ນເປັນກຳມະສິດຂອງວົງຄະນະຍາດແຫ່ງຊາດ, ລັດຮັບປະກັນສິດນຳໃຊ້, ສິດໂຕມ ແລະສິດສືບທອດຕາມກົດໝາຍ,
ມາດຕາ 18 (ໃໝ່)
ລັດຄຸ້ມຄອງເສດຖະກິດ ຕາມກົນໄກເສດຖະກິດຕະຫລາດທີ່ມີການດັດສົມ ຂອງລັດ, ປະຕິບັດຫລັກການສົມທົບການຄຸ້ມຄອງລວມສູນ ເປັນເອກະພາບຂອງຂະແໜງການສູນ ກາງກັບການແບ່ງຄວາມຮັບຜິດຊອບຄຸ້ມຄອງໃຫ້ທ້ອງຖິ່ນ ຕາມລະບຽບກົດໝາຍ.
ມາດຕາ 19
ທຸກອົງການຈັດຕັ້ງ ແລະພົນລະເມືອງທຸກຄົນ ຕ້ອງປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາຊັບພະຍາກອນທຳມະຊາດ: ໜ້າດິນ, ພື້ນດິນ, ປ່າໄມ້, ສັດ, ແຫລ່ງນ້ຳ ແລະຣາມາດ
ມາດຕາ 20 (ໃໝ່)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຕິບັດນະໂຍບາຍເປີດ ກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນຳໃຊ້ຮູບການສຳພັນເສດຖະກິດແບບ ຫລາຍທິດ, ຫລາຍຝ່າຍ, ລາຍຮູບແບບ ບົນຫລັກການເຄົາລົບເອກະລາດ, ອະທິປະໄຕ ຂອງກັນ, ສະເໝີພາບ ແລະຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ
ມາດຕາ 21(ໃໝ່)
ລັດໃຫ້ຄວາມສຳຄັນແກ່ການພັດທະນາເສດຖະກິດ ຕິດພັນກັບການພັດທະນາ ວັດທະນະທຳ-ສັງຄົມ ໂດຍໃຫ້ບູລິມະສິດແກ່ການພັດທະນາຊັບພະຍາກອນມະນຸດ,
ມາດຕາ 22(ໃໝ່)
ລັດເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາການສຶກສາ, ປະຕິບັດລະບອບ ການສຶກສາຊັ້ນປະຖົມແບບບັງຄັບ ເພື່ອສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດສິນທຳ ປະຕິວັດ, ມີຄວາມຮູ້ ແລະຄວາມສາມາດ.
ລັດ ແລະທົ່ວສັງຄົມ ຕັ້ງຫນ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ, ສ້າງໂອ ກາດ ແລະເງື່ອນໄຂໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະປະຊາຊົນທີ່ຢູ່ເຂດ ຫ່າງໄກສອກຫລີກ, ຊົນເຜົ່າ, ແມ່ຍິງ, ເດັກນ້ອຍ ແລະຜູ້ດ້ອຍໂອກາດ
ລັດສົ່ງເສີມ ແລະຊຸກຍູ້ໃຫ້ເອກະຊົນລົງທຶນເຂົ້າໃນການພັດທະນາການສຶກສາແຫ່ງຊາດຕາມ ກົດໝາຍ.
ມາດຕາ 23(ໃໝ່)
ລັດສົ່ງເສີມການອະນຸລັກວັດທະນະທຳ ທີ່ເປັນເອກະລັກ ແລະເປັນມູນເຊື້ອອັນດີງາມຂອງຊາດ ແລະຂອງຊົນເຜົ່າ ສົມທົບກັບການຮັບເອົາວັດທະນະທຳທີ່ກ້າວຫນ້າຂອງໂລກຢ່າງ ມີການເລືອກເຟັ້ນ.
ລັດສົ່ງເສີມການເຄື່ອນໄຫວວັດທະນະທຳ, ສິນລະປະວັນນະຄະດີ, ການປະດິດຄິດແຕ່ງ, ຄຸ້ມຄອງ ແລະປົກປັກຮັກສາມໍລະດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະທຳມະຊາດ, ບູລະນະປະຕິສັງຂອນວັດຖຸບູຮານ ແລະປູຊະນີຍະສະຖານ.
ລັດເອົາໃຈໃສ່ປັບປຸງ ແລະຂະຫຍາຍວຽກງານສື່ມວນຊົນ ເພື່ອຮັບໃຊ້ພາລະກິດປົກປົກຮັກສາ ແລະພັດທະນາປະເທດຊາດ
ທ້າມທຸກການເຄື່ອນໄຫວດ້ານວັດທະນະທຳ ຫລືມາໃຊ້ສື່ມວນຊົນ ເພື່ອກໍ່ຄວາມເສຍຫາຍ ໃຫ້ແກ່ຜົນປະໂຫຍດຂອງຊາດ, ທຳລາຍຮີດຄອງປະເພນີອັນດີງາມ ຫລືກຽດສັກສີຂອງຄົນລາວ.
ມາດຕາ 24(ໃໝ່)
ລັດເອົາໃຈໃສ່ສົ່ງເສີມສະຕິປັນຍາ ແລະຫົວຄິດປະດິດສ້າງໃນວຽກງານກການ ຄົ້ນຄວ້າ ແລະການນຳໃຊ້ວິທະຍາສາດ-ເຕັກໂນໂລຢີ, ປົກປ້ອງຊັບສິນທາງປັນຍາ ໄປຄຽງຄູ່ກັບ ການບຳລຸງ ແລະກໍ່ສ້າງນັກວິທະຍາສາດ ເພື່ອຊຸກຍູ້ການທັນເປັນອຸດສາຫະກຳ ແລະການທັນເປັນທັນສະໄໝ.
ມາດຕາ 25(ໃໝ່)
ລັດເອົາໃຈໃສ່ປັບປຸງ ແລະຂະຫຍາຍວຽກງານສາທາລະນະສຸກ ເພື່ອຮັກສາສຸ ຂະພາບຂອງປະຊາຊົນ.
ລັດ ແລະສັງຄົມຕັ້ງຫນ້າກໍ່ສ້າງ ແລະປັບປຸງລະບົບການກັນພະຍາດ ແລະປິ່ນປົວຄົນເຈັບ ຢ່າງທົ່ວເຖິງ, ສ້າງເງື່ອນໄຂໃຫ້ປະຊາຊົນທຸກຄົນໄດ້ຮັບການເບິ່ງແຍງດ້ານສຸຂະພາບ ໂດຍສະເພາະແມ່ນແມ່ ແລະເດັກນ້ອຍ, ປະຊາຊົນຜູ້ທຸກຍາກ ແລະຜູ້ຢູ່ເຂດຫ່າງໄກສອກຫລີກ ເພື່ອໃຫ້ທຸກຄົນມີ ສຸຂະພາບດີ.
ລັດສົ່ງເສີມ ແລະຊຸກຍູ້ໃຫ້ເອກະຊົນລົງທຶນ ເປີດການບໍລິການດ້ານສາທາລະນະສຸກ ຕາມລະບຽບກົດໝາຍ.
ຫ້າມທຸກການບໍລິການດ້ານສາທາລະນະສຸກ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ.
ມາດຕາ 26(ໃໝ່)
ລັດ ແລະສັງຄົມເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະລົງທຶນເຂົ້າໃນການກິລາກາຍ ຍະກຳຂອງມະຫາຊົນ ນັບທັງປະເພດກິລາທີ່ເປັນມູນເຊື້ອອັນດີງາມຂອງເຜົ່າຕ່າງໆ ແລະກິລາສາກົນ ເພື່ອຍົກລະດັບຄວາມສາມາດດ້ານການກິລາໃຫ້ສູງຂຶ້ນ, ເສີມສ້າງກ ຳລັງ ແລະສຸຂະພາບຂອງ ປະຊາຊົນ.
ມາດຕາ 27 (ໃໝ່)
ລັດ ແລະສັງຄົມເອົາໃຈໃສ່ພັດທະນາສີມືແຮງງານ; ຍົກສູງວິໄນແຮງງານ, ສົ່ງເສີມວິຊາຊີບ ແລະວຽກເຮັດງານທຳຂອງປະຊາຊົນ; ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຂອງຜູ້ອອກແຮງງານ.
ມາດຕາ 28(ໃໝ່)
ລັດ ແລະສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍສະຫວັດດີການສັງຄົມເປັນຢ່າງດີ ໂດຍສະເພາະຕໍ່ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ, ຜູ້ເສຍອົງຄະ, ຄອບຄົວຜູ້ເສຍສະລະຊີວິດ ເພື່ອພາລະກິດປະຕິວັດ ແລະຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ.
ມາດຕາ 29 (ໃໝ່)
ລັດ, ສັງຄົມ ແລະຄອບຄົວເອົາໃຈໃສ່ປະຕິບັດນະໂຍບາຍພັດທະນາ ແລະສົ່ງ ເສີມຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະຜົນປະໂຫຍດຂອງແມ່ຍິງ ແລະເດັກນ້ອຍ
ມາດຕາ 30(ໃໝ່)
ລັດ ແລະສັງຄົມສົ່ງເສີມ, ພັດທະນາ ແລະເປີດກວ້າງການທ່ອງທ່ຽວວັດທະນະທຳ, ປະຫວັດສາດ ແລະທຳມະຊາດ.
ຫ້າມການທ່ອງທ່ຽວ ທີ່ຈະສ້າງຄວາມເສື່ອມເສຍຕໍ່ວັດທະນະທຳອັນດີງາມຂອງຊາດ ຫລືຂັດກັບລະບຽບກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ໝວດທີ III (ໃໝ່) ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ມາດຕາ 31 (ໃໝ່),
ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນໜ້າທີ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນພັນທະຂອງທຸກການຈັດຕັ້ງ ແລະພົນລະເມືອງລາວທຸກຄົນ ໃນການປົກປັກຮັກສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງ ປະເທດຊາດ, ປົກປັກຮັກສາຊີວິດ ແລະຊັບສິນຂອງປະຊາຊົນ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບປະຊາທິປະໄຕປະຊາຊົນ.
ການປ່ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງສົມທົບແໜ້ນກັບການພັດທະນາເສດຖະ ກິດ-ສັງຄົມ.
ມາດຕາ 32(ໃໝ່)
ກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕ້ອງເອົາໃຈໃສ່ປັບປຸງ ແລະກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ເຂັ້ມແຂງ, ເຊີດຊູຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນກຳລັງປະກອບອາວຸດ ຂອງປະຊາຊົນ ທີ່ມີທາດແທ້ປະຕິວັດ, ລະບຽບວິໄນເຂັ້ມງວດ ແລະມີແບບແຜນທັນສະໄໝ, ມີຄວາມສາມາດໃນການສູ້ຮົບສູງ, ເປັນກຳລັງຫລັກແຫລ່ງໃນການຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຄວາມສະຫງົບ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ລັດເອົາໃຈໃສ່ປະກອບວັດຖຸອຸປະກອນ, ເຕັກນິກ, ເຕັກໂນໂລຢີ, ພາຫະນະ, ເຄື່ອງມື ແລະ ຍົກລະດັບຄວາມຮູ້, ຄວາມສາມາດ, ວິຊາສະເພາະ, ຢຸດທະສິນ ແລະຢຸດທະວິທີຂອງກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນ.
ມາດຕາ 33 (ໃໝ່)
ລັດ ແລະສັງຄົມເອົາໃຈໃສ່ປະຕິບັດນະໂຍບາຍ, ເບິ່ງແຍງຊີວິດການເປັນຢູ່ທາງ ດ້ານວັດຖຸ ແລະຈິດໃຈ ແລະປະຕິບັດນະໂຍບາຍແນວຫລັງຕໍ່ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເພີ່ມທະວີຄວາມສາມາດໃນການປະຕິບັດໜ້າທີ່ປົກປັກຮັກສາປະເທດຊາດ ແລະຮັກສາຄວາມສະຫງົບຂອງສັງຄົມ.
ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕ້ອງເອົາໃຈໃສ່ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມ ຕົນເອງ, ອອກແຮງສ້າງພະລາທິການກັບທີ່ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງຕົນ ແລະປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ.
ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ
ມາດຕາ 34
ພົນລະເມືອງລາວ ແມ່ນຜູ້ທີ່ມີສັນຊາດລາວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 35
ພົນລະເມືອງລາວ ໂດຍບໍ່ຈຳແນກຍິງຊາຍ, ຖານະທາງດ້ານສັງຄົມ, ລະດັບການ ສຶກສາ, ຄວາມເຊື່ອຖື ແລະຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ
ມາດຕາ 36(ໃໝ່)
ພົນລະເມືອງລາວຜູ້ທີ່ມີອາຍຸແຕ່ສິບແປດປີຂຶ້ນໄປ ມີສິດປ່ອນບັດເລືອກຕັ້ງ ແລະຜູ້ທີ່ມີອາຍຸແຕ່ຊາວເອັດປີຂຶ້ນໄປ ມີສິດສະໝັກຮັບເລືອກຕັ້ງ ເວັ້ນເສຍແຕ່ຜູ້ເປັນບ້າ, ເສຍຈິດ ແລະຜູ້ທີ່ຖືກສານຕັດສິນປົດສິດເລືອກຕັ້ງ ແລະສະໝັກຮັບເລືອກຕັ້ງ.
ມາດຕາ 37
ພົນລະເມືອງລາວຍິງຊາຍ ມີສິດເທົ່າທຽມກັນ ໃນດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະຄອບຄົວ.
ມາດຕາ 38
ພົນລະເມືອງລາວ ມີສິດໄດ້ຮັບການສຶກສາຮໍ່າຮຽນ, ຍົກສູງຄວາມກ້າວໜ້າ
ມາດຕາ 39(ໃໝ່)
ພົນລະເມືອງລາວມີສິດເຮັດວຽກ ແລະປະກອບອາຊີບທີ່ບໍ່ຂັດກັບກົດໝາຍ. ຜູ້ອອກແຮງງານມີສິດໄດ້ຮັບການພັກຜ່ອນ, ໄດ້ຮັບການປິ່ນປົວໃນເວລາເຈັບເປັນ, ໄດ້ຮັບການຊ່ວຍເຫລືອໃນກໍລະນີທີ່ໝົດຄວາມສາມາດອອກແຮງງານ, ເສຍອົງຄະ, ໃນເວລາເຖົ້າແກ່ ແລະໃນກໍລະນີອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 40
ພົນລະເມືອງລາວ ມີສິດເສລີພາບໃນການຕັ້ງພູມລຳເນົາ ແລະໃນການໄປມາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 41 (ໃໝ່)
ພົນລະເມືອງລາວ ມີສິດຮ້ອງທຸກ, ຮ້ອງຟ້ອງ ແລະສະເໜີຄວາມເຫັນຕໍ່ອົງການ ທີ່ກ່ຽວຂ້ອງກ່ຽວກັບບັນຫາທີ່ພົວພັນເຖິງສິດ ແລະຜົນປະໂຫຍດລວມ ຫລືສິດ ແລະຜົນປະໂຫຍດສະເພາະຂອງຕົນ.
ຄຳຮ້ອງທຸກ, ຄຳຮ້ອງຟ້ອງ ແລະຄວາມເຫັນຂອງພົນລະເມືອງຕ້ອງໄດ້ຮັບການພິຈາລະນາ ແລະແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ,
ມາດຕາ 42(ໃໝ່)
ພົນລະເມືອງລາວມີສິດໂດຍບໍ່ມີໃຜຈະສ່ວງລະເມີດໄດ້ທາງດ້ານຮ່າງກາຍ, ກຽດ ສັກຄີ ແລະເຄຫະສະຖານ. ພົນລະເມືອງລາວຈະບໍ່ຖືກຈັບຕົວ ຫລຶກວດຄົ້ນເຄຫະສະຖານ ຖ້າຫາກບໍ່ມີ ຄຳສັ່ງຂອງໄອຍະການ ຫລືສານປະຊາຊົນ ເວັ້ນເສຍແຕ່ໃນກໍລະນີທີ່ໄດ້ກຳນົດໄວ້ໃນກົດໝາຍ
ມາດຕາ 43
ພົນລະເມືອງລາວ ມີສິດເສລີພາບໃນການເຊື່ອຖື ຫລືບໍ່ເຊື່ອຖືສາສະໜາ.
ມາດຕາ 44
ພົນລະເມືອງລາວ ມີສິດເສລິພາບໃນການປາກເວົ້າ, ຂີດຂຽນ, ໂຮມຊຸມນຸມ, ຈັດຕັ້ງ ສະມາຄົມ ແລະເດີນຂະບວນ ທີ່ບໍ່ຂັດກັບລະບຽບກົດໝາຍ
ມາດຕາ 45
ພົນລະເມືອງລາວມີສິດເສລີພາບໃນການຄົ້ນຄວ້າ ແລະນຳໃຊ້ຄວາມກ້າວໜ້າທາງ ດ້ານວິທະຍາສາດ, ເຕັກນິກ ແລະເຕັກໂນໂລຢີ, ປະດິດສ້າງສິນລະປະວັນນະຄະດີ ແລະດຳເນີນ ການເຄື່ອນໄຫວວັດທະນະທຳ ທີ່ບໍ່ຂັດກັບລະບຽບກົດໝາຍ;
ມາດຕາ 46
ລັດປົກປ້ອງສິດ ແລະຜົນປະໂຫຍດອັນຖືກກົດໝາຍຂອງພົນລະເມືອງລາວທີ່ຢູ່ຕ່າງປະເທດ
ມາດຕາ 47
ພົນລະເມືອງລາວ ມີພັນທະເຄົາລົບລັດຖະທຳມະນູນ ແລະກົດໝາຍ, ປະຕິບັດລະ ບຽບການອອກແຮງງານ, ລະບຽບການດຳລົງຊີວິດຂອງສັງຄົມ ແລະຄວາມເປັນລະບຽບຮຽບຮ້ອຍ ຂອງບ້ານເມືອງ.
ມາດຕາ 48
ພົນລະເມືອງລາວມີພັນທະເສຍພາສີ ແລະສ່ວຍສາອາກອນຕາມລະບຽບກົດໝາຍ.
ມາດຕາ 49
ພົນລະເມືອງລາວ ມີພັນທະປົກປັກຮັກສາປະເທດຊາດ ແລະປ້ອງກັນຄວາມສະຫງົບ, ປະຕິບັດພັນທະການທະຫານຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 50
ຊາວຕ່າງດ້າວ ແລະຜູ້ບໍ່ມີສັນຊາດ ກໍມີສິດໄດ້ຮັບກາມປົກປ້ອງສິດ ແລະເສລີພາບ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີສິດຮ້ອງ ຟ້ອງຕໍ່ສານ ແລະອົງການທີ່ກ່ຽວຂ້ອງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີພັນທະເຄົາລົບລັດຖະທຳມະນູນ ແລະກົດໝາຍ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ມາດຕາ 51
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອະນຸຍາດການລີ້ໄພໃຫ້ແກ່ຄົນຕ່າງປະເທດ ທີ່ຖືກປາບປາມຍ້ອນໄດ້ທຳການຕໍ່ສູ້ເພື່ອອິດສະລະພາບ, ຄວາມເປັນທຳ, ສັນຕິພາບ ແລະພາລະກິດວິທະຍາສາດ.
ໝວດທີ V ສະພາແຫ່ງຊາດ
ມາດຕາ 52 (ໃໝ່)
ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດອຳນາດ ແລະຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດແຫ່ງລັດ ແລະທັງເປັນອົງການນິຕິບັນຍັດ ທີ່ມີສິດຕົກ ລົງບັນຫາພື້ນຖານຂອງປະເທດຊາດ, ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານ ປະຊາຊົນ ແລະອົງການໄອຍະການປະຊາຊົນ.
ມາດຕາ 53 (ໃໝ່)
ສະພາແຫ່ງຊາດມີຄິດ ແລະໜ້າທີ່ດັ່ງນີ້:
1. ສ້າງ, ຮັບຮອງເອົາ ຫລືປ່ຽນແປງລັດຖະທ ຳມະນູນ.
2. ພິຈາລະນາ, ຮັບຮອງເອົາ, ປ່ຽນແປງ ຫລື ລົບລ້າງກົດໝາຍ.
3. ພິຈາລະນາຮັບຮອງເອົາການກ ຳນົດ, ການປ່ຽນແປງ ຫລື ລົບລ້າງພາສີ ແລະສ່ວຍສາ ອາກອນ.
4. ພິຈາລະນາ, ຮັບຮອງເອົາແຜນຢຸດທະສາດແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ.
5. ເລືອກຕັ້ງ ຫລືປົດຕຳແຫນ່ງປະທານ, ຮອງປະທານ ແລະກຳມະການຄະນະປະຈຳ ສະພາແຫ່ງຊາດ
6. ເລືອກຕັ້ງ ຫລືປົດຕຳແໜ່ງປະທານປະເທດ ແລະຮອງປະທານປະເທດ ຕາມການສະເໜີຂອງຄະນະປະຈຳສະພາແຫ່ງຊາດ.
7. ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ຫລືປົດຕຳແໜ່ງນາຍົກລັດຖະມົນຕີ ຕາມການສະເໜີຂອງປະທານປະເທດ, ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງ ລັດຖະບານ, ການແຕ່ງຕັ້ງ, ການຍົກຍ້າຍ ຫລືການປົດຕຳແໜ່ງສະມາຊິກລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ,
8. ເລືອກຕັ້ງ ຫລື ປົດຕຳແໜ່ງປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດ ຕາມການສະເຫນີຂອງປະທານປະເທດ.
9. ຕົກລົງສ້າງຕັ້ງ ຫລືຍຸບເລີກກະຊວງ, ອົງການທຽບເທົ່າກະຊວງ, ແຂວງ ແລະນະຄອນ, ຕົກລົງເຂດແດນຂອງແຂວງ ແລະນະຄອນ ຕາມການສະເໜີຂອງນາຍົກລັດຖະມົນຕີ
10. ຕົກລົງໃຫ້ນິລະໂທດກຳ
11. ຕົກລົງໃຫ້ສັດຕະຍາບັນ ຫລື ລົບລ້າງສົນທິສັນຍາ, ສັນຍາທີ່ໄດ້ເຊັນກັບຕ່າງປະເທດ ຕາມກົດໝາຍ.
12. ຕົກລົງບັນຫາສົງຄາມ ຫລືສັນຕິພາບ.
13. ຕິດຕາມກວດກາການເຄົາລົບ ແລະປະຕິບັດລັດຖະທຳມະນູນ ແລະກົດໝາຍ,
14. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.
ມາດຕາ 54 (ໃໝ່)
ສະພາແຫ່ງຊາດ ແຕ່ລະຊຸດມີອາຍຸການທ້າປີ.
ສະມາຊິກສະພາແຫ່ງຊາດ ແມ່ນພົນລະເມືອງລາວເປັນຜູ້ເລືອກຕັ້ງ ຕາມລະບຽບການທີ່ໄດ້ ກ ຳນົດໄວ້ໃນກົດໝາຍ.
ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດໃໝ່ ຕ້ອງໃຫ້ແລ້ວຢ່າງຊ້າທົກສິບວັນ ກ່ອນສະ ພາແຫ່ງຊາດຊຸດເກົ່າຈະໝົດອາຍຸການ
ໃນກໍລະນີທີ່ເກີດສົງຄາມ ຫລືດ້ວຍສາຍເຫດອື່ນ ຊຶ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເລືອກຕັ້ງ ນັ້ນ ສະພາແຫ່ງຊາດອາດຈະຕໍ່ອາຍຸການຂອງຕົນກໍໄດ້ ແຕ່ຕ້ອງດ ຳເນີນການເລືອກຕັ້ງສະມາຊິກ ສະພາແຫ່ງຊາດຊຸດໃໝ່ ຢ່າງຊ້າບໍ່ໃຫ້ເກີນຫົກເດືອນ ພາຍຫລັງສະພາບການໄດ້ກັບຄືນສູ່ປົກກະຕິ
ໃນກໍລະນີທີ່ມີຄວາມຈ ຳເປັນ ສະພາແຫ່ງຊາດຈະດ ຳເນີນການເລືອກຕັ້ງສະມາຊິກສະພາ ແຫ່ງຊາດ ກ່ອນການໝົດອາຍຸການຂອງຕົນກໍໄດ້ ແຕ່ຕ້ອງໄດ້ຮັບຄວາມເຫັນດີຢ່າງໜ້ອຍສອງສ່ວນ ສາມຂອງຈ ຳນວນສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ
ມາດຕາ 55
ສະພາແຫ່ງຊາດເລືອກຕັ້ງຄະນະປະຈຳຂອງຕົນ ຊຶ່ງປະກອບດ້ວຍປະທານ, ຮອງ ປະທານ ແລະກ ຳມະການຈ ຳນວນໜຶ່ງ.
ປະທານ ແລະຮອງປະທານສະພາແຫ່ງຊາດ ເປັນທັງປະທານ ແລະຮອງປະທານຄະນະປະ ຈ ຳສະພາແຫ່ງຊາດ.
ມາດຕາ 55(ໃໝ່)
ຄະນະປະຈຳສະພາແຫ່ງຊາດ ແມ່ນອົງການປະຈ ຳການຂອງສະພາແຫ່ງຊາດ, ປະຕິບັດໜ້າທີ່ແທນສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ
ຄະນະປະຈ ຳສະພາແຫ່ງຊາດມີສິດ ແລະະນໍາທີ່ດັ່ງນີ້:
1. ກະກຽມກອງປະຊຸມສະພາແຫ່ງຊາດ ແລະຮັບປະກັນໃຫ້ສະພາແຫ່ງຊາດ ປະຕິບັດແຜນ ການທີ່ໄດ້ກ ຳນົດໄວ້.
2. ມີຄວາມໝາຍ ແລະອະທິບາຍລັດຖະທ ຳມະນູນ ແລະກົດໝາຍຕ່າງໆ.
3. ຕິດຕາມກວດກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການ ໄອຍະການປະຊາຊົນ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ
4. ແຕ່ງຕັ້ງ, ຍົກຍ້າຍ ຫລື ປົດຕ ຳແຫນ່ງຜູ້ພິພາກສາຂອງການປະຊາຊົນທຸກຂັ້ນ ແລະຜູ້ພິ ພາກສາຂອງສານທະຫານ
5. ຮຽກໂຮມກອງປະຊຸມສະພາແຫ່ງຊາດ.
6. ປະຕິບັດສິດ ແລະຍຜ້າທີ່ອື່ນໆ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ
ມາດຕາ 57
ສະພາແຫ່ງຊາດເປີດກອງປະຊຸມສະໄໝສາມັນປີລະສອງເທື່ອ ໂດຍແມ່ນຄະນະ
ປະຈ ຳສະພາແຫ່ງຊາດເປັນຜູ້ຮຽກໂຮມ. ຄະນະປະຈຳສະພາແຫ່ງຊາດ ອາດຈະຮຽກໂຮມກອງປະຊຸມສະໄໝວິສາມັນກໍໄດ້ ຖ້າຫາ ເຫັນວ່າມີຄວາມຈ ຳເປັນ.
ມາດຕາ 58
ກອງປະຊຸມສະພາແຫ່ງຊາດຈະດ ຳເນີນໄດ້ ກໍຕໍ່ເມື່ອຫາກມີສະມາຊິກສະພາແຫ່ງ ຊາດ ເຂົ້າຮ່ວມຫລາຍກວ່າເຄິ່ງໜຶ່ງຂອງຈ ຳນວນສະມາຊິກສະພາແຫ່ງຊາດທັງໝົດ
ມະຕິຂອງກອງປະຊຸມສະພາແຫ່ງຊາດ ຈະມີຄຸນຄ່າໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງຫລາຍ ກວ່າເຄິ່ງໜຶ່ງຂອງຈ ຳນວນສະມາຊິກທີ່ເຂົ້າຮ່ວມກອງປະຊຸມ ເວັ້ນເສຍແຕ່ກໍລະນີທີ່ໄດ້ກ ຳນົດໄວ້ໃນ ມາດຕາ 54, 66 ແລະມາດຕາ 97 ຂອງລັດຖະທ ຳມະນູນ.
ມາດຕາ 59 (ໃໝ່)
ອົງການຈັດຕັ້ງ ແລະບຸກຄົນທີ່ມີສິດສະເໜີສ້າງຮ່າງກົດໝາຍມີດັ່ງນີ້:
1. ປະທານປະເທດ).
2. ຄະນະປະຈ ຳສະພາແຫ່ງຊາດ.
3. ລັດຖະບານ.
4. ສານປະຊາຊົນສູງສຸດ.
5. ອົງການໄອຍະການປະຊາຊົນສູງສຸດ.
6. ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຂັ້ນສູນກາງ
ມາດຕາ 60
ກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວນັ້ນ ຕ້ອງໄດ້ປະກາດໃຊ້ໂດຍປະ ທ່ານປະເທດ ຢ່າງຊ້າບໍ່ໃຫ້ເກີນສາມສິບວັນ ນັບແຕ່ວັນໄດ້ຮັບຮອງເປັນຕົ້ນໄປ. ໃນໄລຍະເວລາດັ່ງ ກ່າວນັ້ນ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່, ກົດໝາຍທີ່ໄດ້ນ ຳ ອອກພິຈາລະນາຄືນໃໝ່ນັ້ນ ຖ້າວ່າສະພາແຫ່ງຊາດຫາກຍັງຕົກລົງຢັ້ງຢືນເອົາຕາມເດີມແລ້ວ ປະ ທານປະເທດກໍຕ້ອງປະກາດໃຊ້ພາຍໃນກ ຳນົດສິບທໍາວັນ.
ມາດຕາ 61
ບັນດາບັນຫາທີ່ກ່ຽວພັນເຖິງຊາຕາກ ຳຂອງປະເທດຊາດ ແລະ ຜົນປະໂຫຍດອັນໃຫຍ່ ຫລວງຂອງປະຊາຊົນ ຕ້ອງຜ່ານສະພາແຫ່ງຊາດ ຫລືຄະນະປະຈ ຳສະພາແຫ່ງຊາດ ໃນເວລາທີ່ສະພາ ແຫ່ງຊາດບໍ່ໄດ້ເປີດກອງປະຊຸມ.
ມາດຕາ 62 (ໃໝ່)
ສະພາແຫ່ງຊາດສ້າງຕັ້ງບິນຕາກ ຳມາທິການຂອງຕົນ ຊຶ່ງມີໜ້າທີ່ພິຈາລະນາ ຮ່າງກົດໝາຍ ແລະຮ່າງລັດຖະບັນຍັດ ແລ້ວນ ຳສະເໜີຕໍ່ຄະນະປະຈ ຳສະພາແຫ່ງຊາດ ແລະປະ ທານປະເທດ ພ້ອມທັງຊ່ວຍສະພາແຫ່ງຊາດ ແລະຄະນະປະຈ ຳສະພາແຫ່ງຊາດປະຕິບັດສິດກວດ ກາການເຄື່ອນໄຫວຂອງອົງການບໍລິຫານ, ສານປະຊາຊົນ ແລະອົງການໄອຍະການປະຊາຊົນ.
ມາດຕາ 63(ໃໝ່)
ສະມາຊິກສະພາແຫ່ງຊາດມີສິດຊັກຖາມນາຍົກລັດຖະມົນຕີ ຫລືສະມາຊິກລັດ ຖະບານ, ປະທານສານປະຊາຊົນສູງສຸດ ແລະໄອຍະການປະຊາຊົນສູງສຸດ. ບຸກຄົນທີ່ຖືກຊັກຖາມ ນັ້ນ ຕ້ອງຊີ້ແຈງຕໍ່ກອງປະຊຸມສະພາແຫ່ງຊາດດ້ວຍວາຈາ ຫລືເປັນລາຍລັກອັກສອນ
ມາດຕາ 64
ສະມາຊິກສະພາແຫ່ງຊາດ ຈະບໍ່ຖືກດ ຳເນີນຄະດີ ຫລືກັກຂັງ ຖ້າຫາກບໍ່ໄດ້ຮັບຄວາມ ເຫັນດີຂອງສະພາແຫ່ງຊາດ ຫລືຂອງຄະນະປະຈ ຳສະພາແຫ່ງຊາດ ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ ເປີດກອງປະຊຸມ
ໃນກໍລະນີທີ່ມີການກະທ ຳຜິດເຊິ່ງໜ້າ ຫລືຮີບດ່ວນນັ້ນ ອົງການທີ່ກັກຂັງສະມາຊິກສະພາ ແຫ່ງຊາດ ຕ້ອງລາຍງານທັນທີໃຫ້ສະພາແຫ່ງຊາດ ຫລືຄະນະປະຈ ຳສະພາແຫ່ງຊາດໃນເວລາທີ່ສະ ພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ ເພື່ອພິຈາລະນາຕົກລົງ, ການສືບສວນ-ສອບສວນບໍ່ເປັນສາຍ ເຫດພາໃຫ້ສະມາຊິກສະພາແຫ່ງຊາດທີ່ຖືກດ ຳເນີນຄະດີນັ້ນ ຂາດປະຊຸມສະພາແຫ່ງຊາດ.
ໝວດທີ VI ປະທານປະເທດ
ມາດຕາ 65
ປະທານປະເທດ ເປັນປະມຸກລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ເປັນຜູ້ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ທັງຢູ່ພາຍໃນ ແລະຕໍ່ຕ່າງປະເທດ.
ມາດຕາ 66(ໃໝ່)
ປະທານປະເທດ ແມ່ນສະພາແຫ່ງຊາດ ເປັນຜູ້ເລືອກຕັ້ງໂດຍໄດ້ຮັບຄະແນນ ສຽງ ຢ່າງຫນ້ອຍສອງສ່ວນສາມ ຂອງຈ ຳນວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມກອງປະຊຸມ. ປະທານປະເທດມີອາຍຸການເທົ່າກັບອາຍຸການຂອງສະພາແຫ່ງຊາດ
ມາດຕາ 67 (ໃໝ່)
ປະທານປະເທດ ມີສິດ ແລະໜ້າທີ່ດັ່ງນີ້:
1. ປະກາດໃຊ້ລັດຖະທ ຳມະນູນ ແລະກົດໝາຍ ທີ່ສະພາແຫ່ງຊາດໄດ້ຕົກລົງຮັບຮອງເອົາ ແລ້ວ
2. ຂອກລັດຖະບັນຍັດ ແລະລັດຖະດ ຳລັດ.
3. ສະເໜີການແຕ່ງຕັ້ງ ຫລືປົດຕ ຳແໜ່ງນາຍົກລັດຖະມົນຕີຕໍ່ສະພາແຫ່ງຊາດ ເພື່ອພິຈາ ລະນາຕົກລົງ
4. ແຕ່ງຕັ້ງ ຫລືປົດຕ ຳແໜ່ງນາຍົກລັດຖະມົນຕີ, ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕ ຳແໜ່ງສະ ມາຊິກລັດຖະບານ ພາຍຫລັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ.
5. ແຕ່ງຕັ້ງ ຫລື ປົດຕ ຳແໜ່ງຮອງປະທານສານປະຊາຊົນສູງສຸດ ຕາມການສະເໜີຂອງປະ ທານສານປະຊາຊົນສູງສຸດ, ແຕ່ງຕັ້ງ ຫລື ປົດຕ ຳແໜ່ງຮອງໄອຍະການປະຊາຊົນສູງສຸດ ຕາມການສະເໜີຂອງໄອຍະການປະຊາຊົນສູງສຸດ.
6. ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕ ຳແຫນ່ງເຈົ້າແຂວງ, ເຈົ້າຄອງນະຄອນ ຕາມການສະເໜີ ຂອງນາຍົກລັດຖະມົນຕີ,
7. ເປັນແມ່ທັບກ ຳລັງປະກອບອາວຸດປະຊາຊົນ..
8. ຕົກລົງເລື່ອນຊັ້ນ ຫລືປົດຊັ້ນນາຍພົນຢູ່ໃນກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມການສະເໜີຂອງນາຍົກລັດຖະມົນຕີ
9. ຮຽກໂຮມ ແລະເປັນປະທານກອງປະຊຸມພິເສດຂອງລັດຖະບານ,
10. ຕົກລົງປະດັບຫລຽນຄ ຳແຫ່ງຊາດ, ຫລຽນກຽດຕິຄຸນ, ຫລຽນໄຊ ແລະນາມມະຍົດສູງສຸດ ແຫ່ງລັດ.
11. ຕົກລົງການໃຫ້ອະໄພຍະໂທດ.
12. ຕົກລົງການລະດົມພົນທົ່ວໄປ ຫລືເປັນພາກສ່ວນ, ຕົກລົງພາວະສຸກເສີນໃນທົ່ວປະເທດ ຫລືໃນທ້ອງຖິ່ນໃດໜຶ່ງ.
13. ປະກາດການໃຫ້ສັດຕະຍາບັນ ຫລືການລົບລ້າງຄົນທິສັນຍາ ແລະສັນຍາທີ່ໄດ້ເຊັນກັບ ຕ່າງປະເທດ.
14 ແຕ່ງຕັ້ງຜູ້ຕາງໜ້າທີ່ມີອ ຳນາດເຕັມຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄປປະຈ ຳຢູ່ຕ່າງປະເທດ ຫລືຮຽກກັບຄືນປະເທດ ຕາມການສະເໜີຂອງນາຍົກລັດ ຖະມົນຕີ, ຮັບຮອງເອົາຜູ້ຕາງໜ້າທີ່ມີອ ຳນາດເຕັມຂອງຕ່າງປະເທດ ທີ່ມາປະຈ ຳຢູ່ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
15. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ
ມາດຕາ 68 (ໃໝ່)
ປະທານປະເທດມີຮອງປະທານປະເທດ ຊຶ່ງແມ່ນສະພາແຫ່ງຊາດ ເປັນຜູ້ເລືອກ ຕັ້ງ ໂດຍໄດ້ຮັບຄະແນນສຽງຫລາຍກວ່າເຄິ່ງໜຶ່ງ ຂອງຈ ຳນວນສະມາຊິກກະພາແຫ່ງຊາດ ທີ່ເຂົ້າ ຮ່ວມກອງປະຊຸມ.
ຮອງປະທານປະເທດ ປະຕິບັດໜ້າທີ່ຕາມການມອບໝາຍ ຂອງປະທານປະເທດ ແລະຕາງ ໜ້າໃຫ້ປະທານປະເທດໃນເວລາປະທານປະເທດຕິດຂັດ
ໝວດທີ VII ລັດຖະບານ
ມາດຕາ 69
ລັດຖະບານ ແມ່ນອົງການບໍລິຫານແຫ່ງລັດ).
ລັດຖະບານ ຄຸ້ມຄອງຢ່າງເປັນເອກະພາບການປະຕິບັດໜ້າທີ່ຂອງລັດໃນທຸກດ້ານ: ການ ເມືອງ, ເສດຖະກິດ, ວັດທະນະທ ຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງ ປະເທດ.
ມາດຕາ 70 (ໃໝ່)
ລັດຖະບານມີສິດ ແລະໜ້າທີ່ດັ່ງນີ້:
1. ປະຕິບັດລັດຖະທ ຳມະນູນ, ກົດໝາຍ ແລະມະຕິຂອງສະພາແຫ່ງຊາດ, ລັດຖະບັນຍັດ ແລະລັດຖະດ ຳລັດຂອງປະທານປະເທດ.
2. ສະເໜີຮ່າງກົດໝາຍ ແລະຮ່າງລັດຖະບັນຍັດຕໍ່ສະພາແຫ່ງຊາດ, ຮ່າງລັດຖະດ ຳລັດຕໍ່ ປະທານປະເທດ,
3. ກ ຳນົດແຜນຢຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງ ລັດປະຈ ຳປີ ແລ້ວນ ຳສະເໜີໃຫ້ສະພາແຫ່ງຊາດພິຈາລະນາ ແລະຮັບຮອງເອົາ
4. ລາຍງານການເຄື່ອນໄຫວວຽກງານຂອງຕົນຕໍ່ສະພາແຫ່ງຊາດ, ຕໍ່ຄະນະປະຈ ຳສະພາ ແຫ່ງຊາດ (ໃນເວລາທີ່ສະພາແຫ່ງຊາດບໍ່ໄດ້ເປີດກອງປະຊຸມ) ແລະລາຍງານຕໍ່ປະທານ ປະເທດ.
5. ອອກດ ຳລັດ, ມະຕິຕົກລົງ ກ່ຽວກັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ, 3 ທະຍາສາດ, ເຕັກນິກ, ເຕັກໂນໂລຢີ, ຊັບພະຍາກອນແຫ່ງຊາດ, ສິ່ງແວດລ້ອມ, ການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການຕ່າງປະເທດ.
6. ຈັດຕັ້ງ, ຊີ້ນ ຳ ແລະກວດກາການເຄື່ອນໄຫວຂອງບັນດາຂະແໜງການ ແລະອົງການປົກ ຂອງທ້ອງຖິ່ນ
7. ຈັດຕັ້ງ ແລະກວດກາການເຄື່ອນໄຫວຂອງກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
8. ເຊັນສົນທິສັນຍາ, ສັນຍາກັບຕ່າງປະເທດ ແລະຊີ້ນ ຳການປະຕິບັດສົນທິສັນຍາ ແລະ ຂັນຍາທີ່ໄດ້ເຊັນແລ້ວ.
9. ງົດການປະຕິບັດ, ລົບລ້າງ ຫລືຍົກເລີກຂໍ້ຕົກລົງ, ຄ ຳສັ່ງຂອງກະຊວງ, ອົງການທຽບເທົ່າ ກະຊວງ, ອົງການທີ່ຂຶ້ນກັບລັດຖະບານ ແລະອົງການປົກຄອງທ້ອງຖິ່ນທີ່ຂັດກັບລະບຽບ ກົດໝາຍ
10. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
ມາດຕາ 71 (ໃຫມ່)
ລັດຖະບານ ປະກອບດ້ວຍນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ
ລັດຖະບານມີສາຍຸການ ເທົ່າກັບອາຍຸການຂອງສະພາແຫ່ງຊາດ
ມາດຕາ 72 (ໃໝ່)
ນາຍົກລັດຖະມົນຕີ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລືປົດຕ ຳແໜ່ງ ພາຍຫລັງທີ່ສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ,
ມາດຕາ 73 (ໃໝ່)
ນາຍົກລັດຖະມົນຕີເປັນຫົວໜ້າລັດຖະບານ ແລະຕາງໜ້າໃຫ້ລັດຖະບານ ຊີ້ ນ ຳ ແລະອ ຳນວຍຄວບຄຸມວຽກງານຂອງລັດຖະບານ, ຊີ້ນ ຳວຽກງານຂອງກະຊວງ, ອົງການທຽບເທົ່າ ກະຊວງ, ທະບວງ ແລະອົງການອື່ນໆ ທີ່ຂຶ້ນກັບລັດຖະບານ, ຊີ້ນ ຳວຽກງານຂອງແຂວງ ແລະນະ
ນາຍົກລັດຖະມົນຕີ ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕ ຳແໜ່ງລັດຖະມົນຕີຊ່ວຍວ່າການ, ຮອງ ຫົວໜ້າອົງການທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ, ເລື່ອນ ຊັ້ນ ຫລືປົດຊັ້ນພັນເອກຂອງກ ຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຕ ຳແໜ່ງອື່ນໆ ຕາມ ທີ່ໄດ້ກ ຳນົດໄວ້ໃນກົດໝາຍ
ບັນດາຮອງນາຍົກລັດຖະມົນຕີ ເປັນຜູ້ຊ່ວຍວຽກນາຍົກລັດຖະມົນຕີ ແລະຮັບຜິດຊອບວຽກ ງານໃດໜຶ່ງ ຕາມການມອບໝາຍຂອງນາຍົກລັດຖະມົນຕີ, ເມື່ອນາຍົກລັດຖະມົນຕີຕິດຂັດ ແມ່ນ ຮອງນາຍົກລັດຖະມົນຕີຜູ້ທີ່ໄດ້ຮັບມອບໝາຍ ເປັນຜູ້ວ່າການແທນ
ມາດຕາ 74(ໃໝ່)
ລັດຖະບານ ຫລືສະມາຊິກລັດຖະບານທ່ານໃດທ່ານໜຶ່ງ ອາດຈະຖືກສະ ພາແຫ່ງຊາດພິຈາລະນາ ແລະລົງມະຕິບໍ່ໄວ້ວາງໃຈ ຖ້າວ່າຄະນະປະຈ ຳສະພາແຫ່ງຊາດ ຫລືມີຢ່າງ ໜ້ອຍ ໜຶ່ງສ່ວນສື່ຂອງຈ ຳນວນສະມາຊິກສະພາແຫ່ງຊາດທັງໝົດຫາກສະເໜີບັນຫານີ້ຂຶ້ນ.
ໃນໄລຍະເວລາຊາວຂີ່ຊົ່ວໂມງ ພາຍຫລັງທີ່ສະພາແຫ່ງຊາດ ໄດ້ລົງມະຕິບໍ່ໄວ້ວາງໃຈແລ້ວ ປະທານປະເທດມີສິດສະເໜີໃຫ້ສະພາແຫ່ງຊາດພິຈາລະນາຄືນໃໝ່. ການພິຈາລະນາເທື່ອທີສອງ ຕ້ອງທ່າງຈາກການພິຈາລະນາເທື່ອທີໜຶ່ງສີ່ສິບແປດຊົ່ວໂມງ. ຖ້າວ່າການລົງມະຕິເທື່ອໃໝ່ຫາກບໍ່ໄດ້ ຮັບຄວາມໄວ້ວາງໃຈອີກແລ້ວ ລັດຖະບານ ຫລືສະມາຊິກລັດຖະບານທ່ານນັ້ນຕ້ອງລາອອກ
ໝວດທີ VIII ການປົກຄອງທ້ອງຖິ່ນ
ມາດຕາ 75 (ໃໝ່)
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນຄື: ຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນບ້ານ.
ຂັ້ນແຂວງ ມີແຂວງ ແລະນະຄວນ.
ຂັ້ນເມືອງ ມີເມືອງ ແລະເທດສະບານ.
ຂັ້ນບ້ານ ມີບ້ານ.
ແຂວງ ມີເຈົ້າແຂວງ, ນະຄອນ ມີເຈົ້າຄອງນະຄອນ, ເມືອງ ມີເຈົ້າເມືອງ, ເທດສະບານ ມີ ຫົວໜ້າເທດສະບານ, ບ້ານ ມີນາຍບ້ານ.
ເຈົ້າແຂວງ ມີຮອງເຈົ້າແຂວງ, ເຈົ້າຄອງນະຄອນ ມີຮອງເຈົ້າຄອງນະຄອນ, ເຈົ້າເມືອງມີ ຮອງເຈົ້າເມືອງ, ຫົວໜ້າເທດສະບານ ມີຮອງຫົວໜ້າເທດສະບານ, ນາຍບ້ານ ມີຮອງນາຍບ້ານ ເປັນ ຜູ້ຊ່ວຍວຽກ.
ໃນກໍລະນີທີ່ຈ ຳເປັນອາດຈະສ້າງຕັ້ງເຂດພິເສດຂຶ້ນ ຕາມການຕົກລົງຂອງສະພາແຫ່ງຊາດ. ເຂດພິເສດມີຖານະທຽບເທົ່າກັບແຂວງ
ມາດຕາ 76 (ໃໝ່)
ເຈົ້າແຂວງ, ເຈົ້າຄອງນະຄອນ, ເຈົ້າເມືອງມີ ສິດ ແລະໜ້າທີ່ລວມດັ່ງນີ້
1. ຮັບປະກັນການປະຕິບັດລັດຖະທ ຳມະນູນ ແລະກົດໝາຍ, ຈັດຕັ້ງປະຕິບັດທຸກມະຕິຄ ຳ ສັ່ງທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ.
2. ຊີ້ນ ຳ ແລະກວດກາການເຄື່ອນໄຫວຂອງທຸກຂະແໜງການ, ທຸກຂັ້ນ ທີ່ຂຶ້ນກັບຂອບເຂດ ຄວາມຮັບຜິດຊອບຂອງຕົນ.
3. ງົດການປະຕິບັດ, ລົບລ້າງ ຫລືຍົກເລີກຂໍ້ຕົກລົງຂອງທຸກຂະແໜງການ ທີ່ຢູ່ຂັ້ນຂອງຕົນ ຫລືຂັ້ນລຸ່ມ ທີ່ຂັດກັບລະບຽບກົດໝາຍ.
4. ຄຸ້ມຄອງພົນລະເມືອງ, ພິຈາລະນາ ແລະແກ້ໄຂຄ ຳຮ້ອງທຸກ ແລະຄ ຳສະເໜີຂອງປະຊາ ຊົນ ຢູ່ໃນຂອບເຂດສິດອ ຳນາດຂອງຕົນ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ
5. ປະຕິບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ.
ມາດຕາ 77 (ໃໝ່)
ຫົວໜ້າເທດສະບານມີສິດ ແລະຫນ້າທີ່ໃນການວາງແຜນການ, ຈັດຕັ້ງປະຕິບັດ ແລະຄຸ້ມຄອງການພັດທະນາຕົວເມືອງ, ບໍລິການສາທາລະນະໃຫ້ທົ່ວເຖິງ, ມີຄວາມເປັນລະບຽບ ຮຽບຮ້ອຍ, ສະອາດ ແລະສວຍງາມ ໃນຂອບເຂດຕົວເມືອງ ຕາມທີ່ໄດ້ກ ຳນົດໄວ້ໃນຜັງເມືອງ, ປະຕິ
ບັດສິດ ແລະໜ້າທີ່ອື່ນໆ ຕາມທີ່ໄດ້ກ ຳນົດໄວ້ໃນລະບຽບກົດໝາຍ
ມາດຕາ 78
ນາຍບ້ານມີຄວາມຮັບຜິດຊອບຈັດຕັ້ງປະຕິບັດລະບຽບກົດໝາຍ ແລະມະຕິກ ໍາສັ່ງ ຂອງລັດ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງບ້ານ ແລະພັດທະນາ ບ້ານໃຫ້ມີຄວາມໜັກແໜ້ນໃນທຸກດ້ານ.
ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ
ມາດຕາ 79 (ໃໝ່)
ສານປະຊາຊົນແມ່ນວົງການພິພາກສາຂອງລັດ ຊຶ່ງປະກອບດ້ວຍ ສານປະຊາຊົນສູງສຸດ. ສານປະຊາຊົນແຂວງ, ນະຄອນ. ສານປະຊາຊົນເມືອງ. ໃນກໍລະນີທີ່ຈ ຳເປັນ ອາດຈະສ້າງຕັ້ງສານສະເພາະ ຕາມຂະແໜງການຂຶ້ນກໍໄດ້ ໂດຍການ ຕົກລົງຂອງຄະນະປະຈ ຳສະພາແຫ່ງຊາດ
ມາດຕາ 80(ໃໝ່)
ສານປະຊາຊົນສູງສຸດ ແມ່ນວົງການພິພາກສາສູງສຸດຂອງລັດ,
ສານປະຊາຊົນສູງສຸດ ຄຸ້ມຄອງດ້ານບໍລິຫານຕໍ່ສານປະຊາຊົນທຸກຂັ້ນ, ຮາມທະທານ ແລະ ກວດກາຄ ຳຕັດສິນຂອງສານດັ່ງກ່າວ.
ມາດຕາ 81 (ໃໝ່)
ຮອງປະທານສານປະຊາຊົນສູງສຸດ ແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລີ ບົດຕ ຳແໜ່ງ ຕາມການສະເໜີຂອງປະທານສານປະຊາຊົນສູງສຸດ,
ບັນດາຜູ້ພິພາກສາຂອງສານປະຊາຊົນສູງສຸດ, ປະທານ, ຮອງປະທານ, ບັນດາຜູ້ພິພາກສາ ຂອງສານອຸທອນ, ປະທານ, ຮອງປະທານ ແລະບັນດາຜູ້ພິພາກສາຂອງສານປະຊາຊົນແຂວງ, ນະ ຄອນ, ເມືອງ, ຫົວໜ້າ, ຮອງຫົວໜ້າ ແລະບັນດາຜູ້ພິພາກສາຂອງສາມທະຫານ ແມ່ນຄະນະປະ ຈ ຳສະພາແຫ່ງຊາດເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕ ຳແໜ່ງ ຕາມການສະເໜີຂອງປະທານສານ ປະຊາຊົນສູງສຸດ.
ມາດຕາ 82
ສານປະຊາຊົນພິຈາລະນາດັດສິນເປັນໝູ່ຄະນະ, ໃນເວລາພິຈາລະນາດັດສິນ ຜູ້ພິ ພາກສາຕ້ອງເປັນເອກະລາດ ແລະມີແຕ່ປະຕິບັດຕາມກົດໝາຍເທົ່ານັ້ນ
ມາດຕາ 83
ການໄຕ່ສວນຄະດີໃນທີ່ປະຊຸມສານ ຕ້ອງດ ຳເນີນຢ່າງເປີດເຜີຍ ເວັ້ນເສຍແຕ່ກໍລະ ມີທີ່ໄດ້ກ ຳນົດໄວ້ໃນກົດໝາຍ. ຜູ້ຖືກຫາມີຄິດຕໍ່ສູ້ຄະດີທີ່ຕົນຖືກກ່າວຟ້ອງ, ທະນາຍຄວາມມີຄິດ ຊ່ວຍເຫລືອທາງດ້ານກົດໝາຍແກ່ຜູ້ຖືກກ່າວຟ້ອງ
ມາດຕາ 84
ຜູ້ຕາງໜ້າບັນດາອົງການຈັດຕັ້ງສັງຄົມ ມີຄິດເຂົ້າຮ່ວມໃນການດ ຳເນີນຄະດີຢູ່ສານ ຕາມທີ່ໄດ້ກ ຳນົດໄວ້ໃນກົດໝາຍ
ມາດຕາ 85(ໃໝ່)
ຄ ຳຕັດສິນຂອງສານປະຊາຊົນທີ່ໃຊ້ໄດ້ຢ່າງເດັດຂາດແລ້ວນັ້ນ ທຸກອົງການຈັດ ຕັ້ງພັກ, ອົງການຈັດຕັ້ງລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະພົນລະເມືອງທຸກຄົນ ຕ້ອງເຄົາລົບ, ບຸກຄົນ ແລະອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງ ຕ້ອງປະຕິ ບັດຢ່າງເຂັ້ມງວດ.
ມາດຕາ 86(ໃໝ່)
ອົງການໄອຍະການປະຊາຊົນ ແມ່ນອົງການຕິດຕາມກວດກາການປະຕິບັດກົດ ຫມາຍ ຊຶ່ງປະກອບດ້ວຍ: ອົງການໄອຍະການປະຊາຊົນສູງສຸດ. ອົງການໄອຍະການປະຊາຊົນຂັ້ນອຸທອນ. ອົງການໄອຍະການປະຊາຊົນແຂວງ, ນະຄອນ ອົງການໄອຍະການປະຊາຊົນເມືອງ
ອົງການໄອຍະການທະຫານ.
ອົງການໄອຍະການປະຊາຊົນມີສິດ ແລະໜ້າທີ່ດັ່ງນີ້:
1. ຕິດຕາມກວດກາການເຄົາລົບລະບຽບກົດໝາຍຢ່າງຖືກຕ້ອງ ແລະເປັນເອກະພາບຢູ່ໃນ ທຸກກະຊວງ, ອົງການທຽບເທົ່າກະຊວງ, ອົງການທີ່ຂຶ້ນກັບລັດຖະບານ, ແນວລາວສ້າງ ຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ, ອົງການປົກຄອງທ້ອງຖິ່ນ, ວິສາ ທະກິດ, ຄັດຖະກອນ ແລະພົນລະເມືອງ.
2. ປະຕິບັດສິດກ່າວຟ້ອງ.
ມາດຕາ 87(ໃໝ່)
ໄອຍະການປະຊາຊົນສູງສຸດ ຊີ້ນ ຳການເຄື່ອນໄຫວຂອງອົງການໄອຍະການປະ ຊາຊົນທຸກຂັ້ນ.
ຮອງໄອຍະການປະຊາຊົນສູງສຸດແມ່ນປະທານປະເທດເປັນຜູ້ແຕ່ງຕັ້ງ ຫລືປົດຕ ຳແໜ່ງຕາມ ການສະເໜີຂອງໄອຍະການປະຊາຊົນສູງສຸດ.
ໄອຍະການປະຊາຊົນ ແລະຮອງໄອຍະການປະຊາຊົນຂັ້ນອຸທອນ, ແຂວງ, ນະຄອນ, ເມືອງ, ໄອຍະການທະຫານ ແມ່ນໄອຍະການປະຊາຊົນສູງສຸດ ເປັນຜູ້ແຕ່ງຕັ້ງ, ຍົກຍ້າຍ ຫລືປົດຕ ຳແໜ່ງ
ມາດຕາ 88(ໃໝ່)
ໃນເວລາປະຕິບັດໜ້າທີ່ຂອງຕົນນັ້ນ ໄອຍະການປະຊາຊົນມີແຕ່ປະຕິບັດຕາມ ກົດໝາຍ ແລະຄ ຳສັ່ງຂອງໄອຍະການປະຊາຊົນສູງສຸດເທົ່ານັ້ນ
ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ), ທຸງຊາດ, ເພງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ
ມາດຕາ 89
ພາສາ ແລະອັກສອນລາວເປັນພາສາ ແລະອັກສອນທີ່ໃຊ້ເປັນທາງການ.
ມາດຕາ 90
ເຄື່ອງໝາຍຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງ ມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ແລະໂບສີແດງຮຽນອັກສອນ" ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ", ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟືອງພະຈັນ ແລະ ໂບສີແດງຂຽນ ອັກສອນ" ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ", ລະຫວ່າງ ກາງ ຂອງສຕງປາຍຮວງເຂົ້າມີຮູບທາດຫລວງ, ຢູ່ກາງຮູບວົງມົນມີພົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານ ຳຕົກ.
ມາດຕາ 91
ທຸງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທຸງພື້ນສີຄາມ, ແຂບສີແດງ ແລະວົງເດືອນສີຂາວຢູ່ເຄິ່ງກາງຂອງທຸງຊາດ. ລວງກວ້າງຂອງທຸງເທົ່າກັບສອງສ່ວນ ສາມຂອງລວງຍາວ, ລວງກວ້າງຂອງແຂບສີແດງແຕ່ລະເບື້ອງເທົ່າກັບເຄິ່ງໜຶ່ງຂອງລວງກວ້າງແຂບ ສີຄາມ ແລະວົງເດືອນສີຂາວ ກວ້າງເທົ່າກັບທີ່ສ່ວນທ້າຂອງລວງກວ້າງແຂບສີຄາມ.
ມາດຕາ 92
ເພງຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເພງທີ່ມີຊີວ່າ "ຊາດລາວ " and
ມາດຕາ 93 (ໃໝ່)
ວັນຊາດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນວັນສະ ຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄື: ວັນທີ 2 ເດືອນ ທັນວາ ປີ 1975.
ມາດຕາ 94 (ໃໝ່)
ສະກຸນເງິນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນເງິນກີບ.
ມາດຕາ 95
ນະຄອນຫລວງຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນນະ ຄອນຫລວງວຽງຈັນ,
ໝວດທີ XI ບົດບັນຍັດສຸດທ້າຍ
ມາດຕາ 90 (ໃໝ່)
ລັດຖະທ ຳມະນູນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ກົດໝາຍພື້ນຖານຂອງຊາດ, ທຸກກົດໝາຍຕ້ອງໃຫ້ສອດຄ່ອງກັບລັດຖະທ ຳມະນູນ.
ມາດຕາ 97
ມີແຕ່ກອງປະຊຸມສະພາແຫ່ງຊາດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວເທົ່ານັ້ນ ຈຶ່ງມີສິດປ່ຽນແປງລັດຖະທ ຳມະນູນ.
ໃນການປ່ຽນແປງລັດຖະທ ຳມະນູນ ຕ້ອງມີສະມາຊິກສະພາແຫ່ງຊາດ ຢ່າງນ້ອຍສອງສ່ວນ ສາມຂອງຈ ຳນວນສະມາຊິກທັງໝົດ ເປັນຜູ້ລົງຄະແນນສຽງເຫັນດີ
ມາດຕາ 98 (ໃໝ່)
ລັດຖະທ ຳມະນູນສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດ ຳລັດປະກາດໃຊ້ເປັນຕົ້ນໄປ.