ມາດຕະຖານ IP

ຈາກ Laopedia

ອຸປະກອນໄຟຟ້າ ແລະ ເອເລັກໂທຣນິກເປ່ເພ ຫຼື ເຮັດວຽກຜິດປົກກະຕິເມື່ອມີນໍ້າ ຫຼື ຂີ້ຝຸ່ນເຂົ້າໄປໃນອຸປະກອນ. ອົງກອນ IEC ໄດ້ສ້າງມາດຕະຖານການປົກປ້ອງ (IP)ຂື້ນ ເຊິ່ງເປັນມາດຕະຖານຄວາມສາມາດໃນການປ້ອງກັນຝຸ່ນ ແລະ ນຳ້ ຂອງອຸປະກອນໄຟຟ້າ ແລະ ເອເລັກໂທຣນິກ. ເປັນມາດຕະຖານທີ່ຖືກນໍາໃຊ້ຢ່າງກວ້າງຂວາງໃນທົ່ວອຸດສາຫະກໍາ.

ລະຫັດ IP ແມ່ນປະກອບດ້ວຍສອງຕົວເລກ:

  1. ຕົວເລກທໍາອິດຫມາຍເຖິງການປົກປ້ອງຂີ້ຝຸ່ນ ຕົວເລກເລີ່ມຈາກ 0 ເຖິງ 6 (0 ແມ່ນບໍ່ມີການປ້ອງກັນ, 6 ແມ່ນບໍ່ມີຂີ້ຝຸ່ນ).
  2. ຕົວ​ເລກ​ທີ​ສອງຫມາຍເຖິງການປົກປ້ອງຕໍ່​ຂອງ​ແຫຼວ​ ຕົວເລກເລີ່ມຈາກ 0 ເຖິງ 9 (0 ແມ່ນບໍ່ມີການປ້ອງກັນ, 9 ແມ່ນກັນນຳ້ແຮງດັນສູງໃນທຸກທິດທາງ​)​.
ຕົວເລກທຳອິດ ອັດຕາການປ້ອງກັນຝຸ່ນ ຕົວ​ເລກ​ທີ​ສອງ ອັດຕາການປ້ອງກັນນຳ້
0 ບໍ່ມີການປ້ອງກັນ 0 ບໍ່ມີການປ້ອງກັນ
1 ປ້ອງກັນຝຸ່ນໃຫຍ່ກວ່າ 50mm 1 ມີການປ້ອງກັນຢົດນຳ້ຈາກລວງຕັ້ງ
2 ປ້ອງກັນຝຸ່ນໃຫຍ່ກວ່າ 12.5mm 2 ມີການປ້ອງກັນຢົດນຳ້ຈາກມູມ15° ທຽບກັບລວງຕັ້ງ
3 ປ້ອງກັນຝຸ່ນໃຫຍ່ກວ່າ 2.5mm 3 ມີການປ້ອງກັນຢົດນຳ້ຈາກມູມ60° ທຽບກັບລວງຕັ້ງ
4 ປ້ອງກັນຝຸ່ນໃຫຍ່ກວ່າ 1.0 mm 4 ມີການປ້ອງກັນນຳ້ຈາກທຸກທິດທາງໂດຍທີ່ອາດມີນຳ້ເຂົ້າໄປເລັກນ້ອຍ
5 ປ້ອງກັນຝຸ່ນ (ມີຝຸ່ນເຂົ້າໄດ້ເລັກນ້ອຍ) 5 ມີການປ້ອງກັນນຳ້ຈາກສາດຈາກທຸກທິດທາງໂດຍທີ່ອາດມີນຳ້ເຂົ້າໄປເລັກນ້ອຍ
6 ປ້ອງກັນຝຸ່ນໄດ້ 100% 6 ມີການປ້ອງກັນນຳ້ຈາກ jet water
7 ມີການປ້ອງກັນເມື່ອຈຸ່ມລົງນຳ້ບໍ່ເກີນ 1ເມັດ
8 ມີການປ້ອງກັນເມື່ອຈຸ່ມລົງນຳ້ເກີນ 1ເມັດ
9 ມີການປ້ອງກັນນຳ້ຈາກ jet water ທີ່ມີອຸນຫະພູມ 80°c
ຕົວຢ່າງ ຕົວເລກການປ້ອງກັນຝຸ່ນ ແລະ ນຳ້



ແຫຼ່ງທີ່ມາ: https://www.iec.ch/ip-ratings