ພູເກັງ ແຂວງຊຽງຂວາງ

ຈາກ Laopedia
ຮູບ:ພູເກັງ.jpg

ພູ​ເກັງ​ ຕັ້ງຢູ່​ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ຕົວ​ເມືອງ​ໂພນ​ສະຫວັນປະມານ 15 ກິ​ໂລ​ແມັດ, ​ໃນ​ນັ້ນ ມີ​ເສັ້ນທາງ​ແດງ​ ຈາກ​ທາງ​ຢາງ​ບ້ານ​ລາດ​ງ່ອນ ​ໄປ​ປະມານ 8 ກິ​ໂລ​ແມັດ. ພູ​ດັ່ງກ່າວ ​ຕັ້ງຢູ່​ໃນ​ເສັ້ນ​ແວງ​ທີ່ 103'5"-103'10" ຕາ​ເວັນ​ອອກ ​ແລະ ​ເສັ້ນຂະໜານ​ທີ່ 19'25'-19'30' ​ເໜືອ, ມີ​ຊາຍ​ແດນ​ຕິດ​ກັບ​ສະຖານ​ທີ່​ສຳຄັນອື່ນໆ ເຊັ່ນ: ທິດ​ເໜືອ​ ຕິດ​ກັບບ້ານ​ຊັ້ງ, ທິດ​ໃຕ້​ ຕິດ​ກັບບ້ານວຽງ​ຄຳ, ທິດຕາ​ເວັນ​ອອກ ​ຕິດ​ກັບບ້ານລາດ​ງ່ອນ, ທິດຕາ​ເວັນ​ຕົກ​ ຕິດ​ກັບບ້ານ​ຈ້າ ​ແລະ ທິດຕາ​ເວັນ​ອອກ​ສ່ຽງ​​ໃຕ້​ຕິດ​ກັບທົ່ງ​ໄຫ​ຫີນ 1.

ໂດຍ​ອີງ​ໃສ່​ການ​ເລົ່າ​ຈາກ​ປາກ​ຕໍ່ປາກ​ ຂອງ​ເຖົ້າ​ແກ່​ແນວ​ໂຮມ​ໃຫ້ຮູ້​ວ່າ: ​ໃນ​ຊ່ວ​ງ ຄ.ສ 1351 ຂຸນ​ເຈືອງ ​ໄດ້​ປົກຄອງ​ເມືອງ​ປະກັນ ຫຼື ​ເມືອງ​ພວນ; ​ໃນ​ຊ່ວງ​ໄລຍະ​ດັ່ງກ່າວ ​​ໄດ້ມີ​ການ​ແຜ່​ອຳນາດ​ໃນ​ການ​ປົກຄອງ ​ແລະ ພໍ​ເມື່ອ​ຕໍ່ສູ້​ສັດຕູ​ໄດ້​ຮັບ​ໄຊ​ຊະນະ​ຢູ່​ບ່ອນ​ໃດ​ກໍ່​ມີ​ການ​ສະຫຼອງກັນ​ທຸກ​ເທື່ອ. ດັ່ງນັ້ນ ຂຸນ​ເຈືອງ ​ຈຶ່ງ​ໄດ້​ໃຫ້​ເສນາ​ອາມາດ​ມາ ​ສ້າງ​ໄຫຫີນ​ຢູ່ພູ​ເກັງ​ແຫ່ງ​ນີ້​ ເພື່ອ​ໄປ​ໃສ່​ເຫຼົ້າ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=4&ItemID=458&MenuID=6