ພູຜາເດືອນ

ຈາກ Laopedia
ຮູບ:ພູຜາເດືອນ.jpg

ພູຜາເດືອນ ເປັນພູຜາທຳມະຊາດ ຕັ້ງຢູ່ ແຄມບ້ານນາປໍ, ບ້ານນາປໍ ຕັ້ງຢູ່ ທາງພາກຕາເວັນຕົກ ເຊິ່ງຫ່າງຈາກ ຕົວເມືອງສັງທອງ ປະມານ 23 ກິໂລແມັດ ແລະ ຫ່າງຈາກ ນະຄອນຫຼວງວຽງຈັນ ຫາ ບ້ານນາປໍ ປະມານ 60 ກິໂລແມັດ ຕາມເສັ້ນທາງ ເລກທີ່ 11, ແຕ່ບ້ານທ່ານາສາ ເຂົ້າໄປເຖິງ ບ້ານນາປໍ ປະມານ 9 ກິໂລແມັດ, ພ້ອມທັງມີໝູ່ ບ້ານປະຊາຊົນ 1 ບ້ານ ກໍ່ຄື: ບ້ານນາປໍ, ປະກອບມີ 2 ຊົນເຜົ່າຄື: ເຜົ່າຂະມຸ ແລະ ເຜົ່າລາວລຸ່ມ, ມີປະມານ 200 ກ່ວາຄອບຄົວ. ການດຳລົງຊີວິດ ຂອງປະຊາຊົນ ສ່ວນໃຫ່ຍ ແມ່ນຖືອາຊີບ ປູກເຂົ້າ ແລະ ລ້ຽງງົວ.

ທ່ອງທ່ຽວທາງທຳມະຊາດ ສາຍນ້ຳສັງ ແລະ ທ່ຽວຊົມວິຖີຊີວິດ ຂອງຊົນເຜົ່າຂະມຸ, ບ້ານວັງມ້າ, ເມືອງສັງທອງ. ອີງໃສ່ສະພາບທາງດ້ານ ພູມສາດແລ້ວ ສາຍນ້ຳທຳມະຊາດ ໄດ້ໄຫຼຜ່ານ 3 ໝູ່ບ້ານ ຂອງກຸ່ມ 5 ຄື: ບ້ານວັງມ້າ, ບ້ານຊໍ້ ແລະ ບ້ານກ້ວຍ ຂອງເມືອງສັງທອງ. ປະຊາຊົນ 3 ບ້ານ ແມ່ນມີອາຊີບ ເຮັດໄຮ່ ແລະ ເຮັດນາ ເປັນຕົ້ນ, ມີການດຳລົງຊີວິດຢູ່ກັບສາຍນ້ຳສັງ ມາໄດ້ຫຼາຍເຊັ່ນຄົນ, ສາຍນ້ຳສັງ ໄດ້ໄຫຼຜ່ານມາແຕ່ ເມືອງຫີນເຫີບ, ຜ່ານຢູ່ໃນສາມບ້ານ , ຕົກໄປໃສ່ ນ້ຳຂອງ ຢູ່ບ້ານທ່ານາສາ (ເອີ້ນວ່າ ປາກນ້ຳສັງ) ເຊິ່ງມີ ຄວາມຍາວ 25 ກິໂລແມັດ. ເຊິ່ງເປັນເງື່ອນໄຂສ້າງ ເປັນແຫຼ່ງທ່ອງທ່ຽວຕາມທຳມະຊາດ ຕາມສາຍນ້ຳທຳມະຊາດ ເຂດແຄມນ້ຳສັງ, ຫ້ອງການທີ່ດິນເມືອງ ແລະ ບ້ານ ໄດ້ກຳນົດໄວ້ ເບື້ອງລະ 580 ແມັດ ໂດຍບໍ່ມີໃຜໄດ້ຈັບຈອງ ແລະ ຖາກຖາງເສັ້ນທາງເຂົ້າໄປ; ແຕ່ທາງແບ່ງ ບ້ານທ່ານາສາ ໄປເຖິງ ບ້ານນາປໍ ມີ 9 ກິໂລແມັດ, ແຕ່ບ້ານຊໍ້ ຫາວັງມ້າ 12 ກິໂລແມັດ, ເຊິ່ງເປັນທາງດິນແດງ ແລະ ຈະເປັນທາງປູຢາງໃນມໍ່ໆນີ້.

ທ່ອງທ່ຽວຊົມທຳມະຊາດ ພູຜາເດືອນ ເປັນສິ່ງທີ່ໜ້າສົນໃຈຫຼາຍ ທາງດ້ານທຳມະຊາດ ແລະ ຫຼາຍກິດຈະກຳ ເຊັ່ນ: ກິດຈະກຳການຍ່າງປ່າ, ກິດຈະກຳທ່ຽວຊົມທຳມະຊາດ ທີ່ປອດໂປ່ງ, ການສຳຫຼວດຊີວະນາໆພັນ ແລະ ທ່ຽວຊົມຊົນເຜົ່າ ໃນໝູ່ບ້ານອ້ອມຂ້າງ ເປັນຕົ້ນ. ພູຜາເດືອນ ເປັນເຂດສະຫງວນ ຂອງມະຫາວິທະຍາໄລແຫ່ງຊາດ ຄະນະປ່າໄມ້ ເປັນຜູ້ຄຸ້ມຄອງ ພ້ອມທັງເປັນບ່ອນຄົ້ນຄ້ວາ ທາງດ້ານນິເວດວິທະຍາ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຊົນເຜົ່າ ຂອງນັກວິທະຍາສາດ, ວິຊາການ ແລະ ນັກສຶກສາຕ່າງໆ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=1&ItemID=364&MenuID=6