ພາສາລາວ

ຈາກ Laopedia

ແມ່ແບບ:ກ່ອງຂໍ້ມູນ ພາສາ


ອັກສອນພາສາລາວ

ພາສາລາວ ແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນແລະຕ່າງປະເທດ. ພາສາລາວມີວັນນະຍຸດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ. ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາລາວຖິ່ນອີສານ

ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນອ້າງອີງ​ເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ. ການອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູລົມລາຊາທິລາດ.

ສໍານຽງທ້ອງຖິ່ນ

ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ.

ປະເທດລາວ
ພາກເໜືອ ຫຼວງພະບາງ, ໄຊຍະບູລີ, ບໍລິຄຳໄຊ
ພາກຕາເວັນອອກສຽງເໜືອ ຊຽງຂວາງ, ຫົວພັນ
ພາກກາງ ສະວັນນະເຂດ, ຄຳມ່ວນ,​ນະຄອນຫລວງ​ວຽງຈັນ​
ພາກໃຕ້ ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື

ລະບົບສຽງ

ເບິ່ງຕື່ມຢູ່ ລະບົບສຽງພາສາລາວ

ພະຍັນຊະນະ

ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ

  ຮິມປາກ
ທັງສອງ
ຮິມປາກລຸ່ມ
-ແຂ້ວເທິງ
ປຸ່ມເຫງືອກ ປຸ່ມເຫງືອກ
-ເພດານແຂັງ
ເພດານແຂັງ ເພດານອ່ອນ ຜະໜັງຄໍ
ສຽງກັກ ແມ່ແບບ:IPA
ແມ່ແບບ:IPA
ຜ, ພ
ແມ່ແບບ:IPA
ແມ່ແບບ:IPA
ແມ່ແບບ:IPA
ຖ, ທ
ແມ່ແບບ:IPA
colspan = "2" ແມ່ແບບ:IPA
ແມ່ແບບ:IPA
ຂ, ຄ
ແມ່ແບບ:IPA
*
ສຽງນາສິກ ແມ່ແບບ:IPA
ໝ, ມ
ແມ່ແບບ:IPA
ໜ, ນ
ແມ່ແບບ:IPA
ຫຍ, ຍ
ແມ່ແບບ:IPA
ຫງ, ງ
ສຽງສຽດແຊກ ແມ່ແບບ:IPA
ຝ, ຟ
ແມ່ແບບ:IPA
ສ, ຊ
[[ສຽງສຽດແຊກ ເສັ້ນສຽງ ບໍ່ກ້ອງ|ແມ່ແບບ:IPA]]
ຫ, ຮ
ສຽງປະສົມສຽດແຊກ ແມ່ແບບ:IPA
ສຽງລົວລີ້ນ [[ສຽງລົວ ປຸ່ມເຫງືອກ|ແມ່ແບບ:IPA]]
ສຽງເປີດ [[ສຽງເປີດ ເພດານແຂັງ|ແມ່ແບບ:IPA]]
ແມ່ແບບ:IPA
ຫວ, ວ
ສຽງຂ້າງລີ້ນ [[ສຽງເປີດຂ້າງລີ້ນ ປຸ່ມເຫງືອກ|ແມ່ແບບ:IPA]]
ຫຼ, ລ
* ສຽງ ແມ່ແບບ:IPA ມີປາກົດຢູ່ໃນຄຳທີ່ມີສະຫຼະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ

ສະຫຼະ

ສຽງສະຫຼະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະຫຼະດ່ຽວ ສະຫຼະປະສົມ ແລະສະຫຼະເກີນ. ສະກົດດ້ວຍຮູບສະຫຼະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະຫຼະດ່ຽວ ຫຼື ສະຫຼະແທ້ ແມ່ນສະຫຼະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ.

ສະຫຼະດ່ຽວ

  ລີ້ນສ່ວນໜ້າ ລີ້ນສ່ວນຫຼັງ
ປາກຢຽດ ປາກຢຽດ ປາກຫໍ່
ສັ້ນ ຍາວ ສັ້ນ ຍາວ ສັ້ນ ຍາວ
ລີ້ນຍໍສູງ ແມ່ແບບ:IPA
xິ
ແມ່ແບບ:IPA
xີ
ແມ່ແບບ:IPA
xຶ
ແມ່ແບບ:IPA
xື
ແມ່ແບບ:IPA
xຸ
ແມ່ແບບ:IPA
xູ
ລີ້ນເຄິ່ງສູງ ແມ່ແບບ:IPA
ເxະ, ເxັx
ແມ່ແບບ:IPA
ເx
ແມ່ແບບ:IPA
ເxິ
ແມ່ແບບ:IPA
ເxີ
ແມ່ແບບ:IPA
ໂxະ, xົx
ແມ່ແບບ:IPA
ໂx
ລີ້ນເຄິ່ງຕ່ຳ ແມ່ແບບ:IPA
ແxະ, ແxັx
ແມ່ແບບ:IPA
ແx
ແມ່ແບບ:IPA
ເxາະ, xັອx
ແມ່ແບບ:IPA
xໍ, xອx
ລີ້ນຫຼຸດຕ່ຳ ແມ່ແບບ:IPA
xະ, xັx
ແມ່ແບບ:IPA
xາ

ສະຫຼະປະສົມ

ສະຫຼະປະສົມ ແມ່ນສະຫຼະທີ່ເກີດຈາກສະຫຼະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະຫຼະປ່ຽນບ່ອນ" ມີ 3 ສຽງດັ່ງນີ້.

  • ເxຍ ແມ່ແບບ:IPA (ມີຕົວສະກົດ: xຽx) ປະສົມຈາກສະຫຼະ ອີ ແລະ ອາ
  • ເxືອ ແມ່ແບບ:IPA ປະສົມຈາກສະຫຼະ ອື ແລະ ອາ
  • xົວ ແມ່ແບບ:IPA (ມີຕົວສະກົດ: xວx) ປະສົມຈາກສະຫຼະ ອູ ແລະ ອາ

ວັນນະຍຸດ

ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້.[1] ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ.

ຊື່ ສັນຍະລັກໃຊ້ນຳ /e/ ເສັ້ນສະແດງຮູບຮ່າງສຽງວັນນະຍຸດ ໂຕຢ່າງ
ອັກສອນລາວ ສັດທະອັກສອນສາກົນ
ຈາກຕ່ຳໄປສູງ ແມ່ແບບ:IPA 24 ຫຼື 214 ຂາ /kʰǎː/
ສູງ ແມ່ແບບ:IPA 4 ຄາ /kʰáː/
ຈາກສູງໄປຕ່ຳ ແມ່ແບບ:IPA 53 ຄ້າ /kʰâː/
ກາງ ແມ່ແບບ:IPA 3 ຄ່າ, ຂ່າ /kʰāː/
ຕ່ຳ ແມ່ແບບ:IPA 1 ກາ /kàː/
ຈາກກາງໄປຕ່ຳ ແມ່ແບບ:IPA 31 ຂ້າ /kʰa᷆ː/

ໄວຍາກອນ

ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ

  • ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ (subject-verb-object) ເຊັ່ນ: ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ, ເວົ້າ ເປັນຄຳກຳມະ, ແລະ ພາສາລາວ ເປັນຄຳປະກອບ. ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ.
  • ບໍ່ມີການບົ່ງບອກການ (tense) ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ: I go (ຂ້ອຍໄປ), I went (ຂ້ອຍໄປແລ້ວ), I have gone (ຂ້ອຍໄດ້ໄປແລ້ວ).
  • ບໍ່ມີເພດໄວຍາກອນ (grammatical gender) ເຊັ່ນ ພາສາຝະຫຼັ່ງ le chien (ໝາຜູ້), la chienne (ໝາແມ່).

ລະບົບການຂຽນ

ປື້ມແບບຮຽນກ່ຽວກັບຕົວອັກສອນລາວ

ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ.

ຄຳສັບ

ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາບາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ.

ຕົວຢ່າງ ແຫຼ່ງຢືມ
ນ້ຳ (ຄຳລາວແທ້) < ລາວບູຮານ *nam.C
ຟ້າ (ຄຳລາວແທ້) < ລາວບູຮານ *va.C
ສາສະໜາ < ພາສາບາລີ sāsanā
ພາສາ < ພາສາບາລີ bhāsā
ສະຫຼາມ < ພາສາຂະເໝນບູຮານ chlaam
ຊຳນານ < ພາສາຂະເໝນບູຮານ jamnaan
ກະແລັມ < ພາສາຝະລັ່ງ crème glacée
ແວງ < ພາສາຝະລັ່ງ vin
ຄຸກກີ້ < ພາສາອັງກິດ cookie

ອ້າງອີງ

ແມ່ແບບ:ລາຍການອ້າງອິງ

ອ່ານຕື່ມ

  • ANSI Z39.35-1979, System for the Romanization of Lao, Khmer, and Pali; ISBN 0-88738-968-6.
  • Hoshino, Tatsuo and Marcus, Russel. (1989). Lao for Beginners: An Introduction to the Spoken and Written Language of Laos. Tuttle Publishing. ISBN 0-8048-1629-8.
  • Enfield, N. J. (2007). A Grammar of Lao. Mouton de Gruyter Publishers. ISBN 3-11-018588-1.
  • Cummings, Joe. (2002). Lao Phrasebook: A Language Survival Kit. Lonely Planet. ISBN 1-74059-168-2.
  • Mollerup, Asger. Thai–Isan–Lao Phrasebook. White Lotus, Bangkok, 2001. ISBN 974-7534-88-6.
  • Kerr, Allen. (1994). Lao–English Dictionary. White Lotus. ISBN 974-8495-69-8.
  • Simmala, Buasawan and Benjawan Poomsan Becker (2003), Lao for Beginners. Paiboon Publishing. ISBN 1-887521-28-3

ແຫຼ່ງຂໍ້ມູນອື່ນ

ແມ່ແບບ:ພາສາລາວ ແມ່ແບບ:ພາສາໄທກະໄດ

  1. Blaine Erickson, 2001. "On the Origins of Labialized Consonants in Lao". Analysis based on T. Hoshino and R. Marcus (1981). Lao for Beginners: An Introduction to the Spoken and Written Language of Laos. Rutland/Tokyo: Tuttle. Accessed 2009-12-19.