ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ

ຈາກ Laopedia

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ຂຽນເປັນຕົວອັກສອນຫຍໍ້ “ ພດສ” ແລະ ຂຽນເປັນພາສາອັງກິດວ່າ“Department of Technology and Communicationsof Oudomxay Province" ເປັນຕົວອັກສອນຫຍໍ້ “DTC” ແມ່ນກົງຈັກການຈັດຕັ້ງໜຶ່ງຂອງແຂວງ, ຢູ່ພາຍໃຕ້ການນໍາພາ-ຊີ້ນຳ ແລະ ຄຸ້ມຄອງດ້ານຊີວິດການເມືອງຂອງອົງການປົກຄອງແຂວງ ແລະ ຢູ່ພາຍໃຕ້ການຊີ້ນໍາ, ຄຸ້ມຄອງ, ຕິດຕາມ, ກວດກາດ້ານວິຊາການ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາ ທິການໃຫ້ແກ່ເຈົ້າແຂວງ ແລະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນການຄຸ້ມຄອງ ວຽກງານໄປສະນີ ແລະ ການສື່ສານ, ວຽກງານດີຈີຕ໋ອນ ແລະ ຄວາມປອດໄພໄຊເບີ, ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳໃນທົ່ວແຂວງ.

ໂຄງປະກອບກົງຈັກ

  1. ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ.
  2. ຂະແໜງໄປສະນີ ແລະ ການສື່ສານ.
  3. ຂະແໜງດີຈີຕອນ ແລະ ຄວາມປອດໄພໄຊເບີ.
  4. ຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ.

ແຫຼ່ງທີ່ມາ: https://dtc-odx.gov.la/