ພະບາງ

ຈາກ Laopedia
ຮູບ:ພະບາງ.jpg

ພະບາງ ແມ່ນພະພຸດທະຮູບອົງສັກສິດ, ​ເປັນ​ປູສ​ະນີຍະ​ວັດຖຸ​​ອັນ​ເກົ່າ​ແກ່ ​ແລະ ​ເປັນຂອງຄໍ້າ​ຂອງ​ຄູນ ​ເປັນ​ພະ​ພຸດທະ​ຮູບສໍາຄັນຫຍິ່ງ, ເປັນມະຫາສົມບັດອັນລໍ້າຄ່າ ຄູ່ບ້ານຄູ່ເມືອງລາວ ແລະ ເປັນມິ່ງຂວັນອັນປະເສີດຂອງປະຊາຊົນລາວທັງຊາດ ມາເປັນເວລາອັນດົນນານ​ໂດຍ​ການ​ບອກ​ເລົ່າ​ ຂອງ​ ຜູ້ອໍານວຍ​ການ​ຫໍພິພິຕະພັນ​ແຫ່ງ​ຊາດ​ຫຼວງ​ພະ​ບາງ ​ເພີ່ນ​ໄດ້​ເວົ້າ​ວ່າ ພະ​ບາງ ເປັນ​ພະພຸດທະ​ຮູບ​ທີ່​ເຮັດ​ດວ້ຍ ຄຳ, ເງິນ ແລະ ທອງ ມາປະສົມຫຼອມເຂົ້າກັນ, ເມື່ອຫຼໍ່ ພະພຸດທະຮູບສຳເລັດບໍລິບູນແລ້ວ ຈຶ່ງໄດ້ທຳການພຸດທາພິເສກ, ພະມະຫາຈຸຣະນາຄະເຖຣະເຈົ້າ ໄດ້ຕັ້ງຈິດອາທິຖານອັງເຊີນເອົາພະສາຣິກະທາດທັງ 5 (ກະດູກຂອງພະພຸດທະເຈົ້າ) ເຂົ້າສິງ ຢູ່ໃນຮ່າງກາຍ ຂອງພະພຸດທະຮູບອົງນີ້, ໃນ 5 ແຫ່ງຄື: ທາດພະ ອົງສະເດັດເຈົ້າ ຢູ່ໃນໜ້າຜາກ, ຄາງ, ເອິກ ແລະ ໃນມືກ້ຳຂວາ ແລະ ກ້ຳຊ້າຍ, ລວງສູງ 83 ຊັງຕີແມັດ, ມີນ້ຳໜັກ 53.400 ກິໂລກຣາມ.
ນັບຕັ້ງແຕ່ພະບາງ ໄດ້ຖືກສ້າງຂື້ນມາ​ເພີ່ນໄດ້ປະດິດສະຖານ ຢູ່ປະເທດສີລັງກາເປັນເວລາ ດົນນານ ເຖິງ 963 ປີ. ມາຮອດປີ ພຸດທະສັກກະລາດ 1400 ພະເຈົ້າສິຣິຈັນທະລາດ ແຫ່ງປະເທດກຳປູເຈຍ ໄດ້ໄປຂໍພະບາງ ນໍາພະເຈົ້າສຸບິນນາລາດ ຜູ້ປົກຄອງແຜ່ນດິນແຫ່ງເມືອງລັງກາ (ປະເທດສີລັງກາ) ພະອົງກໍຍິນດີມອບ ໃຫ້ແກ່ເຈົ້າຊີວິດກຳປູເຈຍ. ພະບາງໄດ້ສະຖິດ ຢູ່ໃນພະວິຫານກາງນະຄອນຫຼວງອິນທະປັດຖານະຄອນ ປະ​ເທດ​ກໍາປູ​ເຈຍ ເປັນເວລາ 502 ປີ.
ມາ​ຮອດ​ປີ ຄ.ສ 1359 ໃນສະໄໝຣາຊະການພຣະເຈົ້າ ປະຣະມັດຖະເຂມະຣາ, ເຈົ້າຊີວິດແຜ່ນດິນປະ​ເທດ​ກໍາປູ​ເຈຍ ​ເຊິ່ງ​ເປັນ ພໍ່ເຖົ້າຂອງພະຍາຟ້າງຸ່ມ ໄດ້ຍິນດີຕົກລົງມອບພະບາງ, ພະຄຳພີ ​ແລະ ພະໄຕປີດົກ ມອບ​ໃຫ້ເຈົ້າຟ້າງຸ່ມ ຜູ້​ເປັນລູກເຂີຍ, ມີພະມະຫາປາສະມັນ ພ້ອມ ດ້ວຍພະພິກຂຸສົງ 20 ອົງ ແລະ ນັກປາດ 4 ທ່ານ ໄດ້ອັງເຊີນ ‘ພະບາງ’ ແລະ ພະຄຳພີ ​ແລະ ພະໄຕປີດົກ ຂື້ນມາປະເທດລາວ ແລະ ໄດ້ປະດິດສະຖານໄວ້ຢູ່ ເມືອງວຽງຄຳ.
ໃນ ຄ.ສ 1502 ສະໄໝສົມເດັດພະເຈົ້າວິຊຸນນະລາດ ໄດ້ອັງເຊີນ ‘ພະບາງ’ມາຈາກເມືອງວຽງຄຳ ຂື້ນມານະຄອນຊຽງທອງ ຄື ​ເມືອງ​ຫຼວງ​ພະ​ບາງ​ໃນ​ປະຈຸ​ບັນ ​ແລະ ​ໄດ້ນຳໄປປະດິດ ສະຖານໄວ້ ທີ່ວັດມະໂນລົມ. ໃນປີ ຄ.ສ 1504 ຈຶ່ງ​ໄດ້ອັງເຊີນເອົາ‘ພະບາງ’ອອກຈາກວັດມະໂນລົມ ມາສະຖິດໄວ້ຢູ່ໃນ ວັດວິຊຸນມະຫາວິຫານ. ໃນປີ ຄ.ສ 1705 ສະໄໝຂອງເຈົ້າໄຊວົງເວ້ (ສົມເດັດພຣະເຈົ້າໄຊຍະເສດຖາທິລາດ ທີ 2) ອັງເຊີນເອົາ‘ພະບາງ’ລົງໄປນະຄອນຫຼວງວຽງຈັນ ປະດິດສະຖານໄວ້ທີ່ ວັດປ່າສັກຫຼວງ (ວັດອິນແປງ ປັດຈຸບັນ).
ໃນສະໄໝພະເຈົ້າສິຣິບຸນຍະສານ ເຈົ້າຊີວິດແຫ່ງອານາຈັກລ້ານຊ້າງວຽງຈັນ ສົມເດັດພະເຈົ້າກຸງ ທົນບູລີ ໄດ້ສັ່ງໃຫ້ກອງທັບຫຼວງສະຫຍາມ ຊຶ່ງນຳທັບໂດຍເຈົ້າພະຍາມະຫາກະສັດສຶກ ມາຕີເຂົ້າຍຶດເອົາ ອານາຈັກລ້ານຊ້າງວຽງຈັນໄດ້ແລ້ວ ກໍ່ປຸ້ນສະດົມເກັບກວາດເອົາຊັບສົມບັດ ວັດຖຸມີຄ່າທັງໝົດແລ້ວ ກໍ່ເຂົ້າປຸ້ນເອົາ ພະບາງ ແລະ ພະແກ້ວມໍລະກົດ ໄປຍັງກຸງທົນບູລີ. ເມື່ອຕົ້ນປີ ຄ.ສ 1783 ໃນສະໄໝພະພຸດທະຍອດຟ້າຈຸລາໂລກ (ຣາຊະການ ທີ 1) ເປັນ ພະເຈົ້າແຜ່ນດິນສະຫຍາມ. ສົມເດັດພະເຈົ້ານັນທະເສນ ກໍ່ໄດ້ທູນຂໍເອົາ‘ພະບາງ’ກັບຄືນສູ່ແຜ່ນດິນ ລາວລ້ານຊ້າງວຽງຈັນ. ໃນສະໄໝເຈົ້າອະນຸວົງ ເປັນເຈົ້າຊີວິດ ຜູ້ປົກຄອງອານາຈັກລ້ານຊ້າງວຽງຈັນ ໃນປີຈຸຣະສັກກະຣາດ ຄ.ສ 1828 ໃນສະໄໝພະບາດສົມເດັດພະນັ່ງເກົ້າ (ຣາຊະການທີ 3) ໄດ້ຕີປຸ້ນເມືອງວຽງຈັນ ແລະ ນຳເອົາ‘ພະບາງ’ໄປປະດິດສະຖານໄວ້ຢູ່ທີ່ວັດຈັກກະວັດກຸງເທບ. ພະບາງ ໄດ້ປະດິດສະຖານ ຢູ່ປະເທດໄທ ເປັນເວລານານເກືອບ 40 ປີ. ຄືມາຮອດປີ ຄ.ສ 1886 ໃນສະໄໝຣາຊະການແຜ່ນດິນຂອງສົມເດັດພະເຈົ້າຈັນທະລາດ ໄດ້ກາບທູນຂໍເອົາ ‘ພະບາງ’ ນຳເຈົ້າຊີວິດ ປະເທດ​ໄທ ກັບຄືນສູ່ນະຄອນຫຼວງພະບາງລ້ານຊ້າງ ເປັນຄັ້ງທີ 2 ໄດ້ປະດິດສະຖານຢູ່ວັດວິຊຸນ ມະຫາວິຫານໄດ້ 2 ປີ, ສົມເດັດພະເຈົ້າສັກກະລິນ ຈຶ່ງໃຫ້ອັງເຊີນ‘ພະບາງ’ຍ້າຍອອກຈາກວັດວິຊຸນ ມາປະດິດສະຖານ ຢູ່ວັດໃໝ່ສຸວັນນະພູມາຣາມ.
ວັນທີ 25 ມີນາ ປີ ຄ.ສ 1904 ໃນສະໄໝ ເຈົ້າຊີວິດສີສະຫວ່າງວົງ ໄດ້ອັນເຊີນພະບາງ ອອກຈາກວັດໃໝ່ສຸວັນນະພູມາຣາມ ມາປະດິດສະຖານໄວ້ຢູ່ໃນພະຣາຊະວັງຫຼວງ (ຫໍພິພິຕະພັນປະຈຸບັນ). ​ໃນ​ປີ ພ.ສ 2511 ພຣະບາດສົມເດັດພຣະເຈົ້າສີສະຫວ່າງວັດທະນາ ໄດ້ສ້າງຫໍພຣະບາງ ຂື້ນໃນພຣະຣາຊະວັງຫຼວງ ທີ່ຫຼວງພະບາງ ແຕ່ບໍ່ທັນສຳເລັດ. ​ໃນ​ປີ ຄ.ສ 1975 ປະເທດລາວ ໄດ້ຮັບການປົດປ່ອຍທົ່ວປະເທດ ແລະ ໄດ້ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນໃນວັນທີ 2 ທັນວາ (12) 1975. ພັກ ແລະ ລັດຖະບານ ໄດ້ຕົກລົງສືບຕໍ່ກໍ່ສ້າງ ຫໍພະບາງຈົນສຳເລັດໃນປີ ຄ.ສ 2013.
ວັນເສົາ ວັນທີ 14 ເດືອນ ທັນວາ (12) ຄ.ສ 2013 ໃນສະໄໝ ຂອງ ພະນະທ່ານ ຈູມມາລີ ໄຊຍະສອນ ເປັນເລຂາທິການສູນກາງພັກ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ປອ. ຄຳແພງ ໄຊສົມແພງ, ເປັນເລຂາ ພັກແຂວງ, ເຈົ້າແຂວງ ຫຼວງພະບາງ ພ້ອມດ້ວຍປະຊາຊົນບັນດາເຜົ່າ ແຂວງຫຼວງພະບາງ ກໍ່ຄື ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ຈັດຕັ້ງພິທີອາລາທະນາອັງເຊີນ‘ພະບາງ’ຂື້ນປະດິດສະຖານ ຢູ່ຫໍພະບາງ ແລະ ໄດ້ມີການຄົບງັນເປັນ ເວລາ 3 ມື້ 3 ຄືນ. ທຸກໆປີ ພໍຮອດມື້ທີ 3 ຂອງບຸນປີໃໝ່ ຄືມື້ສັງຂານຂື້ນ ​ທາງ​ອໍານາດ​ການ​ປົກ​ແຂວງ ​ແລະ ພໍ່​ແມ່​ເຖົ້າ​ແກ່​ປະຊາຊົນ​ຊາວ​ຫຼວງ​ພະ​ບາງ ​ໄດ້​ອັນ​ເຊີນພະບາງ ​ແລະ ແຫ່ແຫນໄປປະດິດສະຖານໄວ້ ໃນຫໍສົງທີ່ວັດໃໝ່ສຸວັນນະ​ພູມ​ມາຣາມ ​ເພື່ອ​ໃຫ້ປະຊາຊົນທົ່ວທັງເມືອງ​ໄດ້​ໄປຫົດສົງພະພຸດທະຮູບອົງນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=7