ພະທາດຕຸມພະວັງ

ຈາກ Laopedia
ຮູບ:ພະທາດຕຸມພະວັງ.png

ພະທາດຕຸມພະວັງ: ຕັ້ງຢູ່ເທິງຫົວສິມໃນວັດ ບ້ານນາວາງໃຫ່ຍ, ເມືອງໜອງບົກ, ຫ່າງຈາກຕົວເມືອງ 27 ກິໂລແມັດ. ເຮົາສາມາດຂຶ້ນລົດ ເຂົ້າໄປເຖິງສະຖານທີ່ທ່ອງທ່ຽວໄດ້ທຸກໆລະດູ. ທາດຕຸມພະວັງ ຕາມຄຳຂອງຜູ້ມີສັດທາສ້າງໄວ້ໃນປະຈຸບັນນີ້ ເອີ້ນຊື່ວ່າ “ທາດຕູມພະວັງ” ແປວ່າ: “ສະພາບຊົງໄວ້” ເຊິງໂອບທອງຄໍາ ແລະ ມີສິ່ງສຳຄັນ ທີ່ບັນຈຸໄວ້ໃນອູບທອງຄຳນັ້ນ ຕາມຕຳນານກ່າວວ່າ ມີ “ອັດຖິ” ຂອງພະອໍລະຫັນຕະທາດຢູ່ 4 ລູກໃຫຍ່, ທໍ່ໝາກທັນ 3 ລູກ ແລະ ຂາວໆ ທໍ່ເມັດໃນສາລີ 1 ລູກ ແລະ ມີຝຸ່ນອັດຖິຢູ່ໃນອູບທອງຄຳນັ້ນອີກດ້ວຍ ນອກນີ້ຍັງມີພຸດທະປະຕິມາກໍາ ແລະ ສິ່ງສັກສິດ ທີ່ຢູ່ໃນນັ້ນຫຼາຍຢ່າງ ຕາມເລື່ອງກ່າວສືບໆມາວ່າ ຜູ້ທີ່ນຳເອົາອັດຖິອໍລະຫັນຕະທາດມານັ້ນຄື ທາດຫົວອົກຂອງພະພຸດທະເຈົ້າມາປະ ດິດສະຖານຕັ້ງໄວ້ທີ່ ພູກຳພ້າ ເອີ້ນວ່າ: “ພະທາດພະນົມ” ສ່ວນອັດຖິຂອງພະອໍລະຫັນຕະທາດ ເພິ່ນໄດ້ມອບໃຫ້ອຸປະສັກຜູ້ມີສັດທາໄປຊ່ວຍສ້າງທາດ ນັ້ນ ໃຫ້ນຳມາກໍ່ທາດກວມໄວ້ທີ່ເຄິ່ງເມືອງຕຸມພະວັງສ້າງ ທີ່ນັ້ນແມ່ນບ້ານນາວາງໃນປັດຈຸບັນນີ້.

ກ່ອນສ້າງທາດໜ່ວຍນີ້ ຍັງມີອຸປາສົກ, ອຸປາສີກາທັງຫຼາຍ, ຊາວບ້ານດົງເທິງ ແລະ ບ້ານດົງທ່າ, ເມືອງຂັນທະບູລີ, ແຂວງສະຫວັນນະເຂດ ໄດ້ ປ່າວເຕືອນກັນ ເພື່ອໄປຊ່ວຍສ້າງທາດພະນົມ ເມື່ອຕົກລົງປົງໃຈກັນແລ້ວ ຈຶ່ງໄດ້ພາກັນອອກຈາກບ້ານແລ້ວ ກໍ່ຢ່າງລົງມາຫາທ່າຂ້າມເຊບັ້ງໄຟມາແວ່ ເຊົາທີ່ບ້ານນາວາງ ເພື່ອເວລາຈະອອກເດີນທາງຕໍ່ໃປສູ່ທ​າດພະນົມນັ້ນ ຈຶ່ງໄດ້ປ່າວເຕືອນ ຊັກຊວນເຖົ້າແກ່ອຸປາສົກ, ອຸບາສີກາທັງຫຼາຍໃນບ້ານນີ້ໄປ ຊ່ວຍສ້າງທາດນຳພະຍາທັງ 5 ເມື່ອໄປເຖິງແລ້ວ ກໍ່ໄດ້ພາກັນຊ່ວຍຂົນຫີນແຮ່, ຫີນຊາຍ, ດິນໜຽວ, ປັ້ນດິນຈີ່, ເຜົາດິນຈີ່, ຂົນດິນຈີ່ ແລະ ປູນຕັກ ນ້ຳແຊ່ໜັງ, ແຊ່ໂບງ, ຄົນປູນ, ແຮ່ຊາຍ, ອອກກຳລັງກາຍຊ່ວຍສ້າງພະທາດພະນົມ ພໍສົມຄວນແກ່ກຳລັງເຮື່ອແຮງແລ້ວ ກໍ່ໄດ້ອຳລາພາຈາກເພື່ອນ ຝູງມິດສະຫາຍ ທີ່ມາຈາກທິດທັງ 4 ເພື່ອຊ່ວຍສ້າງພະທາດພະນົມນັ້ນ ຂ້າມຂອງຄືນເມືອເຊົາຢູ່ບ້ານນາວາງ ອັນເປັນບ່ອນເຄີຍພັກເຊົາໄປມາ.​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=30&MenuID=6