ພະຍາດໄຂ້ເລືອດດຳ

ຈາກ Laopedia

ພະຍາດໄຂ້ເລືອດດຳ ເກີດຈາກເຊື້ອກາລະໂລກ (ແບັກເຕີເລຍ) ເຊື້ອພະຍາດນີ້ສາມາດຕິດຕໍ່ໃສ່ຄົນ ແລະ ສັດຫຼາຍຊະນິດເຊັ່ນ: ງົວ, ຄວາຍ, ໝູ, ແບ້... ເຊື້ອພະຍາດນີ້ ເມື່ອໄດ້ສໍາພັດກັບອາກາດ ຈະສ້າງສະປໍເຮັດໃຫ້ສາມາດມີຄວາມທົນທານຕໍ່ຄວາມຮ້ອນ, ແຫ້ງແລ້ງ ໄດ້ດີ ແລະ ຍັງສາມາດ ຢູ່ໃນດິນໄດ້ຫຼາຍ 10 ປີ.

ສັດທີ່ຕິດພະຍາດຈະມີອາການຄື: ອຸນຫະພູມຂື້ນສູງເຖິງ 41-42 ອົງສາ ຫຼື ຕາຍກະທັນຫັນ, ຂາຈະອ່ອນນຸ້ມ, ມີເລືອດດໍາ ແລະ ບໍ່ກ້າມ ໄຫຼອອກຈາກ ປາກ, ດັງ ແລະ ຮຸທະວານໜັກ.

ເນື່ອງຈາກວ່າພະຍາດນີ້ເປັນພະຍາດທີ່ຕິດຕໍ່ຈາກສັດມາສູ່ຄົນ ຖ້າທ່ານກິນອາຫານທີ່ບໍ່ສຸກແລະມີເຊື້ອພະຍາດ ມັນກໍ່ສາມາດຕິດຕໍ່ສູ່ເຮົາໄດ້.



ແຫຼ່ງທີ່ມາ: https://www.champasakpho.gov.la/?p=2480

https://www.facebook.com/reel/1345187646588327