ຜາສາດຫີນວັດພູ

ຈາກ Laopedia
ຮູບ:ຜາສາດຫີນວັດພູ.png

ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ, ຫ່າງຈາກໃຈກາງແຂວງຈໍາປາສັກປະມານ 40 ກວ່າກິໂລແມັດ, ສະຖານບູຮານວັດພູ ຖືກຮັບຮູ້ມາເປັນເວລາດົນ ນານແລ້ວ ມັນເປັນຕົວແທນອັນສໍາຄັນ ທາງດ້ານສະຖາປັດຕະຍະກໍາ ໃນຍຸກສະໄໝກ່ອນ ແລະ ຍຸກສະໄໝອັງກໍວັດ ໃນສັດຕະວັດທີ 7 ຫາ 12.
ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມ ພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງແຜນຜັງເມືອງເກົ່າ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາ ໄດ້ກາຍເປັນເມືອງບູຮານ), ເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ (ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນ ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2 ໃນຍຸກສະໄໝອັງກໍວັດຢູ່ ທາງທິດໃຕ້ຂອງວັດພູ ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກ ເຊັ່ນ: ໂຮງນາງສີດາ, ໂຮງທ້າວເຕົ່າ ແລະ ວັດໂຕະໂໝະ ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ.
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=3&MenuID=&ItemID=65