ປ່າ​ສະຫງວນ​​ແຫ່ງ​ຊາດນ້ຳກ່ານ

ຈາກ Laopedia
ຮູບ:ປ່າ​ສະຫງວນ​​ແຫ່ງ​ຊາດນ້ຳກ່ານ.jpg

ປ່າສະຫງວນແຫ່ງຊາດນ້ຳກ່ານຕັ້ງຢູ່ ບ້ານຕູບ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງຈາກເທດສະບານແຂວງໄປທາງທິດໃຕ້ປະມານ 84 ກິໂລແມັດ, ມີເນື້ອທີ່ 136,000 ເຮັກຕາ ນັບແຕ່ເດືອນກັນຍາ 2008 ປ່າສະຫງວນແຫ່ງຊາດນ້ຳກ່ານໄດ້ຖືກປະກາດເປັນປ່າສະຫງວນແຫ່ງທີ່ 21 ຢ່າງເປັນທາງການຂອງ ສປປລາວ. ເຂດປ່າສະຫງວນດັ່ງກ່າວ ກໍ່ເປັນປ່າທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດ ໃນການສົ່ງເສີມການນຳໃຊ້ສິ່ງອຳນວຍຄວາມສະດວກ ຄູ່ຮ່ວມງານກາກບອນປ່າໄມ້ (FCPF, Forets Carbon Partnership Facility) ແລະ ແຜນງານ REDD+ ການລຸດຜ່ອນການປ່ອຍອາຍແກັດເຮືອນແກ້ວ ຈາກການຕັດໄມ້ທຳລາຍປ່າ ແລະ ການເຮັດໃຫ້ປ່າເຊື່ອມໂຊມ, (Reducing Emissions Deforestation and Forest Degradation)ໃນປີ 2010 ຊີວະນາໆພັນຂອງໂລກ, ບໍລິສັດອະນຸລັກຊີວະນາໆພັນ ເອນີໂມໄດ້ບັນລຸຜົນສຳເລັດດ້ານການປົກປັກຮັກສາປ່າໄມ້, ການທ່ອງທ່ຽວການປູກຕົ້ນໄມ້ ແລະ ການສະໜັບສະໜູນການຫັນກະສິກຳຈາກການເຮັດໄຮ່ມາເປັນການເຮັດນາຄົງທີ່ເພື່ອຮັບປະກັນລະດັບການປົກປັກຮັກສາ ແລະ ສ້າງມູນຄ່າໃຫ້ແກ່ປ່າສະຫງວນໃຫ້ນັບມື້ນັບດີຂຶ້ນ. ການພັດທະນາໂຄງການ Gibbon Experience ໃນປ່າສະຫງວນແຫ່ງຊາດນ້ຳກ່ານ ເຊິ່ງວັດຖຸປະສົງຕົ້ນຕໍແມ່ນເພື່ອປົກປັກຮັກສາຕົ້ນໄມ້ດ້ວຍການພັດທະນາການທ່ອງທ່ຽວແບບທຳມະຊາດ ເພື່ອສາມາດຊ່ວຍປະກອບທຶນສ່ວນໜຶ່ງໃຫ້ແກ່ການປົກປັກຮັກສາຊີວະນາໆພັນໃຫ້ຜົນປະໂຫຍດແກ່ແຂວງບໍ່ແກ້ວ

ໃນປະຈຸບັນດ້ວຍຫຼາຍຮູບແບບໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ​ ໂຄງການໄດ້ສ້າງວຽກງານດ້ານການທ່ອງທ່ຽວ ໃຫ້ປະຊາຊົນເຂດຊົນນະບົດໂດຍຈິດວິນຍານໃນການປົກປັກຮັກສາ ຊັບພະຍາກອນທຳມະຊາດ. ໃນເມື່ອກ່ອນຫ້ວຍຊາຍທີ່ພຽງແຕ່ເປັນດ່ານຊາຍແດນໄດ້ກາຍມາເປັນຈຸດໝາຍປາຍທາງການທ່ອງທ່ຽວ, ການສ້າງວຽກເຮັດງານທຳໃນຂະແໜງການທ່ອງທ່ຽວທຳມະຊາດ ແລະ ເພື່ອປົກປັກຮັກສາປ່າໄມ້ເພື່ອຫຼຸດຜ່ອນການຖາງໄຮ່ ແລະ ຈູດປ່າໂດຍບໍລິສັດເປັນສ່ວນປະກອບໜຶ່ງໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມແຫ່ງຊາດຄັ້ງທີ 6 ຂອງລັດຖະບານລາວ, ເຊິ່ງໄດ້ກ່າວໄວ້ໃນຍຸດທະສາດແຫ່ງຊາດ ເພື່ອພັດທະນາ ແລະ ການລຶບລ້າງຄວາມທຸກຍາກຮອດປີ 2020. ປ່າ​ສະຫງວນແຫ່ງ​ຊາດນ້ຳກ່ານ ໄດ້ຮັບການສຳປະທານຈາກພາກສ່ວນເອກະຊົນໃນການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ໃຫ້ມີຄວາມດຶງດູດໃຈນັກທ່ອງທ່ຽວຫຼາຍຂຶ້ນ​ ໃນ​ນາມບໍລິສັດ​ອະນຸລັກ​ຊີວະ​ນາໆພັນ (the Gibbon Experience) ຂອງ​ທ່ານ ຊັງ​ຟຣັງຊົວ ​ເຣີມົວ ​ເປັນ​ນັກ​ລົງທຶນ​ຊາວ​ຝຣັ່ງ​ເສດ ​ເປັນ​ຜູ້​ບໍລິຫານ ທັງ​ເປັນ​ເຈົ້າຂອງ​ບໍລິສັດ ທີ່​ເປັນ​ໂຄງການ​ປູກ​ປ່າ ແລະ ອະນຸລັກ​ສັດປ່າ ມາສຳ​ປະທານໂຄງການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ຂ​ອງຊຸມ​ຊົນ​ທ້ອງ​ຖິ່ນ​ແບບ​ຄົບ​ວົງ​ຈອນ ​ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ນີ້. ​ເຊິ່ງນັບແຕ່ປີ 2006 ທີ່ໄດ້ມີການຄົ້ນພົບປ່າ​ສະ​ຫງວນນ້ຳ​ກ່ານ​, ມີ​ການລົງສຳຫຼວດ ແລະ ພັດທະນາ ຈົນມາຮອດ ປີ 2008 ປ່າສະຫງວນດັ່ງກ່າວກໍ່ໄດ້ຖືກປະກາດໃຫ້ເປັນປ່າສະຫງວນແຫ່ງຊາດ ແຫ່ງທີ່ 21 ຂອງ ສປປລາວ ໂດຍມີຈຸດປະສົງ ເພື່ອຄຸ້ມຄອງຄວາມອຸດົມສົມບູນຂອງຊັບພະຍາກອນທຳມະຊາດ ເຮັດໃຫ້ປ່າສະຫງວນແຫ່ງນີ້ ເປັນບ່ອນທີ່ໄດ້ຮັບການຢ້ຽມຢາມຫຼາຍທີ່ສຸດຈາກນັກທ່ອງທ່ຽວ ເພາະໃນນີ້ ມີທັງການຮອງຮັບຄວາມສະດວກໃນການເຂົ້າເຖິງ ແລະ ສິ່ງອຳນວຍຄວາມສະດວກຫຼາຍຢ່າງ ເນື່ອງຈາກປ່າສະຫງວນແຫ່ງຊາດນ້ຳກ່ານ ໄດ້ກາຍເປັນແຫຼ່ງທ່ອງທ່ຽວລະດັບຊາດ ທີ່ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມເປັນຈຳນວນຫຼາຍ. ດັ່ງນັ້ນ, ຈຶ່ງໄດ້ຮັບຄວາມສົນໃຈ ແລະ ໄດ້ຮັບການສຳປະທານຈາກພາກສ່ວນເອກະຊົນໃນການຄຸ້ມຄອງ ແລະ ພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວນີ້ ໃຫ້ມີຄວາມດຶງດູດໃຈນັກທ່ອງທ່ຽວຫຼາຍຂຶ້ນ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=4