ປ່າ​ສະຫງວນ​ແຫ່ງ​ຊາດ​ນໍ້າຫ້າ

ຈາກ Laopedia
ຮູບ:ປ່າສະຫວນແຫ່ງຊາດນຳ້ຫ້າ.jpg

ປ່າສະຫງວນແຫ່ງຊາດນ້ຳຫ້າ, ມໍລະດົກອາຊຽນ, ມີສັດລ້ຽງລູກດ້ວຍນ້ຳນົມ 38 ຊະນິດ ແລະ ມີສັດປ່າທີ່ຫາຍາກ ຈຳນວນ 22 ຊະນິດ. ປ່າສະຫງວນແຫ່ງຊາດນໍ້າຫ້າ ເປັນປ່າໄມ້ເຂດຮ້ອນ, ມີຄວາມຕຶບໜາ. ຄາດວ່າປະມານ 30% ຂອງເນື້ອທີ່ປ່າສະຫງວນ ຍັງເປັນປ່າດົງດິບ ແລະ 60% ເຄີຍຖືກຖາງ. ແຕ່ປະຈຸບັນ ໄດ້ກາຍມາ ເປັນປ່າໄມ້ທຳມະຊາດ ທີ່ເຕັມໄປດ້ວຍໄມ້ຫຼາຍຊະນິດ. 10 % ຂອງເນື້ອທີ່ ໄດ້ປ່ຽນເປັນດິນກະສິກຳ. ປ່າສະຫງວນແຫ່ງຊາດນ້ຳຫ້າ ຖືກແບ່ງເປັນ 3 ເຂດຄື: ເຂດຫວງຫ້າມເດັດຂາດ, ເຂດນຳໃຊ້ ເພື່ອການເກັບກູ້ເຄື່ອງປ່າຂອງດົງ ແລະ ເຂດເຮັດການກະສິກຳສຳລັບຊາວບ້ານ ຈຳນວນ 104 ບ້ານ ທີ່ດຳລົງຊີວິດ ຢູ່ໃນບໍລິເວນປ່າສະຫງວນ. ສັດປ່າທຸກຊະນິດມີການຫລຸດລົງ ຍ້ອນມີການລ່າເນື້ອ ແລະ ການຄ້າຂາຍສັດປ່າ. ຕົກມາໃນປີ 1999 ອົງການທ່ອງທ່ຽວແຫ່ງຊາດ ໄດ້ສົມທົບກັບຫ້ອງການທ່ອງທ່ຽວແຂວງຫລວງນ້ຳທາ ໂດຍໄດ້ຮັບການສະໜັບສະໜູນ ທຶນຊ່ວຍເຫຼືອລ້າ ຈາກປະເທດນິວຊີແລນ ໄດ້ເຂົ້າມາພັດທະນາການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ໃນນາມໂຄງການທ່ອງທ່ຽວອະນຸລັກນ້ຳຫ້າ, ໂດຍຜ່ານໄລຍະເວລາການພັດທະນາເປັນ 3 ປີ, ຈົນສ້າງຊື່ສຽງ ແລະ ກາຍເປັນຕົວແບບຂອງການພັດທະນາການທ່ອງທ່ຽວຢູ່ປະເທດລາວ ຈົນມາຮອດທຸກມື້ນີ້.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=3