ປະເທດກໍາປູເຈຍ

ຈາກ Laopedia

ກຳປູເຈຍ (ຂະແມ: កម្ពុជា) ຊື່ຢ່າງເປັນທາງການແມ່ນ ລາຊະອານາຈັກ ກຳປູເຈຍ (ຂະແມ: ព្រះរាជាណាចក្រកម្ពុជា) ເປັນປະເທດທີ່ຕັ້ງຢູ່ໃນພາກໃຕ້ຂອງແຫຼມອິນດູຈີນໃນອາຊີຕາເວັນອອກສຽງໃຕ້ ມີພື້ນທີ່ 181,035 ຕາລາງກິໂລແມັດມີຊາຍແດນທິດຕາເວັນຕົກຕິດຕໍ່ກັບປະເທດໄທ ທິດເໜືອຕິດກັບປະເທດໄທ ແລະ ປະເທດລາວ ທິດຕາເວັນອອກ ແລະ ທິດໃຕ້ຕິດກັບຫວຽດນາມ ແລະ ທິດຕາເວັນຕົກສຽງໃຕ້ຕິດກັບອ່າວໄທ ດ້ວຍປະຊາກອນຫຼາຍກວ່າ 15 ລ້ານຄົນ ກຳປູເຈຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບທີ 66 ຂອງໂລກ ສາສະໜາພຸດນິກາຍເຖຣະວາດເປັນສາສະໜາປະຈຳຊາດ ເຊິ່ງປະຊາກອນກຳປູເຈຍນັບຖືຫຼາຍກວ່າ 97% ຊົນເຜົ່າກຸ່ມນ້ອຍໃນປະເທດນີ້ມີຊາວຫວຽດນາມ ຊາວຈີນ ຊາວຈາມ ແລະ ຊາວຫຼາຍກວ່າ 30 ເຜົ່າ ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ແມ່ນ ພະນົມເປັນ ເຊິ່ງເປັນສູນກາງທາງການເມືອງ, ເສດຖະກິດ ແລະ ວັດທະນະທຳ

ລາຊະອານາຈັກກຳປູເຈຍປົກຄອງແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ ມາຈາກການເລືອກຕັ້ງໂດຍລາຊະສະພາເພື່ອລາຊະບັນລັງ ເປັນປະມຸກແຫ່ງລັດ ປະມຸກລັດຖະບານ ແມ່ນ ສົມເດັດພະອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ຜູ້ເຊິ່ງປັດຈຸບັນເປັນຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ປົກຄອງກຳປູເຈຍເປັນໄລຍະເວລາຫຼາຍກວ່າ 25

  • kk
    ແຫຼ່ງທີ່ມາ:.wikipedia.org
  • ຂຽນໂດຍ: BL