ບໍ່​ນ້ຳຮ້ອນບ້ານນ້ຳ​ເກິ່ງ

ຈາກ Laopedia
ຮູບ:ບໍ່​ນ້ຳຮ້ອນບ້ານນ້ຳ​ເກິ່ງ.jpg

ບໍ່​ນ້ຳຮ້ອນບ້ານນໍ້າເກິ່ງ​ຕັ້ງຢູ່ ບ້ານນ້ຳ​ເກິ່ງ​ເກົ່າ, ​ເມືອງ​ຕົ້ນເຜິ້ງ. ບໍ່ນ້ຳຮ້ອນແຫ່ງນີ້ຖືກຄົ້ນພົບ ປີ ຄສ 1960 ມີ​ໄລຍະ​ຫ່າງ​ຈາກ​ເທດສະບານ​ແຂວງໄປທາງທິດເໜືອປະມານ 29 ກິ​ໂລ​ແມັດ ​ແລະ ຫ່າງ​ຈາກ​ບ້ານນ້ຳ​ເກິ່ງ​ເກົ່າ​ປະມານ 4 ກິ​ໂລ​ແມັດເຂົ້າ​ໄປ​ທາງ​ຫົວນ້ຳຍາວ, ບໍ່​ນ້ຳຮ້ອນ​ແຫ່ງ​ນີ້ເປັນ​ອີກ​ບ່ອນ​ໜຶ່ງ​ທີ່​ເປັນ​ບໍ່​ນ້ຳຮ້ອນ​ທຳ​ມະ​ຊາດ ມີ​ຄວາມ​ຮ້ອນ​ປະມານ 75 - 80 ອົງສາ. ຕາມການໃຫ້ຂໍ້ມູນຂອງ ທ່ານ ຄຳຜິວ ອຸ່ນປະເສີດ ນາຍບ້ານ ບ້ານນໍ້າເກິ່ງເກົ່າ ໄດ້ເວົ້າວ່າ ແຕ່ກ່ອນຜູ້ເຖົ້າຜູ້ແກ່ຢູ່ບ້ານນ້ຳເກິ່ງ (ບ້ານນາ) ໃນສະໄໝນັ້ນ ຊາວບ້ານຫຼາຍຄົນກໍ່ພາກັນຊອກບ່ອນທໍາມາຫາກິນ ເປັນຕົ້ນແມ່ນຊອກຫາດິນນາ ມີຊາວບ້ານຫຼາຍຄົນພາກັນຂຸດເບິ່ງໄປເປັນຈຸດ ເປັນບ່ອນໆທີ່ບໍ່ມີໝາກຫີນຈຶ່ງເອົາບ່ອນນັ້ນເຮັດດິນນາປູກເຂົ້າ ຈົນໄປຮອດບ່ອນນີ້ເຫັນວ່າມີຫີນຫຼາຍຕ່າງບ່ອນອື່ນ ແລະ ຫີນທີ່ຢູ່ທີ່ນັ້ນກໍ່ຮ້ອນ, ນ້ຳກໍ່ຮ້ອນ ແລະ ອອກອາຍຄືກັນກັບເພິ່ນຈູດໄຮ່, ໃນເວລານັ້ນຊາວບ້ານກໍ່ໄດ້ສັງເກດເຫັນວ່າມີສັດປ່າຫຼາຍຊະນິດມາກິນນ້ຳປຸ່ງຮ້ອນແຫ່ງນັ້ນເປັນແມ່ນຕົ້ນ: ກວາງ, ຟານ ແລະ ນົກ, ເມື່ອຂັ້ນເທິງຮູ້ແນວນັ້ນຈຶ່ງປະສານສົມທົບກັບອຳນາດການປົກຄອງບ້ານ ໃຫ້ອະນຸລັກຮັກສາໄວ້ເເປັນແຫຼ່ງທ່ອງທ່ຽວແລ້ວຫ້າມຊາວບ້ານບໍ່ໃຫ້ຂຸດຄົ້ນ ຈົນມາຮອດ ປີ ຄສ 2006 - 2007 ຈຶ່ງໄດ້ສ້າງເປັນແຫຼ່ງທ່ອງທ່ຽວຂອງບ້ານໃຫຍ່ນ້ຳເກິ່ງເກົ່າຈົນເຖິງປັດຈຸບັນນ້ຳຢອງ ມີທີ່ຕັ້ງຢູ່ບ້ານນ້ຳເກິ່ງເກົ່າ, ມີໄລຍະຫ່າງຈາກເທດສະບານແຂວງ ປະມານ 29 ກິໂລແມັດ, ມີເສັ້ນທາງເຂົ້າເຖິງແຕ່ສະດວກປານໃດ, ນ້ຳຕົກຕາ​ດນໍ້າຢອງຖືກ​ຄົ້ນພົບ​ໃນ​ປີ ຄສ 1972 ​ໃນ​ສະ​ໄໝ​ນັ້ນ​ແມ່ນ​ລະບົບ​​ເກົ່າ​ໄດ້​ມາ​ສ້າງ​ຊົນລະປະທານ ໂດຍ​ແມ່ນການ​ສົມທົບ​ທຶນ​ຂອງ​ລັດຖະບານ ກັບ​ຊາວບ້ານ​ທັງ​ໝົດ​ເພື່ອ​ສ້າງ​ຝາຍ​ແຫ່ງ​ນີ້ ຕໍ່​ມາ​ຈົນ​ຮອດ​ປີ ຄສ 1975 ຊາວບ້ານ​ກໍ່​ໄດ້​ຊົມ​ໃຊ້​ຝາຍ​ນີ້​ເຮັດ​ນາ​ແຊງ ​ແລະ ນາປີ. ໃນ ປີ 1982 ​ທາງ​ພາກລັດ ​ໄດ້​ມີ​ການ​ສຳ​ຫຼວດ ແລະ ເຫັນ​ວ່າ​ຈຸດ​ນັ້ນມີນ້ຳຕົກຕາດນ້ຳຢອງ​ອັນ​ສວຍ​ສົດ​ງົດ​ງາມກົມ​ກືນ​ຕາມ​ທຳ​ມະ​ຊາດ​, ທີ່ມີພູຜາປ່າໄມ້ຂຽວສົດງົດງາມ ຈົນ​ມີ​ຊື່​ສຽງ​ໂດ່​ງດັງ​ໄປ​ຮອດ​ປະ​ເທດ​ເພື່ອນ​ບ້ານ​ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ຊົ​ມ, ຕັ້ງ​ແຕ່​ນັ້ນມາ​ປະຊາຊົນ​ບ້ານ​ນ້ຳ​ເກິ່ງ​ເກົ່າ​ກໍ່​ໄດ້​ອະນຸລັກຮັກສາ​ ​ແລະ ສ້າງ​ຕາ​ດ​ແຫ່ງ​ນີ້​ໃຫ້​ເປັນ​ແຫຼ່ງທ່ອງ​ທ່ຽວ​ຂອງ​ບ້ານ​ຈົນເຖິງປັດຈຸບັນ. ເຊິ່ງ​ໃນ​ປັດຈຸ​ບັນ​ທາງ​ແຂວງ​ໄດ້​ມີ​ໂຄງການ​ພັດທະນາ​ບໍ່ນ້ຳຮ້ອນ​ບ້ານນໍ້າເກິ່ງ ແລະ ມີນັກທຸລະກິດຕ່າງປະເທດໃຫ້ຄວາມສົນໃຈຢາກລົງທຶນພັດທະນາເປັນແຫຼ່ງທ່ອງທ່ຽວ ​ເຊື່ອມ​ຕໍ່​ກັບ​ຕາດ​ນ້ຳຢອງ ແລະ ບ້ານ ນ້ຳ​ເກິ່ງ​ເກົ່າ ໃຫ້​ກາຍ​ເປັນ​ສະຖານ​ທີ່​ບໍລິການ​ດ້ານ​ການທ່ອງທ່ຽວທີ່​ຕິດ​ພັນ​ກັບວັດທະນະທຳຮີດຄອງ​ປະ​ເພນີ​ຂອງ​ຊົນ​ເຜົ່າ​ລື້ ເພາະບ້ານນີ້ເປັນບ້ານວັດທະນະທຳ, ມີທັງສິ່ງອຳນວຍຄວາມສະດວກ ແລະ ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ ເຊັ່ນ: ພະທາດສຸວັນນະເກິ່ງຄຳ, ຫີນສີວະລິງ, ຮ້ານເຂົ້າຊອຍແຊບບ້ານນໍ້າເກິ່ງ, ຮ້ານຫັດຖະກຳຜ້າຝ້າຍ ລາວ - ລື້ ປ້າບົວພັດ, ຜະລິດຕະພັນສິນຄ້າໂອດັອບ ຕ່າງໆໃຫ້ແກ່ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ທ່ຽວຊື້ທີ່ຫຼາກຫຼາຍ
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=4