ບໍລິສັດ ໄປສະນີລາວ ຈຳກັດ

ຈາກ Laopedia

ປະຫວັດຄວາມເປັນມາຂອງ ປນລ

ວຽກງານ​ໄປສະນີ​ໄລຍະ​ປີ 1975 - ປັດຈຸບັນ​.

ພາຍຫຼັງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມ​ບູນ ​ແລະ ສະຖາປະນາ​ເປັນ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ການ​ປະຕິວັດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ. ວຽກງານ​ສື່ສານ​ໄປສະນີ​ກໍ່​ໄດ້​ຮັບ​ການ​ປັບປຸງ​ໃຫ້​ເຕີບ​ໃຫຍ່​ຂະຫຍາຍຕົວ​ເປັນ​ກ້າວໆມາ​ໂດຍ​ຜ່ານ​ແຕ່ລະ​ໄລຍະ​ດັ່ງ​ນີ້:

  • ປີ 1975 – 1982 ​ໂດຍ​ອີງ​ຕາມ​ສະພາບ​ການ ​ແລະ ​ເງື່ອນ​ໄຂ​ໃນ​ໄລຍະ​ນັ້ນ​ທີ່​ປະ​ເທດ​ຊາດ​ຍັງ​ດຳ​ເນີນ​ນະ​ໂຍບາຍ​ເສດຖະກິດ​ແຜ​ນການວຽກງານ​ສື່ສານ​ໄປສະ ນີ​ກໍ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ກະຊວງ​ໄປສະນີ​ໂທລະ​ຄົມມະນາຄົມ.
  • ປີ 1982 – 1986 ສ້າງ​ຕັ້ງ​ເປັນ​ກະຊວງ​ຂົນ​ສົ່ງ​ໄປສະນີ.
  • ປີ 1986 ​ເພື່ອ​ຜັນ​ຂະຫຍາຍ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ຢ່າງ​ມີ​ຫຼັກການ​ຂອງ​ພັກ ​ແລະ ​ເພື່ອ​ປັບປຸງ​ໂຄງ​ຮ່າງ​ການຈັດ​ຕັ້ງ​ຂັ້ນ​ກະຊວງ​ໃຫ້​ກະທັດ​ຫັດ​ເບົາບາງ ຈື່ງ​ໄດ້​ຍູ​ບກະຊວງ​ຂົນ​ສົ່ງ​ໄປສະນີ; ກະຊວງ​ກໍ່ສ້າງ ​ແລະ ກະຊວງ​ຄົມມະນາຄົມ ( ກະຊວງ​ໂຍທາ ) ​ເຂົ້າກັນ​ເປັນ​ກະຊວງ​ດຽວຄື: ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ໄປສະນີ ​ແລະ ກໍ່ສ້າງ​ໃນ​ປັດຈຸບັນ. ​ໃນ​ປີ 1987 ​ໄດ້​ສ້າງ​ຕັ້ງ​ເປັນ​ບໍລິສັດ​ໄປສະນີ​ໂທລະ​ຄົມ.
  • ປີ 1995 ​ເພື່ອ​ປະຕິບັດ​ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ​ຕາມ​ກົນ​ໄກ​ເສດຖະກິດ​ຕະຫຼາດ​ໂດຍ​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ແລະ ​ເພື່ອ​ຫັນ​ໄປ​ສູ່​ລະບົບ​ໄລ່​ລຽງ​ເສດຖະກິດ​ກຸ້ມ​ຕົນ​ເອງ, ​ເພີ່ງ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ​ເທື່ອ​ລະ​ກ້າວ

ວຽກງານ​ສື່ສານ​ໄປສະນີ​ໄດ້​ແຍກ​ອອກ​ເປັນ​ສອງ​ອົງ​ກອນ​ດັ່ງ​ນີ້:

  1. ລັດ​ວິ​ສາ​ຫະກິດ​ປະສົມ​ລາວ​ໂທລະ​ຄົມ ​ໂດຍ​ການ​ຮ່ວມ​ມື​ກັບ​ບໍລິສັດ​ໂທລະ​ຄົມ​ຂອງ​ປະ​ເທດ​ໄທ, ​ ໃຫ້ການ​ບໍລິການ​ທາງ​ດ້ານ​ການ​ສື່ສານ​ໂທລະ​ຄົມ​​ໃນ​ທົ່ວ​ປະ​ເທດ ຕາມ​ມກົດໝາຍ​ແຫ່ງ ສ ປ ປ ລາວ.
  2. ລັດ​ວິ​ສາ​ຫະກິດ​ໄປສະນີ​ລາວ ​ເປັນ​ລັດ​ວິ​ສາ​ຫະກິດ​ຂອງ​ລັດ​ຮ້ອຍ​ເປີ​ເຊັນ​ມີໜ້າທີ​ພາລະ​ບົດບາດ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ດ້ານ​ການ​ບໍລິການ​ຝາກ, ຮັບ​ຝາກ, ຈັດ​ສົ່ງ ​ແລະ ​ແຈກ​ຢາຍ​ໄປສະນີ​ພັນ, ພັດສະດຸ​ໄປສະນີ ​ແລະ ອື່ນໆຈົນ​ເຖິງ​ປັດຈຸບັນ.

ສັງ​ລວມ​ແລ້ວ​ວຽກງານ​ສື່ສານ​ໄປສະນີ ​ແມ່ນ​ໄດ້​ກຳ​ເນີ​ດ​ເກີດ​ຂື້ນ​ພ້ອມໆກັບ​ຂະ​ບວນຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ​ອອກ​ຈາກ​ແອກ​ປົກຄອງ​ຂອງ​ພວກ​ສັກ​ດີ​ນາ, ປະຕິ​ການ ​ແລະ ຈັກກະພັດ​ຕ່າງ​ດ້າວ. ວຽກງານ​ສື່ສານ​ໄປສະນີ ​ໄດ້​ຕິ​ພັນ​ກັບ​ບົດບາດ​ການ​ນຳພາ​ການ​ປະຕິວັດ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ກາຍ​ເຜັນ ກາຍ​ອິນ​ຊີ​ທີ່​ສອດ​ຫ້ອຍ​​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຕາມ​ທິດ​ກ້າວ​ຂື້ນ​ສັງຄົມ​ນິຍົມ

ແຫຼ່ງທີ່ມາ: http://www.laopost.com.la/App_UI/AboutPost/About.aspx