ບ້ານປາກອູ

ຈາກ Laopedia

ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່() ໄດ້ເລົ່າຂານກັນມາວ່າ ຖິ່ນກໍາເນີດຂອງຜູ້ຄົນທີ່ມາອາໄສຢູ່ສະຖານທີ່ແຫ່ງນີ້ ແມ່ນມາຈາກອານາຈັກ ໜອງແສ (ປະເທດຈີນ) ໄດ້ພາກັນຍົກຍ້າຍລົງມາຢູ່ລຽບຕາມລ້ອງແມ່ນ້ຳຂອງ ຢູ່ແບບກະແຈກກະຈາຍມາເປັນເວລາ 800 ກວ່າປີ. ຈົນມາຮອດສະຖານທີ່ແຫ່ງນີ້ ເຫັນວ່າເປັນເຂດທີ່ມີຄວາມອຸດົມສົມບຸນຂອງທຳມະຊາດ ແລະ ບ່ອນທຳມາຫາກີນສະດວກ ເຊິ່ງມີແມ່ນ້ຳສອງສາຍໄຫຼມາປ່ອງໃສກັນ ຈຶ່ງໄດ້ພາກັນສ້າງບ້ານແປງເມືອງແຫ່ງນີ້ ມີຊື່ວ່າ “ເມືອງຊວາ ຫຼື ເມືອງຈຳປາ” ມີບາງເອກະສານໄດ້ບອກວ່າຊົນເຜົ່າດັ້ງເດີມທີ່ດໍາລົງຊີວິດຢູ່ແຕ່ສັດຕະວັດທີ XIII ແມ່ນຊົນເຜົ່າກຶມມຸ ເປັນຊົນເຜົ່າດັ່ງເດີມທີອາໄສຢູ່ກ່ອນ.

ໃນປັດຈຸບັນ ບ້ານປາກອູ ເປັນບ້ານໜຶ່ງ ທີ່ມີທ່າແຮງດ້ານການທ່ອງທ່ຽວສູງ ຂອງເມືອງປາກອູ ຫ່າງ​ຈາກ​ຕົວ​ເມືອງຫຼວງພະ​ບາງ​ຂຶ້​ນ​ໄປ​ຕາມ​ເສັ້ນທາງ​ເລກ​ທີ 13 ​ເໜືອປະມານ 25 ກິໂລແມັດ. ໂດຍທິດເໜືອຕິດກັບ ​ແມ່ນ້ຳອູ, ທິດ​ໃຕ້ຕິດກັບ ບ້ານຊ່າງໄຫ, ທິດຕາເວັນອອກຕິດກັບ ພຶ້ນທີ່ກະຊິກຳ, ທິດຕາເວັນຕົກຕິດກັບ ​ແມ່​ນ້ຳຂອງ, ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ສ່ວນ​ໃຫຍ່​ແມ່ນ​ຍຶດຖື​ອາຊີບ​ປູກ​ຝັງ​ລ້ຽງສັດ ​ແລະ ທຳ​ມາ​ຫາ​ກີນຕາມ​ລ້ອງ​ ແມ່​ນ້ຳຂອງ ແລະ ​ແມ່​ນ້ຳ​ອູ.ມີ​ບ້ານ​ເຮືອນ​ທີ່​ສ້າງ​ຂຶ້ນ​ໃນໄລຍະ​ປີ 1930 ​ແລະ ມີປະຫວັດ​ຄວາມ​ເປັນ​ມາຍາວ​ນານ ທີ່ຕິດ​ພັນ​ກັບພິທີ​ກຳທາງ​ສາດສະໜາທີ່ສຳຄັນຕ່າງໆ​ເຊັ່ນ: ​ໃນ​ປີ​ໃໝ່ລາວ​ຂອງທຸກໆ​ປີ​ ນາງ​ສັງຂານໄດ້ມາຫົດສົງ ນ້ຳພະ ແລະ ມາຕົບພະທາດຊາຍ, ເຊິ່ງໃນເມື່ອກ່ອນແມ່ນພະເຈົ້າມະຫາຊີວິດກໍ່ໄດ້ມາຫົດສົງນ້ຳພະ ແລະ ຫຼິ້ນພະທາດຊາຍ ຢູ່ສະຖານທີ່ແຫ່ງນີ້​ເຊັ່ນ​ດຽວກັນ. ນອກຈາກ​ນັ້ນ, ບ້ານປາກອູນີ້​ຍັງ​ມີແຫຼ່ງທ່ອງ​ທ່ຽວທີ່​ມີ​ຊື່ສຽງທີ່​ໂດງ​ດັ່ງ ໂດຍສະເພາະແມ່ນ ​ຖໍ້າ​ຕິ່ງ ​ແລະ ຜາ​​ແອ່ນ ທີ່ນັກທ່ອງທ່ຽວເດີນທາງມາທ່ຽວຊົມເປັນຈຳນວນຫຼວງຫຼາຍໃນແຕ່ລະປີ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=7