ບຸນທາດຫຼວງ

ຈາກ Laopedia

ໃນ​ມື້ຂຶ້ນ 8 ຄໍ່າ​ເດືອນສິບ​ສອງ​ລາວຂອງ​ທຸກໆ​ປີ ​ເປັນ​ມື້​​​ເປີດ​ທາດ ​ເພື່ອ​ໃຫ້​ມວນ​ຊົນ​ທົ່ວ​ໄປ​ໄດ້​ເຂົ້າ​ໄປ​ສັກກາລະ​ບູຊາ​ພະທາດ​ຫລວງ ​ແລະ ​ເລີ່​ມຄົບງັນ​ບຸນ​ນະມັດສະການ​ພະທາດ​ຫລວງ ​ໄປ​ຈົນ​ຮອດ​ມື້​ຂຶ້ນ 15 ຄໍ່າ​ເດືອນ​ສິບ​ສອງ​ລາວ.

ການສະເຫລີມສະຫລອງໃນງານບຸນປະເພນີນະມັດສະການພະທາດຫລວງ ​ໄດ້​ຈັດ​ຂຶ້ນແຕ່ອະດີດຈົນເຖິງປະຈຸບັນ ​ໂດຍຜູ້ນຳຊາດບ້ານເມືອງ ໄດ້ນຳພາ ປວງຊົນລາວຈັດງານດັ່ງກ່າວ, ສຳລັບຝ່າຍພະສົງ ກໍມີຜູ້ນຳທາງຝ່າຍສົງເປັນປະທານໃນງານບຸນ ໂດຍເຊື້ອເຊີນ, ນິມົນພະສົງ ແລະ ຝ່າຍບ້ານ ເມືອງ ມາເຕົ້າໂຮມກັນຢູ່ນະຄອນຫລວງວຽງຈັນ ຜູ້ຄົນບໍ່ວ່າໃກ້ ຫລື ໄກຫາກໄດ້ມາທ່ຽວບຸນນີ້ແລ້ວ ຕ້ອງບໍ່ລືມຖືດອກໄມ້, ທູບທຽນ ຍ່າງອ້ອມກົມມະລຽນພະທາດຫລວງ 3 ຮອບ ເພື່ອສັກກາລະ ບູຊາ ແລະ ຂໍພອນ ໃຫ້ແກ່ຊີວິດ ແລະ ຄອບຄົວຈະເລີນຮຸ່ງເຮືອງ.

ຖ້ານັບກັນຕາມຮີດຄອງ ແມ່ນຖືເອົາມື້ຂຶ້ນ 13 ຄ່ຳເດືອນ 12 ລາວ ເປັນມື້ເລີ່ມຕົ້ນ ໂດຍມີການເຕົ້າໂຮມຊາວບ້ານ ເພື່ອແຫ່ຜາສາດເຜິ້ງໄປທອດຖວາຍທີ່ວັດສີເມືອງ, ຕອນຄ່ຳມີການຄົບງັນ ຕາມປະເພນີ. ຕໍ່​ມາ​ແມ່ນ​ມື້ຂຶ້ນ 14 ຄໍ່າ ຈະ​ມີ​ປະ​ເພນີການແຫ່ຜາສາດເຜິ້ງ ​ເຊິ່ງ​ເປັນ​ປະ​ເພນີ​ທີ່ໄດ້ສືບທອດປະຕິບັດກັນມາ ແຕ່ດົນນານ ຕາມຄວາມເຊື່ອທີ່ວ່າ “ການແຫ່ຜາສາດເຜິ້ງ ເປັນການສ້າງບຸນກຸສົນ ເມື່ອຕາຍໄປແລ້ວ ຈະໄດ້ຂຶ້ນ ສະຫວັນຊັ້ນຟ້າ”. ປະເພນີ ແຫ່ຜາສາດເຜິ້ງ ແມ່ນວັດທະນະທຳອັນດີງາມ ສະແດງເຖິງຄວາມພາກພຽນ, ການປະດິດຄິດສ້າງ ທັງເປັນການເຕົ້າໂຮມ ຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະ ເມືອງ. ປະຊາຊົນລາວ ໄດ້ພ້ອມຈິດພ້ອມໃຈກັນປະດິດຕົ້ນເຜິ້ງຂອງໃຜລາວ, ບາງບ້ານ ບາງເມືອງ ປະດິດສ້າງ ຕົ້ນເຜິ້ງຂະໜາດໃຫຍ່ເປັນຮູບຄື ຜາສາດ ໂດຍໃຊ້ຫລາຍຄົນແບກຫາມ, ສ່ວນຂະບວນແຫ່ ກໍມີສີສັນ ແຕກຕ່າງກັນ: ມີຂະບວນທັ່ງບັ້ງ, ຂະບວນຊຸດຊົນເຜົ່າ ຕຳເຂົ້າ ເປົ່າແຄນ ທັງຕີກອງ ຕີແຊ່ງ ລຳເຊີ້ງ, ມີຂະບວນນັກຮຽນ, ຂະບວນປະເພນີລາວ ຍິງສາວນຸ່ງຊຸດໄໝ ເກົ້າຜົມ ບ່ຽງແພ, ຜູ້ຊາຍ ນຸ່ງເສື້ອຂາວ ມັດແພກັດຕ້ຽວ, ຂະບວນເຖົ້າແກ່ແນວໂຮມ ນຳໜ້າໂດຍຂະບວນພະສົງ ແລະ ຜູ້ນຳລາວ... ເມື່ອໄປຮອດເດີ່ນພະທາດຫລວງ ຂະບວນໄດ້ໄຫລໄປແບບຊ້າໆ ຕາມຄວາມກວ້າງຂອງເດີ່ນ ແລະ ຄວາມອັ່ງອໍ ຂອງຜູ້ສັດທາ. ຈາກນັ້ນ ກໍຍ່າງອ້ອມກົມມະລຽນ ພະທາດຫລວງ ແລະ ວາງຕົ້ນເຜິ້ງ ເປັນອັນວ່າ ສຳເລັດພິທີ, ໃນຕອນຄ່ຳ ມີການຄົບງັນຕາມປະເພນີ.

ໃນຕອນເຊົ້າຂອງມື້ຂຶ້ນ 15 ຄ່ຳເດືອນ 12 ລາວ ຜູ້ນຳລາວ, ພະນັກງານ ທະຫານ ຕຳຫລວດ ຕະຫລອດຮອດພໍ່ແມ່ ປະຊາຊົນ ໄດ້ມາເຕົ້າໂຮມກັນຢູ່ບໍລິເວນເດີ່ນ ແລະ ວັດທາດຫລວງ ເພື່ອຕັກບາດຖວາຍສັງຄະທານ. ຕອນບ່າຍ ຂອງມື້ດຽວກັນ ມີຂະບວນແຫ່ລູກຄີ (ໝາກບານນ້ອຍທີ່ເຮັດດ້ວຍແພ ໃຊ້ໄມ້ໄຜ່ຕີ) ອອກຈາກກົມມະລຽນທາດ ເພື່ອທຳການແຂ່ງຂັນຕາມ ປະເພນີ. ບໍລິເວນໃຈກາງ ເດີ່ນພະທາດຫລວງໃນເວລານີ້ ໄດ້ຖືກນິມິດໃຫ້ກາຍເປັນເດີ່ນກິລາ ໂດຍມີນັກ ກິລາ 2 ທີມຈາກຝ່າຍ ລັດຖະບານ ແລະ ທີມຝ່າຍປະຊາຊົນ ເພື່ອທຳການ ແຂ່ງຂັນຕີຄີ ເຊິ່ງໄດ້ຮັບຄວາມ ສົນໃຈຈາກພໍ່ແມ່ ປະຊາຊົນ ແຫ່ເຂົ້າຊົມ ແລະ ເຊຍດັງຟົດຟື້ນມ່ວນຊື່ນ ຜົນຂອງການແຂ່ງຂັນຕີຄີ ຍັງສາມາດທວາຍຊາຕາຂອງບ້ານເມືອງໄດ້ (ຕາມຄວາມເຊື່ອທີ່ເລົ່າ ສືບຕໍ່ກັນມາ); ຫາກປີໃດ ຝ່າຍລັດຖະບານຊະນະ ແມ່ນປີນັ້ນ ຝົນບໍ່ຕົກຕ້ອງຕາມລະດູ, ຜົນຜະລິດບໍ່ສູງ ເຂົ້າໝາກປາແພງ, ມີໂຈນຂີ້ລັກງັດແງະຫລາຍ, ເກີດພະຍາດ ລະບາດ... ຖ້າປີໃດ ຝ່າຍປະຊາຊົນ ຊະນະ ປີນັ້ນ ຝົນຟ້າເປັນໃຈ ຜົນຜະລິດໄດ້ຫລາຍ, ເຂົ້າປາອາຫານ ເຫລືອຢູ່ເຫລືອກິນ, ປະຊາຊົນຢູ່ເຢັນ ເປັນສຸກ ບ້ານເມືອງສະຫງົບສຸກ ປອດໄພ.

ໃນຕອນຄໍ່າ ມີການແຫ່ດອກໄມ້ທູບທຽນ, ຈູດພຸບັ້ງໄຟດອກ ແລະ ການສະແດງກິດຈະກຳ ທາງດ້ານວັດທະນະທຳອື່ນໆ.

ບຸນທາດຫລວງ ຖືເປັນບ່ອນນັດພົບທີ່ມີການຄອງຄອຍມາຕະຫລອດຫລາຍເດືອນຂອງຄູ່ບ່າວສາວ, ຍາດຕິພີ່ນ້ອງຈາກຕ່າງແຂວງ ຕ່າງປະເທດ,  ບໍລິສັດຫ້າງຮ້ານທີ່ກຽມເປີດບໍລິການ ແລະ ອື່ນໆ ຈົນມີບົດກອນທີ່ພັນລະນາອອກມາຫລາຍບົດ ດັ່ງນາມປາກກາ “ເພັດ ລູກຄົນຈົນ” ໄດ້ພັນລະນາວ່າ:

  ພໍຕາເວັນຄ່ຳຄ້ອຍ           ລອຍລັບລົງແລງ

  ແສງຈັນເພັງເສາະໃສ             ສ່ອງແສງຂວາຊ້າຍ

 ຄົນທັງຫລາຍມາຫຸ້ມ             ຊຸມແຊວກັນ ເປັນໝູ່ໆ

  ຜ່ອງຜູ້ໄປກາບໄຫວ້               ພຣະສົງໃຫ້ ອວຍພອນ..ນີ້ແລ້ວ

  ເດິກໆມາຂ້ອນໆ               ທົ່ວທຸກບ່ອນຄົນຂັບຂັນ

ເດີ່ນທາດຫລວງວຽງຈັນ         ຄົນອັ່ງກັນ ພັນແໜ້ນ

  ຜູ້ມີແຟນຄຽງຂ້າງ               ຍ່າງເກາະກັນເປັນຄູ່ໆ

   ຜູ້ບໍ່ມີ ຄືຈັ່ງອ້າຍ               ຕ້ອງຄອຍເກີ້ ເພີ້ຝັນ..ແທ້ແລວ

ເລາະລຽບໄປຂ້າງໜ້າ             ລຽນເປັນຖັ່ນ ເປັນແຖວ

  ມີຫລາຍແນວຂອງຂາຍ          ມີຫລາກຫລາຍ ທັງລຳຟ້ອນ

  ມີລຳກອນ ລຳຊິ້ງ                 ສະຕຣິງລາວ ຍຸກໃໝ່

   ຊວນໃຫ້ໃຈຜູ້ຂ້າ                 ຢາກມາລ້ວມ ຮ່ວມທຸກປີ..ນີ້ແລ້ວ

ແຫຼ່ງທີ່ມາ: https://kpl.gov.la/detail.aspx?id=8239