ນໍ້າຕົກຕາດນໍ້າແຖ່ມ

ຈາກ Laopedia
ຮູບ:ນໍ້າຕົກຕາດນໍ້າແຖ່ມ.jpg

ນໍ້າຕົກຕາດນໍ້າແຖ່ມຕັ້ງ​ຢູ່​​ບ້ານ​ປາກ​ເປາະ ​ເມືອ​ງວັງ​ວຽງ ​ແຂວງ​ວຽງຈັນການເດີນທາງສູ່ນໍ້າຕົກຕາດນໍ້າແຖມ ອອກຈາກເມືອງວັງວຽງ ໄປຕາມເສັ້ນທາງ 13 ເຫນືອ ປະມານ 6 ກມ ຈາກນັ້ນຈະມີທາງແຍກ ທາງຊ້າຍມື ຕາມເສັ້ນທາງມາຍັງຈຸດຂ້າມເຮືອຂອງ TCK ຈາກເສັ້ນທາງ 13 ເຫນືອ ມາຮອດບ່ອນນີ້ ປະມານ 3 ກມ. ຂ້າມນໍ້າຊອງດ້ວຍແພຊາວບ້ານ ຍ່າງຕໍ່ອີກ 1 ກມ. ຮອດຈຸດຂີ່ສະລິງຂອງ TCK ແລ້ວເດີນທາງຕໍ່ຂ້າມພູໜ່ວຍທີ່ 1 ປະມານ 1.5 ກມ. ຈື່ງມາຮອດພູນໍ້າແຖມ ຈາກຈຸດນີ້ ເປັນການຍ່າງຂື້ນພູຢ່າງດຽວ ໄລຍະທາງຈາກຕີນພູຈົນຮອດນໍ້າຕົກຕາດ ປະມານ 3 ກມ. ມີຄວາມຊັນຂອງພູຕັ້ງແຕ່ 25 ຫາ 90 ອົງສາ ບາງບ່ອນຕ້ອງຍ່າງຕາມລຳຫ້ວຍ ປີນຜາ ໄຕ່ຂົວອູ່ ໃຊ້ເວລາເດີນທາງທັງໝົດ 8 ຊົ່ວໂມງ ຢູ່ໃກ້ນໍ້າຕົກຈະມີເຮືອນພັກໃຫ້ນັກທ່ອງທ່ຽວພັກ ເພາະສ່ວນໃຫຍ່ ຈະໃຊ້ເວລາໃນການໄປທຣິບ 2 ມື້ 1 ຄືນ ເມື່ອໄປຮອດເຮືອນພັກທ່ານສາມາດແນມເຫັນເມືອງວັງວຽງໄດ້ທັງໝົດ ສ່ວນນໍ້າຕົກ ທ່ານສາມາດຍ່ອນໂຕລົງມາຈາກຈຸດສູງສຸດຂອງນໍ້າຕົກນີ້ໄດ້ ເຊິ່ງນໍ້າຕົກນີ້ມີຄວາມສູງ ປະມານ 200 ເມັດ ເປັນນໍ້າຕົກຕາດທີ່ມີຄວາມສູງ ແລະ ສວຍງາມອີກແຫ່ງໜື່ງຂອງເມືອງວັງວຽງ.
ແຫຼ່ງທີ່ມາ: https://mict.gov.la/tourism-in-laos?province_id=10