ນ້ຳຕົກຕາດ ນ້ຳສະນາມ

ຈາກ Laopedia
ຮູບ:ນ້ຳຕົກຕາດນ້ຳສະນາມ.png

ນ້ຳຕົກຕາດນ້ຳສະນາມ: ແມ່ນສະຖານທີ່ທ່ອງທ່ຽວທາງທຳມະຊາດ ເປັນນ້ຳຕົກຕາດແຝດ ຕັ້ງຢູ່ໃນພູຜາໜ່ານ, ຕັ້ງຢູ່ໃນເຂດປ່າສະຫງວນພູ ຫີນປູນ, ເຂດບ້ານຄູນຄຳ, ເມືອງຄູນຄຳ, ແຂວງຄຳມ່ວນ. ນ້ຳຕົກຕາດຫ່າງຈາກຕົວເມືອງ 3 ກິໂລແມັດ, ສາມາດຂີ່ລົດປະເພດສີ່ລໍ້ເຂົ້າໄປໄດ້ປະມານ 2 ກິໂລແມັດ. ຈາກນັ້ນເຮົາກໍ່ຍ່າງຂຶ້ນພູເຂົາດິນ ທີ່ມີປ່າໄມ້ອຸດົມສົມບູນ ມີນົກ, ສັດປ່າຫລາຍຊະນິດພັນ, ໄລຍະທາງດັ່ງກ່າວນີ້ກໍ່ປະມານ 1 ກິໂລແມັດ ກໍ່ຈະເຖິ່ງຈຸດນ້ຳຕົກຕາດ. ຖ້າຫາກເຮົາເຂົ້າໄປໃນຍາມເຊົ້າ ໂດຍບໍ່ໃຊ້ສຽງດັງ ໂອກາດເຮົາຈະເຫັນຝູງລີງ, ໂຄ່ງ, ຂາແດງ ມາກິນນ້ຳ ໂດຍສະເພາະ ແລ້ວໃນຍາມເວລາປະມານ 8:00 ໂມງ. ນ້ຳຕົກຕາດນີ້ຕົກຈາກໜ້າຜາສູງປະມານ 70-100 ແມັດ. ແບ່ງອອກເປັນສອງແງ່, ແສງຕາເວັນຍາມເຊົ້າ ຕ້ອງກັບນ້ຳຕົກເປັນແສງຮຸ້ງ ປະກາຍອອກຢ່າງງົດງາມ. ເມື່ອເວລາເຮົາຍ່າງເລາະລຽບຕາມສາຍນ້ຳຕົກຕາດນ້ຳສະນາມ ລົງມາຈະເຫັນວັງນ້ຳ. ນ້ຳຕົກ ຕາດເປັນຈຸດໆລົງມາຕາມການສຳຫຼວດ ຂອງທີມງານປ່າສະຫງວນແຫ່ງຊາດພູຫີນປູນໃຫ້ຮູ້ວ່າ: ໃນຊ່ວງໄລຍະເດືອນ 8-11 ຈະມີນ້ຳຕົກສວຍງາມ ຫຼາຍກວ່າໃນຊ່ວງເດືອນອື່ນໆ. ນ້ຳຕົກຕາດນີ້ຈະມີຕະຫຼອດ, ຈຸດນ້ຳຕົກຕາດນ້ຳສະນາມຫ່າງຈາກນ້ຳຕົກຕາດມ່ວງປະມານ 3-4 ກິໂລແມັດ ແລະ ສາມາດສ້າງເສັ້ນທາງເຊື່ອມຕໍ່ກັນໄດ້ ຜ່ານປ່າສະຫງວນຂອງແຂວງຄຳມ່ວນ ໄປຫາກັນໄດ້.​
ແຫຼ່ງທີ່ມາ: http://www.laogov.gov.la/province/Pages/Provincetourism.aspx?CateID=2&ItemID=34&MenuID=6